![]() |
ທ່ານ ຟ້ານ ເວີ້ຍເຫວີນ ກ່າວວ່າ: ທ່ານເລຂາທິການໃຫຍ່ ສີ ຈິ້ນຜິງ ໄດ້ປະກາດ 8 ໂຄງການຊ່ວຍເຫຼືອ ໃຫ້ແກ່ ສປປ ລາວ ໃນໄລຍະທີ່ທ່ານຢ້ຽມຢາມລັດຖະກິດຢູ່ ລາວ ໃນປີ 2017 ໂດຍໃຫ້ສຳນັກພິມການສຶກສາ ຊຽງໄຮ້ຮັບຜິດຊອບດຳເນີນສອງໂຄງການຄື: ໂຄງການຊ່ວຍເຫຼືອການສຶກສາທາງໄກ ສປປ ລາວ ແລະ ໂຄງການຊ່ວຍເຫຼືອຍົກລະດັບຂີດຄວາມສາມາດຄູຊົນນະບົດ ສປປ ລາວ, ສຳລັບໂຄງການຊ່ວຍເຫຼືອທາງໄກ ສປປ ລາວ, ໄດ້ພັດທະນາປຶ້ມແນະນໍາ ມາດຕະຖານແຫ່ງຊາດທັກສະດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ (ICT) ສໍາລັບຄູ ແລະ ນັກຮຽນຊັ້ນປະຖົມ ແລະ ມັດທະຍົມລາວ, ປຶ້ມຄູ່ມືຝຶກອົບຮົມທັກສະດ້ານເຕັກໂນໂລຊີຂໍ້ມູນ ຂ່າວສານ ແລະ ການສື່ສານ (ICT) ສໍາລັບຄູລາວ, ປຶ້ມຄູ່ມືຄູ ແລະ ປຶ້ມ ນັກຮຽນສໍາລັບປຶ້ມຄູ່ມືຝຶກອົບຮົມທັກສະ ດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ (ICT) ນັກຮຽນ ແລະ ຊັບພະຍາກອນດີຈີຕອນທີ່ກ່ຽວຂ້ອງ. ພ້ອມດຽວກັນນັ້ນ, ໂຄງການດັ່ງກ່າວຍັງໄດ້ປັບປຸງຫ້ອງການສຶກສາທາງໄກ 20 ຈຸດທົ່ວທຸກແຂວງຂອງລາວ, ສຳລັບ ອຸປະກອນທີ່ມອບ - ຮັບໃນຄັ້ງນີ້, ມີປຶ້ມແນະນໍາມາດຕະຖານແຫ່ງຊາດທັກສະດ້ານເຕັກໂນໂລຊີຂໍ້ມູນ ແລະ ການສື່ ສານ (ICT) ສໍາລັບຄູ ແລະ ນັກຮຽນຊັ້ນປະຖົມ ແລະ ມັດທະຍົມລາວ, ປຶ້ມຄູ່ມືຝຶກອົບຮົມທັກສະດ້ານເຕັກໂນໂລ ຊີຂໍ້ມູນຂ່າວສານ ແລະ ການ ສື່ສານ (ICT) ສໍາລັບຄູລາວ, ປຶ້ມຄູ່ມືຄູ ແລະ ປຶ້ມຄູ່ມືຝຶກອົບຮົມທັກສະດ້ານເຕັກໂນ ໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ (ICT) ສໍາລັບນັກຮຽນ.
ທ່ານ ກິ່ງມະໂນ ພົມມະຫາໄຊ ກ່າວວ່າ: ໂຄງການນີ້ແມ່ນໜຶ່ງໃນໂຄງການຮ່ວມມືທີ່ດີທີ່ສຸດ ໃນບັນດາ ໂຄງການຮ່ວມມືຕ່າງໆທີ່ ກະຊວງສຶກສາທິການ ແລະ ກິລາໄດ້ດໍາເນີນ, ໂຄງການດັ່ງກ່າວໄດ້ນໍາເອົາການຊ່ວຍເຫຼືອ ທີ່ແທ້ຈິງມາສູ່ ສປປ ລາວ ແລະ ປະກອບສ່ວນເຂົ້າໃນການປັບປຸງຄຸນນະພາບໂດຍລວມຂອງການນໍາໃຊ້ເຕັກ ໂນໂລຊີຂໍ້ມູນຂ່າວສານດ້ານການສຶກສາ ຂອງ ສປປ ລາວ ຢ່າງເຕັມສ່ວນ. ພ້ອກັນນີ້, ໂຄງການຍັງໄດ້ເສີມສ້າງ ຄວາມສາມັກຄີ ແລະ ມິດຕະພາບລະຫວ່າງ ສອງປະເທດ, ຊຸກຍູ້ການຮ່ວມມືຍຸດທະສາດໃນໄລຍະຍາວຂອງສອງ ປະເທດໃຫ້ກ້າວໜ້າຍິ່ງຂຶ້ນ, ເຊື່ອໝັ້ນວ່າການສ້າງປະຊາຄົມຮ່ວມຊາຕາກຳສັງຄົມນິຍົມສອງປະເທດ ລາວ-ຈີນ ຈະ ນັບມື້ນັບໃກ້ຊິດກັນຂຶ້ນເລື້ອຍໆ, ເຊື່ອໝັ້ນຢ່າງຍິ່ງວ່າ ເພື່ອເຮັດໃຫ້ ສປປ ລາວ ບັນລຸການຫັນເປັນທັນສະໄໝ, ພວກເຮົາຕ້ອງພັດທະນາການສຶກສາໃຫ້ທັນສະໄໝກ່ອນ ແລະ ເພື່ອຫຼຸດຜ່ອນຄວາມແຕກ ໂຕນລະຫວ່າງຕົວເມືອງ ກັບຊົນນະບົດ, ເຮົາຈະຕ້ອງຫຼຸດຜ່ອນຄວາມແຕກໂຕນທາງດ້ານດີຈີຕອນກ່ອນ, ໝັ້ນໃຈວ່າ,
ພາຍໃຕ້ການສະໜັບສະໜູນຢ່າງແຂງແຮງຈາກ ສປ ຈີນ, ການສຶກສາດ້ານເຕັກໂນໂລຊີຂໍ້ມູນຂ່າວສານຂອງ ສປປ ລາວ ຈະນໍາໂອກາດໃນການພັດທະນາໃໝ່ໆມາສູ່ ສປປ ລາວ, ພວກເຮົາຈະນໍາໃຊ້ອຸປະກອນ ແລະ ຊັບພະຍາກອນເຫຼົ່ານີ້ຢ່າງເຕັມສ່ວນ, ເພື່ອພັດທະນາບຸກຄະລາກອນທີ່ມີຄວາມສາມາດໂດດເດັ່ນ ຊຶ່ງຈະຕອບສະໜອງຄວາມຕ້ອງການຂອງຍຸກດີຈີຕອນ, ເສີມສ້າງກໍາລັງຊຸກດັນອັນໃໝ່ໃຫ້ແກ່ການພັດທະ ນາເສດຖະກິດ ແລະ ສັງຄົມ ຂອງ ສປປ ລາວ ແລະ ເສີມສ້າງຄວາມແຂງແກ່ນທາງການສຶກສາ ເພື່ອສ້າງປະຊາຄົມຮ່ວມຊາຕາກໍາ ລາວ-ຈີນ ທີ່ມີອະນາຄົດຮ່ວມກັນ.
(ຂ່າວ-ພາບ:ສຳນານ)

ຄໍາເຫັນ