ລມຕ ຕ່າງປະເທດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ FEALAC ຄັ້ງທີ 10 ແລະ ຢ້ຽມຢາມທາງການ ມົງໂກລີ

ລມຕ ຕ່າງປະເທດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ FEALAC ຄັ້ງທີ 10 ແລະ ຢ້ຽມຢາມທາງການ ມົງໂກລີ

ລມຕ ຕ່າງປະເທດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ FEALAC ຄັ້ງທີ 10 ແລະ ຢ້ຽມຢາມທາງການ ມົງໂກລີ
ໃນວັນທີ 22 ສິງຫານີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືເວທີປຶກສາຫາລືອາຊີຕາເວັນອອກ-ອາເມຣິກາລາຕິນ (FEALAC) ຄັ້ງທີ 10 ຈັດຂຶ້ນທີ່ປະເທດມົງໂກລີ, ພາຍໃຕ້ຄຳຂວັນ: “25 Years and Beyond: Vision for East Asia and Latin America”, ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ Battsetseg Batmunkh ລັດຖະມົນຕີກະຊວງການຕ່າງປະເທດ ມົງໂກລີ, ໃນນາມເປັນປະເທດປະສານງານພາກພື້ນອາຊີຕາເວັນອອກ ແລະ ສ ໂດມິນິກັນ ໃນນາມເປັນປະເທດປະສານພາກພື້ນອາເມຣິກາລາຕິນ ໂດຍມີຜູ້ຕາງໜ້າຈາກປະເທດສະມາຊິກຂອບການຮ່ວມມືດັ່ງກ່າວຈຳນວນ 33 ປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.

 

ລມຕ ຕາງປະເທດເຂາຮວມກອງປະຊມລດຖະມນຕຕາງປະເທດ FEALAC ຄງທ 10 ແລະ ຢຽມຢາມທາງການ ມງໂກລ - image 1
 

ຂອບການຮ່ວມມື FEALAC ສ້າງຕັ້ງຂຶ້ນໃນປີ 1999 ໂດຍມີຈຸດປະສົງເພື່ອເຊື່ອມໂຍງບັນດາປະເທດ ໃນພາກພື້ນອາຊີຕາເວັນອອກ-ອາເມຣິກາຕິນ ເຂົ້າຫາກັນ ແລະ ຊຶ່ງມີປະເທດສະມາຊິກທັງໝົດ 36 ປະເທດ ແລະ ສປປ ລາວ ໄດ້ປະຕິບັດໜ້າທີ່ເປັນປະເທດປະສານງານພາກພື້ນອາຊີຕາເວັນອອກໃຫ້ແກ່ກົນໄກການຮ່ວມມືດັ່ງກ່າວ ແຕ່ປີ 2017-2024.

ລມຕ ຕາງປະເທດເຂາຮວມກອງປະຊມລດຖະມນຕຕາງປະເທດ FEALAC ຄງທ 10 ແລະ ຢຽມຢາມທາງການ ມງໂກລ - image 2
 

ກອງປະຊຸມຄັ້ງນີ້ ໄດ້ສຸມໃສ່ການປຶກສາຫາລື ກ່ຽວກັບ ການທົບທວນຄືນການຮ່ວມມືໃນກົນໄກFEALAC ໃນໄລຍະ 25 ປີ ຜ່ານມາ ແລະ ກໍານົດທິດທາງໃນຕໍ່ໜ້າເພື່ອຮັດແໜ້ນ ແລະ ສົ່ງເສີມການຮ່ວມມື ລະຫວ່າງ ສອງພາກພື້ນ ອາຊີຕາເວັນອອກ ແລະ ອາເມຣິກາລາຕິນ ໃຫ້ເປັນຮູບປະທໍາຫຼາຍຂຶ້ນກວ່າເກົ່າເພື່ອສ້າງຄວາມເຂັ້ມແຂງ, ສ້າງກາລະໂອກາດ ແລະ ນຳເອົາຜົນປະໂຫຍດ ມາສູ່ປະຊາຊົນຂອງສອງພາກພື້ນ ໂດຍສະເພາະໃນສະພາບການຂອງໂລກປັດຈຸບັນທີ່ມີການປ່ຽນແປງຢ່າງໄວວາ ແລະ ມີສິ່ງທ້າທາຍຫຼາຍຢ່າງເກີດຂຶ້ນ.

ໃນໂອກາດດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ປະກອບຄຳເຫັນ ໂດຍຍົກໃຫ້ເຫັນບົດບາດ ຄວາມສຳຄັນຂອງຂອບການຮ່ວມມື FEALAC ໃນການສົ່ງ ເສີມຄວາມເຂົ້າໃຈ, ການພົບປະທາງການເມືອງ, ການເຊື່ອມໂຍງເສດຖະກິດຂອງສອງພາກພື້ນໂດຍຜ່ານ ການຮ່ວມມືໃນຫຼາຍຂະແໜງການເຊັ່ນ: ການຄ້າ, ການລົງທຶນ, ການທ່ອງທ່ຽວ, ວັດທະນະທຳ, ຊາວໜຸ່ມ, ການພັດທະນາແບບຍືນຍົງ, ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການສຶກສາ. ພ້ອມນີ້, ທ່ານຍັງໄດ້ຍົກໃຫ້ເຫັນຄວມຄືບໜ້າຂອງການຮ່ວມມືໃນຂອບດັ່ງກ່າວ ແລະ ບາງສິິ່ງທ້າທາຍທີ່ບັນດາປະເທດສະມາຊິກ FEALAC ຕ້ອງເພີ່ມຄວາມພະຍາຍາມຮ່ວມມືກັນ ເພື່ອແກ້ໄຂໃຫ້ດີຂຶ້ນ ແນໃສ່ສົ່ງເສີມ ການຮ່ວມມືທີ່ມີຢູ່ ໃຫ້ເລິກເຊິ່ງຂຶ້ນກວ່າເກົ່າ ໂດຍການມີສ່ວນຮ່ວມຂອງພາກລັດ-ເອກະຊົນ, ພາກທຸລະກິດ ສະຖາບັນການສຶກສາ ແລະ ອົງການຈັດຕັ້ງສາກົນ ເພື່ອສາມາດບັນລຸຈຸດປະສົງ ແລະ ເປົ້າໝາຍຂອງຂອບການຮ່ວມມືດັ່ງກ່າວ ໃຫ້ມີໝາກຜົນຕົວຈິງຫຼາຍຂຶ້ນກວ່າເກົ່າ.

ລມຕ ຕາງປະເທດເຂາຮວມກອງປະຊມລດຖະມນຕຕາງປະເທດ FEALAC ຄງທ 10 ແລະ ຢຽມຢາມທາງການ ມງໂກລ - image 3
 

ກອງປະຊຸມລັດຖະມົນຕີຕ່າງປະເທດ ຄັ້ງທີ 10 ນີ້ ໄດ້ຮັບຮອງເອົາຖະແຫຼງການອູລານບາຕໍ ຊຶ່ງໄດ້ກວມລວມເອົາບັນດາແນວຄວາມຄິດ ແລະ ຂໍ້ລິເລີ່ມໃນການພັດທະນາກົນໄກການຮ່ວມມືຂອງ FEA LAC, ພ້ອມດຽວກັນ, ກໍໄດ້ມີພິທີການມອບ-ຮັບ ໜ້າທີ່ປະເທດປະສານງານພາກພື້ນອາຊີຕາເວັນອອກ ລະຫວ່າງ ສປປ ລາວ-ມົງໂກລີ ຢ່າງເປັນທາງການ.

ການເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ FEALAC ຄັ້ງທີ 10 ນີ້, ແມ່ນໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ແລະ ປະສົບຜົນສໍາເລັດຕາມຄາດໝາຍ ທັງເປັນການປະກອບສ່ວນຢ່າງຫ້າວຫັນ ໃນການສົ່ງເສີມການພົວພັນຮ່ວມມືໃນຂອບການຮ່ວມມື FEALAC ແລະ ຊຸກຍູ້ການພົວພັນຮ່ວມມືອັນດີ ກັບບັນດາປະເທດສະມາຊິກຂອງຂອບການຮ່ວມມືດັ່ງກ່າວໃຫ້ຂະຫຍາຍຕົວຍິ່ງຂຶ້ນ.

(ຂ່າວ: ກຕທ)

ຄໍາເຫັນ

ຂ່າວການຮ່ວມມື

ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຍື່ນສານຕາຕັ້ງຕໍ່ ສົມເດັດພະຣາຊາ ແຫ່ງ ຣາຊະອານາຈັກ ນອກແວ

ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຍື່ນສານຕາຕັ້ງຕໍ່ ສົມເດັດພະຣາຊາ ແຫ່ງ ຣາຊະອານາຈັກ ນອກແວ

ຫວ່າງບໍ່ດົນມານີ້ ທີ່ພະຣາຊະວັງເຈົ້າຊີວິດຢູ່ນະຄອນຫຼວງໂອສະໂລ ປະເທດນອກແວ, ທ່ານ ບຸນທະວີ ວິລະວົງ ໄດ້ຍື່ນສານຕາຕັ້ງຕໍ່ສົມເດັດພະຣາຊາ ຮາຣາດ ທີ 5 (Harald V) ແຫ່ງ ຣາຊະອານາຈັກນອກແວ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ຣາຊະອານາຈັກ ນອກແວ.
ຄະ​ນະ​ຜູ້​ແທນແຂວງ​ຈ້ຽງ​ຊູ້ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ສ​ປ​ປ ລາວ

ຄະ​ນະ​ຜູ້​ແທນແຂວງ​ຈ້ຽງ​ຊູ້ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ສ​ປ​ປ ລາວ

​​ໂດຍຕອບສະໜອງຕາມຄຳເຊີນ ຂອງຫ້ອງວ່າ​ການ​ນະ​ຄອນຫຼວງວຽງ​ຈັນ, ຄະ​ນະ​ຜູ້​ແທນແຂວງ​ຈ້ຽງ​ຊູ້ ສ​ປ ຈີນ ນຳ​ໂດຍສະ​ຫາຍ ຊູ ຢົງຫົງ (Chu Yonghong) ກຳ​ມະ​ການ​ປະ​ຈຳ​ພັກ​ແຂວງ ເລ​ຂາ​ທິ​ການ​ຄະ​ນະ​ບໍ​ລິ​ຫານ​ງານ​ພັກ​ແຂວງ​ຈ້ຽງ​ຊູ້ ສ​ປ ຈີນ ພ້ອມ​ດ້ວຍ​ຄະ​ນະຈຳ​ນວນ 8 ​​ສະ​ຫາຍ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ 14-16 ຕຸ​ລາ 2025.
ກອງທັບລາວ-ກໍາປູເຈຍ ເພີ່ມທະວີການຮ່ວມມືສອງຝ່າຍ

ກອງທັບລາວ-ກໍາປູເຈຍ ເພີ່ມທະວີການຮ່ວມມືສອງຝ່າຍ

​ ໃນລະຫວ່າງວັນທີ 13-16 ຕຸລາ ນີ້, ທ່ານ ພົນເອກ ເຕຍ ໄຊຫາ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງຣາຊະອານາຈັກກໍາປູເຈຍ ພ້ອມຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຊຶ່ງພິທີຕ້ອນຮັບຢ່າງເປັນທາງການໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 14 ຕຸລາ ນີ້ ຢູ່ກະຊວງປ້ອງກັນປະເທດ ໂດຍການຕ້ອນຮັບຂອງທ່ານ ພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະ.
3 ກອງທັບຊ້ອມກອບກູ້ໄພພິບັດ

3 ກອງທັບຊ້ອມກອບກູ້ໄພພິບັດ

ກອງທັບກຳປູເຈຍ-ລາວ-ຫວຽດນາມຝຶກຊ້ອມກອບກູ້ໄພພິບັດຮ່ວມປະສານທຸກພາກສ່ວນເພື່ອໃຫ້ຂັ້ນເທິງສັງເກດການຄັ້ງທີ 2 ໃນວັນທີ 13 ຕຸລາ ຜ່ານມາ ທີ່ສະໜາມຝຶກຊ້ອມອ່າງນໍ້າຫຸມ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ໂດຍມີທ່ານ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງ ທັບປະຊາຊົນລາວ, ຫົວໜ້າຄະນະຊີ້ນໍາການຝຶກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບປະຈໍາປີ 2025, ທ່ານ ພັນເອກ ຟ້າມ ວັນຢູ້ງ ຮອງຫົວໜ້າເສນາທິການທະຫານເຂດ 4, ຫົວໜ້າຄະນະຊີ້ນໍາກອບກູ້ໄພພິບັດຮ່ວມ 3 ກອງທັບຝ່າຍຫວຽດນາມ, ທ່ານ ພັນເອກ ລົງ ກິມທຽນ ຮອງຫົວໜ້າກົມອົບຮົມ ກອງບັນຊາການທະຫານສູງສຸດ, ຫົວໜ້າຄະນະຊີ້ນໍາຝຶກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບຝ່າຍກໍາປູເຈຍ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ 3 ກອງທັບເຂົ້າຮ່ວມ.
ກອງປະຊຸມດ້ານການຂົນສົ່ງອາຊຽນ ຄັ້ງທີ 49 ແລະດ້ານການຂົນສົ່ງຜ່ານແດນ ຄັ້ງທີ 17

ກອງປະຊຸມດ້ານການຂົນສົ່ງອາຊຽນ ຄັ້ງທີ 49 ແລະດ້ານການຂົນສົ່ງຜ່ານແດນ ຄັ້ງທີ 17

ໃນລະຫວ່າງວັນທີ 14-17 ຕຸລາ 2025ນີ້, ທີ່ໂຮງແຮມສຸພັດຕານະຄອນ ຫຼວງພະບາງ ແຂວງຫຼວງພະບາງ, ກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ ສປປ ລາວ ໄດ້ຈັດກອງປະຊຸມໜ່ວຍງານວິຊາການ ອໍານວຍຄວາມສະດວກ ດ້ານການຂົນສົ່ງອາຊຽນ ຄັ້ງທີ 49 (49th Transport Facilitation Working Group Meeting) ແລະກອງປະຊຸມ ຫົວໜ້າຄະນະປະສານງານ ດ້ານການຂົນສົ່ງຜ່ານແດນ ຄັ້ງທີ 17 (17th Transit Transport Coordinating Board Meeting) ໂດຍເປັນປະທານຂອງ ທ່ານ ນາງ ອໍາໄພວັນ ແກ້ວປະດິດ ຮອງຫົວໜ້າກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ, ມີຄະນະຜູ້ແທນຈາກ ປະເທດສະມາຊິກ ອາຊຽນ 10 ປະເທດ, ກອງເລຂາອາຊຽນ ຄູ່ຮ່ວມພັດທະນາ ຈາກປະເທດ ຍີ່ປຸ່ນ, ອາເມລິກາ, ຕິມໍເລດເຕ ໃນຖານະປະເທດ ສັງເກດການ ແລະຜູ້ຕາງໜ້າຈາກອົງການຈັດຕັ້ງລັດທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ເປີດກອງປະຊຸມຜູ້ນຳລະດັບໂລກວ່າດ້ວຍບົດບາດ ແລະ ສິດທິຂອງແມ່ຍິງ

ເປີດກອງປະຊຸມຜູ້ນຳລະດັບໂລກວ່າດ້ວຍບົດບາດ ແລະ ສິດທິຂອງແມ່ຍິງ

ກອງປະຊຸມ ຜູ້ນຳລະດັບໂລກວ່າດ້ວຍບົດບາດ ແລະ ສິດທິຂອງແມ່ຍິງ ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 13 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດຂອງຈີນ ທີ່ປັກກິ່ງ, ໂດຍການເຂົ້າຮ່ວມຂອງທ່ານ ສີ ຈິ້ນຜິງ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ພ້ອມດ້ວຍ ພັນລະຍາ, ແລະ ຜູ້ຕາງໜ້າແມ່ຍິງຫຼາຍກວ່າ100ປະເທດ ຈາກ 5 ທະວີບ ທົ່ວໂລກ ແລະ ທ່ານ ນາງ ປານີ ຢາທໍ່ຕູ້ ເປັນຜູ້ຕາງໜ້າ ສປປ ລາວ ນຳພາຄະນະເຂົ້າຮ່ວມກອງປະຊຸມຄັ້ງນີ້.
ຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 34

ຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 34

ໃນລະຫວ່າງວັນທີ 6-9 ຕຸລາ ຜ່ານມາ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນທາງການລາວເຂົ້າຮ່ວມກອງປະຊຸມສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 34 ຢູ່ເຊລັງກໍ ປະເທດມາເລເຊຍ ພາຍໃຕ້ຫົວຂໍ້ “ການມີສ່ວນຮ່ວມຢ່າງທົ່ວເຖິງ ແລະ ຍືນຍົງ” ໂດຍການເປັນປະທານຂອງທ່ານ ດາໂຕະ ສຣິ ຕິຢອງ ຄິງ ຊິງ ລັດຖະມົນຕີກະຊວງທ່ອງທ່ຽວ, ສິລະປະ ແລະ ວັດທະນະທຳແຫ່ງມາເລເຊຍ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຜູ້ຕາງໜ້າສະພາວັດທະນະທຳ-ສັງຄົມອາຊຽນ, ຕີມໍແລັດສະເຕ ແລະ ເລຂາທິການໃຫຍ່ອາຊຽນເຂົ້າຮ່ວມ.
ລັດຖະບານ ລາວ ປະດັບຫຼຽນກາມິດຕະພາບໃຫ້ແກ່ ເອກອັກຄະລັດຖະທູດ ສິງກະໂປ ປະຈໍາ ສປປ ລາວ

ລັດຖະບານ ລາວ ປະດັບຫຼຽນກາມິດຕະພາບໃຫ້ແກ່ ເອກອັກຄະລັດຖະທູດ ສິງກະໂປ ປະຈໍາ ສປປ ລາວ

ໃນວັນທີ 9 ຕຸລານີ້ ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ຊູເດສ ມາເນຍ (Sudesh Maniar) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສິງກະໂປ ປະຈໍາ ສປປ ລາວ, ໃນໂອກາດທີ່ທ່ານສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ, ພ້ອມທັງຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ປະດັບຫຼຽນກາມິດຕະພາບ ໃຫ້ແກ່ທ່ານເອກອັກຄະລັດຖະທູດ ສິງກະໂປ ເພື່ອເປັນການຊົມເຊີຍ ແລະ ສັນລະເສີນ ຕໍ່ຜົນງານໃນການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສິງກະໂປ ໄດ້ຢ່າງຈົບງາມ, ມີປະສິດທິພາບ ແລະ ປະສິດທິຜົນ.
ສະເຫຼີມສະຫຼອງ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ຣັດເຊຍ

ສະເຫຼີມສະຫຼອງ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ຣັດເຊຍ

ໃນຕອນຄໍ່າຂອງວັນທີ 9 ກັນຍາ ຜ່ານມານີ້ ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນໄດ້ມີພິທີສະເຫຼີມສະຫຼອງ ຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ ຣັດເຊຍ ຂຶ້ນຢ່າງເປັນທາງການ, ເຂົ້າຮ່ວມເປັນກຽດໃນພິທີດັ່ງກ່າວມີ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ໃນນາມຕາງໜ້າລັດຖະບານ ແຫ່ງ ສປປ ລາວ ແລະ ທ່ານ ວະລາດີເມຍ ກາລີນິນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສ ຣັດເຊຍ ປະຈໍາ ສປປ ລາວ ຕາງໜ້າລັດຖະບານ ແຫ່ງ ສ ຣັດເຊຍ, ມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ເຈົ້າໜ້າທີ່ຂັ້ນສູງຂອງລາວ, ທູຕານຸທູດປະຈໍາ ສປປ ລາວ ແລະ ແຂກຖືກເຊີນຈາກພາກສ່ວນຕ່າງໆ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມ ລມຕ ກະສິກໍາ ແລະ ປ່າໄມ້ ອາຊຽນ ຄັ້ງທີ 47 ແລະ ກອງປະຊຸມທີ່ກ່ຽວຂ້ອງ

ກອງປະຊຸມ ລມຕ ກະສິກໍາ ແລະ ປ່າໄມ້ ອາຊຽນ ຄັ້ງທີ 47 ແລະ ກອງປະຊຸມທີ່ກ່ຽວຂ້ອງ

ໃນລະຫວ່າງວັນທີ 1-2 ຕຸລາ ຜ່ານມາ ທີ່ ມະນີລາ, ປະເທດຟີລິບປິນ ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ແຫ່ງ ສປປ ລາວ ພ້ອມທັງເປັນລັດຖະມົນຕີ ກະສິກໍາ ແລະ ປ່າໄມ້ ອາຊຽນ ໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸມ ປະກອບມີ:
ເພີ່ມເຕີມ