ລັດຖະບານຈີນ ມອບທຶນ100 ລ້ານກວ່າຢວນ ເພື່ອຍົກລະດັບໂຮງຮງນ ມັດທະຍົມສົມບູນ ສັນຕິພາບ

ລັດຖະບານຈີນ ມອບທຶນ100 ລ້ານກວ່າຢວນ ເພື່ອຍົກລະດັບໂຮງຮງນ ມັດທະຍົມສົມບູນ ສັນຕິພາບ

ລັດຖະບານຈີນ ມອບທຶນ100 ລ້ານກວ່າຢວນ ເພື່ອຍົກລະດັບໂຮງຮງນ ມັດທະຍົມສົມບູນ ສັນຕິພາບ
ໃນວັນທີ 31 ສິງຫາ 2026 ທີ່ໂຮງຮຽນມັດທະຍົມສົມບູນ ສັນຕິພາບ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ໄດ້ມີພິທີວາງສີລາລຶກ ແລະ ເປີດໂຄງການຍົກລະດັບ-ປັບປຸງກໍ່ສ້າງອາຄານຮຽນຂອງໂຮງຮຽນ ມັດທະຍົມສົມບູນ ສັນຕິພາບ ນະຄອນຫຼວງພະບາງ ຢ່າງເປັນທາງການ, ໂຄງການດັ່ງກ່າວແມ່ນໄດ້ຮັບທຶນຊ່ວຍເຫຼືອຈາກລັດຖະບານ ສປ ຈີນ ພາຍໃຕ້ໂຄງການ CHINA AID For Shared Future ມູນຄ່າ 100 ລ້ານກວ່າຢວນ(ສະກຸນເງິນ ສປ ຈີນ) ເພື່ອຍົກລະດັບພື້ນຖານໂຄງລ່າງດ້ານການສຶກສາໃຫ້ທັນສະໄໝ ໂດຍການປະສານງານ ແລະ ຮ່ວມມືກັບ ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ຊຶ່ງການຈັດງານຄັ້ງນີ້ຍັງເປັນການສະເຫຼີມສະຫຼອງ ສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ອີກດ້ວຍ.
ລດຖະບານຈນ ມອບທນ100 ລານກວາຢວນ ເພອຍກລະດບໂຮງຮງນ ມດທະຍມສມບນ ສນຕພາບ - image 1
 

ໃນພິທີ, ໃຫ້ກຽດເຂົ້າຮ່ວມເປັນປະທານຝ່າຍລາວ ໂດຍ ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ຄໍາຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງຫຼວງພະບາງ, ທ່ານ ນາງ ວຽນວິໄລ ດີລະພັນ ຮອງປະທານຄະນະກໍາມະການປົກຄອງ ແຂວງຫຼວງພະບາງ, ທ່ານ ນາງ ແສງເດືອນ ໄຊຍະສອນ ຮອງປະທານຜູ້ປະຈໍາການ ຄະນະກໍາມະການຮ່ວມມື ລາວ-ຈີນ, ຝ່າຍຈີນ ໂດຍ ທ່ານ ນາງ ຫຼີຊີເຈີ່ນ ທີ່ປຶກສາດ້ານເສດຖະກິດ ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ, ທ່ານ ນາງ ຈ່າງ ເຮີ້ຈູນ ຮັກສາການຫົວໜ້າກົງສູນໃຫຍ່ ສປ ຈີນ ປະຈໍາ ພາກເໜືອ ແຂວງຫຼວງພະບາງ, ທ່ານ ຈ້າວ ຫູ ຜູ້ອໍານວຍການໃຫຍ່ ແລະ ຮອງເລຂາຄະນະພັກ ສາຂາທຽນຈິນ ຂອງກຸ່ມບໍລິສັດ ຈົງເທບ ຈ້ຽນກົງ, ພ້ອມດ້ວຍຄະນະທັງສອງຝ່າຍ ແລະ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ຫຼວງພະບາງ ຕະຫຼອດຮອດການນຳຂັ້ນຕ່າງໆ, ຕົວແທນຈາກ ກຸ່ມບໍລິສັດ ຈົງເທບ ຈ້ຽນກົງ ເຊິ່ງເປັນບໍລິສັດຮັບເໝົາກໍ່ສ້າງ ພ້ອມດ້ວຍຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ, ທ່ານ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ໄດ້ລາຍງານໃຫ້ຮູ້ວ່າ: ໂຮງຮຽນ ມັດທະຍົມສົມບູນ ສັນຕິພາບ ສ້າງຕັ້ງຂຶ້ນແຕ່ປີ 1960 ຊຶ່ງມີປະຫວັດຍາວນານ ແຕ່ປັດຈຸບັນສະພາບອາຄານແມ່ນໄດ້ຊຸດໂຊມລົງຫຼາຍ, ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການຍົກລະດັບຄຸນນະພາບການສຶກສາ ລັດຖະບານ ສປ ຈີນ ຈຶ່ງໄດ້ມອບທຶນຊ່ວຍເຫຼືອເພື່ອນຳມາຈັດຕັ້ງປະຕິບັດໜ້າວຽກຫຼັກຄື: ການທຸບມ້າງອາຄານເກົ່າ, ການກໍ່ສ້າງອາຄານໃໝ່, ການສະໜອງອຸປະກອນການຮຽນ-ການສອນ ແລະ ການຝຶກອົບຮົມການນຳໃຊ້ອຸປະກອນໃຫ້ແກ່ຄູ-ອາຈານ. ສຳລັບພາບລວມຂອງໂຄງການກໍ່ສ້າງໃໝ່ນີ້ ແມ່ນກວມເອົາເນື້ອທີ່ປະມານ 9,417.34 ຕາແມັດ, ມີເນື້ອທີ່ອາຄານທັງໝົດ 234,000 ຕາແມັດ ຊຶ່ງປະກອບມີ ອາຄານຮຽນ 4 ຊັ້ນ ຈໍານວນ 1 ຫຼັງ, ອາຄານຮຽນ 3 ຊັ້ນ ຈໍານວນ 1 ຫຼັງ, ໂຮງຍິມ (ລານກິລາ/ເດີ່ນໃນຮົ່ມ) ຈຳນວນ 1 ຫຼັງ, ປະຕູໂຂງ/ປະຕູໃຫຍ່ ຈຳນວນ 1 ຫຼັງ,ອາຄານຫ້ອງເຄື່ອງຈັກ/ຫ້ອງອຸປະກອນ ຈຳນວນ 1 ຫຼັງ, ເນື້ອໃນການກໍ່ສ້າງສິ່ງອຳນວຍຄວາມສະດວກພາຍນອກອາຄານປະກອບມີ: ການປັບພຽງໜ້າດິນ ແລະ ສ້ອມແປງ ເດີ່ນເຕະບານ7 ຄົນ ກາງແຈ້ງ ແລະ ເດີ່ນບານບ້ວງກາງແຈ້ງ, ການກໍ່ສ້າງເສັ້ນທາງໃໝ່, ຝາປ້ອງກັນດິນເຈື່ອນ (ກຳແພງກັນດິນ) ພາຍນອກ, ການປູພື້ນລານກາງແຈ້ງ, ພ້ອມທັງລະບົບພູມສັນຖານເທດສະບານ (ພູມສັນຖານຕົວເມືອງ) ແລະ ສິ່ງອຳນວຍຄວາມສະດວກອື່ນໆ. ໂຄງການນີ້ ຈະໃຊ້ໄລຍະເວລາການກໍ່ສ້າງ 14 ເດືອນ ໂດຍການຮັບເໝົາກໍ່ສ້າງຂອງ ກຸ່ມບໍລິສັດ ຈົງເທບ ຈ້ຽນກົງ ຈໍາກັດ.

ໂອກາດນີ້, ທ່ານ ນາງ ດາລາວອນ ກິດຕິພັນ ໄດ້ກ່າວສະແດງຄວາມຂອບໃຈຕໍ່ພັກ-ລັດ ແລະ ປະຊາຊົນຈີນ ທີ່ໃຫ້ການຊ່ວຍເຫຼືອ ພ້ອມທັງເນັ້ນໜັກວ່າ: ໂຄງການນີ້ບໍ່ແມ່ນພຽງແຕ່ການກໍ່ສ້າງດ້ານວັດຖຸອາຄານເທົ່ານັ້ນ, ແຕ່ມັນແມ່ນໝາກຜົນອັນຈົບງາມຂອງສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການຮ່ວມມືເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ ຈີນ-ລາວ ຢ່າງແທ້ຈິງ. ທຶນຊ່ວຍເຫຼືອຄັ້ງນີ້ ຈະເປັນທຶນຮອນອັນມະຫາສານໃນການຫັນປ່ຽນໂສມໜ້າ ແລະ ຍົກລະດັບພື້ນຖານໂຄງລ່າງຂອງ ມສ ສັນຕິພາບ ໃຫ້ມີຄວາມທັນສະໄໝ, ປອດໄພ ແລະ ເອື້ອອໍານວຍຄວາມສະດວກໃຫ້ແກ່ການຮຽນ-ການສອນໄດ້ຢ່າງເຕັມຮູບແບບ.

ຂະນະດຽວກັນ, ທ່ານ ນາງ ຫຼີຊີເຈີ່ນ ກໍໄດ້ກ່າວວ່າ: ໂຄງການຊ່ວຍເຫຼືອຄັ້ງນີ້ ແມ່ນຈັດຕັ້ງປະຕິບັດຕາມ ແຜນປະຕິບັດງານວ່າດ້ວຍການສ້າງຄູ່ຮ່ວມຊະຕາກໍາ ຈີນ-ລາວ ລາວ-ຈີນ (2024-2028) ແລະ ເປັນບາດກ້າວສຳຄັນຂອງ ໂຄງການກໍ່ສ້າງໂຮງຮຽນ 10 ແຫ່ງ ທີ່ຈີນຊ່ວຍເຫຼືອລາວ. ຝ່າຍຈີນຈະໃຫ້ການສະ

ໜັບສະໜູນຢ່າງເຕັມທີ່ເພື່ອຊຸກຍູ້ການກໍ່ສ້າງ ແລະ ຫວັງຢ່າງຍິ່ງວ່າຈະໄດ້ຮ່ວມມືກັບຝ່າຍລາວຢ່າງໃກ້ຊິດ ເພື່ອຮ່ວມກັນສ້າງໂຄງການດັ່ງກ່າວໃຫ້ກາຍເປັນອະນຸສາວະລີແຫ່ງຍຸກສະໄໝ ທີ່ສະແດງໃຫ້ເຫັນເຖິງໝາກຜົນຂອງການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢ່າງມີຊີວິດຊີວາ.

ໃນຕອນທ້າຍຂອງພິທີ, ຄະນະປະທານ ພ້ອມດ້ວຍຄະນະນຳຂັ້ນຕ່າງໆ ແລະ ແຂກທີ່ຖືກເຊີນທຸກພາກສ່ວນ ກໍໄດ້ຮ່ວມກັນຖ່າຍຮູບລວມ ແລະ ຊວ້ານດິນ ເພື່ອວາງສີລາລຶກເປີດໂຄງການຍົກລະດັບ ແລະ ປັບປຸງກໍ່ສ້າງອາຄານຮຽນ ມສ ສັນຕິພາບ ຢ່າງເປັນທາງການ.ພາບ-ຂ່າວ: ທະນູສິນ ອິດທິພົນ

ຄໍາເຫັນ

ຂ່າວການຮ່ວມມື

ພັກ ປປ ລາວ ເຂົ້າເປັນສະມາຊິກຄະນະປະຈໍາຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຢ່າງເປັນທາງການ

ພັກ ປປ ລາວ ເຂົ້າເປັນສະມາຊິກຄະນະປະຈໍາຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຢ່າງເປັນທາງການ

ຄະນະຜູ້ແທນພັກ ປປ ລາວ ນໍາໂດຍ ສະຫາຍ ວາລະໄຊ ເລັ່ງສະຫວັດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ ຂອງອົງການກອງປະຊຸມສາກົນຂອງບັນດາພັກການເມືອງໃນອາຊີ (International Conference of Asian Political Parties ຫຼື ICAPP) ຄັ້ງທີ 13 ແລະ ກອງປະຊຸມຄະນະປະຈໍາ ຄັ້ງທີ 46 ພາຍໃຕ້ຫົວຂໍ້: “ການຟື້ນຟູຄວາມໄວ້ເນື້ອເຊື່ອໃຈໃນໂລກທີ່ກຳລັງປ່ຽນແປງ” (Rebuilding Trust in a Transforming World) ໃນລະຫວ່າງວັນທີ 4-7 ພະຈິກ ຜ່ານມາ ທີ່ນະຄອນຫຼວງເຊອູນ ສ ເກົາຫຼີ, ໂດຍການເປັນເຈົ້າພາບຮ່ວມຂອງພັກປະຊາທິປະໄຕ ແລະ ພັກພະລັງປະຊາຊົນ ຂອງ ສ ເກົາຫຼີ, ມີຄະນະຜູ້ແທນຈາກພັກການເມືອງ ຫຼາຍກວ່າ 83 ພັກທີ່ມາຈາກ 36 ປະເທດເຂົ້າຮ່ວມ ແລະ 3 ອົງການຈັດຕັ້ງສາກົນສັງເກດການ.
ສົນທະນາລາວ-ຈີນ ການສ້າງຄູ່ຮ່ວມຊາຕາກຳໃນທຸກສະພາບຂອງຍຸກສະໄໝ

ສົນທະນາລາວ-ຈີນ ການສ້າງຄູ່ຮ່ວມຊາຕາກຳໃນທຸກສະພາບຂອງຍຸກສະໄໝ

ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ສະຖານເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ວິທະຍຸ-ໂທລະພາບສູນກງຈີນ (CMG) ໄດ້ຮ່ວມກັນຈັດກອງປະຊຸມສົນທະນາລາວ - ຈີນ ກ່ຽວກັບການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບຂອງຍຸກສະໄໝ ພາຍໃຕ້ຫົວຂໍ້ “ການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບການຂອງຍຸກສະໄໝ: ການຄຸ້ມຄອງພັກ ເພື່ອສ້າງຊາດໃຫ້ຈະເລີນ” ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ໂດຍການເປັນປະທານຮ່ວມຂອງທ່ານ ນາງ ແກ້ວວິວອນ ອຸດທະຈັກ ຮອງປະທານ ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ ແລະ ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳສປປ ລາວ, ທ່ານ ນາງ ແສງແກ້ວ ຜູ້ຕາງໜ້າວິທະຍຸ-ໂທລະພາບສູນກາງຈີນ, ມີຫົວໜ້າຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ, ນັກວິທະຍາ ກອນ, ສຳມະນາກອນ ແລະ ຜູ້ຊ່ຽວຊານ ເຂົ້າຮ່ວມ.
ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ໃນວັນທີ 3 ພະຈິກຜ່ານມາ ທີ່ນະຄອນຫຼວງວຽງຈັນ, ທ່ານນາງ ສີໃສ ລືເດດມູນສອນ ຫົວໜ້າ ຄະນະຈັດຕັ້ງສູນກາງພັກ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົສຕຣາລີ ປະຈໍາ ສປປ ລາວ ເຂົ້າຢ້ຽມຂໍ່ານັບອຳລາ ສອງຝ່າຍໄດ້ຮ່ວມກັນທົບທວນຄືນ ເຖິງການຂະຫຍາຍຕົວຂອງການ ຮ່ວມ ມືລະຫວ່າງອົສຕຣາລີ ແລະ ສປປ ລາວ ໃນໄລຍະສາມປີຜ່ານມາ ແລະ ໄດ້ປຶກສາຫາລືກ່ຽວກັບ ທິດທາງ ບຸລິມະສິດ ເພື່ອເສີມຂະຫຍາຍການຮ່ວມມື ໂດຍສະເພາະດ້ານການພັດທະນາຊັບພະຍາກອນມະນຸດ.
ຫາລືກະກຽມສ້າງບົດລາຍງານກ່ຽວກັບການເກີດການແຕ່ງງານ ແລະ ການຕາຍ

ຫາລືກະກຽມສ້າງບົດລາຍງານກ່ຽວກັບການເກີດການແຕ່ງງານ ແລະ ການຕາຍ

ໃນວັນທີ 5 ພະຈິກນີ້, ສູນສະຖິຕິແຫ່ງຊາດ ກະຊວງການເງິນຮ່ວມກັບອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ດຳເນີນກອງປະຊຸມປຶກສາຫາລືກະກຽມສ້າງບົດລາຍງານ ກ່ຽວກັບການເກີດ, ການແຕ່ງງານ ແລະ ການຕາຍຂອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດຄັ້ງທີ V ປີ 2025 ທີ່ໂຮງແຮມຄຣາວພາລາຊາ ນະຄອນຫຼວງວຽງຈັນ.
ຍີ່ປຸ່ນ ຊ່ວຍເຫຼືອການກໍ່ສ້າງລະບົບຊົນລະປະທານ ທີ່ແຂວງຫຼວງນໍ້າທາ

ຍີ່ປຸ່ນ ຊ່ວຍເຫຼືອການກໍ່ສ້າງລະບົບຊົນລະປະທານ ທີ່ແຂວງຫຼວງນໍ້າທາ

ພາຍໃຕ້ໂຄງການຊ່ວຍເຫຼືອຂັ້ນຮາກຖານ (GGP), ລັດຖະບານຍີ່ປຸ່ນໄດ້ມອບການຊ່ວຍເຫຼືອ ມູນຄ່າ 40,123 ໂດລາ ເພື່ອຈັດຕັ້ງປະຕິບັດ “ໂຄງການກໍ່ສ້າງຊົນລະປະທານນ້ຳບອນ 2 ບ້ານໃໝ່ ເມືອງວຽງພູຄາ ແຂວງຫຼວງນ້ຳທາ”.
ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ວັນທີ 4 ພະຈິກຜ່ານມາ, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະນຳຈາກກະຊວງປ້ອງກັນປະເທດ, ຄະນະນຳແຂວງອັດຕະປື ແລະ ຄະນະນຳເມືອງຊານໄຊ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ ຈຳກັດ ຕັ້ງຢູ່ເມືອງຊານໄຊ ແຂວງອັດຕະປື.​ ໃຫ້ການຕ້ອນຮັບຂອງທ່ານ ບຸ໋ຍແອັງດຶກ ປະທານສະພາບໍລິຫານ ຮອງຜູ້ອຳ ນວຍ​ການໃຫຍ່ ບໍລິສັດ ວັງຕັດມາຍນິງ ກຣຸບ​ ພ້ອມດ້ວຍຄະນະຜູ້ບໍລິຫານ, ພະນັກງານ ແລະ ກອງກຳລັງປ້ອງກັນຄວາມສະຫງົບປະຈຳເຂດໂຄງ​ການ ໃຫ້ການຕ້ອນຮັບ.
ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດກິດຈະກໍາ ຂອງໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະຄໍ້າປະກັນການດຳລົງຊີວິດແບບຍືນຍົງ ປະປີ(ເດືອນກັນຍາ 2025-ເດືອນຕຸລາ2026) ໄດ້ຈັດຂຶ້ນໃນວັນທີ 2 ພະຈິກຜ່ານ​ມາ, ທີ່ເມືອງລະມາມ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີທ່ານ ນາງ ຄາໂອຣຸ ໂມຣິໂມະໂຕະ ຫົວໜ້າອົງການອາສາສະໝັກຍີ່ປຸ່ນ ປະຈໍາລາວ ເຈວີຊີ (JVC), ມີຄະນະກໍາມະການປົກຄອງ 2 ເມືອງຄື: ເມືອງກະລຶມ ແລະເມືອງດາກຈຶງ, ຜູ້ປະສານງານໂຄງການຂັ້ນແຂວງ, ຂັ້ນເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ສະ​ຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ ເລ ມິງ ຮຶງ ກຳມະການກົມການເມືອງສູນກາງພັກນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມ ຄະນະໃນ​ວັນ​ທີ 3 ພະ​ຈິກ​ນີ້ ທີ່ ນະ​ຄອນຫຼວງ​ຮ່າ​ໂນ້ຍ.
ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຄະນະນຳແຂວງຊຽງຂວາງ ນຳໂດຍທ່ານພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງຊຽງ​ຂວາງ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊີນລາສ​ສ ຫວຽດ​ນາມໃນ​ລະ​ຫວ່າງວັນ​ທີ 1-3 ພະ​ຈິກ​ນີ້.
ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ໄດ້ຕ້ອນຮັບ ທ່ານ ນາງ ເຈີໄມມາ ກໍດອນ ດາຟ໌ ເອກອັກຄະລາຊະທູດແຫ່ງສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈຳ ສປປ ລາວ ພ້ອມຄະນະໃນ​ວັນ​ທີ 3 ພະ​ຈິກ​ 2026,ທີ່ ຫ້ອງວ່າ​ການ​ແຂວງ, ໃນໂອກາດເດີນທາງມາຢ້ຽມຢາມ ແລະ ຕິດຕາມວຽກຢູ່ແຂວງຄຳມ່ວນ.
ເພີ່ມເຕີມ