ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ (ລມຕ) ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງທ່ານນາງ ອິນາ ມາຈູລໍນີແຕ (H.E.Ms. InaMarciulionyte) ເອກອັກຄະລັດຖະທູດແຫ່ງສະຫະພາບເອີຣົບ (ທູດເອີຣົບ) ປະຈໍາລາວ

ລມຕ ກະຊວງ ຍທຂ ຕ້ອນຮັບການເຂົ້າຢ້ຽມອໍາລາຂອງທ່ານທູດເອີຣົບປະຈຳລາວ

ລມຕ ກະຊວງ ຍທຂ ຕ້ອນຮັບການເຂົ້າຢ້ຽມອໍາລາຂອງທ່ານທູດເອີຣົບປະຈຳລາວ
ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ (ລມຕ) ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງທ່ານນາງ ອິນາ ມາຈູລໍນີແຕ (H.E.Ms. InaMarciulionyte) ເອກອັກຄະລັດຖະທູດແຫ່ງສະຫະພາບເອີຣົບ (ທູດເອີຣົບ) ປະຈໍາລາວໃນວັນທີ 12 ກໍລະກົດຜ່ານມາ ທີ່ກະຊວງດັ່ງກ່າວ, ໃນໂອກາດທີ່ສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ. ໃນໂອກາດນີ້, ທ່ານ ງາມປະສົງ ເມືອງມະນີ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດໃນການປະຕິບັດໜ້າທີ່ການທູດຕະຫຼອດໄລຍະເວລາດຳລົງຕຳແໜ່ງຢູ່ ສປປ ລາວ ໃນໄລຍະຜ່ານມາ ໂດຍໄດ້ປະກອບສ່ວນເຂົ້າໃນວຽກງານສົ່ງເສີມ ແລະ ຊຸກຍູ້ການພົວພັນຮ່ວມມືໃນຫຼາຍດ້ານລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ ໂດຍສະເພາະການພັດທະນາພື້ນຖານໂຄງລ່າງໃນຂະແໜງໂຍທາທິການ ແລະ ຂົນສົ່ງ ເປັນຕົ້ນວຽກງານການຂົນສົ່ງ, ວຽກງານຂົວທາງ ແລະ ວຽກງານນໍ້າປະປາຜ່ານການຊ່ວຍເຫຼືອ ແລະ ກູ້ຢືມ ເປັນຕົ້ນໂຄງການນໍ້າປະປາຢູ່ບັນດາແຂວງພາກກາງ, ໂຄງການຂົນສົ່ງຕົວເມືອງແບບຍືນຍົງນະຄອນຫຼວງວຽງຈັນ, ໂຄງການກໍ່ສ້າງເສັ້ນທາງຊົນນະບົດແບບຍືນຍົງຢູ່ບັນດາແຂວງ, ໂຄງການຍົກລະດັບທາງຫຼວງແຫ່ງຊາດເລກທີ 13 ໃຕ້, ໂຄງການຍົກລະດັບທາງຫຼວງແຫ່ງຊາດເລກທີ 2E ແລະ ການສ້າງຈິດສຳນຶກເພື່ອການຂັບຂີ່ທີ່ປອດໄພຕາມທາງຫຼວງ.​

ໃນໂອກາດດຽວກັນນີ້, ທ່ານນາງ ອິນາ ມາຈູລໍນີແຕ ໄດ້ສະແດງຄວາມຂອບໃຈຕໍ່ທ່ານລັດຖະມົນຕີກະຊວງ ຍທຂ ທີ່ໄດ້ໃຫ້ການຕ້ອນຮັບໃນຄັ້ງນີ້ ແລະ ສະແດງຄວາມຂອບໃຈຕໍ່ລັດຖະບານ ສປປ ລາວ ກໍຄືພາກສ່ວນກ່ຽວຂ້ອງທີ່ໄດ້ໃຫ້ການສະໜັບສະໜູນ ແລະ ການຮ່ວມມືໃນໄລຍະການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ໄດ້ຮັບຜົນສໍາເລັດເປັນຢ່າງດີ ແລະ ຈະສືບຕໍ່ຮ່ວມມືໃນວຽກງານຂະແໜງການໂຍທາທິການ ແລະ ຂົນສົ່ງ.

(ຂ່າວ-ພາບ: ຍທຂ)

ຄໍາເຫັນ

ຂ່າວການຮ່ວມມື

Vinachemຮ່ວມຮັບໃຊ້ ທ່ານ ໂຮ່ ດຶກ ເຟີກຮອງນາຍົກລັດຖະມົນຕີແຫ່ງ ສສ ຫວຽດາມ  ມາເຮັດວຽກຢູ່ ສປປ ລາວ: ຊຸກຍູ້ການຜັນຂະຫຍາຍໂຄງການບໍ່ເກືອ ກາລີ - ສັນຍາລັກການຮ່ວມມືດ້ານເສດຖະກິດຫວຽດນາມ - ລາວ

Vinachemຮ່ວມຮັບໃຊ້ ທ່ານ ໂຮ່ ດຶກ ເຟີກຮອງນາຍົກລັດຖະມົນຕີແຫ່ງ ສສ ຫວຽດາມ ມາເຮັດວຽກຢູ່ ສປປ ລາວ: ຊຸກຍູ້ການຜັນຂະຫຍາຍໂຄງການບໍ່ເກືອ ກາລີ - ສັນຍາລັກການຮ່ວມມືດ້ານເສດຖະກິດຫວຽດນາມ - ລາວ

ໃນການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງ ທ່ານ ໂຮ່ ດຶກ ເຟິກ ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນວັນທີ 12 ພະຈິກ 2025 ນີ້, ກຸ່ມບໍລິສັດເຄມີຫວຽດນາມ (Vinachem) ເປັນກຽດທີ່ໄດ້ຮ່ວມເດີນທາງມາຮັບໃຊ້ຄະນະຂັ້ນສູງ, ເຂົ້າຮ່ວມບັນດາວຽກງານກັບທ່ານນາຍົກ ແລະ ການນໍາຂອງລັດຖະບານລາວ ແນ່ໃສປຶກສາແລກປ່ຽນ, ຊຸກຍູ້ການຮ່ວມມື ດ້ານການລົງທຶນໃນຂົງເຂດອຸດສາຫະກຳເຄມີ ແລະ ແຮ່ທາດ, ພິເສດແມ່ນ ໂຄງການຂຸດຄົ້ນ ແລະ ປຸງແຕ່ງບໍ່ເກືອ ກາລີ ຢູ່ແຂວງຄໍາມ່ວນ.
ຮອງນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ພົບປະຮ່ວມມືສອງຝ່າຍ

ຮອງນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ພົບປະຮ່ວມມືສອງຝ່າຍ

ໃນວັນທີ 12 ພະຈິກ 2025, ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ, ສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະເຮັດວຽກກັບ ສະຫາຍໂຮ່ ດຶກ ເຝິກ, ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນວັນທີ 12-13 ພະຈິກ 2025.
ສອງກະຊວງການຕ່າງປະເທດ ສປປ ລາວ ແລະ ສປປ ເກົາຫຼີ ສືບຕໍ່ເພີ່ມທະວີຮັດແໜ້ນການພົວພັນຮ່ວມມື

ສອງກະຊວງການຕ່າງປະເທດ ສປປ ລາວ ແລະ ສປປ ເກົາຫຼີ ສືບຕໍ່ເພີ່ມທະວີຮັດແໜ້ນການພົວພັນຮ່ວມມື

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ນາງ ແຈ ຊອນ ຮຸຍ (Choe Son Hui),ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ,ສະຫາຍ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ສປປ ເກົາຫຼີ ຢ່າງເປັນທາງການ ໃນລະຫວ່າງວັນທີ 11-15 ພະຈິກ 2025ເພື່ອສືບຕໍ່ເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສປປ ລາວ ແລະ ສປປ ເກົາຫຼີ ໃຫ້ແໜ້ນແຟ້ນຍິ່ງໆຂື້ນ, ທັງເປັນການສະເຫຼີມສະຫຼອງຄົບຮອບ 60 ປີ ແຫ່ງການພົບປະຄັ້ງທໍາອິດ ລະຫວ່າງ ສະຫາຍ ປະທານ ໄກສອນ ພົມວິຫານ, ຜູ້ນໍາທີ່ແສນເຄົາລົບຮັກຂອງປະຊາຊົນລາວ ແລະ ສະຫາຍ ປະທານ ກິມ ອິນ ຊຸງ, ຜູ້ນໍາທີ່ຍິ່ງໃຫ່ຍຂອງປະຊາຊົນ ສປປ ເກົາຫຼີ ທີ່ ນະຄອນຫຼວງພຽງຢາງ, ສປປ ເກົາຫຼີ ໃນວັນທີ 28 ຕຸລາ 1965ແລະ ຄົບຮອບ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ສປປ ລາວ - ສປປ ເກົາຫຼີ (24 ມິຖຸນາ 1974 – 24 ມິຖຸນາ 2024).
ລມຕ ກະຊວງ ວທ ຮ່ວມກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ເພື່ອການທ່ອງທ່ຽວ ຄັ້ງທີ 26

ລມຕ ກະຊວງ ວທ ຮ່ວມກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ເພື່ອການທ່ອງທ່ຽວ ຄັ້ງທີ 26

ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ເພື່ອ ການທ່ອງທ່ຽວ ຄັ້ງທີ 26 (26th UN Tourism General Assembly) ຊຶ່ງໄດ້ ຈັດຂື້ນ ໃນລະຫວ່າງ ວັນທີ 7-11 ພະຈິກ 2025ຜ່ານມາ ທີ່ນະຄອນຫຼວງຣີຢາດ, ປະເທດອາລັບບີ ຊາອຸດິ. ກອງປະຊຸມ ໄດ້ດໍາ ເນີນ ພາຍ ໃຕ້ການເປັນປະທານຂອງທ່ານ Ahmed AI-Khatib ລັດຖະມົນຕີ ກະຊວງ ທ່ອງ ທ່ຽວ ປະເທດ ອາລັບບີ ຊາອຸດິ ແລະ ເປັນປະທານ ຮ່ວມໂດຍ ມີຜູ້ຕາງໜ້າຈາກແຕ່ລະ ພາກພື້ນ ຈໍາ ນວນ 9 ປະເທດ. ກອງປະ ຊຸມຄັ້ງນີ້ ມີປະເທດສະມາຊິກສົມບູນເຂົ້າຮ່ວມທັງໝົດ 147 ປະເທດ, ຊຶ່ງສະ ມາຊິກສົມບູນທັງໝົດມີ 160 ປະເທດ, ມີບັນ ດາອົງການຈັດຕັ້ງ, ສະຖາບັນການສຶກສາ ແລະ ພາກທຸລະກິດກ່ຽວຂ້ອງຈາກສະພາເຄືອ ຂ່າຍການທ່ອງທ່ຽວໂລກເຂົ້າຮ່ວມ.
ຝຶກອົບຮົມ ຫົວຂໍ້ ການກວດສອບຜົນການຈັດຕັ້ງປະຕິບັດ

ຝຶກອົບຮົມ ຫົວຂໍ້ ການກວດສອບຜົນການຈັດຕັ້ງປະຕິບັດ

ພິທີເປີດ ການຝຶກອົບຮົມກ່ຽວກັບ ວຽກ​ງານ​ການກວດສອບຜົນການຈັດຕັ້ງປະຕິບັດ (Performance audit) ໃຫ້ແກ່ພະນັກງານຂອງອົງການກວດສອບແຫ່ງລັດ, ໄດ້ຈັດຂຶ້ນໃນວັນທີ 12 ພະຈິກ 2025 ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ນາງ ວະນິດາ ສຸດທານີລະໄຊ ຮອງປະທານອົງການກວດສອບປະຈໍາພາກກາງ 1, ທ່ານ ນາງ ເວຍເລ ສະເມັດ (Ms. Veerle Smet) ຫົວໜ້າການຮ່ວມມື, ຄະນະຜູ້ແທນສະຫະພາບເອີຣົບ ປະຈໍາ ສປປ ລາວ; ໂດຍພາຍໃຕ້ການສະໜັບສະໜູນ ຊ່ວຍ​ເຫຼືອ​ຂອງ​ສະ​ຫະ​ພາບ​ເອີ​ຣົບ ແລະ ຄະ​ນະ​ຊ່ຽວຊານຈາກ​ສານກວດ​ສອບ​ບັນ​ຊີ ປະ​ເທດ​ຝ​ຣັ່ງ ແລະ ອົງການກວດສອບແຫ່ງລັດໂກຣອາຊີ ພ້ອມດ້ວຍນັກສໍາມະນາກອນເຂົ້າຮ່ວມ.
ສະຫາຍ ຫຼີ ຊູ ເລີຍ ພ້ອມຄະນະ ຢ້ຽມຢາມ ຫຼາຍສະຖານທີ່ໃນ ສປປ ລາວ

ສະຫາຍ ຫຼີ ຊູ ເລີຍ ພ້ອມຄະນະ ຢ້ຽມຢາມ ຫຼາຍສະຖານທີ່ໃນ ສປປ ລາວ

ໃນການມາຢ້ຽມຢາມສປປລາວແລະເຂົ້າຮ່ວມກອງປະຊຸມສໍາມະນາທິດສະດີສອງພັກລາວ - ຈີນຄັ້ງທີXIII ທີ່ຈັດຂຶ້ນໃນລະຫວ່າງວັນທີ 10-11 ພະຈິກ, ສະຫາຍຫຼີຊູເລີຍກໍາມະການກົມການເມືອງສູນກາງພັກຄະນະເລຂາທິການສູນກາງພັກຫົວໜ້າຄະນະໂຄສະນາສູນກາງພັກກອມມູນິດຈີນພ້ອມດ້ວຍຄະນະ ໄດ້ຢ້ຽມຢາມຫຼາຍສະຖານທີ່ໃນ ສປປ ລາວ.
ໂຄງການເຂດບໍ່ແຮ່ຫີນອ່ອນແຂວງຄຳມ່ວນ ຂອງSunwah (Lao) Asset Management Co.,Ltdໄດ້ເລີ່ມການກໍ່ສ້າງຢ່າງຄຶກຄື້ນ- ການຮ່ວມມືລາວ-ຈີນສ້າງບົດຄວາມໃໝ່ອີກບົດໜຶ່ງ

ໂຄງການເຂດບໍ່ແຮ່ຫີນອ່ອນແຂວງຄຳມ່ວນ ຂອງSunwah (Lao) Asset Management Co.,Ltdໄດ້ເລີ່ມການກໍ່ສ້າງຢ່າງຄຶກຄື້ນ- ການຮ່ວມມືລາວ-ຈີນສ້າງບົດຄວາມໃໝ່ອີກບົດໜຶ່ງ

ວັນທີ 9 ເດືອນ ພະຈິກ ປີ 2025, ແຂວງຄຳມ່ວນ ສປປ ລາວ ມີແສງແດດສົດໃສ ແລະ ບັນຍາກາດຄຶກຄື້ນ, ພິທິວາງສີລາລຶກໂຄງການກໍ່ສ້າງບໍ່ແຮ່ຫີນອ່ອນຢູ່ແຂວງຄຳມ່ວນ ຂອງSunwah (Lao) Asset Management Co.,Ltdໄດ້ຈັດຂຶ້ນຢ່າງສະຫງ່າຜ່າເຜີຍຢູແຂວງຄຳມ່ວນສປປລາວ.
ອົດສະຕຣາລີສືບຕໍ່ມອບເຄື່ອງຊ່ວຍເຫຼືອລາວມູນຄ່າ 98.000 ໂດລາອົດສະຕຣາລີ

ອົດສະຕຣາລີສືບຕໍ່ມອບເຄື່ອງຊ່ວຍເຫຼືອລາວມູນຄ່າ 98.000 ໂດລາອົດສະຕຣາລີ

ອົດສະຕຣາລີໄດ້ສືບຕໍ່ສະແດງເຈດຈຳນົງ ແລະ ການຮ່ວມມືທີ່ເຂັ້ມແຂງກັບສປປລາວໂດຍການມອບເຄື່ອງຊ່ວຍເຫຼືອຕອບໂຕ້ໄພພິບັດສຸກເສີນ ເພື່ອສະໜັບສະໜູນ ສປປ ລາວ ໃນການກຽມພ້ອມຮັບມືກັບໄພພິບັດແລະການຊ່ວຍເຫຼືອດ້ານມະນຸດສະທຳ.ພິທີມອບ-ຮັບເຄື່ອງຊ່ວຍເຫຼືອໄດ້ຈັດຂຶ້ນວັນທີ 11 ພະຈິກ 2025 ທີ່ສະໜາມບິນສາກົນວັດໄຕເພື່ອເປັນຂີດໝາຍການມາຮອດຂອງເຄື່ອງຊ່ວຍເຫຼືອດ້ານມະນຸດສະທຳທີ່ນຳສົ່ງໂດຍເຮືອບິນC-130 ຂອງກອງທັບອາກາດອົດສະຕຣາລີ ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົດສະຕຣາລີພ້ອມດ້ວຍທ່ານ ພົນຈັດຕະວາ ເຈນ ເຮລີສ ຜູ້ບັນຊາການໂຄງການອິນໂດ-ປາຊີຟິກຂອງກອງທັບອົດສະຕຣາລີ ແລະ ທ່ານ ພັນໂທ ນິກ ເບີມາ ທີ່ປຶກສາທູດປ້ອງກັນຊາດອົດສະຕຣາລີ ໄດ້ມອບເຄື່ອງຊ່ວຍເຫຼືອຢ່າງເປັນທາງການໃຫ້ແກ່ທ່ານ ໂພໄຊ ໄຊຍະສອນລັດຖະມົນຕີກະຊວງແຮງງານແລະສະຫວັດດີການສັງຄົມການມອບເຄື່ອງຊ່ວຍເຫຼືອດັ່ງກ່າວແມ່ນສ່ວນໜຶ່ງຂອງກິດຈະກຳຮ່ວມມືພາກພື້ນດ້ານວຽກງານປ້ອງກັນຊາດ ຫຼື ໂຄງການອິນໂດ-ປາຊີຟິກເຊິ່ງຈັດຕັ້ງນຳພາໂດຍກອງທັບປ້ອງກັນຊາດຂອງອົດສະຕຣາລີ ເພື່ອເສີມສ້າງການຮ່ວມມືແລະຄວາມເຂັ້ມແຂງໃນທົ່ວພາກພື້ນອິນໂດ-ປາຊີຟິກ.
ກອງປະຊຸມລັດຖະມົນຕີເສດຖະກິດ 4 ປະເທດ: ກໍາປູເຈຍ, ສປປ ລາວ, ມຽນມາ ແລະ ຫວຽດນາມ ຄັ້ງທີ 17

ກອງປະຊຸມລັດຖະມົນຕີເສດຖະກິດ 4 ປະເທດ: ກໍາປູເຈຍ, ສປປ ລາວ, ມຽນມາ ແລະ ຫວຽດນາມ ຄັ້ງທີ 17

ໃນວັນທີ 7 ພະຈິກ 2025, ທ່ານ ບຸນພຽງ ຈັນທະວົງ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ສະຫະພາບ ມຽນມາ ໄດ້ຕາງໜ້າໃຫ້ແກ່ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ນໍາພາຄະນະຜູ້ແທນຈາກຂະແໜງການກ່ຽວຂ້ອງຂອງລາວ ເຂົ້າຮ່ວມ
ກອງປະຊຸມປຶກສາຫາລືເຈົ້າໜ້າທີ່ອາວຸໂສ ລາວ-ອົດສະຕຣາລີ ຄັ້ງທີ 16

ກອງປະຊຸມປຶກສາຫາລືເຈົ້າໜ້າທີ່ອາວຸໂສ ລາວ-ອົດສະຕຣາລີ ຄັ້ງທີ 16

ກອງປະຊຸມປຶກສາຫາລືເຈົ້າໜ້າທີ່ອາວຸໂສ ລາວ-ອົດສະຕຣາລີ ຄັ້ງທີ 16, ໄດ້ຈັດຂຶ້ນໃນວັນທີ 7 ພະຈິກ 2025 ທີ່ ກະຊວງການຕ່າງປະເທດ ອົດສະຕຣາລີ, ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ຟອງສະໝຸດ ອັ່ນລາວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ນາງ ມິແຊວ ຈັນ (Michelle CHAN), ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ແຫ່ງ ອົດສະຕຣາລີ ລວມທັງມີບັນດາເຈົ້າໜ້າທີ່ກ່ຽວຂ້ອງຂອງສອງກະຊວງການຕ່າງປະເທດເຂົ້າຮ່ວມກອງປະຊຸມ.
ເພີ່ມເຕີມ