![]() |
ໃນໂອກາດນີ້, ສະຫາຍ ເລ ຮວາຍ ຈູງ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດອັນຈົບງາມຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນ ປະຕິວັດລາວ ທີ່ຈັດຂຶ້ນໃນລະຫວ່າງວັນທີ 6-8 ມັງກອນ 2026 ນີ້ ກໍຄື ບັນດາຜົນສໍາເລັດໃນການປົກປັກຮັກສາ ແລະ ສ້າງສາພັດທະນະປະເທດຊາດ ທີ່ ສປປ ລາວ ຍາດມາໄດ້ຕະຫຼອດໄລຍະຜ່ານມາ, ພ້ອມທັງສະແດງຄວາມຊົມເຊີຍຕໍ່ສະຫາຍ ທອງສະຫວັນ ພົມວິຫານ ທີ່ສືບຕໍ່ໄດ້ຮັບຄວາມໄວ້ເຊື່ອໃຈ ແລະ ຖືກປ່ອນບັດເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII.
|
||
ໃນຂະນະດຽວກັນ, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມປິຕິຍິນດີ ແລະ ຂອບໃຈ ຕໍ່ຄໍາເວົ້າອັນຈົບງາມ ຂອງ ສະຫາຍ ເລ ຮວາຍ ຈູງ ພິເສດແມ່ນການຕີລາຄາສູງຕໍ່ຜົນສຳເລັດ ທີ່ ສປປ ລາວ ຍາດມາໄດ້ໃນໄລຍະຜ່ານມາ ແລະ ການສະແດງຄວາມຊົມເຊີຍຜົນສຳເລັດ ຂອງ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກປະຊາຊົນ ປະຕິວັດລາວ ໃນຄັ້ງນີ້ ຊຶ່ງບັນດາໝາກຜົນ ທີ່ ສປປ ລາວ ຍາດມາໄດ້ ໃນພາລະກິດແຫ່ງການຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄືໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນໄດ້ນັ້ນ ກໍຍ້ອນການສະໜັບສະໜູນ ແລະ ຊ່ວຍເຫຼືອຢ່າງຈິງໃຈ ຈາກວົງຄະນາຍາດສາກົນ, ໂດຍສະເພາະການຊ່ວຍເຫຼືອຢ່າງລໍ້າຄ່າ ແລະ ທັນການ ຂອງ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ມີຕໍ່ພັກ, ລັດ ແລະ ປະຊາຊົນລາວ. ພ້ອມນີ້, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ບັນດາຜົນສໍາເລັດໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະ 80 ປີ ທີ່ຜ່ານມາ, ໂດຍສະເພາະພາຍຫຼັງການປະຕິບັດນະໂຍບາຍການປ່ຽນແປງໃໝ່ ໃນ 4 ທົດສະວັດທີ່ຜ່ານມາ, ພິເສດແມ່ນການພັດທະນາເສດຖະກິດ-ສັງຄົມ ທີ່ ສະຫາຍຫວຽດນາມ ຍາດມາໄດ້ໃນປີ 2025 ທີ່ຜ່ານມາ ແລະ ມີຄວາມເຊື່ອໝັ້ນຢ່າງຍິ່ງວ່າ ສະຫາຍຫວຽດນາມ ຈະສືບຕໍ່ຍາດໄດ້ຜົນສຳເລັດອັນໃຫຍ່ຫຼວງກວ່າເກົ່າ ທີ່ມີຄວາມໝາຍທາງດ້ານປະຫວັດສາດ, ພິເສດແມ່ນການຈັດກອງປະຊຸມໃຫຍ່ ຄັ້ງທີ XIV ຂອງ ພັກກອມມູນິດຫວຽດນາມ ທີ່ຈະມີຂຶ້ນທ້າຍເດືອນມັງກອນ 2026 ນີ້.
ໃນການພົບປະຄັ້ງນີ້, ສອງສະຫາຍລັດຖະມົນຕີກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ໄດ້ເຫັນດີເປັນເອກະພາບ ຕໍ່ການຖືສຳຄັນ ແລະ ຖືເປັນບຸລິມະສິດຕົ້ນຕໍ ໃນການຖະໜຸຖະໜອມ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ - ຫວຽດນາມອ້າຍນ້ອງ, ໂດຍສະເພາະ ແມ່ນການສືບຕໍ່ຊຸກຍູ້ ແລະ ຕິດຕາມບັນດາກະຊວງ, ຂະແໜງການສູນກາງ ແລະ ທ້ອງຖິ່ນ ໃນການຈັດຕັ້ງຜັນຂະຫຍາຍ ຂໍ້ຕົກລົງຂອງສອງກົມການເມືອງ ກໍຄືຜົນຂອງກອງປະຊຸມ ຄັ້ງທີ 48 ຂອງຄະນະກຳມະການຮ່ວມມື ລາວ-ຫວຽດນາມ ເພື່ອແນໃສ່ໃນການເຊື່ອມໂຍງເຊື່ອມຈອດພື້ນຖານເສດຖະກິດ ໃຫ້ເປັນຮູບປະທຳ ແລະ ນຳເອົາຜົນປະໂຫຍດທີ່ແທ້ຈິງມາສູ່ປະຊາຊົນສອງປະເທດ.
ພ້ອມກັນນີ້, ສອງຝ່າຍ ໄດ້ສະແດງຄວາມຊົມເຊີຍຜົນສຳເລັດຂອງກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ທີ່ໄດ້ຈັດຂຶ້ນໃນເດືອນທັນວາ 2025 ຜ່ານມາ ທີ່ ສສ ຫວຽດນາມ, ພ້ອມທັງເຫັນດີສືບຕໍ່ປະສານສົມທົບກັນຢ່າງໃກ້ຊິດ ເພື່ອຜັນຂະຫຍາຍຂໍ້ຕົກລົງວ່າການຮ່ວມມື ລະຫວ່າງສອງກະຊວງການຕ່າງປະເທດ ໄລຍະປີ 2026 – 2030 ໃຫ້ມີປະສິດພາບ ແລະ ປະສິດທິຜົນ, ໂດຍສະເພາະແມ່ນການເຮັດໜ້າທີ່ເປັນເສນາທິການໃຫ້ແກ່ ພັກ, ລັດ ຂອງ ສອງປະເທດ, ລວມເຖິງການກະກຽມຮອບດ້ານເພື່ອກະກຽມໃຫ້ແກ່ການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງຂອງສອງປະເທດໃນຕໍ່ໜ້າ.
ຂ່າວ: ກະຊວງການຕ່າງປະເທດ


ຄໍາເຫັນ