![]() |
ຈຸດປະສົງຂອງກອງປະຊຸມເພື່ອ: (1) ລາຍງານສະພາບລວມຂອງໂຄງການ; (2) ລາຍງານຄວາມຄືບໜ້າຂອງການກະກຽມໂຄງການປັບປຸງຕົວເມືອງໃຫ້ມີຄວາມທົນທານ ແລະ ຍືນຍົງ; (3) ເພື່ອຢືນຢັນບັນ ຊີການຈັດລຽງບຸລິມະສິດກິດຈະກໍາໂຄງການຍ່ອຍ ເພື່ອສຶກສາຄວາມເປັນໄປໄດ້ ພາຍໃຕ້ໂຄງການປັບປຸງຕົວເມືອງໃຫ້ມີຄວາມທົນທານ ແລະ ຍືນຍົງ; (4) ເພື່ອເອກະພາບ ກອບເວລາການຈັດຕັ້ງປະຕິບັດ ການກະ ກຽມໂຄງການດັ່ງກ່າວ ແລະ ທົບທວນແຜນການ, ແນວທາງ ແລະ ວິທີການເຮັດວຽກ ແລະ ການມີສ່ວນຮ່ວມຂອງພາກສ່ວນທີ່ກ່ຽວຂ້ອງ ແລະ ທີມງານທີ່ປຶກສາ.
![]() |
ສຳລັບການກະກຽມໂຄງການໄດ້ຮັບທຶນຊ່ວຍເຫຼືອຈາກທະນາຄານພັດທະນາອາຊີ ໃນມູນຄ່າ 700,000 ໂດລາ. ໂຄງການດັ່ງກ່າວຢູ່ໃນໄລຍະກະກຽມເກັບກໍາຂໍ້ມູນ, ສຶກສາຄວາມເປັນໄປໄດ້ຂອງບັນດາກິດຈະກໍາໂຄງການຍ່ອຍ ປັບປຸງໂຄງລ່າງພື້ນຖານຕົວເມືອງ ເປັນຕົ້ນການວາງແຜນຜັງເມືອງ, ເສັ້ນທາງ, ຮ່ອງລະບາຍນໍ້າ, ຕາຝັ່ງຕ້ານເຈື່ອນ, ຂົວ ແລະ ສະໜາມກໍາຈັດຂີ້ເຫຍື້ອ. ໂຄງການມີຈຸດປະສົງສະໜອງພື້ນຖານໂຄງລ່າງທີ່ມີຄວາມທົນທານ ແລະ ຍືນຍົງ, ປັບປຸງການໃຫ້ບໍລິການໃນຕົວເມືອງເພື່ອຕອບສະໜອງຄວາມຕ້ອງການຂອງຕົວເມືອງ ແລະ ນັກທ່ອງທ່ຽວທີ່ເພີ່ມຂຶ້ນ. ການກະກຽມໂຄງການເລີ່ມແຕ່ເດືອນກັນຍາ 2025 ຫາ ເດືອນສິງຫາ 2026 ຊຶ່ງເມືອງ ແລະ ແຂວງເປົ້າໝາຍຂອງໂຄງການແມ່ນເມືອງໄຊ ແຂວງອຸດົມໄຊ ແລະ ເມືອງນໍ້າທາ ແຂວງຫຼວງນໍ້າທາ.
ຂ່າວ: ກະຊວງ ຍທຂ


ຄໍາເຫັນ