![]() |
ເປັນກຽດໃນພິທີ, ທ່ານ ມາກ ກາລາກເກີ (Mark Gallagher) ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈໍາ ລາວ, ທ່ານ ສີທອງ ທອງມະນີວົງ ຫົວໜ້າຄະນະວິຊາ ຄະນະວິທະຍາສາດປ່າໄມ້, ແຂກຖືກເຊີນ ພ້ອມດ້ວຍນັກສຶກສາເຂົ້າຮ່ວມ.
ການຊ່ວຍເຫຼືອໃນຄັ້ງນີ້ ແມ່ນຜ່ານໂຄງການ "ການປົກປັກຮັກສາ ແລະ ການນໍາໃຊ້ລະບົບນິເວດປ່າໄມ້ ແລະ ຊີວະນາໆພັນ ແບບຍືນຍົງ" (ProFEB) ທີ່ຈັດຕັ້ງປະຕິບັດໂດຍ GIZ ຊຶ່ງມີມູນຄ່າການລົງທຶນທັງໝົດ 1,153,750,000 ກີບ. ນີ້ຖືເປັນບາດກ້າວອັນສໍາຄັນໃນການປັບປຸງການສຶກສາດ້ານການປ່າໄມ້ ຢູ່ ສປປ ລາວ ໃຫ້ດີຂຶ້ນ, ເພື່ອຊ່ວຍໃຫ້ຊ່ຽວຊານຮຸ່ນໃໝ່ມີອຸປະກອນໄອທີທີ່ຈໍາເປັນ ໃນການຮຽນຮູ້ການຄຸ້ມຄອງສິ່ງແວດລ້ອມ ແລະ ການພັດທະນາແບບຍືນຍົງ ທີ່ທັນສະໄໝ.
ໃນພິທີດັ່ງກ່າວ, ທ່ານ ນາງ ມິຄາເອລາ ເຮນນິງ (Michaela Henning) ຮອງຫົວໜ້າພະແນກອາຊີຕາເວັນອອກສ່ຽງໃຕ້ ຂອງກະຊວງຮ່ວມມືທາງດ້ານເສດຖະກິດ ແລະ ການພັດທະນາ ແຫ່ງ ສະຫະພັນເຢຍລະມັນ (BMZ) ໄດ້ເນັ້ນໃຫ້ເຫັນເຖິງສາຍພົວພັນຄູ່ຮ່ວມມືອັນຍາວນານລະຫວ່າງສອງປະເທດວ່າ: "ການຮ່ວມມືຂອງພວກເຮົາກັບລາວ ໃນດ້ານການສຶກສາປ່າໄມ້ ໄດ້ດຳເນີນມາເປັນເວລາຫຼາຍທົດສະວັດ. ໂດຍການລົງທຶນໃນລະດັບການສຶກສາຊັ້ນສູງ, ພວກເຮົາກຳລັງສ້າງຄວາມເຂັ້ມແຂງໃຫ້ແກ່ຄົນຮຸ່ນໃໝ່ ໃນການຄຸ້ມຄອງຊັບພະຍາກອນທຳມະຊາດຢ່າງມີຄວາມຮັບຜິດຊອບ. ເຕັກໂນໂລຊີເຫຼົ່ານີ້ ເຊັ່ນ: GIS ແລະ ການສຳຫຼວດໄລຍະໄກ (Remote Sensing) ແມ່ນມີຄວາມສຳຄັນຫຼາຍໃນການຕິດຕາມເນື້ອທີ່ປົກຫຸ້ມຂອງປ່າໄມ້ ແລະ ປົກປັກຮັກສາຊີວະນາໆພັນຢ່າງຊັດເຈນ. ອຸປະກອນເຫຼົ່ານີ້ແມ່ນບາດກ້າວທີ່ມີຄວາມໝາຍໃນການຮ່ວມມືຂອງພວກເຮົາ ເພື່ອກຽມຄວາມພ້ອມໃຫ້ແກ່ນັກສຶກສາໃນການແກ້ໄຂບັນຫາຕົວຈິງ ເຊັ່ນ: ການລັກລອບຕັດໄມ້ ແລະ ການຄຸ້ມຄອງປ່າໄມ້ແບບຍືນຍົງ.
ທ່ານ ມາກ ກາລາກເກີ ໄດ້ກ່າວເສີມວ່າ: "ການມອບ-ຮັບ ອຸປະກອນໄອທີ ທີ່ທັນສະໄໝໃນມື້ນີ້ ແມ່ນສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຮ່ວມກັນຂອງພວກເຮົາ ທີ່ມີຕໍ່ອະນາຄົດຂອງການສຶກສາດ້ານການປ່າໄມ້ ໃນ ສປປ ລາວ. ດ້ວຍການນໍາໃຊ້ເຄື່ອງມືດີຈີຕອນ ເຊັ່ນ: GIS ແລະ ການສຳຫຼວດໄລຍະໄກ, ພວກເຮົາກຳລັງສ້າງຄວາມເຂັ້ມແຂງໃຫ້ແກ່ຊ່ຽວຊານຮຸ່ນໃໝ່ ເພື່ອເປັນຜູ້ນຳພາໃນການຄຸ້ມຄອງປ່າໄມ້ແບບຍືນຍົງ ແລະ ການສ້າງສັນນະວັດຕະກໍາດ້ານສິ່ງແວດລ້ອມ."
ຄະນະວິທະຍາສາດປ່າໄມ້ ເປັນສະຖາບັນການສຶກສາຫຼັກໃນການຄົ້ນຄວ້າ ແລະ ສ້າງຂີດຄວາມສາມາດ ໃນຂະແໜງການປ່າໄມ້ຂອງລາວ ແລະ ໃຫ້ແກ່ບຸກຄະລາກອນດ້ານປ່າໄມ້ໃນອະນາຄົດ. ປະຈຸບັນ, ຄະນະດັ່ງກ່າວມີນັກສຶກສາ ແລະ ຄູ-ອາຈານ ປະມານ 200 ຄົນ ຊຶ່ງທັງໝົດຈະໄດ້ຮັບຜົນປະໂຫຍດຈາກການຫັນເປັນທັນສະໄໝໃນຄັ້ງນີ້. ເນື່ອງຈາກຂະແໜງການນີ້ມີການພັດທະນາຢ່າງຕໍ່ເນື່ອງ, ນັກສຶກສາຈຶ່ງຈຳເປັນຕ້ອງມີທັກສະທີ່ສັບຊ້ອນ ລວມທັງລະບົບຂໍ້ມູນຂ່າວສານພູມສາດ (GIS), ການສຳຫຼວດໄລຍະໄກ (RS), ການວິເຄາະຂໍ້ມູນ ແລະ ເຕັກໂນໂລຊີການປຸງແຕ່ງໄມ້ທີ່ກ້າວໜ້າ ຊຶ່ງກ່ອນໜ້ານີ້, ການເຂົ້າເຖິງອຸປະກອນທີ່ທັນສະໄໝຍັງມີຈຳກັດ ຈຶ່ງເປັນອຸປະສັກຕໍ່ການຮຽນ-ການສອນທັກສະດີຈີຕອນເຫຼົ່ານີ້.
ເພື່ອອຳນວຍຄວາມສະດວກໃຫ້ແກ່ການຮຽນຮູ້, ປັດຈຸບັນຄະນະວິທະຍາສາດປ່າໄມ້ ໄດ້ມີພື້ນຖານໂຄງລ່າງດີຈີຕອນທີ່ທັນສະໄໝຊຶ່ງລວມມີ: ຫ້ອງທົດລອງ GIS, ອຸປະກອນຄອມພິວເຕີສະເພາະດ້ານ ແລະ ເຄື່ອງມືທີ່ຈຳເປັນໃນຫ້ອງບັນຍາຍ ເຊັ່ນ: ຈໍສາຍ (Projectors) ແລະ ຈໍພາບຕ່າງໆ. ອຸປະກອນເຫຼົ່ານີ້ ຈະຊ່ວຍໃຫ້ນັກສຶກສາໄດ້ຝຶກຝົນກັບເຄື່ອງມືປະເພດດຽວກັນກັບທີ່ນັກວິໄຈສາກົນ ແລະ ຕະຫຼາດໄມ້ລະດັບໂລກນຳໃຊ້, ຊ່ວຍໃຫ້ນັກສຶກສາ ແລະ ພະນັກງານສາມາດດຳເນີນການຄົ້ນຄວ້າໃນລະດັບສູງ, ບໍລິຫານວຽກງານປະຈຳວັນຢ່າງມີປະສິດທິພາບ ແລະ ສ້າງສະພາບແວດລ້ອມການຮຽນຮູ້ທີ່ເນັ້ນການປະຕິບັດຕົວຈິງຫຼາຍຂຶ້ນ.
![]() |
ທ່ານ ສີທອງ ທອງມະນີວົງ ໄດ້ສະແດງຄວາມຂອບໃຈຕໍ່ການຫັນເປັນທັນສະໄໝໃນຄັ້ງນີ້ວ່າ: "ພວກເຮົາຮູ້ສຶກຂອບໃຈເປັນຢ່າງຍິ່ງ ສຳລັບເຄື່ອງມື ແລະ ອຸປະກອນທີ່ໄດ້ຮັບ, ເພາະການຊ່ວຍເຫຼືອນີ້ໄດ້ເສີມສ້າງຂີດຄວາມສາມາດຂອງພວກເຮົາ ໃນການຮຽນ-ການສອນ ແລະ ການຄົ້ນຄວ້າວິທະຍາສາດ. ການປັບປຸງເຫຼົ່ານີ້ຄົງຈະເປັນເລື່ອງທີ່ຍາກຫຼາຍ ຖ້າພວກເຮົາຈະເຮັດດ້ວຍຕົນເອງ, ແລະ ພວກເຮົາຕີລາຄາສູງຕໍ່ການຮ່ວມມືທີ່ຕໍ່ເນື່ອງນີ້ ເພື່ອໃຫ້ບັນລຸໄດ້ຕາມມາດຕະຖານສາກົນ." ຜ່ານການຫັນປ່ຽນພື້ນຖານໂຄງລ່າງໄອທີ ຂອງຄະນະວິທະຍາສາດປ່າໄມ້ ໃຫ້ມີຄວາມທັນສະໄໝ, ການຮ່ວມມືໃນຄັ້ງນີ້ ມີເປົ້າໝາຍເພື່ອສ້າງນັກສຶກສາທີ່ຮຽນຈົບໃຫ້ມີຄຸນນະພາບສູງ ເພື່ອສະໜັບສະໜູນເປົ້າໝາຍຂອງລັດຖະບານລາວ ໃນການສ້າງຂະແໜງການປ່າໄມ້ທີ່ຍືນຍົງ ແລະ ຖືກຕ້ອງຕາມລະບຽບກົດໝາຍ. ພິທີດັ່ງກ່າວໄດ້ປິດລົງດ້ວຍການຢ້ຽມຊົມສະຖານທີ່ໃໝ່, ລວມທັງຫ້ອງທົດລອງ GIS/RS ທີ່ຫາກໍ່ສ້າງຕັ້ງຂຶ້ນ ຊຶ່ງຄູ-ອາຈານ ແລະ ນັກສຶກສາ ໄດ້ສາທິດການນຳໃຊ້ອຸປະກອນໄອທີໃໝ່ ເຂົ້າໃນການຮຽນ-ການສອນ ໃຫ້ແກ່ຄະນະຜູ້ແທນທີ່ມາຢ້ຽມຢາມໄດ້ຮັບຊົມ.
(ຂ່າວ: ແສງຈັນ)


ຄໍາເຫັນ