![]() |
ຕາງໜ້າເຈົ້າໜ້າທີ່ຝ່າຍລາວ ເຊັ່ນມອບໂດຍ ທ່ານ ພົນຈັດຕະວາ ສາລີ ພຸດທະວົງ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ, ຕາງໜ້າເຈົ້າໜ້າທີ່ຝ່າຍຈີນ ເຊັ່ນຮັບໂດຍ ທ່ານ ຫວັງ ເວີຍຫຼານ ຮອງຫົວໜ້າພະແນກສືບສວນ-ສອບສວນ ຄະດີລະເມີດຊັບສິນ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປ ຈີນ, ໂດຍມີ ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ພ້ອມດ້ວຍເຈົ້າໜ້າທີ່ທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພະຍານ.
ສໍາລັບຜູ້ຖືກຫາສັນຊາດຈີນທີ່ມອບໃຫ້ທາງການຈີນໃນຄັ້ງນີ້ ຖືກເຈົ້າໜ້າທີ່ກະຊວງປ້ອງກັນຄວາມສະຫງົບລາວ ກັກຕົວໄດ້ໃນໄລຍະກວາດລ້າງກຸ່ມແກ້ງກໍ່ອາຊະຍາກຳທາງອິນເຕີເນັດ ແລະ ການພະນັນອອນລາຍ ຢູ່ ສປປ ລາວ ໃນໄລຍະຜ່ານມາ; ຕໍ່ກັບການກະທໍາຂອງພວກກ່ຽວ ແມ່ນຜິດຕໍ່ລະບຽບກົດໝາຍຂອງ ສປປ ລາວ. ສະນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ກັກຕົວພວກກ່ຽວ ພ້ອມຂອງກາງ ແລະ ໄດ້ມອບໃຫ້ທາງການຈີນ ນຳຕົວໄປດໍາເນີນຄະດີຕາມກົດໝາຍ ຢູ່ ສປ ຈີນ ຕໍ່ໄປ.ຂ່າວ: ຄອນສະຫວັນ-ພາບ: ແກ້ວ ອຸເພັດ

ຄໍາເຫັນ