ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີ (ລມຕ) ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມພົບປະຂອງ ທ່ານ ນັດສຶໂອະ ຢາມາກູຈິ (Natsuo YAMAGUCHI)

ລມຕ ກະຊວງ ຮສສ ຕ້ອນຮັບຜູ້ແທນຂັ້ນສູງພັກໂຄເມໂຕະ

ລມຕ ກະຊວງ ຮສສ ຕ້ອນຮັບຜູ້ແທນຂັ້ນສູງພັກໂຄເມໂຕະ
ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີ (ລມຕ) ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມພົບປະຂອງ ທ່ານ ນັດສຶໂອະ ຢາມາກູຈິ (Natsuo YAMAGUCHI) ປະທານພັກໂຄເມໂຕະ ສະມາ ຊິກສະພາສູງຍີ່ປຸ່ນ ພ້ອມຄະນະ ໃນວັນທີ 12 ກໍລະກົດຜ່ານມາ ທີ່ເຮືອນຮັບແຂກກະຊວງດັ່ງກ່າວ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-13 ກໍລະກົດ 2024.

ໂອກາດດັ່ງກ່າວ, ທ່ານນາງ ໃບຄຳ ຂັດທິຍະ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ລາຍງານກ່ຽວກັບການຮ່ວມມືລະຫວ່າງກະຊວງ ຮສສ ແລະ ລັດ ຖະບານປະເທດຍີ່ປຸ່ນ ໃນໄລຍະຜ່ານມາໃຫ້ທ່ານ ນັດສຶໂອະ ຢາມາກູຈິ ຮັບຊາບ ໂດຍສະເພາະກະຊວງ ຮສສ ໄດ້ຮ່ວມມື ແລະ ໄດ້ຮັບການຊ່ວຍເຫຼືອຈາກລັດ ຖະບານຍີ່ປຸ່ນ ໂດຍຜ່ານການຮ່ວມມືສອງຝ່າຍ ແລະ ຜ່ານອົງການຈັດ ຕັ້ງສາກົນຕ່າງໆ ເປັນຕົ້ນ 1) ໄດ້ຈັດຕັ້ງປະຕິ ບັດເນື້ອໃນບົດບັນທຶກການຮ່ວມມື ວ່າດ້ວຍໂຄງການແລກປ່ຽນການຝຶກອົບຮົມດ້ານວິຊາການໃຫ້ແກ່ແຮງງານລາວໄປເຮັດວຽກຢູ່ຍີ່ປຸ່ນລະຫວ່າງກະຊວງ ຮສສ ສປປ ລາວ ແລະ ກະ ຊວງຍຸຕິທຳ, ກະຊວງການຕ່າງປະເທດ ແລະ ກະຊວງສາທາລະນະສຸກ-ແຮງງານ ແລະ ສະ ຫວັດດີການສັງຄົມປະ ເທດຍີ່ປຸ່ນ ສະບັບເຊັນປີ 2016 ຊຶ່ງຈຸດປະສົງຂອງບົດບັນທຶກການຮ່ວມມືສະບັບດັ່ງກ່າວແນໃສ່ຖ່າຍຖອດຄວາມຮູ້ດ້ານສີມືແຮງງານ ແລະ ທັກສະສີມືຂອງຍີ່ປຸ່ນໃຫ້ແກ່ສປປ ລາວ ໂດຍຜ່ານໂຄງການແລກປ່ຽນຝຶກອົບຮົມດ້ານວິຊາການດ້ວຍຮູບການຈັດສົ່ງແຮງງານລາວໄປຝຶກອົບຮົມຢູ່ປະເທດຍີ່ປຸ່ນ. ຜ່ານການຈັດຕັ້ງປະຕິ ບັດໃນໄລຍະປີ 2016 ເຖິງປັດຈຸບັນສາມາດຈັດສົ່ງແຮງງານລາວໄປຝຶກເພື່ອເຮັດວຽກຢູ່ປະເທດ ຢີປຸ່ນໄດ້ທັງໝົດ 1.083 ຄົນ, ຍິງ 380 ຄົນ. ໃນນີ້, ເຮັດວຽກໃນຂົງເຂດກະສິກຳ 658 ຄົນ, ອຸດສາຫະກໍາ 376 ຄົນ ແລະ ການບໍລິການບໍລິ ການ 49 ຄົນ; 2) ໄດ້ຈັດຕັ້ງປະຕິບັດບົດບັນທຶກການຮ່ວມມືຈັດສົ່ງແຮງງານລາວໄປຝຶກອົບຮົມຢູ່ປະເທດຍີ່ປຸ່ນພາຍໃຕ້ສະຖານະພາບທີ່ຢູ່ອາ ໄສໃໝ່ທັກສະສີມືແຮງງານສະເພາະລະຫວ່າງກະຊວງ ຮສສ ລາວ ຮ່ວມກັບກະຊວງຍຸຕິທຳ, ກະຊວງການຕ່າງປະ ເທດ, ກະຊວງສາທາ ລະນະສຸກ-ແຮງງານ ແລະ ສະຫວັດດີການປະເທດຍີ່ປຸ່ນສະບັບເຊັນໃນເດືອນກໍລະກົດ 2022 ທີ່ນະຄອນຫຼວງວຽງຈັນ ຊຶ່ງຜ່ານການ ຈັດຕັ້ງປະຕິບັດ 6 ເດືອນຕົ້ນປີ 2024 ສາມາດຈັດສົ່ງແຮງງານລາວໄປຝຶກອົບຮົມຢູ່ປະເທດຍີ່ປຸ່ນ ໄດ້ທັງໝົດ 344 ຄົນ, ຍິງ 139 ຄົນ. ໃນນີ້, ເຮັດວຽກໃນຂົງເຂດກະສິກຳ 63 ຄົນ, ອຸດ ສາຫະກຳ 252 ຄົນ ແລະ ການບໍລິການ 57 ຄົນ. ໃນນັ້ນ, ໂຄງການຊ່ວຍເຫຼືອໂດຍຜ່ານອົງການຈັດຕັ້ງສາກົນຕ່າງໆ ໃນໄລຍະ 2021-2024, ກະຊວງ ຮສສ ໄດ້ຮັບການຊ່ວຍເຫຼືອທາງດ້ານງົບປະມານ ແລະ ເຕັກ ນິກວິຊາການຈາກລັດ ຖະບານປະເທດຍີ່ປຸ່ນ ໂດຍຜ່ານອົງການຈັດຕັ້ງສາກົນລະຫວ່າງລັດຖະ ບານ ແລະ ອົງການຈັດ ຕັ້ງສາກົນຕ່າງໆເປັນຕົ້ນ ອົງການ JICA, ADDP, JMAS, JICS ແລະ AAR ເພື່ອປະກອບສ່ວນເຂົ້າໃນວຽກງານແຮງງານ, ວຽກສະຫວັດດີການສັງຄົມ ແລະ ວຽກງານສໍາຫຼວດ ແລະ ກວດກູ້ບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ສປປ ລາວ ຊຶ່ງລວມມີ 6 ໂຄງ ການລວມມູນຄ່າທັງ ໝົດ 12.414.407 ໂດລາ.

ທ່ານນາງ ໃບຄຳ ຂັດທິຍະ ໄດ້ລາຍງານຕື່ມວ່າ: ສຳລັບແຜນການຮ່ວມມືຕໍ່ໜ້າຈະສືບຕໍ່ຊຸກຍູ້ ແລະ ສະໜັບສະໜູນການຈັດຕັ້ງປະຕິບັດເນື້ອໃນບົດບັນທຶກຄວາມເຂົ້າໃຈລາວ- ຍີ່ປຸ່ນ ວ່າດ້ວຍການຝຶກອົບຮົມດ້ານວິຊາການໃຫ້ແກ່ແຮງງານລາວໄປເຮັດວຽກຢູ່ຍີ່ປຸ່ນທີ່ລັດຖະ ບານສອງປະເທດໄດ້ ຮ່ວມລົງນາມກັນ ແລະ ການຜັນຂະຫຍາຍເນື້ອໃນບົດບັນທຶກການຮ່ວມມືຈັດສົ່ງແຮງງານລາວໄປຝຶກອົບຮົມຢູ່ປະ ເທດຍີ່ປຸ່ນ ພາຍໃຕ້ສະ ຖານະການຢູ່ອາໄສໃໝ່ ທັກສະສີມືແຮງງານສະ ເພາະ ຊຶ່ງສອງຝ່າຍໄດ້ຮ່ວມລົງນາມໃນປີ 2023 ແລະ ຍັງສະເໜີລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການສະໜັບສະໜູນດ້ານວິຊາການ ແລະ ອຸ ປະກອນຕ່າງໆ ເພື່ອຮັບໃຊ້ເຂົ້າໃນວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ໂດຍສະເພາະວຽກງານແກ້ໄຂບັນຫາລະ ເບີດບໍ່ທັນແຕກດ້ວຍການນໍາໃຊ້ກົນຈັກທໍາລາຍລະເບີດລູກຫວ່ານ ເນື່ອງຈາກເຫັນວ່າການ ນໍາໃຊ້ກົນຈັກດັ່ງກ່າວມີປະສິດທິຜົນສູງ.

ທ່ານ ນັດສຶໂອະ ຢາມາກູຈິ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຕໍ່ທ່ານ ລມຕ ກະຊວງ ຮສສ ພ້ອມແຈ້ງໃຫ້ຊາບ ກ່ຽວກັບສະພາບພົ້ນເດັ່ນພາຍໃນພັກໂຄເມໂຕະ ປະເທດຍີ່ປຸ່ນ ໂດຍສະເພາະຜົນສຳເລັດໃນການສ້າງສາ ແລະ ພັດ ທະນາເສດຖະກິດ-ສັງ ຄົມຂອງຍີ່ປຸ່ນ, ການ ເຄື່ອນໄຫວຕ່າງປະເທດທີ່ພົ້ນເດັ່ນໃນໄລຍະຜ່ານມາ ແລະ ຍິນດີສືບຕໍ່ຊຸກຍູ້ລັດຖະບານຍີ່ປຸ່ນໃນການຊ່ວຍເຫຼືອແກ່ສປປ ລາວ ໃນດ້ານຕ່າງໆໂດຍສະເພາະວຽກງານໄພພິບັດ, ການພັດ ງທະນາ (ODA), ວຽກງານການເກັບກູ້ລະເບີດບໍ່ທັນແຕກ (UXO) ແລະ ອື່ນໆ.

(ຂ່າວ-ພາບ: ວັນເພັງ)

ຄໍາເຫັນ

ຂ່າວການຮ່ວມມື

ລາວ ແລະ ການາດາ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ລາວ ແລະ ການາດາ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ຫວ່າງມໍ່ໆມານີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານນາງ ອານິຕາ ອານັນ (Anita Anand) ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ການາດາ, ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ ຜ່ານມາ ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ລາວ ແລະ ຕວັກກີພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ລາວ ແລະ ຕວັກກີພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ຫວ່າງບໍ່ດົນມານີ້, ທ່ານ ທອງສະຫວັນ ພົມວິຫານລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານຮາກັນຟີດານ(Hakan FIDAN) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຕວັກກີ,ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58, ກອງປະຊຸມເວທີພາກພື້ນອາຊຽນ ຄັ້ງທີ 32 ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ 2025 ທີ່ ກົວລາລໍາເປີ ປະເທດມາລເຊຍ.
ທູດລາວ ຍື່ນສານຕາຕັ້ງເປັນຜູ້ຕາງໜ້າຖາວອນປະຈໍາອົງການ ສປຊ ຄົນໃໝ່

ທູດລາວ ຍື່ນສານຕາຕັ້ງເປັນຜູ້ຕາງໜ້າຖາວອນປະຈໍາອົງການ ສປຊ ຄົນໃໝ່

ໃນວັນທີ 11 ກໍລະກົດຜ່ານມານີ້, ທ່ານ ທອງຜ່ານ ສະຫວັນເພັດ ເອກອັກຄະລັດຖະທູດຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການສະຫະປະຊາຊາດ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ທ່ານ ອັນໂຕນິໂອ ກູເຕເຣດ ເລຂາທິການໃຫຍ່ອົງການ ສປຊ, ເພື່ອດໍາລົງຕໍາແໜ່ງເປັນຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ຄົນໃໝ່ ປະຈໍາອົງການ ສະຫະປະຊາຊາດ.
ອົດສະຕຣາລີສະໜັບສະໜູນສື່ມວນຊົນລາວເພື່ອເປັນພື້ນຖານໃນການສ້າງສັງຄົມທີ່ເຂັ້ມແຂງ

ອົດສະຕຣາລີສະໜັບສະໜູນສື່ມວນຊົນລາວເພື່ອເປັນພື້ນຖານໃນການສ້າງສັງຄົມທີ່ເຂັ້ມແຂງ

ໃນວັນທີ15 ກໍລະກົດນີ້, ທ່ານ ເມແກັນຈອນສເອກອັກຄະລັດຖະທູດອົດສະຕຣາລີ ໄດ້ພົບປະຮ່ວມກັບທ່ານ ຄຳພັນເຜີຍຍະວົງຄະນະເລຂາທິການສູນກາງພັກຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ,ເພື່ອປຶກສາຫາລືການເຕີບໃຫຍ່ຂະຫຍາຍຕົວຂອງການຮ່ວມມືລະຫວ່າງລາວແລະອົດສະຕຣາລີແລະການສະໜັບສະໜູນຂອງອົດສະຕຣາລີຕໍ່ຂະແໜງສື່ມວນຊົນຂອງລາວ. ການພົບປະຄັ້ງນີ້, ສອງຝ່າຍໄດ້ເຫັນດີສືບຕໍ່ຮັດການຮ່ວມມືໃນຂະແໜງສື່ມວນເພື່ອຊຸກຍູ້ສາຍພົວພັນລະຫວ່າງສອງປະເທດພາຍໃຕ້ກອບການເປັນຄູ່ຮ່ວມມືຮອບດ້ານລາວ-ອົດສະຕຣາລີ.
ສະຫຼອງ ສາຍພົວພັນການທູດລາວ-ຟີລິບປິນຄົບຮອບ 70 ປີ

ສະຫຼອງ ສາຍພົວພັນການທູດລາວ-ຟີລິບປິນຄົບຮອບ 70 ປີ

ງານລ້ຽງສະເຫຼີມສະຫຼອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ຟິລິບປິນແລະ ວັນຊາດ ແຫ່ງ ສາທາລະນະລັດຟີລິບປິນ ຄົບຮອບ 127 ປີ ໄດ້ຈັດຂຶ້ນໃນຕອນຄໍ່າຂອງວັນທີ 15 ກໍລະກົດ 2025, ທີ່ ໂຮງແຮມ ຄຣາວພລາຊາ, ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມເປັນແຂກກິດຕິມະສັກຂອງ ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ໃນນາມຕາງໜ້າລັດຖະບານ ແຫ່ງ ສປປ ລາວ ແລະ ຕາງໜ້າຝ່າຍ ສ. ຟິລິບປິນ ໂດຍທ່ານ ນາງ ເອລິຊາເບັດເທ (Elizabeth Te), ເອກອັກຄະລັດຖະທູດ ແຫ່ງ ສ.ຟິລິບປິນ ປະຈໍາ ສປປ ລາວ, ພ້ອມທັງມີບັນດາຮອງລັດຖະມົນຕີ, ເຈົ້າໜ້າທີ່ຂັ້ນສູງຂອງລາວ, ທູຕານຸທູດຕ່າງປະເທດ ແລະ ບັນດາອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ ພ້ອມດ້ວຍແຂກຖືກເຊີນຈາກພາກສ່ວນຕ່າງໆເຂົ້າຮ່ວມ.
ທູດລາວ ຍື່ນສານຕາຕັ້ງ ຕໍ່ປະທານາທິບໍດີ ແຫ່ງ ສ. ໂອຕຣິດ

ທູດລາວ ຍື່ນສານຕາຕັ້ງ ຕໍ່ປະທານາທິບໍດີ ແຫ່ງ ສ. ໂອຕຣິດ

ໃນວັນທີ 11 ກໍລະກົດຜ່ານມາ ທີ່ສຳນັກງານປະທານາທິບໍດີນະຄອນຫຼວງວຽນນາ​ ສາທາລະນະລັດ ໂອຕຣິດ,​ ທ່ານ ຄໍາເເພງ ດວງທອງລາ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ທ່ານ ອາເລັກຊານເດີ ຟານເເດ ເບເລນ (H.E. Mr. Alexander Van der Bellen) ປະທານາທິບໍດີ ເເຫ່ງ ສາທາລະນະລັດ ໂອຕຣິດ ເພື່ອດໍາລົງຕໍາເເໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ເເຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈໍາ ສາທາລະນະລັດ ໂອຕຣິດ.
ການນໍາຂັ້ນສູງ ສຊປລ ເຂົ້າຮ່ວມກອງປະຊຸມການພັດທະນາຊາວໜຸ່ມສາກົນ

ການນໍາຂັ້ນສູງ ສຊປລ ເຂົ້າຮ່ວມກອງປະຊຸມການພັດທະນາຊາວໜຸ່ມສາກົນ

ໃນລະຫວ່າງວັນທີ 15-16 ກໍລະກົດນີ້, ການນຳຂັ້ນສູງ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ(ສຊປລ) ໄດ້ເຂົ້າຮ່ວມກອງປະຊຸມການພັດທະນາຊາວໜຸ່ມສາກົນ ປະຈຳປີ 2025 ພາຍໃຕ້ຫົວຂໍ້ “ເສີມຂະຫຍາຍທ່າແຮງຂອງຊາວໜຸ່ມເພື່ອການພັດທະນາໃນໂລກ” ທີ່ເມືອງຊູໂຈ ແຂວງຈຽງຊູ ສປ ຈີນ ຊຶ່ງນໍາພາໂດຍ ທ່ານ ທອງລີ ສີສຸລິດ ຮອງເລຂາຄະນະບໍລິຫານງານ ສຊປລ, ມີບັນດາການນໍາຈາກອົງການຈັດຕັ້ງຊາວໜຸ່ມ, ຜູ້ຕາງໜ້າຊາວໜຸ່ມຈາກ 100 ກວ່າປະເທດ ແລະ 17 ອົງການສາກົນໃນທົ່ວໂລກເຂົ້າຮ່ວມ.
ໜັງສືພິມປະຊາຊົນ ຕ້ອນຮັບຫົວໜ້າສູນວັດທະນະທໍາຈີນປະຈໍາລາວ ຄົນໃໝ່

ໜັງສືພິມປະຊາຊົນ ຕ້ອນຮັບຫົວໜ້າສູນວັດທະນະທໍາຈີນປະຈໍາລາວ ຄົນໃໝ່

ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ ໄດ້ຕ້ອນຮັບ ແລະ ພົບປະທ່ານ ຫຼົວເວິ້ຍຈ້ຽນ ຫົວໜ້າສູນວັດທະນະທໍາຈີນປະຈໍາ ສປປ ລາວ ໃນວັນທີ 15 ກໍລະກົດ ຜ່ານມາ ທີ່ສໍານັກງານໜັງສືພິມປະຊາຊົນ ໃນໂອກາດທີ່ທ່ານ ຫຼົວເວິ້ຍຈ້ຽນ ຖືກແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເປັນຫົວໜ້າສູນວັດທະນະທໍາຈີນປະຈໍາ ສປປ ລາວ ຄົນໃໝ່.
ກອງປະຊຸມອົງການໄອຍະການລາວ-ກໍາປູເຈຍ ຄັ້ງທີ I

ກອງປະຊຸມອົງການໄອຍະການລາວ-ກໍາປູເຈຍ ຄັ້ງທີ I

ກອງປະຊຸມອົງການໄອຍະການລາວ-ກໍາປູເຈຍ ຄັ້ງທີ I ວ່າດ້ວຍການຮ່ວມມືໃນການຕ້ານອາຊະຍາກໍາຂ້າມ ຊາດ ໂດຍສະເພາະການຄ້າຂາຍຢາເສບຕິດ ຈັດຂຶ້ນໃນວັນທີ 15 ກໍລະກົດ ຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍ ການໃຫ້ກຽດເປັນປະທານຮ່ວມຂອງທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ອອປສ) ແຫ່ງ ສປປ ລາວ ແລະ ທ່ານນາງ ເຈຍ ລຽງ ຫົວໜ້າອົງການໄອຍະການສູງສຸດ ປະຈໍາສານສູງສຸດແຫ່ງ ຣາຊະອານາຈັກກໍາປູເຈຍ ພ້ອມດ້ວຍຄະນະຜູ້ແທນສອງຝ່າຍເຂົ້າຮ່ວມ.
ສອງກອງທັບຫາລືກຽມຝຶກຊ້ອມຮ່ວມລາວ-ຣັດເຊຍ “ລາໂຣສ-2025”

ສອງກອງທັບຫາລືກຽມຝຶກຊ້ອມຮ່ວມລາວ-ຣັດເຊຍ “ລາໂຣສ-2025”

ໃນລະຫວ່າງວັນທີ 14-15 ກໍລະກົດນີ້, ຄະນະຜູ້ແທນກະຊວງປ້ອງກັນປະເທດແຫ່ງ ສ ຣັດເຊຍ ນໍາໂດຍສະຫາຍ ພັນເອກ ໂຣເຊນໂກ ອາເລັກເຊ ຮອງຫົວໜ້າກົມອົບຮົມທະຫານເຂດຕາເວັນອອກ ກອງທັບສະຫະພັນຣັດເຊຍ ພ້ອມຄະນະໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງວຽງຈັນ ເພື່ອເສີມຂະຫຍາຍສາຍພົວພັນການຮ່ວມມືຍຸດທະສາດລະຫວ່າງສອງກອງທັບລາວ-ຣັດເຊຍ ບົນພື້ນຖານຄວາມສະເໝີພາບ, ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ ໂດຍການຕ້ອນຮັບຢ່າງອົບອຸ່ນຂອງສະຫາຍ ພົນຈັດຕະວາ ກົງທອງ ສຸຂະວົງ ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ພ້ອມດ້ວຍຄະນະ.
ເພີ່ມເຕີມ