ມູນ​ຄ່າ​ນຳ​ເຂົ້າ -​ ສົ່ງອອກ​ຂອງ​ຈີນ ​ທີ່​ມີ​ຕໍ່​ອາ​ຊຽນ​ເພີ່ມ​ຂຶ້ນ​ 18 ເດືອນ​ລຽນ​ຕິດ

ມູນ​ຄ່າ​ນຳ​ເຂົ້າ -​ ສົ່ງອອກ​ຂອງ​ຈີນ ​ທີ່​ມີ​ຕໍ່​ອາ​ຊຽນ​ເພີ່ມ​ຂຶ້ນ​ 18 ເດືອນ​ລຽນ​ຕິດ

ມູນ​ຄ່າ​ນຳ​ເຂົ້າ -​ ສົ່ງອອກ​ຂອງ​ຈີນ ​ທີ່​ມີ​ຕໍ່​ອາ​ຊຽນ​ເພີ່ມ​ຂຶ້ນ​ 18 ເດືອນ​ລຽນ​ຕິດ
ຂ່າວສານຊີອາໄອລາຍງານວ່າ: ອີງ​ຕາມ​ໂຕ​ເລກ​ສະ​ຖິ​ຕິຫຼ້າ​ສຸດ​ທີ່​ອົງ​ການ​ພ​າ​ສີ​ຈີນ​ເປີດ​ເຜີຍ​​ຫວ່າ​ງ​ມໍ່ໆ​ມາ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ 8 ເດືອນ​ຕົ້ນ​ປີ​ນີ້, ຍອດ​ມູນ​ຄ່າ​​ນຳ​ເຂົ້າ-​ສົ່ງອອກສິ​ນ​ຄ້າ​ທີ່​ຈັບ​ຕ້ອງ​ໄດ້​ຂອງ​ຈີນ​ທີ່​ມີ​ຕໍ່​ອາ​ຊຽນ​ໄດ້​ເພີ່ມ​ຂຶ້ນ​ 9.7% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນຂອງ​ປີ​ກາຍ​ ແລະ ​ໄດ້​ເພີ່ມ​ຂຶ້ນເປັນ​ເວ​ລາ 18 ເດືອນ​ລຽນ​ຕິດ. ອາ​ຊຽນ​ສືບ​ຕໍ່​ເປັນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ຈີນ.

ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 22 ທີ່ຈັດຂຶ້ນໃນກາງເດືອນກັນຍານີ້, ເຂດການຄ້າເສລີຈີນ-ອາຊຽນພວມກ້າວເຂົ້າສູ່ສະບັບ 3.0 ຊຶ່ງຈະເປີດກວ້າງຂົງເຂດຮ່ວມມືລະຫວ່າງສອງຝ່າຍ ແລະ ຊຸກຍູ້ໃຫ້ເສດຖະກິດພາກພື້ນເຊື່ອມໂຍງເຂົ້າກັນຕື່ມອີກ.

ຄໍາເຫັນ

ຂ່າວຕ່າງປະເທດ

ງານວາງສະແດງການບິນສິງກະໂປຄັ້ງທີ 10

ງານວາງສະແດງການບິນສິງກະໂປຄັ້ງທີ 10

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 3 ກຸມພາຜ່ານມາ, ງານວາງສະແດງການບິນສິງກະໂປຄັ້ງທີ 10 ໄດ້ເປີດຂຶ້ນຢູ່ສູນວາງສະແດງຊາງງີ ຂອງສິງກະໂປ. ທິມສະແດງການບິນ “ປາອີ່” ຂອງກອງທັບອາກາດຈີນໄດ້ຮັບການເຊື້ອເຊີນ ແລະ ດຳເນີນການສະແດງການບິນ. ນີ້ແມ່ນການກັບມາເຂົ້າຮ່ວມງານວາງສະແດງການບິນສາກົນອີກຄັ້ງຂອງທີມສະແດງການບິນປາອີ່ ຫຼັງຈາກເຄີຍໄດ້ເຂົ້າຮ່ວມງານວາງສະແດງການບິນສິງກະໂປຄັ້ງທີ 7 ໃນເດືອນກຸມພາປີ 2020 .
ແອັດສະປາຍ ຈະຫ້າມເດັກນ້ອຍຕໍ່າກວ່າ 16 ປີ ນຳໃຊ້ສື່ສັງຄົມອອນລາຍ

ແອັດສະປາຍ ຈະຫ້າມເດັກນ້ອຍຕໍ່າກວ່າ 16 ປີ ນຳໃຊ້ສື່ສັງຄົມອອນລາຍ

ຂ່າວຕ່າງປະເທດລາຍງານ ໃນວັນທີ 4 ກຸມພາ ຜ່ານມາວ່າ: ທ່ານ ເປໂດຣ ຊານເຊສ ນາຍົກລັດຖະມົນຕີແອັດສະປາຍ ໄດ້ເປີດເຜີຍວ່າ, ລັດຖະບານແອັດສະປາຍ ກໍາລັງກະກຽມທີ່ຈະຫ້າມການເຂົ້າເຖິງສື່ສັງຄົມສໍາລັບເດັກນ້ອຍອາຍຸຕໍ່າກວ່າ 16 ປີ ແລະ ຍົກລະດັບກົດລະບຽບເພື່ອຄວບຄຸມແພລັດຟອມທີ່ອະນຸຍາດໃຫ້ມີການເຜີຍແຜ່ເນື້ອຫາທີ່ຜິດກົດ ໝາຍ ຫຼື ເນື້ອຫາທີ່ສ້າງຄວາມກຽດຊັງ ຫຼື ໃຊ້ Algorithm ເພື່ອເຜີຍແຜ່ເນື້ອຫາລັກສະນະດັ່ງກ່າວ.
WHO ຊີ້ໃຫ້ເຫັນວ່າ 40% ຂອງມະເຮັງທົ່ວໂລກສາມາດປ້ອງກັນໄດ້

WHO ຊີ້ໃຫ້ເຫັນວ່າ 40% ຂອງມະເຮັງທົ່ວໂລກສາມາດປ້ອງກັນໄດ້

ຂ່າວຕ່າງປະເທດລາຍງານ ໃນວັນທີ 4 ກຸມພາ ຜ່ານມາວ່າ: ການວິເຄາະລະດັບໂລກຄັ້ງໃໝ່ທີ່ດຳເນີນໂດຍອົງການອະນາໄມໂລກ (WHO) ແລະ ອົງການຄົ້ນຄວ້າມະເຮັງສາກົນຊີ້ໃຫ້ເຫັນວ່າ, ມະເຮັງທົ່ວໂລກຫຼາຍກວ່າ 40% ສາມາດປ້ອງກັນໄດ້. ໂດຍການສຶກສາໄດ້ເນັ້ນກວດສອບປັດໄຈສ່ຽງທີ່ສາມາດປ້ອງກັນໄດ້ 30 ຢ່າງ, ລວມທັງການໃຊ້ຢາສູບ ແລະ ເຫຼົ້າ, ດັດຊະນີມວນກາຍສູງ, ການຂາດກິດຈະກຳທາງດ້ານຮ່າງກາຍ, ມົນລະພິດທາງອາກາດ, ລັງສີອັນຕຣາໄວໂອເລັດ ແລະ ເປັນຄັ້ງທຳອິດທີ່ລວມເອົາການຕິດເຊື້ອ 9 ຊະນິດ ທີ່ຖືເປັນປັດໄຈສ່ຽງເຮັດໃຫ້ເກີດມະເຮັງ.
ປີ 2025 ລາຍ​ຮັບ​ສະ​ເລ່ຍ​ຕໍ່​ຫົວ​ຄົນ​ຂອງ​ຊາວ​ກະ​ສິ​ກອນຈີນ ເພີ່ມ​ຂຶ້ນ 6% ​

ປີ 2025 ລາຍ​ຮັບ​ສະ​ເລ່ຍ​ຕໍ່​ຫົວ​ຄົນ​ຂອງ​ຊາວ​ກະ​ສິ​ກອນຈີນ ເພີ່ມ​ຂຶ້ນ 6% ​

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 4 ກຸມ​ພາຜ່ານມາ, ຫ້ອງ​ການ​ຖະ​ແຫຼງຂ່າວ​ຂອງ​ຄະ​ນະ​ລັດ​ຖະ​ບານ​ຈີນ​ໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ເພື່ອ​ແຈ້ງ​ສະ​ພາບ​ກ່ຽວ​ກັບ​ການ​ຫັນ​ເປັນທັນ​ສະ​ໄໝ​ຂອງ​ກະ​ສິ​ກຳ ​ແລະ ​ຊົນ​ນະ​ບົດ, ຊຸກ​ຍູ້​ຄວາມ​ຈະ​ເລີນ​ຢ່າງ​ຮອບ​ດ້ານ​ຂອງ​ຊົນ​ນະ​ບົດ​ຢ່າງ​ໜັກ​ແໜ້ນ​ພ້ອມ​ທັງ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ.
ຫວຽດນາມ ຈະ​ສືບ​ຕໍ່​ໃຫ້​ບຸ​ລິມ​ະ​ສິດ​ສູງ​ສຸດ​​ແກ່​ບັນ​ດາ​ນະ​ໂຍ​ບາຍ​ພັດ​ທະ​ນາ​ມະ​ນຸດ

ຫວຽດນາມ ຈະ​ສືບ​ຕໍ່​ໃຫ້​ບຸ​ລິມ​ະ​ສິດ​ສູງ​ສຸດ​​ແກ່​ບັນ​ດາ​ນະ​ໂຍ​ບາຍ​ພັດ​ທະ​ນາ​ມະ​ນຸດ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງ 96 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (ວັນທີ 3 ກຸມພາ 1930 – 3 ກຸມພາ 2026) ແລະ ຕ້ອນຮັບລະດູບານໃໝ່ປີມະເມຍ 2026, ໃນວັນທີ 4 ກຸມພາ ຜ່ານມາ ຢູ່ສຳນັກງານສູນກາງພັກ ນະຄອນຫຼວງຮ່າໂນ້ຍ, ກົມການເມືອງ, ຄະນະເລຂາທິການ ໄດ້ພົບປະກັບອະດີດກຳມະການຄະນະບໍລິຫານງານສູນກາງພັກສະໄໝຕ່າງໆ.
ຕະຫຼາດຂະໜາດໃຫຍ່ຂອງຈີນເພີ່ມແຮງຂັບເຄື່ອນການພັດທະນາໃຫ້ແກ່ໂລກ

ຕະຫຼາດຂະໜາດໃຫຍ່ຂອງຈີນເພີ່ມແຮງຂັບເຄື່ອນການພັດທະນາໃຫ້ແກ່ໂລກ

ຫວ່າງມໍ່ໆມານີ້, ມີຂ່າວໆໜຶ່ງທີ່ດຶງດູດໃຈຄົນຈີນ ຄື: ໃນລະດູການປູກໝາກເຊີຣີລ້າສຸດ, ປະເທດຈີເລ ໄດ້ສົ່ງອອກໝາກເຊີຣີປະມານ 550,000 ໂຕນ, ໃນນັ້ນຫຼາຍກວ່າ 90% ແມ່ນສົ່ງອອກໄປຈີນ. ຜົນການຄ້າທີ່ມີຊີວິດຊີວາດັ່ງກ່າວເປັນພາບສະທ້ອນໃຫ້ເຫັນເຖິງການເຊື່ອມໂຍງ ແລະ ພັດທະນາໄປຄູ່ກັນລະຫວ່າງຕະຫຼາດໃຫຍ່ພິເສດຂອງຈີນ ແລະ ການເປີດປະຕູສູ່ພາຍນອກທີ່ມີລະດັບສູງຂອງຈີນ, ຍິ່ງເປັນການຢືນຢັນທີ່ມີຊີວິດຊີວາວ່າ: ຕະຫຼາດຂອງຈີນເປັນໂອກາດການພັດທະນາສໍາລັບທົ່ວໂລກ.
ເດືອນມັງກອນ ອັດຕາເງິນເຟີ້ຕວັກກີ ສູງເຖິງ 30.65%

ເດືອນມັງກອນ ອັດຕາເງິນເຟີ້ຕວັກກີ ສູງເຖິງ 30.65%

ຂ່າວຕ່າງປະເທດລາຍງານວ່າ: ອົງການສະຖິຕິຂອງຕວັກກີໄດ້ເປີດເຜີຍຂໍ້ມູນໃນວັນທີ 3 ກຸມພາ ຜ່ານມາຊຶ່ງສະແດງໃຫ້ເຫັນວ່າ, ດັດຊະນີລາຄາຜູ້ບໍລິໂພກ (CPI) ສຳລັບເດືອນມັງກອນຊ້າລົງເລັກນ້ອຍເປັນ 30.65% ເມື່ອທຽບກັບປີກ່ອນ, ຫຼຸດລົງຈາກ 30.89% ໃນເດືອນທັນວາ. ຢ່າງໃດກໍຕາມ, ໂຕເລກນີ້ສູງກວ່າຄວາມຄາດຫວັງຂອງນັກວິເຄາະໄວ້ທີ່ 30.00% ຊຶ່ງໄດ້ຮັບແຮງກົດດັນຈາກການເພີ່ມຂຶ້ນຂອງຄ່າແຮງງານຂັ້ນຕໍ່່າປະຈໍາປີ, ການຂຶ້ນລາຄາສິນຄ້າ ແລະ ການບໍລິການຫຼາຍຢ່າງໃນຕົ້ນປີ.
ສິງກະໂປ ສ້າງລາຍຮັບຈາກການທ່ອງທ່ຽວສູງແບບບໍ່ເຄີຍມີມາກ່ອນ

ສິງກະໂປ ສ້າງລາຍຮັບຈາກການທ່ອງທ່ຽວສູງແບບບໍ່ເຄີຍມີມາກ່ອນ

ຂ່າວຕ່າງປະເທດລາຍງານວ່າ: ຄະນະກຳມະການການທ່ອງທ່ຽວສິງກະໂປໄດ້ເປີດເຜີຍໃນວັນທີ 3 ກຸມພາ ຜ່ານມາວ່າ, ລາຍຮັບຈາກການທ່ອງທ່ຽວຂອງສິງກະໂປໃນສາມໄຕມາດທຳອິດຂອງປີ 2025 ໄດ້ເພີ່ມຂຶ້ນ 6.5% ເມື່ອທຽບໃສ່ປີກ່ອນໜ້າ ຊຶ່ງບັນລຸລະດັບສູງສຸດແບບບໍ່ເຄີຍມີມາກ່ອນ ທີ່ 23.9 ຕື້ໂດລາສິງກະໂປ (ປະມານ 18.8 ຕື້ໂດລາ) ແລະ ມີທ່າອ່ຽງທີ່ຈະສ້າງລາຍຮັບໄດ້ຕະຫຼອດປີ 2025 ສູງກວ່າເປົ້າໝາຍທີ່ຄາດຄະເນໄວ້ ທີ່ 29-30.5 ຕື້ໂດລາສິງກະໂປ.
ສີລັງກາ ອະນຸຍາດໃຫ້ແມ່ຍິງເຮັດວຽກກະກາງຄືນ ຕຳແໜ່ງເຮັດຄວາມສະອາດ ແລະ ການບໍລິການອາຫານ

ສີລັງກາ ອະນຸຍາດໃຫ້ແມ່ຍິງເຮັດວຽກກະກາງຄືນ ຕຳແໜ່ງເຮັດຄວາມສະອາດ ແລະ ການບໍລິການອາຫານ

ຂ່າວຕ່າງປະເທດລາຍງານ ໃນວັນທີ 2 ກຸມພາ ຜ່ານມາວ່າ: ສີລັງກາ ໄດ້ປະກາດອະນຸຍາດໃຫ້ແມ່ຍິງສາມາດເຮັດວຽກກະກາງຄືນໃນຕຳແໜ່ງພະນັກງານເຮັດຄວາມສະອາດ ແລະ ພະນັກງານບໍລິການອາຫານ, ໂດຍມີຈຸດປະສົງເພື່ອເພີ່ມການມີສ່ວນຮ່ວມຂອງແຮງງານ, ຍ້ອນວ່າອັດຕາການເຂົ້າສູ່ຕະຫຼາດແຮງງານຂອງແມ່ຍິງໃນສີລັງກາຍັງຢູ່ໃນລະດັບ ຕໍ່າ ຢູ່ທີ່ປະມານ 30%.

ເພີ່ມເຕີມ