ເນື່ອງໃນໂອກາດວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ, ຂ້າພະເຈົ້າ ຂໍສົ່ງຄໍາອວຍພອນອັນປະເສີດ ແລະ ຄໍາຊົມເຊີຍອັນອົບອຸ່ນຖານສະຫາຍ ມາຍັງ ສະຫາຍ ແລະ ຜ່ານ ສະຫາຍ ໄປຍັງ ຄະນະບໍລິຫານງານ ສູນກາງພັກປະຊາຊົນປະຕິວັດລາວ ແລະ ສະມາຊິກພັກ ທຸກຖ້ວນໜ້າ.
ການສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ເປັນເຫດການທາງປະຫວັດສາດທີ່ມີຄວາມໝາຍສຳຄັນຢ່າງຍິ່ງ ໃນການກຳນົດຊາຕາກຳຂອງປະຊາຊົນລາວ ແລະ ເປັນຈຸດປ່ຽນທີ່ສຳຄັນໃນການຕໍ່ສູ້ເພື່ອລຶບລ້າງການປົກຄອງຂອງຕ່າງຊາດ ແລະ ສ້າງຕັ້ງລະບອບປະຊາທິປະໄຕປະຊາຊົນ.
ຂ້າພະເຈົ້າ ສະແດງຄວາມຫວັງວ່າ ພາຍໃຕ້ການນໍາພາ-ຊີ້ນຳຂອງ ພັກປະຊາຊົນປະຕິວັດລາວ ໂດຍມີ ສະຫາຍ ເປັນແກນນຳ, ປະຊາຊົນລາວ ຈະຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຢ່າງມີໄຊ ແລະ ສາມາດບັນລຸເປົ້າ
ໝາຍໃນການສ້າງສາປະເທດສັງຄົມນິຍົມ.
ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງພັກ ແລະ ສອງປະເທດຂອງພວກເຮົາ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍໃຫ້ຍິ່ງໆຂຶ້ນກວ່າເກົ່າ ຕາມຈິດໃຈທີ່ໄດ້ຕົກລົງກັນ ໃນການພົບປະຂອງພວກເຮົາ ໃນເດືອນຕຸລາ ປີຜ່ານມາ ທີ່ນະຄອນຫຼວງພຽງຢາງ.
ຂໍອວຍພອນໃຫ້ ສະຫາຍ ຈົງມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສໍາເລັດອັນໃຫຍ່ຫຼວງກວ່າເກົ່າ ໃນໜ້າທີ່ວຽກງານອັນມີກຽດຂອງ ສະຫາຍ.
ຄໍາເຫັນ