ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີ (ລມຕ) ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມພົບປະຂອງ ທ່ານ ນັດສຶໂອະ ຢາມາກູຈິ (Natsuo YAMAGUCHI)

ລມຕ ກະຊວງ ຮສສ ຕ້ອນຮັບຜູ້ແທນຂັ້ນສູງພັກໂຄເມໂຕະ

ລມຕ ກະຊວງ ຮສສ ຕ້ອນຮັບຜູ້ແທນຂັ້ນສູງພັກໂຄເມໂຕະ
ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີ (ລມຕ) ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມພົບປະຂອງ ທ່ານ ນັດສຶໂອະ ຢາມາກູຈິ (Natsuo YAMAGUCHI) ປະທານພັກໂຄເມໂຕະ ສະມາຊິກສະພາສູງຍີ່ປຸ່ນ ພ້ອມຄະນະ ໃນວັນທີ 12 ກໍລະກົດ ຜ່ານມາ ທີ່ເຮືອນຮັບແຂກກະຊວງດັ່ງກ່າວ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-13 ກໍລະກົດ 2024.

ໂອກາດດັ່ງກ່າວ, ທ່ານນາງ ໃບຄຳ ຂັດທິຍະ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ລາຍງານກ່ຽວກັບການຮ່ວມມືລະຫວ່າງກະຊວງ ຮສສ ແລະ ລັດ ຖະບານປະເທດຍີ່ປຸ່ນ ໃນໄລຍະຜ່ານມາໃຫ້ທ່ານ ນັດສຶໂອະ ຢາມາກູຈິ ຮັບຊາບໂດຍສະ ເພາະກະຊວງ ຮສສ ໄດ້ຮ່ວມມື ແລະ ໄດ້ຮັບການຊ່ວຍເຫຼືອຈາກລັດ ຖະບານຍີ່ປຸ່ນ ໂດຍຜ່ານການຮ່ວມມືສອງຝ່າຍ ແລະ ຜ່ານອົງການຈັດ ຕັ້ງສາກົນຕ່າງໆ ເປັນ ຕົ້ນ 1. ໄດ້ຈັດຕັ້ງປະຕິບັດເນື້ອໃນບົດບັນທຶກການຮ່ວມມື ວ່າດ້ວຍໂຄງການແລກປ່ຽນການຝຶກອົບຮົມດ້ານວິຊາການໃຫ້ແກ່ແຮງງານລາວໄປເຮັດວຽກຢູ່ຍີ່ປຸ່ນລະຫວ່າງກະຊວງ ຮສສ ສປປ ລາວ ແລະ ກະ ຊວງຍຸຕິທຳ, ກະຊວງການຕ່າງປະເທດ ແລະ ກະຊວງສາທາລະນະສຸກ-ແຮງງານ ແລະ ສະ ຫວັດດີການສັງຄົມປະ ເທດຍີ່ປຸ່ນ ສະບັບເຊັນປີ 2016 ຊຶ່ງຈຸດປະສົງຂອງບົດບັນທຶກການຮ່ວມມືສະບັບດັ່ງກ່າວແນໃສ່ຖ່າຍທອດຄວາມຮູ້ດ້ານສີມືແຮງງານ ແລະ ທັກສະສີມືຂອງຍີ່ປຸ່ນໃຫ້ແກ່ ສປປ ລາວ ໂດຍຜ່ານໂຄງການແລກປ່ຽນຝຶກອົບຮົມດ້ານວິຊາການດ້ວຍຮູບການຈັດສົ່ງແຮງງານລາວໄປຝຶກອົບຮົມຢູ່ປະເທດຍີ່ປຸ່ນ. ຜ່ານການຈັດຕັ້ງປະຕິບັດໃນໄລຍະປີ 2016 ເຖິງປັດຈຸບັນສາມາດຈັດສົ່ງແຮງງານລາວໄປຝຶກເພື່ອເຮັດວຽກຢູ່ປະເທດຍີ່ປຸ່ນໄດ້ທັງໝົດ 1.083 ຄົນ ຍິງ 380 ຄົນ. ໃນນີ້, ເຮັດວຽກໃນຂົງເຂດກະສິກຳ 658 ຄົນ, ອຸດສາຫະກໍາ 376 ຄົນ ແລະ ການບໍລິການບໍລິ ການ 49 ຄົນ; 2. ໄດ້ຈັດຕັ້ງປະຕິບັດບົດບັນທຶກການຮ່ວມມືຈັດສົ່ງແຮງງານລາວໄປຝຶກອົບຮົມຢູ່ປະເທດຍີ່ປຸ່ນພາຍໃຕ້ສະຖານະພາບທີ່ຢູ່ອາໄສໃໝ່ທັກສະສີມືແຮງງານສະເພາະລະຫວ່າງ ກະຊວງ ຮສສ ລາວ ຮ່ວມກັບກະຊວງຍຸຕິທຳ, ກະຊວງການຕ່າງປະເທດ, ກະຊວງສາທາລະນະສຸກ-ແຮງງານ ແລະ ສະຫວັດດີການ ປະເທດຍີ່ປຸ່ນ ສະບັບເຊັນໃນເດືອນກໍລະກົດ 2022 ທີ່ນະຄອນຫຼວງວຽງຈັນ ຊຶ່ງຜ່ານການຈັດຕັ້ງປະຕິບັດ 6 ເດືອນຕົ້ນປີ 2024 ສາມາດຈັດສົ່ງແຮງງານລາວໄປຝຶກອົບຮົມຢູ່ປະເທດຍີ່ປຸ່ນ ໄດ້ທັງໝົດ 344 ຄົນ ຍິງ 139 ຄົນ. ໃນນີ້, ເຮັດວຽກໃນຂົງເຂດກະສິກຳ 63 ຄົນ, ອຸດສາຫະກຳ 252 ຄົນ ແລະ ການບໍລິການ 57 ຄົນ. ໃນນັ້ນ, ໂຄງການຊ່ວຍເຫຼືອໂດຍຜ່ານອົງການຈັດຕັ້ງສາກົນຕ່າງໆ ໃນໄລຍະ 2021-2024, ກະຊວງ ຮສສ ໄດ້ຮັບການຊ່ວຍເຫຼືອທາງດ້ານງົບປະມານ ແລະ ເຕັກນິກວິຊາການ ຈາກລັດຖະບານປະເທດຍີ່ປຸ່ນ ໂດຍຜ່ານອົງການຈັດຕັ້ງສາກົນລະຫວ່າງລັດຖະບານ ແລະ ອົງການຈັດຕັ້ງສາກົນຕ່າງໆເປັນຕົ້ນ ອົງການ JICA, ADDP, JMAS, JICS ແລະ AAR ເພື່ອປະກອບສ່ວນເຂົ້າໃນວຽກງານແຮງງານ, ວຽກສະຫວັດດີການສັງຄົມ ແລະ ວຽກງານສໍາຫຼວດ ແລະ ກວດກູ້ບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ຊຶ່ງລວມມີ 6 ໂຄງ ການລວມມູນຄ່າທັງໝົດ 12.414.407 ໂດລາ.

ທ່ານນາງ ໃບຄຳ ຂັດທິຍະ ໄດ້ລາຍງານຕື່ມວ່າ: ສຳລັບແຜນການຮ່ວມມືຕໍ່ໜ້າຈະສືບຕໍ່ຊຸກຍູ້ ແລະ ສະໜັບສະໜູນການຈັດຕັ້ງປະຕິບັດເນື້ອໃນບົດບັນທຶກຄວາມເຂົ້າໃຈລາວ - ຍີ່ປຸ່ນ ວ່າດ້ວຍການຝຶກອົບຮົມດ້ານວິຊາການໃຫ້ແກ່ແຮງງານລາວໄປເຮັດວຽກຢູ່ຍີ່ປຸ່ນທີ່ລັດຖະບານສອງປະເທດ ໄດ້ຮ່ວມລົງນາມກັນ ແລະ ການຜັນຂະຫຍາຍເນື້ອໃນບົດບັນທຶກການຮ່ວມມືຈັດສົ່ງແຮງງານລາວໄປຝຶກອົບຮົມຢູ່ປະເທດຍີ່ປຸ່ນ ພາຍໃຕ້ສະຖານະການຢູ່ອາໄສໃໝ່ ທັກສະສີມືແຮງງານສະເພາະ ຊຶ່ງສອງຝ່າຍໄດ້ຮ່ວມລົງນາມໃນປີ 2023 ແລະ ຍັງສະເໜີລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການສະໜັບສະໜູນດ້ານວິຊາການ ແລະ ອຸປະກອນຕ່າງໆ ເພື່ອຮັບໃຊ້ເຂົ້າໃນວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ໂດຍສະເພາະວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກດ້ວຍການນໍາໃຊ້ກົນຈັກທໍາລາຍລະເບີດລູກຫວ່ານ ເນື່ອງຈາກເຫັນວ່າການນໍາໃຊ້ກົນຈັກດັ່ງກ່າວມີປະສິດທິຜົນສູງ.

ທ່ານ ນັດສຶໂອະ ຢາມາກູຈິ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຕໍ່ທ່ານ ລມຕ ກະຊວງ ຮສສ ພ້ອມແຈ້ງໃຫ້ຊາບ ກ່ຽວກັບສະພາບພົ້ນເດັ່ນພາຍໃນພັກໂຄເມໂຕະ ປະເທດຍີ່ປຸ່ນ ໂດຍສະເພາະຜົນສຳເລັດໃນການສ້າງສາ ແລະ ພັດທະນາເສດຖະກິດ-ສັງ ຄົມຂອງຍີ່ປຸ່ນ, ການ ເຄື່ອນໄຫວຕ່າງປະເທດທີ່ພົ້ນເດັ່ນໃນໄລຍະຜ່ານມາ ແລະ ຍິນດີສືບຕໍ່ຊຸກຍູ້ລັດຖະບານຍີ່ປຸ່ນໃນການຊ່ວຍເຫຼືອແກ່ສປປ ລາວ ໃນດ້ານຕ່າງໆໂດຍສະເພາະວຽກງານໄພພິບັດ, ການພັດທະນາ (ODA), ວຽກງານການເກັບກູ້ລະເບີດບໍ່ທັນແຕກ (UXO) ແລະ ອື່ນໆ.

(ຂ່າວ-ພາບ: ວັນເພັງ)

ຄໍາເຫັນ

ຂ່າວການຮ່ວມມື

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ໃນວັນທີ 18 ທັນວາ 2025 ທີ່ແຂວງເຊກອງ, ທ່ານ ໄມໂຄ ຣີຣ່າ ເລຂານຸການໂທ, ຮັບຜິດຊອບວຽກງານການຄ້າ ແລະ ການລົງທຶນ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໂດຍການຕ້ອນຮັບ ຂອງທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ມີຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ໃນວັນທີ 17 ທັນວານີ້, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານນາງ ເບ່ເນ່ດິກ ເດ່ຊັອງ(Bénédicte Deschamps), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ຝຣັ່ງ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ວັນທີ 16 ທັນວານີ້, ຄະນະຜູ້ແທນ ຄະນະໂຄສະນາອົບຮົມ 3 ແຂວງພາກເໜືອຄື: ຫຼວງພະບາງ ອຸດົມໄຊ ແລະ ແຂວງຜົ້ງສາລີ, ນຳໂດຍ ທ່ານ ສົມຈິດ ສິງລໍຄຳ ຮອງຫົວຄະນະໂຄສະນາອົບຮົມແຂວງຫຼວງພະບາງ ເພື່ອເຄື່ອນໄຫວພົບປະແລກປ່ຽນບົດຮຽນ ກັບ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງດຽນບຽນ ສສ ຫວຽດນາມ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ດ້ວຍໄມຕີຈິດມິຕະພາບຈາກ ທ່ານ ລີລີ ຊ້າ ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ຄະນະບໍລິຫານງານພັກແຂວງດຽນບຽນ ພ້ອມດ້ວຍຄະນະ.
ເພີ່ມເຕີມ