ກອງປະຊຸມສຸດຍອດການນໍາແມ່ຍິງອາຊຽນ ຄັ້ງທີ 3

ແມ່ຍິງອາຊຽນຫາລືຫົວຂໍ້ແມ່ຍິງກໍາລັງປະເຊີນໜ້າຢູ່ໃນພາກພື້ນ

ແມ່ຍິງອາຊຽນຫາລືຫົວຂໍ້ແມ່ຍິງກໍາລັງປະເຊີນໜ້າຢູ່ໃນພາກພື້ນ
ກອງປະຊຸມປິ່ນອ້ອມກ່ອນຈະເຂົ້າສູ່ກອງປະຊຸມສຸດຍອດການນໍາແມ່ຍິງອາຊຽນ ຄັ້ງທີ 3 ພາຍໃຕ້ຫົວຂໍ້: “ສົ່ງເສີມວຽກງານເສດຖະກິດການດູແລເບິ່ງແຍງ ແລະ ຄວາມເຂັ້ມແຂງ ເພື່ອກ້າວສູ່ປະຊາຄົມອາຊຽນ ຫຼັງປີ 2025"ໄດ້ຈັດຂຶ້ນໃນວັນທີ 22 ສິງຫາ

 

ນີ້ທີ່ໂຮງແຮມຄຣາວພລາຊານະຄອນຫຼວງວຽງຈັນສປປ ລາວ, ໂດຍການເປັນປະທານຂອງທ່ານ ນາງ ອາລີ ວົງໜໍ່ບຸນທຳປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ທ່ານ ນາງ ບິນຕັງ ປຸສປາໂຢກາລັດຖະມົນຕີ ການສ້າງຄວາມເຂັ້ມແຂງ ແລະ ປົກປ້ອງແມ່ຍິງ ແລະ ເດັກ ປະເທດອິນໂດເນເຊຍປະທານກອງປະຊຸມລັດຖະມົນຕີອາຊຽນ ຮັບຜິດຊອບ ວຽກງານແມ່ຍິງ, ທ່ານ ເອກກະພາບ ພັນທະວົງຮອງເລຂາທິການໃຫຍ່ອາຊຽນຜູ້ຊີ້ນໍາວຽກງານເສົາຄໍ້າ ປະຊາຄົມວັດທະນະທໍາ-ສັງຄົມອາຊຽນ, ມີບັນດາທ່ານຜູ້ຕາງໜ້າ ກອງເລຂາອາຊຽນ, ຄະນະກຳມະການແມ່ຍິງອາຊຽນ (ACW), ຄະນະກຳມາທິການອາຊຽນ ເພື່ອສົ່ງເສີມ ແລະ ປົກປ້ອງສິດທິຂອງແມ່ຍິງ ແລະ ເດັກ (ACWC) ຈາກບັນດາປະເທດສະມາຊິກອາຊຽນພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ອາລີ ວົງໜໍ່ບຸນທຳໄດ້ກ່າວວ່າ: ກອງປະຊຸມປິ່ນອ້ອມໃນມື້ນີ້, ຜູ້ເຂົ້າຮ່ວມໄດ້ຮ່ວມກັນປຶກສາຫາລື ຫົວຂໍ້ທີ່ສໍາຄັນ ທີ່ແມ່ຍິງກໍາລັງປະເຊີນໜ້າຢູ່ໃນພາກພື້ນ ເພື່ອບັນລຸຄວາມສະເໝີພາບຍິງ-ຊາຍ ແລະ ບໍ່ປະໃຜໄວ້ເບື້ອງຫຼັງ ເປັນຕົ້ນບັນຫາຄວາມຮຸນແຮງ, ການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ທາງດ້ານເສດຖະກິດເພື່ອຫຼຸດຜ່ອນຄວາມທຸກຍາກ, ການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດ. ບັນຫາເຫຼົ່ານີ້ຍັງສືບຕໍ່ເປັນບັນຫາຂົ່ມຂູ່ ແລະ ມີຜົນກະທົບຕໍ່ແມ່ຍິງ ແລະ ເດັກໃນພາກພື້ນອາຊຽນເພື່ອແກ້ໄຂບັນຫາດັ່ງກ່າວທີ່ປະຊາຄົມອາຊຽນ ມີຄວາມຈຳເປັນຕ້ອງວາງຍຸດທະສາດ, ຮ່ວມກັນກັບຄູ່ຮ່ວມພັດທະນາ ໃນການເຊື່ອມສານວຽກປ້ອງກັນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ-ເດັກ ແລະ ວຽກທີ່ກ່ຽວຂ້ອງກັບເສດຖະກິດການດູແລເບິ່ງແຍງເຂົ້າໃນຍຸດທະສາດລະດັບຊາດ ແລະ ພາກພື້ນ.

ສປປ ລາວ ໄດ້ເອົາໃຈໃສ່ຕໍ່ການສົ່ງເສີມຄວາມສະເໝີພາບຍິງ-ຊາຍ, ການພັດທະນາ ແລະ ປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ. ໃນນັ້ນ, ໄດ້ໃຫ້ຄວາມສໍາຄັນຕໍ່ວຽກງານຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ, ມີນິຕິກຳ, ແຜນດໍາເນີນງານແຫ່ງຊາດກ່ຽວກັບການປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງຕໍ່ເດັກ (2021-2025) ແລະ ໄດ້ສ້າງມາດຕະຖານການດໍາເນີນງານ ສໍາລັບການບໍລິການດ້ານສຸຂະພາບ, ການບໍລິການດ້ານສັງຄົມ, ການບໍລິການ ດ້ານຂະບວນການຍຸຕິທໍາ ແລະ ການປະສານງານ-ສົ່ງຕໍ່ ເພື່ອເປັນບ່ອນອີງສໍາລັບບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ເຮັດໜ້າທີ່ປົກປ້ອງ, ຊ່ວຍເຫຼືອ ແລະ ສົ່ງຕໍ່ຜູ້ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກ ຢູ່ ສປປ ລາວແລະມີຄວາມພາກພູມໃຈທີ່ຈະໄດ້ແລກປ່ຽນບົດຮຽນໃນການພັດທະນາ ແລະ ການຈັດຕັ້ງປະຕິບັດ “ມາດຕະຖານການດໍາເນີນງານ-SOPS" ເພື່ອໃຫ້ການປົກປ້ອງຊ່ວຍເຫຼືອແກ່ຜູ້ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງທາງເພດ ແລະ ບັນຫາອື່ນໆ.ກອງປະຊຸມໃນມື້ນີ້, ຍັງໄດ້ສະເໜີ“ຂໍ້ແນະນໍາ ຂອງອາຊຽນກ່ຽວກັບການພັດທະນາມາດຕະຖານການດໍາເນີນງານແຫ່ງຊາດ (SOPs) ສໍາລັບການ ປະສານງານເພື່ອຕອບໂຕ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ລວມທັງກຸ່ມຜູ້ດ້ອຍໂອກາດ”.

ໃນຕອນທ້າຍກອງປະຊຸມໃນຄັ້ງນີ້, ຜູ້ແທນໄດ້ສືບຕໍ່ເຂົ້າຮ່ວມປະກອບຄໍາຄິດຄໍາເຫັນ ແລະ ແລກປ່ຽນບົດຮຽນທີ່ເຕັມໄປດ້ວຍເນື້ອໃນອັນອຸດົມສົມບູນ, ສ້າງສັນ ແລະ ມີແຜນບຸລິມະສິດຍາວນານ ໃນການແກ້ໄຂ ບັນຫາທີ່ກ່ຽວຂ້ອງກັບເສດຖະກິດການດູແລເບິ່ງແຍງ ທີ່ບໍ່ໄດ້ຮັບຄ່າຈ້າງ ແລະ ວຽກງານພາຍໃນຄົວເຮືອນ, ປະກອບສ່ວນເຂົ້າໃນການສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ຄວາມເຂັ້ມແຂງໃຫ້ແມ່ຍິງ ພ້ອມທັງການພັດທະນາມາດຕະຖານການດໍາເນີນງານແຫ່ງຊາດ (SOPs) ສໍາລັບການປະສານງານ ເພື່ອຕອບໂຕ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ລວມທັງກຸ່ມດ້ອຍໂອກາດ ຂອງປະເທດຕົນ ເພື່ອກ້າວໄປສູ່ປະຊາຄົມອາຊຽນ ທີ່ເຂັ້ມແຂງ.

(ຂ່າວ: ບຸນອູ້ມ, ພາບ: ວັນເພັງ)

ຄໍາເຫັນ

ຂ່າວການຮ່ວມມື

ປະດັບຫຼຽນກາມິດຕະພາບໃຫ້ແກ່ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈໍາ ສປປ ລາວ

ປະດັບຫຼຽນກາມິດຕະພາບໃຫ້ແກ່ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈໍາ ສປປ ລາວ

ໃນວັນທີ 25 ສິງຫານີ້, ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ ລັດຖະບານ ແຫ່ງ ສປປ ລາວ, ປະດັບຫຼຽນກາມິດຕະພາບໃຫ້ແກ່ ທ່ານນາງ ມາຕິນ ເທເຣີ (Ms.Martine Thérer) ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ (United Nations Development Programme – UNDP) ປະຈໍາ ສປປ ລາວ, ເນື່ອງໃນໂອກາດທີ່ທ່ານໄດ້ສໍາເລັດການປະຕິບັດໜ້າທີ່ຢູ່ ສປປ ລາວ, ໂດຍມີການເຂົ້າຮ່ວມຂອງບັນດາກົມກ່ຽວຂ້ອງຂອງກະຊວງການຕ່າງປະເທດ, ກະຊວງການເງິນ ແລະ ຫ້ອງການຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ.
ສື່ມວນຊົນລາວ​ ທັດສະນະສຶກສາ​​ຢູ່ນະຄອນຊຽງຮຸ່ງ​ ແຂວງຢຸນນານ​

ສື່ມວນຊົນລາວ​ ທັດສະນະສຶກສາ​​ຢູ່ນະຄອນຊຽງຮຸ່ງ​ ແຂວງຢຸນນານ​

ໃນລະຫວ່າງວັນທີ 21-22​ ສິງຫາຜ່ານມາ, ສື່ມວນຊົນລາວນຳພາໂດຍທ່ານ ເພັດ ມະນີພອນ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ທັງເປັນຫົວໜ້າຄະນະນັກຂ່າວໜຸ່ມຂອງ ສປປ ລາວ,ໃຫ້ກຽດເຂົ້າຮ່ວມຂອງທ່ານ ຕົງຢ້ານ ​ຫົວໜ້າສູນການສຶກສາ ແລະ ຝຶກອົບຮົມຂອງກຸ່ມການສື່ສານສາກົນຈີນ​ພ້ອມດ້ວຍຄະນະຮັບຜິດຊອບຊຸດອົບຮົມ ແລະ ນັກຂ່າວ​ໜຸ່ມ​ຂອງ​ ສປປ​ ລາວ​ ໄດ້ເຄື່ອນໄຫວທັດສະນະສຶກສາຢູ່ນະຄອນຈິ່ງຫົງ​ ຫຼື​ Jinghong​ (ນະຄອນ​ຊຽງ​ຮຸ່ງ)ເຂດປົກຄອງຕົນເອງຊົນເຜົ່າໄຕສິບສອງພັນນາ ແຂວງຢຸນນານ ສປ ​ຈີນ.
ກອງປະຊຸມປຶກສາຫາລືກັບບັນດາກົງສູນກິດຕິມະສັກແຫ່ງ ສປປ ລາວ ປະຈຳຍີ່ປຸ່ນ

ກອງປະຊຸມປຶກສາຫາລືກັບບັນດາກົງສູນກິດຕິມະສັກແຫ່ງ ສປປ ລາວ ປະຈຳຍີ່ປຸ່ນ

ໃນວັນທີ 20 ສິງຫາຜ່ານມານີ້, ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາປະເທດຍີ່ປຸ່ນ, ທ່ານ ອຳໄພ ກິນດາວົງ ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳຍີ່ປຸ່ນ ພ້ອມດ້ວຍຄະນະ ໄດ້ຈັດກອງປະຊຸມປຶກສາຫາລືກັບບັນດາກົງສູນກິດຕິມະສັກແຫ່ງ ສປປ ລາວ ປະຈຳຍີ່ປຸ່ນ ຊຶ່ງປະກອບມີຈຳນວນ 5 ແຫ່ງຄື: ກົງສູນກິດຕິມະສັກແຫ່ງ ສປປ ລາວ ປະຈໍາກຽວໂຕ, ໂອກິນາວາ, ຮະໂກະດະເຕະ, ນາໂກຢາ ແລະ ຟຸຄຸໂອກະ.
ນັກຂ່າວໜຸ່ມຂອງລາວຮັບຟັງການບັນຍາຍປະຫວັດສາດການຮ່ວມມືດ້ານສື່ສາກົນລາວ-ຈີນ

ນັກຂ່າວໜຸ່ມຂອງລາວຮັບຟັງການບັນຍາຍປະຫວັດສາດການຮ່ວມມືດ້ານສື່ສາກົນລາວ-ຈີນ

ໃນວັນທີ 23 ສິງຫານີ້, ນັກຂ່າວໜຸ່ມຂອງ ສປປ ລາວ ໄດ້ຮັບຟັງການບັນຍາຍແລກປ່ຽນຄວາມຮູ້ກ່ຽວກັບປະຫວັດສາດການຮ່ວມມືດ້ານສື່ສາກົນລະຫວ່າງລາວ-ຈີນ ໃນຫົວຂໍ້ “ການສື່ສານສາກົນ” ໂດຍທ່ານນາງ ຫຼູຮຸ້ຍຫຼິງ ອາຈານປະຈຳສາຂາພາສາລາວຄະນະອາຊີມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ ສປ ຈີນ, ມີທ່ານ ເພັດ ມະນີພອນ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນທັງເປັນຫົວໜ້າຄະນະນັກຂ່າວໜຸ່ມຂອງ ສປປ ລາວ ພ້ອມດ້ວຍຄະນະຮັບຜິດຊອບ ແລະ ນັກຂ່າວໜຸ່ມຂອງ ສປປ ລາວ ທົ່ວປະເທດເຂົ້າຮ່ວມ.
ລາວ-ໄທ ເຊື່ອມໂຍງການທ່ອງທ່ຽວຂ້າມແດນ ຜັກດັນຄຳມ່ວນສູ່ຈຸດໝາຍໃໝ່ຂອງນັກທ່ອງທ່ຽວ

ລາວ-ໄທ ເຊື່ອມໂຍງການທ່ອງທ່ຽວຂ້າມແດນ ຜັກດັນຄຳມ່ວນສູ່ຈຸດໝາຍໃໝ່ຂອງນັກທ່ອງທ່ຽວ

ກອງປະຊຸມແລກປ່ຽນການເຊື່ອມໂຍງດ້ານການທ່ອງທ່ຽວລາວ-ໄທ ລະຫວ່າງແຂວງຄຳມ່ວນ ແລະ ຈັງຫວັດນະຄອນພະນົມ ຈັດຂຶ້ນວັນທີ 24 ສິງຫາ 2026 ທີ່ ເມືອງທ່າແຂກ ແຂວງຄຳມ່ວນ ໂດຍມີ ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ, ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ແລະ ທ່ານ ນາງ ເສົາວະນີ ຄົນກ້າ ຜູ້ອຳນວຍການ ການທ່ອງທ່ຽວແຫ່ງປະເທດໄທ ຈັງຫວັດນະຄອນພະນົມ ພ້ອມດ້ວຍພາກລັດ, ເອກະຊົນ ແລະ ຜູ້ປະກອບການຈາກສອງຝ່າຍເຂົ້າຮ່ວມ.
ສພ​ຂ ອັດຕະປື–ດັກລັກ ແລກປ່ຽນບົດຮຽນ ເສີມສ້າງສາຍພົວພັນ ການຮ່ວມມືອັນແໜ້ນແຟ້ນ

ສພ​ຂ ອັດຕະປື–ດັກລັກ ແລກປ່ຽນບົດຮຽນ ເສີມສ້າງສາຍພົວພັນ ການຮ່ວມມືອັນແໜ້ນແຟ້ນ

ກອງປະຊຸມພົບປະ ແລກປ່ຽນບົດຮຽນລະຫວ່າງຄະນະສະພາປະຊາຊົນແຂວງ (ສ​ພ​ຂ) ອັດຕະປື ກັບ ຄະນະສະພາປະຊາຊົນ ແຂວງດັກລັກ ສສ ຫວຽດນາມ ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 23 ສິງ​ຫາ​ຜ່ານ​ມາ ທີ່ ແຂວງ​ອັດ​ຕະ​ປື, ຝ່າຍ ສ​ພ​ຂ ອັດຕະປື ນຳໂດຍ ທ່ານ ພູວັນ ພົມມະຈັນ ຮອງປະທານ ຜູ້ປະຈຳການສະພາປະຊາຊົນ ແຂວງອັດຕະປື ພ້ອມຄະນະ, ຝ່າຍສະພາປະຊາຊົນ ແຂວງດັກລັກ ນຳໂດຍ ທ່ານ ໂດ໊ ຖາຍ ຟອງ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງດັກລັກ ພ້ອມຄະນະ.
ສວນດອກໄມ້ເຂດຮ້ອນສິບສອງພັນນາມີການເກັບຮັກສາພັນພືດ 1 ພັນກວ່າຊະນິດ

ສວນດອກໄມ້ເຂດຮ້ອນສິບສອງພັນນາມີການເກັບຮັກສາພັນພືດ 1 ພັນກວ່າຊະນິດ

ໃນໂອກາດເຂົ້າຮ່ວມໂຄງການຝຶກອົບຮົມນັກຂ່າວໜຸ່ມຂອງ ສປປ ລາວ ຈັດໂດຍກະຊວງການຄ້າແຫ່ງ ສປຈີນ ໃນລະຫວ່າງວັນທີ 7 ຫາວັນທີ 27 ສິງຫາ 2026 ຢູ່ນະຄອນຫຼວງປັກກິ່ງ ສປ ຈີນ, ໃນວັນທີ 22 ສິງຫາຜ່ານມາ, ສື່ມວນຊົນລາວນໍາພາໂດຍທ່ານ ເພັດ ມະນີພອນ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນ ທັງເປັນຫົວໜ້າຄະນະນັກຂ່າວໜຸ່ມຂອງ ສປປ ລາວ ພ້ອມດ້ວຍຄະນະຮັບຜິດຊອບ ແລະ ນັກຂ່າວໜຸ່ມຂອງ ສປປ ລາວ ທົ່ວປະເທດໄດ້ເຄື່ອນໄຫວທັດສະນະສຶກສາຢູ່ສວນດອກໄມ້ເຂດຮ້ອນສິບສອງພັນນານະຄອນຊຽງຮຸ່ງເຂດປົກຄອງຕົນເອງຊົນເຜົ່າໄຕສິບສອງພັນນາແຂວງຢຸນນານ ສປ ຈີນ.
ສະພາປະຊາຊົນແຂວງເຊກອງ ແລະ ຢາລາຍ ພົບປະແລກປ່ຽນບົດຮຽນ

ສະພາປະຊາຊົນແຂວງເຊກອງ ແລະ ຢາລາຍ ພົບປະແລກປ່ຽນບົດຮຽນ

ກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງ ສະພາປະຊາຊົນແຂວງເຊກອງ ສປປ ລາວ ແລະ ສະພາປະຊາຊົນ ແຂວງຢາລາຍ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 17 ສິງຫາຜ່ານມາ ທີ່ ແຂວງເຊກອງ, ໂດຍມີ ທ່ານ ຕຸລາວັນ ວົງໄຊ ຄະນະປະຈຳພັກແຂວງ ຮອງປະທານສະພາປະຊາຊົນແຂວງເຊກອງ, ທ່ານ ນາງ ຮວີ່ງ ຖຸຍ ເວີນ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງຢາລາຍ ພ້ອມຄະນະທັງສອງຝ່າຍ ເຂົ້າຮ່ວມ.
ສພຂ ອັດຕະປື-ຢາລາຍ ຮັດແໜ້ນການຮ່ວມມືສອງຝ່າຍ

ສພຂ ອັດຕະປື-ຢາລາຍ ຮັດແໜ້ນການຮ່ວມມືສອງຝ່າຍ

ກອງປະຊຸມ ພົບປະສອງຝ່າຍ ລະຫວ່າງ ສະພາປະຊາຊົນແຂວງອັດຕະປື (ສພຂ ອັດຕະປື) ຊຶ່ງນຳໂດຍ ທ່ານ ພູວັນ ພົມມະຈັນ ຄະນະປະຈໍາພັກແຂວງ ຮອງປະທານ ຜູ້ປະຈຳການສະພາປະຊາຊົນແຂວງອັດຕະປື ພ້ອມຄະນະ ແລະ ສະພາປະຊາຊົນແຂວງຢາລາຍ ສສ ຫວຽດນາມ ນຳໂດຍ ທ່ານ ນາງ ຮວິ່ງ ຖຸຍ ເວີນ, ກຳມະການພັກແຂວງ ຮອງປະທານ ສະພາປະຊາຊົນແຂວງຢາລາຍ ພ້ອມຄະນະ ຈັດຂຶ້ນໃນວັນທີ 17 ສິງຫານີ້ ທີ່ ແຂວງອັດຕະປື.
ອັດຕະປື-ກວາງຫງາຍ ລົງນາມຮ່ວມມື ສອງຝ່າຍ

ອັດຕະປື-ກວາງຫງາຍ ລົງນາມຮ່ວມມື ສອງຝ່າຍ

ກອງປະຊຸມພົບປະ ແລະ ລົງນາມບົດບັນທຶກຊ່ວຍຈຳ ລະຫວ່າງ ຫ້ອງວ່າການແຂວງອັດຕະປື ແຫ່ງ ສປປ ລາວ ແລະ ພະແນກຊົນເຜົ່າ ແລະ ສາສະໜາ ແຂວງກວາງຫງາຍ ແຫ່ງ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 12 ສິງຫາຜ່ານມາ ທີ່ ແຂວງອັດຕະປື.
ເພີ່ມເຕີມ