ບໍລິສັດ ອັງກໍວັດ ຂອງກຳປູເຈຍລາຍງານວ່າ: ອຸທິຍານດັ່ງກ່າວ ຊຶ່ງເປັນມໍລະດົກໂລກຂອງອົງການ UNESCO ໄດ້ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ ທັງໝົດ 428,223 ຄົນ ໃນ 7 ເດືອນທຳອິດຂອງປີນີ້, ຫຼຸດລົງ 30.7% ເມື່ອທຽບກັບປີກ່ອນ.
ໃນເດືອນກໍລະກົດພຽງເດືອນດຽວ, ຈຳນວນນັກທ່ອງທ່ຽວຕ່າງປະເທດມີເຖິງ 40,451 ຄົນ, ຫຼຸດລົງ 21% ເມື່ອທຽບກັບປີກ່ອນ, ໃນຂະນະທີ່ລາຍຮັບຈາກການຂາຍປີ້ເຂົ້າຊົມມີທັງໝົດ 1.85 ລ້ານໂດລາ, ຫຼຸດລົງ 20%.
ທ່ານ ທອງ ເມງດາວິດ ຮອງຜູ້ອຳນວຍການສູນສຶກສາຈີນ-ອາຊຽນ ທີ່ມະຫາວິທະຍາໄລວິທະຍາສາດ ແລະ ເຕັກໂນໂລຊີກຳປູເຈຍ ກ່າວວ່າ: ການຫຼຸດລົງຂອງລາຍຮັບແມ່ນຍ້ອນການຊະລໍຕົວຂອງເສດຖະກິດໂລກ ແລະ ພາກພື້ນ, ຄວາມກັງວົນກ່ຽວກັບການສໍ້ໂກງທາງອອນລາຍ, ຂໍ້ຂັດແຍ່ງທາງຊາຍແດນກັບປະເທດໄທ ແລະ ຂໍ້ຂັດແຍ່ງໃນຕາເວັນອອກກາງ ຊຶ່ງໄດ້ຊຸກຍູ້ໃຫ້ລາຄານໍ້າມັນເຊື້ອໄຟເພີ່ມຂຶ້ນ ແລະ ສົ່ງຜົນກະທົບຕໍ່ການບໍລິການຖ້ຽວບິນໂດຍສານທົ່ວໂລກ.
ຄໍາເຫັນ