ມອບ-ຮັບໃບຢັ້ງຢືນການຝຶກອົບຮົມລະບາດວິທະຍາພາກສະໜາມຮຸ່ນທີ 15

ມອບ-ຮັບໃບຢັ້ງຢືນການຝຶກອົບຮົມລະບາດວິທະຍາພາກສະໜາມຮຸ່ນທີ 15

ມອບ-ຮັບໃບຢັ້ງຢືນການຝຶກອົບຮົມລະບາດວິທະຍາພາກສະໜາມຮຸ່ນທີ 15
ກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ ຮ່ວມກັບອົງການປ້ອງກັນຫຼຸດຜ່ອນໄພຂົ່ມຂູ່, ສູນປ້ອງກັນ ແລະ ຄວບຄຸມພະຍາດຕິດຕໍ່ສະຫະລັດອາເມຣິກາ ແລະ ອົງການອະນາໄມໂລກໄດ້ຈັດພິທີມອບ-ຮັບໃບຢັ້ງຢືນໃຫ້ນັກສຶກສາຜູ້ທີ່ສໍາເລັດຊຸດອົບຮົມລະບາດວິທະຍາພາກສະໜາມຮຸ່ນທີ 15ຂຶ້ນຢ່າງເປັນທາງການໃນວັນທີ 10 ເມສານີ້

 

 

 ທີ່ໂຮງແຮມລາວພຣາຊານະຄອນຫຼວງວຽງຈັນໂດຍການເປັນປະທານຂອງ ທ່ານ ບຸນແຝງ ພູມມະໄລສິດລັດຖະມົນຕີກະຊວງສາທາລະນະສຸກ, ທ່ານນາງ ແຮັດເຕີ ວາເຣຍອາວາ (Heather Variava)ເອກອັກຄະລັດຖະທູດສະຫະລັດອາເມຣິກາປະຈຳສປປລາວ, ທ່ານ ພອນປະດິດ ສັງໄຊຍະລາດ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ແລະ ຜູ້ຕາງໜ້າອົງການອະນາໄມໂລກປະຈໍາສປປລາວພ້ອມທັງທ່ານຜູ້ຕາງໜ້າຈາກອົງການປ້ອງກັນຫຼຸດຜ່ອນໄພຂົ່ມຂູ່ (DTRA), ສູນປ້ອງກັນ ແລະ ຄວບຄຸມພະຍາດຕິດຕໍ່ສະຫະລັດອາເມຣິກາ (USCDC), ອົງການອະນາໄມໂລກ (WHO); ມີບັນດາອາຈານທີ່ມີສ່ວນຮ່ວມໃນການສະໜັບສະໜູນຫຼັກສູດ ແລະຜູ້ສໍາເລັດການອົບຮົມເຂົ້າຮ່ວມ.

ທ່ານ ພອນປະດິດ ສັງໄຊຍະລາດ ກ່າວວ່າ: ຊຸດອົບຮົມລະບາດວິທະຍາພາກສະໜາມໄດ້ຖືກຈັດຕັ້ງປະຕິບັດນັບແຕ່ຕົ້ນປີ 2009ຈົນເຖິງປັດຈຸບັນ ຊຶ່ງເປັນຮຸ່ນທີ 15;ການເປີດຊຸດອົບຮົມໃນແຕ່ລະຄັ້ງຈະມີນັກສຶກສາເຂົ້າຮ່ວມທັງໝົດ 8 ທ່ານ ຊຶ່ງມາຈາກກະຊວງສາທາລະນະສຸກ, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງປ້ອງກັນປະເທດ ໂດຍໄດ້ຮັບການສະໜັບສະໜູນຈາກສູນວິເຄາະ ແລະ ລະບາດວິທະຍາ, ອົງການປ້ອງກັນຫຼຸດຜ່ອນໄພຂົ່ມຂູ່, ສູນປ້ອງກັນ ແລະ ຄວບຄຸມພະຍາດຕິດຕໍ່ ສະຫະລັດອາເມຣິກາ ແລະ ອົງການອະນາໄມໂລກ; ຈຸດປະສົງເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານສາທາລະນະສຸກໃນການພັດທະນາຄວາມອາດສາມາດທາງດ້ານລະບາດວິທະຍາໃຫ້ພະນັກງານຜູ້ທີ່ຮັບຜິດຊອບວຽກງານປ້ອງກັນ ແລະ ຄວບຄຸມພະຍາດແຕ່ສູນກາງລົງຮອດທ້ອງຖິ່ນ.

ຊຸດອົບຮົມຄັ້ງນີ້ມີຜູ້ເຂົ້າຮ່ວມມາຈາກສູນໄຂ້ຍຸງແມ່ກາຝາກ ແລະ ແມງໄມ້, ພະແນກສາທາລະນະສຸກແຂວງຫຼວງພະບາງ, ຫ້ອງການສາທາເມືອງໄຊເສດຖາ ແລະ ແຂວງວຽງຈັນ, ສະຖາບັນອະນາໄມກັນພະຍາດ ສົ່ງເສີມສຸຂະພາບກອງທັບ, ປກຊ, ພະແນກເສນາຮັກແຂວງບໍລິຄໍາໄຊ ແລະ ພະແນກກະສິກໍາ ແລະ ປ່າໄມ້ແຂວງບໍ່ແກ້ວ)ມາຮອດປັດຈຸບັນມີຈຳນວນນັກສຶກສາຜູ້ທີ່ຈົບໄປແລ້ວລວມທັງຮຸ່ນທີ່ກຳລັງຈົບມີທັງໝົດ 118 ທ່ານ; ຊຶ່ງໃນນັ້ນຢູ່ຂັ້ນສູນກາງມີ 40 ທ່ານ (ຂະແໜງສາທາລະນະສຸກ 17 ທ່ານ, ກະສິກໍາ 5 ທ່ານ, ໄຂ້ຍຸງ 3 ທ່ານ, ສັກຢາກັນພະຍາດ 4 ທ່ານ, ປກຊ 6ທ່ານ ແລະ ປກສ 5 ທ່ານ ), ຢູ່ຂັ້ນແຂວງ 56 ທ່ານ(ຂະແໜງສາທາ 37 ທ່ານ, ກະສິກໍາ 13 ທ່ານ, ໄຂ້ຍຸງ 4 ທ່ານ, ປກຊ 1 ທ່ານ, ປກສ 1) ແລະ ຢູ່ຂັ້ນເມືອງ 22 ທ່ານ (ຂະແໜງສາທາ 21 ແລະ ກະສິກໍາ 1 ທ່ານ).ນັກສຶກສາລະບາດວິທະຍາພາກສະໜາມຜູ້ທີ່ຈົບໄປແລ້ວມີບົດບາດສຳຄັນຫຼາຍຕໍ່ວຽກງານສາທາລະນະສຸກ ປະກອບສ່ວນເຂົ້າໃນວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ ແລະ ເຫດການສຸກເສີນດ້ານສາທາລະນະສຸກ ເປັນຕົ້ນປະກອບສ່ວນຢ່າງຕັ້ງໜ້າໃນວຽກງານເຝົ້າລະວັງ, ສອບສວນການລະບາດ, ວິເຄາະຂໍ້ມູນ ແລະ ຕອບໂຕ້ຕໍ່ການລະບາດ (ນັກສຶກສາລະບາດວິທະຍາພາກສະໜາມຮຸ່ນທີ 15 ກໍໄດ້ເຂົ້າຮ່ວມການສອບສວນການລະບາດຂອງພະຍາດຕິດຕໍ່ຢ່າງຫຼວງຫຼາຍ ເປັນຕົ້ນການລະບາດຂອງພະຍາດມາລາເລຍ, ພະຍາດໄຂ້ເລືອດດໍາ, ພະຍາດໄຂ້ຍຸງລາຍ, ພະຍາດໄອໄກ່). ນອກນັ້ນເຄືອຂ່າຍນັກສຶກສາລະບາດວິທະຍາພາກສະໜາມຜູ້ທີ່ຈົບໄປແລ້ວໃນຂອບເຂດທົ່ວປະເທດຍັງເປັນເສົາຫຼັກໃນການປະສອບສ່ວນໃຫ້ແກ່ວຽກງານເຝົ້າລະວັງ ແລະ ໂຕ້ຕອບຢູ່ທ້ອງຖິ່ນ ພ້ອມທັງການສຶກສາຄົ້ນຄວ້າກ່ຽວກັບບັນຫາທາງດ້ານສາທາລະນະສຸກທີ່ມີໃນປັດຈຸບັນ ເພື່ອຊອກຫາສາເຫດຂອງການເຈັບເປັນ ເພື່ອສະເໜີຂັ້ນນຳໃນການວາງມາດຕະການແກ້ໄຂ ແລະ ປັບປຸງວຽກງານກັນ ແລະ ຄວບຄຸມພະຍາດໃຫ້ດີຂຶ້ນໃນຕໍ່ໜ້າ.

ຂ່າວ-ພາບ: ຍຸພິນທອງ

ຄໍາເຫັນ

ຂ່າວສາທະລະນະສຸກ

ເປີດໂຄງການຮັກສາພະຍາດຫົວໃຈແຕ່ກຳເນີດຂອງເດັກນ້ອຍ

ເປີດໂຄງການຮັກສາພະຍາດຫົວໃຈແຕ່ກຳເນີດຂອງເດັກນ້ອຍ

ກະຊວງສາທາລະນະສຸກ ສປປ ລາວ ຮ່ວມກັບສະຖານບັນການຮ່ວມມື ເພື່ອການພັດທະນາເສດຖະກິດລຸ່ມແມ່ນ້ຳຂອງ (MI) ແລະ ໂຮງໝໍ Fuwai ສະຖາບັນວິທະຍາສາດການແພດຈີນ ຈັດພິທີເປີດໂຄງການຮັກສາພະຍາດຫົວໃຈແຕ່ກໍາເນີດຂອງເດັກນ້ອຍຢູ່ບັນດາປະເທດລຸ່ມແມ່ນໍ້າຂອງຢ່າງເປັນທາງການ (2025–2027) ຂຶ້ນໃນວັນທີ 11 ທັນວານີ້, ທີ່ກະຊວງສາທາລະນະສຸກ ໂດຍມີທ່ານ ຄໍາປະສົງ ເທບປັນຍາ ຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ, ທ່ານ ສຸຣິຍັນ ວິຈິດເລກການ ຜູ້ອຳນວຍການໃຫຍ່ສະຖານບັນ MI, ທ່ານ ດົວ ລິນ ຜູ້ຕາງໜ້າໂຮງໝໍ Fuwai ແລະ ຜູ້ປະສານງານຂອງໂຄງການຮັກສາພະຍາດຫົວໃຈແຕ່ກໍາເນີດຂອງເດັກ ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດ ລົງຕິດຕາມໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ນັກກິລາຢ່າງໃກ້ຊິດ

ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດ ລົງຕິດຕາມໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ນັກກິລາຢ່າງໃກ້ຊິດ

ວັນທີ 10 ທັນວາຜ່ານມາ ທີ່ມະຫາວິທະຍາໄລແຫ່ງຊາດ (ມຊ), ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດຄັ້ງທີ IV ນຳໂດຍທ່ານ ນາງ ຂັນທະລີ ສິລິພົງພັນ ປະທານຄະນະກຳ ມະການພາຣາແລມປິກແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ, ຊຸກຍູ້ ແລະ ໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ຄະນະຮັບຜິດຊອບທີ່ກ່ຽວຂ້ອງ ລວມທັງຄະນະຄູຝຶກ ແລະ ນັກກິລາຈາກພາກສ່ວນຕ່າງໆຢ່າງໃກ້ ຊິດ ເພື່ອໃຫ້ທຸກຄົນເອົາໃຈໃສ່ໃນການປະຕິບັດໜ້າທີ່ຮັບຜິດຊອບຂອງຕົນຢ່າງເຕັມທີ່ ພ້ອມກັນສ້າງຜົນ ງານໃຫ້ພົ້ນເດັ່ນ ແລະ ປະສົບຜົນສຳເລັດຕາມຄາດໝາຍ.
ນວ ເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025

ນວ ເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025

ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດພິທີເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025 ຂຶ້ນໃນວັນທີ 9 ທັນວາຜ່ານມາ, ທີ່ ນວ ໂດຍມີທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນວ, ທ່ານ ໄຊຍະວົງ ດວງມະນີ ຮອງຫົວໜ້າພະແນກສາທາລະນະສຸກ ນວ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ນວ, ແພດໝໍ, ຄູ-ອາຈານ ແລະ ນັກຮຽນຍິງເຂົ້າຮ່ວມ.
ເມືອງລະມາມ ເປີດຂະບວນການສັກວັກຊີນກັນມະເຮັງປາກມົດລູກ

ເມືອງລະມາມ ເປີດຂະບວນການສັກວັກຊີນກັນມະເຮັງປາກມົດລູກ

ວັນທີ 9 ທັນວານີ້, ເມືອງລະມາມ ແຂວງເຊກອງ ເປີດຂະບວນການສັກວັກຊິນປ້ອງກັນມະເຮັງປາກມົດລູກ ໃຫ້ເດັກຍິງ ໃນກຸ່ມເປົ້າໝາຍ ອາຍຸ 10 ປີ (HPV) ແລະ ເຊື່ອມສານກັບການໃຫ້ວັກຊີນກັນພະຍາດບາດທະຍັກ ແລະ ຄໍຕີບ (Td) ແກ່ເດັກຍິງ-ຊາຍ ຊັ້ນ ປ1 ຢູ່ທີ່ໂຮງຮຽນປະຖົມບ້ານໂນມີໄຊ, ໂດຍມີທ່ານ ນາງ ພອນໄພ ສີວິໄລ ຮອງປະທານຄະນະກຳມະການປົກຄອງເມືອງລະມາມ, ທ່ານ ນາງ ລໍາພັນ ໄຊຄໍາມີ ຫົວໜ້າພະແນກສາທາລະນະສຸກແຂວງເຊກອງ, ອໍານາດການປົກຄອງ 6 ບ້ານເທສະບານເມືອງ, ແຂກຖືກເຊີນ, ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ເດັກຍິງມີອາຍຸ 10 ປີ ຄວນໄປຮັບວັກຊິນປ້ອງກັນມະເຮັງປາກມົດລູກ ແລະ ເຊື້ອ HPV

ເດັກຍິງມີອາຍຸ 10 ປີ ຄວນໄປຮັບວັກຊິນປ້ອງກັນມະເຮັງປາກມົດລູກ ແລະ ເຊື້ອ HPV

ມະເຮັງປາກມົດລູກ ແລະ ເຊື້ອ HPV ເປັນໜຶ່ງເຊື້ອພະຍາດທີ່ຕິດຕໍ່ງ່າຍທາງເພດສໍາພັນ. ສະນັ້ນ, ເດັກຍິງເປົ້ນໝາຍອາຍຸ 10 ປີ ຕ້ອງໄດ້ຮັບການສັກວັກຊິນ ປ້ອງກັນພະຍາດດັ່ງກ່າວ ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ລູກ-ຫຼານ, ໃຫ້ມີສຸຂະພາບທີ່ດີ ແລະ ສົດໃສ.
ຊາວໜຸ່ມແຂວງຫຼວງພະບາງ ຮ່ວມບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຮ່ວມບໍລິຈາກເລືອດ

ວັນທີ່ 25 ພະຈິກນີ້, ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ຈັດພິທີຮັບການບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ ໂດຍມີທ່ານ ສົມໃຈ ຢ່າທໍ່ຕູ້ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງແຂວງ ພ້ອມດ້ວຍຫົວໜ້າສະຖາບັນເລືອດແຫ່ງຊາດລາວ, ຜູ້ຕາງໜ້າສະຖາບັນເລືອດ ແຫ່ງ ສປ ຈີນ, ພ້ອມດ້ວຍພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການພາຍໃນແຂວງ ເຂົ້າຮ່ວມ.
ຍົກລະດັບດ້ານວຽກງານໂຄສະນາຂ່າວສານກາແດງທົ່ວປະເທດ

ຍົກລະດັບດ້ານວຽກງານໂຄສະນາຂ່າວສານກາແດງທົ່ວປະເທດ

ໃນລະຫວ່າງວັນທີ18-20ພະຈິກນີ້,ອົງການກາແດງແຫ່ງຊາດລາວຈັດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ວຽກງານໂຄສະນາ-ຂ່າວສານທົ່ວປະເທດທີ່ຣີສອດນາປ່າກວາງເມືອງແກ້ວອຸດົມແຂວງວຽງຈັນພາຍໃຕ້ການເປັນປະທານຂອງທ່ານຄຳລາວັນຈັນທະລາວັນປະທານອົງການກາແດງແຫ່ງຊາດລາວ, ມີວິທະຍາກອນຈາກວິທະຍຸກະຈາຍສຽງແຫ່ງຊາດລາວ, ບໍລິສັດວິນວອກໂປຣດັກຊັນແລະຄະນະກໍາມະການກາແດງສາກົນພ້ອມດ້ວຍສຳມະນາກອນມາຈາກກາແດງແຂວງທົ່ວປະເທດເຂົ້າຮ່ວມ.
ສຸມໃສ່ຍູ້ແຮງຂະບວນການຫຼາຍດ້ານ ຕິດພັນກັບການແຂ່ງຂັນດ້ານວິຊາສະເພາະການແພດ

ສຸມໃສ່ຍູ້ແຮງຂະບວນການຫຼາຍດ້ານ ຕິດພັນກັບການແຂ່ງຂັນດ້ານວິຊາສະເພາະການແພດ

ເນື່ອງໃນໂອກາດກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດຂອງຊາດໃນປີ 2025 ໃຫ້ມີບັນຍາ ກາດຟົດຟຶ້ນກວ້າງຂວາງ, ສະຫາຍ ພັນເອກ ອັກສອນ ລິນສະຫວາດ ຫົວໜ້າອໍານວຍການໂຮງໝໍບໍລິເວນ109 ກອງທັບໄດ້ສະແດງຄວາມຮູ້ສຶກຄວາມພາກພູມໃຈ ແລະ ເປັນກຽດຢ່າງສູງທີ່ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານນັກຮົບ ແພດໝໍ ສະແດງທັດສະນະຂອງຕົນວ່າ: ກ່ອນໜ້ານີ້ 50 ປີ ສປປ ລາວເປັນປະເທດໜຶ່ງທີ່ຕົກເປັນຫົວເມືອງຂຶ້ນຂອງພວກຈັກກະພັດຕ່າງດ້າວທັງແບບເກົ່າ ແລະ ແບບໃໝ່ ປະຊາຊົນລາວບັນດາເຜົ່າໄດ້ສູນເສຍອິດສະຫຼະພາບ ສິດເປັນເຈົ້າຂອງປະເທດຊາດ ແລະ ຖືກກົດຂີ່ຂຸດຮີດຢ່າງໜັກໜ່ວງ ແຕ່ຍ້ອນນໍ້າໃຈຮັກຊາດອັນດູດດື່ມ ແລະ ຄຽດແຄ້ນຕໍ່ພວກສັດຕູຜູ້ມາຮຸກຮານ. ດັ່ງນັ້ນ, ປະຊາ ຊົນລາວບັນດາເຜົ່າຈຶ່ງໄດ້ສາມັກຄີກັນລຸກຮື້ຂຶ້ນຕໍ່ສູ້ຢ່າງພິລະອາດຫານ ໂດຍພາຍໃຕ້ການນໍາພາຂອງພັກປະຊາ ຊົນປະຕິວັດລາວ ເຮັດໃຫ້ຂະບວນການຕໍ່ສູ້ໄດ້ຮັບໄຊຊະນະເປັນກ້າວໆມາ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາ ສາທາລະນາລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ

ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ

ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ່ 13 ພະຈິກ 2025 ນີ້, ໂດຍເປັນປະທານຂອງ ທ່ານ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງແຂວງ, ມີຜູ້ຕາງໜ້າພະແນກການ-ກົມກອງ ອ້ອມຂ້າງແຂວງ ແລະ ນະຄອນ ຫຼວງພະບາງ ເຂົ້າຮ່ວມ.
10 ເດືອນຜ່ານມາ ໂຮງໝໍທະຫານແຂວງສະຫວັນນະເຂດ ມີຄົນເຈັບມາໃຊ້ບໍລິການທັງໝົດ 12,371 ເທື່ອຄົນ

10 ເດືອນຜ່ານມາ ໂຮງໝໍທະຫານແຂວງສະຫວັນນະເຂດ ມີຄົນເຈັບມາໃຊ້ບໍລິການທັງໝົດ 12,371 ເທື່ອຄົນ

ໂຮງໝໍ ທະຫານແຂວງສະຫວັນນະເຂດ ແມ່ນໂຮງໝໍໜຶ່ງທີ່ຮັບໃຊ້ບໍລິການປິ່ນປົວຄົນເຈັບ, ເຈັບປ່ວຍໃຫ້ແກ່ພະນັກງານ-ນັກຮົບ ບັນດາກົມກອງໃນທົ່ວທະຫານແຂວງ ແລະ ບໍລິການຮັບໃຊ້ປະຊາຊົນທົ່ວໄປ ໂດຍຍຶດໝັ້ນຈັນຍາບັນ, ຈັນຍາທໍາຂອງແພດປະຕິວັດເປັນສຳຄັນ
ເພີ່ມເຕີມ