ລມຕ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ເຄື່ອນໄຫວວຽກງານທາງລັດຖະການ ທີ່ ສສ ຫວຽດນາມ

ລມຕ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ເຄື່ອນໄຫວວຽກງານທາງລັດຖະການ ທີ່ ສສ ຫວຽດນາມ

ລມຕ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ເຄື່ອນໄຫວວຽກງານທາງລັດຖະການ ທີ່ ສສ ຫວຽດນາມ
ໃນລະຫວ່າງ ວັນທີ 13-17 ກໍລະກົດຜ່ານມານີ້, ທ່ານລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວວຽກງານທາງລັດຖະການທີ່ ສສ ຫວຽດນາມ ໂດຍໄດ້ພົບປະສອງຝ່າຍຢ່າງເປັນທາງການ ກັບ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຂອງ ສສ ຫວຽດນາມ. ນອກຈາກນັ້ນ, ຄະນະຝ່າຍລາວ ຍັງໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ຟາມ ຢາ ຕຸກກຳມະການກົມການເມືອງສູນກາງພັກຮອງນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ຊຶ່ງໄດ້ລາຍງານສະພາບ ການຮ່ວມມື ແລະ ຜົນສຳເລັດໃນການຈັດຕັ້ງປະຕິບັດ ວຽກງານການຮ່ວມມື ໃນຂະແໜງກະສິກຳ ແລະ ສິ່ງແວດລ້ອມ ໃນໄລຍະ 5 ປີຜ່ານມາ.
ລມຕ ກະຊວງກະສກຳ ແລະ ສງແວດລອມ ເຄອນໄຫວວຽກງານທາງລດຖະການ ທ ສສ ຫວຽດນາມ - image 1
 

 

ອັນພົ້ນເດັ່ນ ແມ່ນການຈັດຕັ້ງປະຕິບັດໂຄງການຮ່ວມມື ໃນການວາງແຜນ ແລະ ອອກແບບ ກະສິກໍາ ຢູ່ ແຂວງຊຽງຂວາງ, ແຂວງຫົວພັນ ແລະ ກໍາລັງສືບຕໍ່ຢູ່ແຂວງໄຊສົມບູນ. ພ້ອມນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ ສສ ຫວຽດນາມ ກໍໄດ້ເນັ້ນເຖິງຄວາມສຳຄັນ ຂອງການຮ່ວມມືມິດຕະພາບ ອັນເປັນພິເສດ ຂອງ ລາວ-ຫວຽດນາມ ໂດຍສະພາະ ໃນຂົງເຂດ ກະສິກຳ ແລະ ສິ່ງແວດລ້ອມ ແລະ ພ້ອມສະໜັບສະໜູນ ແລະ ຊຸກຍູ້ສົ່ງເສີມການຮ່ວມມືດັ່ງກ່າວ ໂດຍສະເພາະ ການຊຸກຍູ້ສົ່ງເສີມ ຫົວໜ່ວຍທຸລະກິດກະສິກຳ ຂອງ ສສ ຫວຽດນາມ ທີ່ມາລົງທຶນ ຢູ່ ສປປ ລາວ ໃຫ້ເກີດດອກອອກຜົນ ແລະ ມີຜົນສຳເລັດ ຢ່າງເປັນຮູບປະທຳ.

ລມຕ ກະຊວງກະສກຳ ແລະ ສງແວດລອມ ເຄອນໄຫວວຽກງານທາງລດຖະການ ທ ສສ ຫວຽດນາມ - image 2
 

ນອກຈາກນັ້ນ, ທ່ານລັດຖະມົນຕີ ແລະ ຄະນະ ໄດ້ພົບປະກັບ ລັດຖະມົນຕີກະຊວງການເງິນ ສສ ຫວຽດນາມ ພ້ອມຄະນະ ເພື່ອປຶກສາຫາລື ກ່ຽວກັບ ການເສີມຂະຫຍາຍການຮ່ວມມື ແລະ ການລົງທຶນດ້ານກະສິກຳ ລາວ-ຫວຽດນາມ. ປັດຈຸບັນ ວິສາຫະກິດຫວຽດນາມ ມີການລົງທຶນ ດ້ານກະສິກຳ ຢູ່ ສປປ ລາວ ຈຳນວນ 276 ໂຄງການ ດ້ວຍມູນຄ່າທຶນຈົດທະບຽນສະສົມ6.2 ຕື້ກວ່າໂດລາ ແລະ ໃນປີຜ່ານມາ ມີການລົງທຶນໃໝ່ 560 ລ້ານກວ່າ ໂດລາ, ຊຶ່ງສະແດງໃຫ້ເຫັນເຖິງ ຄວາມເຊື່ອໝັ້ນຂອງນັກລົງທຶນຫວຽດນາມ ຕໍ່ສັກກະຍະພາບຂອງ ສປປ ລາວ. ພ້ອມນີ້, ທັງສອງຝ່າຍ ເຫັນດີ ສືບຕໍ່ການຮ່ວມມືໃນຂົງເຂດກະສິກຳ ແລະ ສິ່ງແວດລ້ອມ ໂດຍສະເພາະ ການລົງທຶນຂອງພາກທຸລະກິດກະສິກຳ-ປ່າໄມ້ ຂອງ ສສ ຫວຽດນາມ ຢູ່ ສປປ ລາວ ແລະ ເຫັນດີໃຫ້ມີການແຕ່ງຕັ້ງຄະນະຕິດຕາມກວດກາການລົງທຶນ ຂອງຫົວ ໜ່ວຍທຸລະກິດ ສສ ຫວຽດນາມ ຢູ່ ສປປ ລາວ ເພື່ອໃຫ້ປະຕິບັດຢ່າງມີປະສິດທິຜົນ ແລະ ເປັນຮູບປະທຳ.

ລມຕ ກະຊວງກະສກຳ ແລະ ສງແວດລອມ ເຄອນໄຫວວຽກງານທາງລດຖະການ ທ ສສ ຫວຽດນາມ - image 3
 

ຄຽງຄູ່ກັນນັ້ນ, ຄະນະຜູ້ແທນຝ່າຍລາວ ຍັງໄດ້ພົບປະກັບພາກສ່ວນກ່ຽວຂ້ອງ ເພື່ອເສີມຂະຫຍາຍການຮ່ວມມື ໂດຍສະເພາະ ໃນຂົງເຂດການຄົ້ນຄວ້າ ດ້ານກະສິກຳ-ປ່າໄມ້ ເປັນຕົ້ນແມ່ນ ສະຖາບັນວິທະຍາສາດປ່າໄມ້, ສະຖາບັນວິທະຍາສາດກະສິກຳ ແລະ ສະຖາບັນວາງແຜນ ແລະ ອອກແບບກະສິກຳ ຂອງ ສສ ຫວຽດນາມ, ຊຶ່ງໃນນີ້ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບ ການແລກປ່ຽນທາງດ້ານວິຊາການ ແລະ ການຮ່ວມມືດ້ານວິທະຍາສາດ, ແລະ ພົບປະກັບ ກຸ່ມອຸດສາຫະກຳຢາງພາລາ; ພ້ອມທັງ ໄດ້ຢ້ຽມຢາມ ພື້ນຖານການຜະລິດ ຢູ່ ແຂວງ ນິ່ງ ບິ່ງ ເປັນຕົ້ນແມ່ນ ໂຮງງານນ້ຳໝາກໄມ້ກະປ໋ອງ Dovecoແລະ ພື້ນທີ່ການຜະລິດພືດ ສໍາລັບສະໜອງສູ່ໂຮງງານປຸງແຕ່ງ ຈໍານວນໜຶ່ງ.

ການເຄື່ອນໄຫວຄັ້ງນີ້, ບໍ່ພຽງແຕ່ເປັນການຮັດແໜ້ນສາຍພົວພັນມິດຕະພາບອັນພິເສດລາວ–ຫວຽດນາມ ເທົ່ານັ້ນ ແຕ່ຍັງເປັນການຍົກລະດັບ ການຮ່ວມມືພິເສດຢ່າງຮອບດ້ານ ໃນຂະແໜງກະສິກຳ ແລະ ສິ່ງແວດລ້ອມ ເພື່ອຮັບປະກັນດ້ານການຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານ; ຊຸກຍູ້ສົ່ງເສີມການລົງທຶນ ແລະ ການຄ້າຂອງສອງຝ່າຍ; ການຄຸ້ມຄອງ ແລະ ອະນຸລັກຊັບພະຍາກອນທຳມະຊາດ, ນ້ຳ ແລະ ສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຍືນຍົງ ຂອງສອງປະເທດ, ສອງຂະແໜງການ ແລະ ປະຊາຊົນສອງຊາດ ອີກດ້ວຍ.

(ແຫຼ່ງຂ່າວ: ຂ່າວສານກະສິກຳ ແລະ ສິ່ງແວດລ້ອມ)

ຄໍາເຫັນ

ຂ່າວການຮ່ວມມື

ຮອງປະທານປະເທດ ຕ້ອນຮັບທູດອົສຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາ

ຮອງປະທານປະເທດ ຕ້ອນຮັບທູດອົສຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາ

ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນ (Megan Jones) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ອົສ ຕຣາລີ ປະຈຳ ສປປ ລາວ ເຂົ້າຢ້ຽມຂໍ່ານັບອໍາລາ, ໃນວັນ ທີ 3 ພະຈິກນີ້, ທີ່ທຳນຽບປະທານປະເທດ,ເນື່ອງໃນໂອກາດ ທ່ານທູດສຳເລັດການປະຕິບັດໜ້າທີ່ການທູດປະຈຳລາວ.
ສັບປະດາຮູບເງົາສາກົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 8

ສັບປະດາຮູບເງົາສາກົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 8

ງານສັບປະດາຮູບເງົາສາກົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 8 ຈັດຂຶ້ນໃນວັນທີ 30 ຕຸລາຜ່ານມາ, ທີ່ຫໍວັດທະນະທໍາແຫ່ງຊາດ ໂດຍການເຂົ້າຮ່ວມຂອງທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ ເກີ ປ່ຽວ ຮອງຫົວໜ້າອົງການຄຸ້ມຄອງວິທະຍຸ ໂທລະພາບ ແລະ ຮູບເງົາແຫ່ງຊາດຈີນ, ທ່ານ ຈ້າວ ຮາຍໂປ ອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ, ມີບັນດາຫົວໜ້າກົມ, ຮອງກົມ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ວາລະສານອະລຸນໃໝ່ ແລະ ວາລະສານ ຊິວສື ທົບທວນການພົວພັນຮ່ວມມື

ວາລະສານອະລຸນໃໝ່ ແລະ ວາລະສານ ຊິວສື ທົບທວນການພົວພັນຮ່ວມມື

ພິທີພົບປະສອງຝ່າຍ ປະລະຫວ່າງ ວາລະສານອະລຸນໃໝ່ ຂອງພັກປະຊາຊົນ ປະຕິວັດລາວ ແລະ ວາລະສານ ຊິວສື ຂອງສູນກາງພັກກອມມູນິດຈີນ ໄດ້ຈັດຂຶ້ນໃນວັນທີ 2 ພະຈິກນີ້ ທີ່ໂຮງແຮມ ແລນມາກ ນະຄອນຫຼວງວຽງຈັນ, ຝ່າຍລາວ ນຳໂດຍ ສະຫາຍ ຫີນເພັດ ໄຊຍະສີພັນດອນ ກຳມະການຄະນະພັກ ຫົວໜ້າບັນນາທິການໃຫຍ່ວາລະສານອະລຸນໃໝ່, ຝ່າຍ ຈີນ ນຳໂດຍສະຫາຍ ຊ້າວ ເວີນຮຸຍ ຮອງຫົວໜ້າບັນນາທິການໃຫຍ່ວາລະສານ ຊິວສື, ພ້ອມດ້ວຍຄະນະ ສອງຝ່າຍເຂົ້າຮ່ວມ.
ຮອງຫົວໜ້າ ຄອສພ ຕ້ອນຮັບຄະນະຜູ້ແທນວາລະສານ ຊິວສື ເຂົ້າຢ້ຽມຂໍ່ານັບ

ຮອງຫົວໜ້າ ຄອສພ ຕ້ອນຮັບຄະນະຜູ້ແທນວາລະສານ ຊິວສື ເຂົ້າຢ້ຽມຂໍ່ານັບ

ສະຫາຍ ວັນສີ ກົວມົວ ກຳມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໄດ້ຕ້ອນຮັບຄະນະຜູ້ແທນວາລະສານ ຊິວສື ຂອງສູນກາງພັກກອມມູນິດຈີນ, ນຳໂດຍ ສະຫາຍ ຊ້າວ ເວີນຮຸຍ ຮອງຫົວໜ້າບັນນາທິການໃຫຍ່ວາລະສານ ຊິວສື ເຂົ້າຢ້ຽມຂໍ່ານັບໃນວັນທີ 2 ພະຈິກນີ້ ທີ່ຫ້ອງຮັບແຂກ ຄະນະໂຄສະນາອົບຮົມສູນກາງພັກ, ເນື່ອງໃນໂອກາດ ຄະນະຜູ້ແທນດັ່ງກ່າວ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ ສປປ ລາວ ໃນລະຫວ່າງວັນທີ 2-3 ພະຈິກນີ້.
ອົງການກວດສອບແຫ່ງລັດ ປາຖະກະຖາວັນສຳຄັນປະຫວັດສາດ

ອົງການກວດສອບແຫ່ງລັດ ປາຖະກະຖາວັນສຳຄັນປະຫວັດສາດ

ໃນວັນທີ 28 ຕຸລາຜ່ານມາ, ອົງການກວດສອບແຫ່ງລັດ ໄດ້ຈັດຕັ້ງພິທີປາຖະກະຖາວັນຊາດແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 81 ປີ (2/9/1945-2/9/2026); ວັນສ້າງຕັ້ງສະຫະພັນນັກຮົບເກົ່າ ຄົບຮອບ 24 ປີ (9/9/2002-9/9/2026); ວັນປະກາດເອກະລາດ ແລະ ວັນສ້າງຕັ້ງການທູດລາວ ຄົບຮອບ 81 ປີ (12/10/1945-12/10/2026),
ເລຂາພັກແຂວງເຊກອງ ຕ້ອນຮັບຜູ້ແທນກອງບັນຊາການທະຫານຊາຍແດນ ນະຄອນດານັງ ແລະ ນະຄອນເຫວ້

ເລຂາພັກແຂວງເຊກອງ ຕ້ອນຮັບຜູ້ແທນກອງບັນຊາການທະຫານຊາຍແດນ ນະຄອນດານັງ ແລະ ນະຄອນເຫວ້

ວັນທີ 28 ຕຸລາຜ່ານມາ, ທີ່ຫ້ອງວ່າການແຂວງເຊກອງ, ທ່ານ ບຸນຫຼາຍ ບຸດທິ ເລຂາພັກແຂວງເຊກອງ ໄດ້ຕ້ອນຮັບທ່ານ ພັອ ເຈິ່ນ ຕ໋ຽນ ຮຽນ ຫົວໜ້າກອງບັນຊາການທະຫານຊາຍແດນ ນະຄອນດານັງ ແລະ ທ່ານ ພັອ ໂຕນເທິດ ຫວຽນດ໊າດ ຮອງຫົວໜ້າກອງບັນຊາການທະຫານຊາຍແດນ ນະຄອນເຫວ້ ພ້ອມດ້ວຍຄະນະ ທີ່ເດີນທາງມາເຄື່ອນໄຫວເຮັດວຽກຢູ່ແຂວງເຊກອງ.
ອົງການກວດສອບແຫ່ງລັດ ສປປ ລາວ ເຂົ້າຮ່ວມກອງປະຊຸມສາກົນທີ່ ຮ່າໂນຍ

ອົງການກວດສອບແຫ່ງລັດ ສປປ ລາວ ເຂົ້າຮ່ວມກອງປະຊຸມສາກົນທີ່ ຮ່າໂນຍ

ໃນລະຫວ່າງວັນທີ 25-29 ຕຸລາ ນີ້, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ, ນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສາກົນ ຢູ່ນະຄອນຫຼວງຮ່າໂນຍ ສສ ຫວຽດນາມ ພາຍໃຕ້ຫົວຂໍ້: “ສະຖາບັນກວດສອບສູງສຸດ ຕໍ່ກັບສະພາບໂລກທີ່ມີການປ່ຽນແປງ: ວິໄສທັດ, ຂອບການເຮັດວຽກຂອງສະຖາບັນ ແລະ ນະວັດຕະກຳ” ຊຶ່ງມີຜູ້ຕາງໜ້າຈາກສະຖາບັນກວດສອບສູງສຸດ ຈາກ 16 ປະເທດເຂົ້າຮ່ວມ ແລະ ບັນດາອົງການຈັດຕັ້ງສາກົນ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ເພື່ອແລກປ່ຽນບົດຮຽນ, ວິໄສທັດ ແລະ ຍຸດທະສາດການພັດທະນາວຽກງານກວດສອບໃຫ້ສອດຄ່ອງກັບສະພາບການຂອງໂລກທີ່ມີການປ່ຽນແປງໃນດ້ານການຫັນເປັນທັນສະໄໝ.
ການສຶກສາສົງ ເປັນປັດໄຈສຳຄັນໃນການພັດທະນາຊັບພະຍາກອນມະນຸດ

ການສຶກສາສົງ ເປັນປັດໄຈສຳຄັນໃນການພັດທະນາຊັບພະຍາກອນມະນຸດ

ພະອາຈານ ພວງປະເສີດ ພູມະວົງ ຮອງປະທານ ຫົວໜ້າກຳມາທິການສຶກສາສົງ ສູນກາງອົງການພຸດທະສາສະໜາສຳພັນລາວ ໄດ້ມີຄຳເຫັນຕໍ່ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ໃນວັນທີ 29 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ທີ່ນະຄອນຫຼວງວຽງຈັນ, ໂດຍມີພະອາຈານ ອິນຊູນ ປະທານສະມາຄົມພຸດທະສາສະໜາ ແຫ່ງນະຄອນເສີນເຈິນ ເຈົ້າອະທິການວັດຫົງຟ້າ ສປ ຈີນ, ມີພະ​ເຖຣານຸ​ເຖຣະ ຜູ້ແທນພະສົງທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ.
ກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18

ກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18

ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18 ຂຶ້ນຢ່າງເປັນທາງການ ໃນວັນທີ 29 ຕຸລານີ້, ທີ່ນະຄອນຫຼວງວຽງຈັນ ເພື່ອກຳນົດທິດທາງຍຸດທະສາດ ແລະ ຍົກລະດັບລະບົບສາທາລະນະສຸກ ໃຫ້ສອດຄ່ອງກັບໄລຍະທີ່ ສປປ ລາວ ກຳ ລັງກຽມຄວາມພ້ອມທີ່ຈະຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ໃນເດືອນພະຈິກ 2026 ນີ້. ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາ ລະນະສຸກ, ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນປະຈຳ ສປປ ລາວ ແລະ ທ່ານ ທີໂມທີ ອາມສະຕຣອງ ຜູ້ຕາງໜ້າອົງການອະນາໄມໂລກ (WHO) ປະຈຳ ສປປ ລາວ, ມີການນຳພັກ-ລັດ ແລະ ຄູ່ຮ່ວມພັດທະນາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມອຳລາຂອງທູດອົສຕຣາລີ ປະຈຳລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມອຳລາຂອງທູດອົສຕຣາລີ ປະຈຳລາວ

ໃນວັນທີ 28 ຕຸລານີ້ ທີ່ກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ສສກ ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມອຳລາຂອງທ່ານ ນາງ ເມແກນ ຈອນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງອົສຕຣາລີ ປະຈຳ ສປປ ລາວ, ມີຫົວໜ້າກົມ, ຮອງຫົວໜ້າຫ້ອງການ, ຮອງຫົວໜ້າກົມ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ເພີ່ມເຕີມ