ເຈົ້າໜ້າທີ່ອົງການພາສີແຫ່ງຊາດຈີນກ່າວວ່າ: ຈີນ ແລະ ອາຊຽນຕ່າງເປັນຄູ່ການຄ້າໃຫຍ່ທີ່ສຸດຂອງກັນ ແລະ ກັນຫຼາຍປີຕິດຕໍ່ກັນ. ການຄ້າລະຫວ່າງສອງຝ່າຍໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ຊຶ່ງໄດ້ສະແດງໃຫ້ເຫັນວ່າ: ຂະບວນການເຊື່ອມໂຍງເຂົ້າກັນດ້ານເສດຖະກິດໃນພາກພື້ນຈີນ-ອາຊຽນໄດ້ຮັບໝາກຜົນທີ່ອຸດົມສົມບູນ.
ຂ່າວລະບຸວ່າ: ຈີນ ແລະ ອາຊຽນ ໄດ້ເພີ່ມທະວີການເຊື່ອມຈອດກັນດ້ານພື້ນຖານໂຄງລ່າງຢ່າງບໍ່ຢຸດຢັ້ງ ຊຶ່ງໄດ້ເປັນສິ່ງຄ້ຳປະກັນທີ່ແຂງແຮງໃຫ້ແກ່ການຄ້າລະຫວ່າງສອງຝ່າຍ. 6 ເດືອນຕົ້ນປີນີ້, ການຄ້າຂາເຂົ້າ-ຂາອອກລະຫວ່າງຈີນກັບອາຊຽນໂດຍຜ່ານຊ່ອງທາງໃໝ່ທາງບົກ ແລະ ທາງທະເລພາກຕາເວັນຕົກຂອງຈີນໄດ້ເພີ່ມຂຶ້ນ 18.2%. ໃນນັ້ນ, ການຂົນສົ່ງຕາມເສັ້ນທາງລົດໄຟ ແລະ ທາງຫຼວງຕ່າງໆໄດ້ເພີ່ມຂຶ້ນ 24.7% ແລະ 17,5% ຕາມລຳດັບ.
ຄໍາເຫັນ