![]() |
ໃນພິທີຜູ້ທີ່ໄດ້ຮັບລາງວັນຄັ້ງນີ້ມາຈາກບັນດາປະເທດສະມາຊິກອາຊຽນທັງໝົດ 93 ທ່ານ ເຊິ່ງມີ: ຣາຊະອານາຈັກກຳປູເຈຍ 16 ທ່ານ, ອິນໂດເນເຊຍ 19 ທ່ານ, ມາເລເຊຍ 5 ທ່ານ, ມຽມມ້າ 15 ທ່ານ, ຟີລິປິນ 14 ທ່ານ, ສິງກາໂປ 9 ທ່ານ, ຕີມໍແລສເຕ 2 ທ່ານ, ຫວຽດນາມ 1 ທ່ານ. ໃນນີ້ມີຜູ້ໄດ້ຮັບລາງວັນຈາກສປປ ລາວ ໃນທົ່ວປະເທດຈຳນວນ 11 ທ່ານດັ່ງນີ້: 1. ທ່ານ ນາງ ໄກສອນ ລັດຕະນະວົງ ຜູ້ອໍານວຍການໂຮງງານກວດເພັດໂພນຕ້ອງ ຈາກນະຄອນຫຼວງວຽງຈັນ (ນວ); 2. ທ່ານ ນາງ ດວງມາລາ ມາດມະນີສອນ ຜູ້ອໍານວຍການກຸ່ມບໍລິສັດ ດີເອັມຈຳກັດຜູ້ດຽວ ນວ; 3. ທ່ານ ນາງ ມາລີຍາ ພົມມະສອນ ຮອງຜູ້ອໍານວຍການບໍລິສັດ ແອວຈີ ທີ່ປຶກສາ ແລະ ກໍ່ສ້າງຈຳກັດ ນວ; 4. ທ່ານ ນາງ ຄໍາພອນ ໄຊຍາວົງ ຜູ້ຈັດການບໍລິສັດ ປາຄໍາ ຈຳກັດແຂວງຫຼວງນໍ້າທາ; 5. ທ່ານ ນາງ ດາວອນ ແສງພະຈັນ ເຈົ້າຂອງຮ້ານອາຫານກຸຫຼາບຮັບຈັດງານນອກສະຖານທີ່ ນວ; 6. ທ່ານນາງ ວຽງນະສອນ ອຸນາລົມ ຜູ້ອໍານວຍການບໍລິສັດວັນນະແສງການຄ້າຈຳກັດຜູ້ດຽວແຂວງບໍລິຄໍາໄຊ; 7. ທ່ານນາງ ຄໍາສະໄໝ ເສນສອນ ຮອງປະທານບໍລິສັດ ຈະເລີນໄຊ ກໍ່ສ້າງ-ສ້ອມແປງຊົນລະປະທານ, ຂົວທາງ ແລະ ເຄຫາສະຖານ ຈຳກັດຜູ້ດຽວແຂວງສະຫວັນນະເຂດ; 8. ທ່ານນາງ ວິໄລວອນ ສີສານ ຮອງປະທານບໍລິສັດສະຫວັນຄໍາກໍ່ສ້າງຂົວທາງ ແລະ ຊົນລະປະທານຈຳກັດຜູ້ດຽວແຂວງສະຫວັນນະເຂດ; 9. ທ່ານນາງ ແສງເດືອນ ແສງອາລຸນ ຜູ້ອໍານວຍການໂຮງແຮມແສງອາລຸນ ແຂວງຈໍາປາສັກ; 10. ທ່ານນາງ ຈັນທອນ ລັດຕະນະວົງ ຜູ້ອໍານວຍການບໍລິສັດສາມທິບການກະເສດຂາອອກ-ຂາເຂົ້າຈຳກັດຜູ້ດຽວແຂວງຈໍາປາສັກ; 11. ທ່ານນາງ ສຸດາໄລ ພັນທະມີໄຊ ຜູ້ບໍລິຫານສູງສຸດດ້ານຊັບພະຍາກອນບຸກຄົນບໍລິສັດ ຕະຫຼາດສົດ ລາວ-ອົດຊີ ຈຳກັດຜູ້ດຽວ ນວ. ຈຸດປະສົງໃນການມອບລາງວັນຄັ້ງນີ້ເພື່ອສະຫຼຸບຜົນສຳເລັດຂອງຜູ້ປະກອບການແມ່ຍິງອາຊຽນ, ພາລະບົດບາດ ແລະ ຄວາມສຳຄັນໃນການນຳພາຂອງແມ່ຍິງ ໃນການຂັບເຄື່ອນທຸລະກິດແບບຍືນຍົງ, ການຮ່ວມມືຢູ່ໃນພາກພື້ນທີ່ມີຜົນຕໍ່ສັງຄົມ.
![]() |
ຂ່າວ: ສະມາຄົມນັກທຸລະກິດແມ່ຍິງ


ຄໍາເຫັນ