ມອບລົດຫຸ້ມເກາະ 6 ຄັນໃຫ້ກົມລົດຕັງ-ຍານເກາະ

ມອບລົດຫຸ້ມເກາະ 6 ຄັນໃຫ້ກົມລົດຕັງ-ຍານເກາະ

ມອບລົດຫຸ້ມເກາະ 6 ຄັນໃຫ້ກົມລົດຕັງ-ຍານເກາະ
ກົມເຕັກນິກເຫຼົ່າຮົບ ກົມໃຫຍ່ເຕັກນິກກອງທັບໄດ້ຈັດຕັ້ງພິທີມອບ-ຮັບລົດຫຸ້ມເກາະຈຳນວນ 6 ຄັນໃຫ້ກົມລົດຕັງ-ຍານເກາະ ກົມໃຫຍ່ເສນາທິການກອງທັບ, ຫຼັງຈາກບົວລະບັດ, ສ້ອມແປງປ່ຽນຖ່າຍສຳເລັດຊຶ່ງໄດ້ຈັດຂຶ້ນໃນວັນທີ 2 ພຶດສະພາຜ່ານມາທີ່ກອງພັນ 615 ກອງພັນໃຫຍ່ 661ໂດຍການເຂົ້າຮ່ວມຂອງສະຫາຍ ພົນຈັດຕະວາ ຄອນສະຫວັນ ມິ່ງຈຳປາບາ

 

ນ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີຫົວໜ້າກົມ, ຮອງກົມ, ຄະນະພັກ-ຄະນະບັນຊາ, ບັນດາພະແນກການຕະຫຼອດຮອດພະນັກງານກ່ຽວຂ້ອງເຂົ້າຮ່ວມ.

ສະຫາຍ ພັນຕີ ວິໄລພອນ ແສງຄໍາຍອງ ຮອງພະແນກເຕັກນິກລົດຕັງ-ຍານເກາະ ຜູ້ຮັບຜິດຊອບການບົວລະບັດສ້ອມແປງລົດຫຸ້ມເກາະໄດ້ຂຶ້ນຜ່ານບົດສະຫຼຸບໂດຍຫຍໍ້ການຈັດຕັ້ງປະຕິບັດວຽກງານບົວລະບັດສ້ອມແປງລົດຫຸ້ມເກາະໃນແຕ່ລະໄລຍະຊຶ່ງມີທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກແຕ່ດ້ວຍຄວາມເອົາໃຈໃສ່ໃກ້ຊິດຕິດແທດ ແລະ ການຊີ້ນຳຈາກຂັ້ນເທິງຈຶ່ງເຮັດໃຫ້ການຈັດຕັ້ງປະຕິບັດໜ້າທີ່ວຽກງານສຳເລັດຕາມຄາດໝາຍ.

ການຈັດພິທີມອບ-ຮັບໃນຄັ້ງນີ້, ອີງຕາມຄຳສັ່ງຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການຖອນລົດຫຸ້ມເກາະທີ່ເປ່ເພຢູ່ບັນດາກົມກອງ, ກອງບັນຊາການທະຫານແຂວງ, ອີງຕາມການບົວລະບັດສ້ອມແປງປ່ຽນຖ່າຍ ແລະ ແລ່ນທົດລອງໄລຍະທາງ 100km ລົດຫຸ້ມເກາະຈຳນວນ 6 ຄັນໃຊ້ເວລາແລ່ນທົດລອງຈໍານວນ 2 ໄລຍະເຫັນວ່າໄດ້ຮັບຜົນດີ ແລະ ສາມາດສູ້ຮົບໄດ້.ດັ່ງນັ້ນ, ຈຶ່ງໄດ້ມອບລົດຫຸ້ມເກາະຈຳນວນ 6 ຄັນໃຫ້ກົມລົດຕັງ-ຍານເກາະເປັນຜູ້ນໍາໃຊ້ເກັບມ້ຽນຮັກສາເຂົ້າປະຈຳການກຽມພ້ອມສູ້ຮົບ ແລະ ນຳໃຊ້ຮໍ່າຮຽນຫັດແອບ. ຮ່ວມລົງນາມໂດຍສະຫາຍ ພັນເອກ ດາວວອນ ພົມມະວົງ ຫົວໜ້າກົມເຕັກນິກເຫຼົ່າຮົບ ແລະ ສະຫາຍ ພັນເອກ ພູວຽງ ສອນສົມໃຈ ຫົວໜ້າກົມລົດຕັງ-ຍານເກາະ.

ສະຫາຍ ພົນຈັດຕະວາ ຄອນສະຫວັນ ມິ່ງຈຳປາບານ ໄດ້ຮຽກຮ້ອງໃຫ້ທັງສອງພາກສ່ວນເອົາໃຈໃສ່ສຶກສາອົບຮົມໃຫ້ພະນັກງານທີ່ເຮັດວຽກວິຊາສະເພາະຮູ້ນໍາໃຊ້ລົດຫຸ້ມເກາະຢ່າງຄ່ອງແຄ້ວ, ນໍາໃຊ້ໃຫ້ສໍານິຊໍານານເພື່ອເຮັດສໍາເລັດໜ້າທີ່ໆການຈັດຕັ້ງຂັ້ນເທິງມອບໝາຍໃຫ້ໂດຍອີງໃສ່ງົບປະມານທີ່ມີໝູນໃຊ້ ແລະ ນໍາໃຊ້ໃຫ້ໄດ້ຮັບຄຸນນະພາບສູງສຸດ, ຖືເອົາການສຶກສາອົບຮົບພະນັກງານນົກຮົບໃຫ້ເຂັ້ມງວດຕໍ່ລະບຽບຫຼັກການວຽກງານປົກປັກຮັກສາບົວລະບັດເຕັກນິກໃຫ້ຖືກຕ້ອງຕາມຫຼັກການ, ສ້າງໃຫ້ໄດ້ພະນັກງານເຕັກນິກມືອາຊີບພ້ອມທັງມີຄວາມຮັກມັກໃນອາຊີບຂອງຕົນ, ເອົາໃຈໃສ່ສັບຊ້ອນເຄື່ອງເກາະຫ້ອຍທີ່ປະກອບມານໍາລົດໃຫ້ຖືກຕ້ອງຄົບຊຸດຕາມທີ່ໄດ້ປະກອບໃຫ້.ໃນນັ້ນພະນັກງານວິຊາການເຕັກນິກຈົ່ງເອົາໃຈໃສ່ໃນການປົກປັກຮັກສາ ແລະ ບົວລະບັດພັດເຊັດ ໃຫ້ສາມາດນຳໃຊ້ໄດ້ຍາວນານ.

ຂ່າວ: ຄຳສອນ ພົມໄຊຍາ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ