ຜົນໄດ້ຮັບຂອງການຈັດຕັ້ງປະຕິບັດວຽກງານຂອງອົງການອາຫານໂລກ (WFP) ປະຈໍາລາວ ຮ່ວມກັບ ລັດຖະບານລາວ ໃນປີ 2023 ຜ່ານມາ ໄດ້ສ້າງຜົນປະໂຫຍດໃຫ້ແກ່ສັງຄົມລາວ ຜ່ານວຽກງານທີ່ສຸມໃສ່ 4 ເປົ້າໝາຍ ຊຶ່ງໄດ້ລົງທຶນໄປທັງໝົດ 13,7 ລ້ານໂດລາ

ລິເລີ່ມໂຄງການຄຸ້ມຄອງທີ່ດິນແບບຍືນຍົງຢູ່ ສປປ ລາວ

ລິເລີ່ມໂຄງການຄຸ້ມຄອງທີ່ດິນແບບຍືນຍົງຢູ່ ສປປ ລາວ
ຜົນໄດ້ຮັບຂອງການຈັດຕັ້ງປະຕິບັດວຽກງານຂອງອົງການອາຫານໂລກ (WFP) ປະຈໍາລາວ ຮ່ວມກັບ ລັດຖະບານລາວ ໃນປີ 2023 ຜ່ານມາ ໄດ້ສ້າງຜົນປະໂຫຍດໃຫ້ແກ່ສັງຄົມລາວ ຜ່ານວຽກງານທີ່ສຸມໃສ່ 4 ເປົ້າໝາຍ ຊຶ່ງໄດ້ລົງທຶນໄປທັງໝົດ 13,7 ລ້ານໂດລາ ໃນການສະໜັບສະໜູນອາຫານທ່ຽງໃນໂຮງຮຽນ, ສົ່ງເສີມດ້ານໂພຊະນາການ, ການປັບຕົວກັບສະພາບອາກາດ ແລະ ການຄຸ້ມຄອງຄວາມສ່ຽງໄພພິບັດ ລວມເຖິງການຕອບໂຕ້ໄພພິບັດສຸກເສີນ.
ທ້າຍເດືອນມີນາຜ່ານມາກະຊວງກະສິກຳ ແລະ ປ່າໄມ້ ແລະ ອົງການສະວິດ ເພື່ອການພັດທະນາ ແລະ ການຮ່ວມມື ໄດ້ຈັດກອງປະຊຸມຄະນະຊີ້ນໍາໂຄງການຄັ້ງທໍາອິດ ຢູ່ນະຄອນຫຼວງວຽງຈັນ ເພື່ອລິເລີ່ມໂຄງການຄຸ້ມຄອງທີ່ດິນ ແລະ ການລົງທຶນທີ່ຍືນຍົງ ສຳລັບຊີວິດການເປັນຢູ່ທີ່ຍືດຍຸ່ນຕໍ່ກັບການປ່ຽນແປງດິນຟ້າອາກາດ ຕໍ່ໄປນີ້ໂຄງການດັ່ງກ່າວເອີ້ນວ່າ: ໂຄງການຊີວິດຈາກດິນ ຊຶ່ງມີຈຸດປະສົງ ສົ່ງເສີມການຄຸ້ມຄອງທີ່ດິນ ແລະ ການລົງທຶນທີ່ຍືນຍົງ ສຳລັບຊີວິດການເປັນຢູ່ທີ່ຍືດຍຸ່ນຕໍ່ກັບການປ່ຽນແປງດິນຟ້າອາກາດ.ໃນກອງປະຊຸມດັ່່ງກ່າວ ມີບັນດາຜູ້ຕາງໜ້າຈາກກະຊວງ, ສະຖາບັນກ່ຽວຂ້ອງ ແລະ ຜູ້ຕາງໜ້າຈາກປະເທດສະວິດ ແລະ ສູນເພື່ອການພັດທະນາ ແລະ ສິ່ງແວດລ້ອມ ເຂົ້າຮ່ວມ.  
ໂຄງການນີ້ ມີທັງໝົດ 25 ກົມວິຊາການ ຈາກ 6 ກະຊວງຂອງລັດມີສ່ວນຮ່ວມໃນການຈັດຕັ້ງປະຕິບັດ ການທີ່ມີສ່ວນຮ່ວມກັບຫຼາຍຂະແໜງການດັ່ງກ່າວນັ້ນ ມັນສະທ້ອນໃຫ້ເຫັນຄວາມສະຫຼັບສັບຊ້ອນ ຂອງວຽກງານການຄຸ້ມຄອງການນຳໃຊ້ຊັບພະຍາກອນທີ່ດິນ ເພື່ອເປົ້າໝາຍທາງການຄ້າ ໂຄງການຊີວິດຈາກດິນ ແມ່ນສູນເພື່ອການພັດທະນາ ແລະ ສິ່ງແວດລ້ອມ ຂອງມະຫາວິທະຍາໄລເບີນ ປະເທດສະວິດ ເປັນໃຈກາງປະສານງານ ກັບບັນດາຂະແໜງການທີ່ກ່ຽວຂ້ອງ ຂອງລັດຖະບານ ແຫ່ງສປປ ລາວ ໃນການຈັດຕັ້ງປະຕິບັດ ເປົ້າໝາຍຫຼັກ ຂອງໂຄງການແມ່ນເພື່ອຊ່ວຍລັດຖະບານແຫ່ງສປປ ລາວ ໃນການຍົກສູງການຄຸ້ມຄອງທີ່ດິນ ຜ່ານການປັບປຸງຂອດການປະສານງານ ລະຫວ່າງ ຂະແໜງການສົ່ງເສີມຄຸນນະພາບການລົງທຶນໃນຂົງເຂດທີ່ດິນ ແລະ ການຍົກສູງຄວາມຮູ້ ຂີດຄວາມສາມາດ ແລະ ຂະບວນການ ເພື່ອຜົນປະໂຫຍດຂອງຊຸມຊົນທີ່ມີຄວາມບອບບາງ.
ແນວໂນ້ມປັດຈຸບັນ ເຫັນວ່າການນຳໃຊ້ທີ່ດິນຜະລິດເປັນສິນຄ້າ ແມ່ນໄດ້ປະກອບສ່ວນອັນສຳຄັນ ໃຫ້ແກ່ການເຕີບໂຕຂອງເສດຖະກິດຢູ່ ສປປ ລາວ ແຕ່ເຫັນວ່າການນຳໃຊ້ທີ່ດິນດັ່ງກ່າວ ແມ່ນມັກຈະມາພ້ອມກັບຄວາມສ່ຽງ ເຊັ່ນ: ຄວາມບໍ່ຍືນຍົງ ລວມມີການສູນເສຍສິດທິການນຳໃຊ້ຊັບພະຍາກອນທຳມະຊາດ ຂອງປະຊາຊົນຢູ່ຊົນນະບົດ ການນໍາໃຊ້ເຕັກນິກທີ່ສ້າງຜົນເສຍຕໍ່ກັບທີ່ດິນ ມົນລະພິດຈາກການນໍາໃຊ້ສານເຄມີກະສິກໍາ ຊຶ່ງໄດ້ກາຍເປັນສິ່ງທ້າທາຍໃຫ້ແກ່ຄວາມໝັ້ນຄົງດ້ານຊີວິດການເປັນຢູ່ຂອງຊາວກະສິກອນຢູ່ຊົນນະບົດ ມົນລະພິດດ້ານສິ່ງແວດລ້ອມ ແລະ ການຫຼຸຸດລົງຢ່າງໄວວາຂອງຄວາມອຸດົມສົມບູນຂອງດິນ. ນອກຈາກນັ້ນ, ການປ່ຽນແປງດິນຟ້າອາກາດ ຊຶ່ງສະແດງອອກຜ່ານໄພພິບັດນໍ້າຖ້ວມ, ຝົນຕົກໜັກ ແລະ ໄພແຫ້ງແລ້ງທີ່ແກ່ຍາວ ໄດ້ເຮັດໃຫ້ມີການແຂ່ງຂັນການນຳໃຊ້ທີ່ດິນຢູ່ ສປປ ລາວ ເພີ່ມຂຶ້ນ. ໂຄງການຊີວິດຈາກດິນແນໃສ່ສ້າງຂີດຄວາມສາມາດ ຂອງລັດຖະບານ ແຫ່ງສປປ ລາວ ໃນການນຳໃຊ້ເຄື່ອງມື ຂໍ້ມູນ-ຂ່າວສານ ແລະ ຄວາມຮູ້ອັນໃໝ່ໃນການກຳນົດແນວທາງການຄຸ້ມຄອງການນຳໃຊ້ທີ່ດິນສຳລັບເປົ້າໝາຍທາງການຄ້າໃຫ້ຍື່ນຍົງ.
ທ່ານ ທັດສະກາ ສະພັງທອງ ຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງກະສິກຳ ແລະ ປ່າໄມ້ ທັງເປັນຮອງປະທານຄະນະຊີ້ນໍາໂຄງການ ຕາງໜ້າໃຫ້ລັດຖະບານ ແຫ່ງສປປ ລາວ ໄດ້ກ່າວວ່າ: ໂຄງການນີ້ ແມ່ນສອດຄ່ອງກັບ ຍຸດທະສາດການພັດທະນາກະສິກຳ ຮອດປີ 2025 ແລະ ວິໄສທັດ 2030 ຂອງລັດຖະບານ ທ່ານໄດ້ເນັ້ນເຖິງຄວາມສໍາຄັນ ຂອງໂຄງການຊີວິດຈາກດິນຕໍ່ກັບການພັດທະນາເສດຖະກິດ-ສັງຄົມ ແລະ ການຮັບປະກັນການຄຸ້ມຄອງທີ່ດິນທີ່ຍືນຍົງ ຂອງປະເທດ.
ທ່ານ ກາບຣີລ ດັສ (Jean-Gabriel Duss)ຫົວໜ້າ ອົງການສະວິດ ເພື່ອການພັດທະນາ ແລະ ການຮ່ວມມືປະຈຳພາກພື້ນແມ່ນໍ້າຂອງ ຕາງໜ້າໃຫ້ປະເທດສະວິດ ກ່າວວ່າ: ຂ້າພະເຈົ້າເຊື່ອໝັ້ນ ໂຄງການນີ້ ຈະປະກອບສ່ວນໃນການສົ່ງເສີມການເຕີບໂຕທາງດ້ານເສດຖະກິດ ໃຫ້ມີປະສິດທິຜົນ ສະອາດ ທົ່ວເຖິງ ແລະ ຍືດຍຸ່ນຕໍ່ກັບການປ່ຽນແປງດິນຟ້າອາກາດ ຊຶ່ງມັນສອດຄ່ອງກັບບຸລິມະສິດ ຂອງປະເທດສະວິດ ຢູ່ໃນພາກພື້ນແມ່ນໍ້າຂອງ
ທ່ານຍັງກ່າວຕື່ມວ່າ: ປະເທດສະວິດມີຄວາມມຸ່ງໝັ້ນ ທີ່ຈະສະໜັບສະໜູນ ສປປ ລາວ ໃນການບັນລຸການພັດທະນາທີ່ຍືນຍົງ ແລະ ທົ່ວເຖິງ ໂດຍສະເພາະແມ່ນການລົງທຶນເຂົ້າໃນການຄຸ້ມຄອງທີ່ດິນທີ່ຍືນຍົງ ແລະ ຊີວິດການເປັນຢູ່ທີ່ສາມາດຍືດຍຸ່ນຕໍ່ກັບການປ່ຽນແປງດິນຟ້າອາກາດ ຊຶ່ງມັນເປັນສິ່ງສຳຄັນໃນການຮັບປະກັນ ບໍ່ໃຫ້ຜູ້ໃດຖືກປະໄວ້ຂ້າງຫຼັງ.  
ຂ່າວ-ພາບ:ສອນເພັດ

ຄໍາເຫັນ

ຂ່າວການຮ່ວມມື

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ໃນວັນທີ 18 ທັນວາ 2025 ທີ່ແຂວງເຊກອງ, ທ່ານ ໄມໂຄ ຣີຣ່າ ເລຂານຸການໂທ, ຮັບຜິດຊອບວຽກງານການຄ້າ ແລະ ການລົງທຶນ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໂດຍການຕ້ອນຮັບ ຂອງທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ມີຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ໃນວັນທີ 17 ທັນວານີ້, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານນາງ ເບ່ເນ່ດິກ ເດ່ຊັອງ(Bénédicte Deschamps), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ຝຣັ່ງ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ວັນທີ 16 ທັນວານີ້, ຄະນະຜູ້ແທນ ຄະນະໂຄສະນາອົບຮົມ 3 ແຂວງພາກເໜືອຄື: ຫຼວງພະບາງ ອຸດົມໄຊ ແລະ ແຂວງຜົ້ງສາລີ, ນຳໂດຍ ທ່ານ ສົມຈິດ ສິງລໍຄຳ ຮອງຫົວຄະນະໂຄສະນາອົບຮົມແຂວງຫຼວງພະບາງ ເພື່ອເຄື່ອນໄຫວພົບປະແລກປ່ຽນບົດຮຽນ ກັບ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງດຽນບຽນ ສສ ຫວຽດນາມ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ດ້ວຍໄມຕີຈິດມິຕະພາບຈາກ ທ່ານ ລີລີ ຊ້າ ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ຄະນະບໍລິຫານງານພັກແຂວງດຽນບຽນ ພ້ອມດ້ວຍຄະນະ.
ເພີ່ມເຕີມ