![]() |
ໃນພິທີ, ທ່ານປະທານມູນນິທິ GX ໄດ້ນໍາສະເໜີຜົນງານຂອງມູນນິທິ GX ໃນ ສປປ ລາວ ໃນໄລຍະ 4 ປີຜ່ານມາ, ຈາກນັ້ນທ່ານຜູ້ອຳນວຍການໂຄງການອາຊີຕາເວັນອອກສ່ຽງໃຕ້ ກໍໄດ້ນໍາສະເໜີກ່ຽວອາການ ແລະ ວິທີການປ້ອງກັນຂອງພະຍາດທີ່ຕິດຕໍ່ຈາກແມງໄມ້ພາຫະນຳເຊື້ອ, ລວມທັງພະຍາດໄຂ້ເລືອດອອກ ແລະ ໄຂ້ຍຸງ, ເພື່ອຍົກລະດັບຄວາມຮັບຮູ້ຂອງປະຊາຊົນກ່ຽວກັບພະຍາດເຫຼົ່ານີ້ ຊຶ່ງການບັນຍາຍດັ່ງກ່າວ ໄດ້ເສີມສ້າງຄວາມເຂັ້ມແຂງໃຫ້ແນວໜ້າກ່ຽວກັບວິທີການປ້ອງກັນ ແລະ ຄວາມຮູ້ທີ່ກ່ຽວຂ້ອງ. ພ້ອມນີ້ກໍແມ່ນສະແດງເຖິງການສືບຕໍ່ຂອງໂຄງການປ້ອງກັນພະຍາດໄຂ້ເລືອດອອກ ຂອງມູນນິທິຕາມເສັ້ນທາງລົດໄຟລາວ-ຈີນ ໂດຍໄດ້ດຳເນີນມາແຕ່ປີ 2025. ໂຄງການດັ່ງກ່າວ, ໄດ້ຕິດຕັ້ງເຄື່ອງໃຊ້ໄຟຟ້າດັກຍຸງ ແລະ ຕິດໂປສເຕີອະນາໄມຢູ່ສະຖານີລົດໄຟ 29 ແຫ່ງ ຢູ່ຕາມເສັ້ນທາງລົດໄຟເບື້ອງວຽງຈັນ ແລະ ເບື້ອງຢຸນນານ, ເປັນການປັບປຸງການອະນາໄມສິ່ງແວດລ້ອມ ແລະ ການປ້ອງກັນຢ່າງຕໍ່ເນື່ອງຕາມເສັ້ນທາງລົດໄຟ. ມາຮອດປັດຈຸບັນ, ມູນນິທິໄດ້ບໍລິຈາກເຄື່ອງໃຊ້ໄຟຟ້າດັກຍຸງຈຳນວນ 871 ໜ່ວຍ ແລະ ໂປສເຕີສຸຂະສຶກສາຈຳນວນຫຼາຍໃຫ້ແກ່ບໍລິສັດທາງລົດໄຟລາວ-ຈີນ.
![]() |
ມູນນິທິ GX ແມ່ນອົງການການກຸສົນທີ່ບໍ່ຂຶ້ນກັບລັດຖະບານ ທີ່ສ້າງຕັ້ງຂຶ້ນຢູ່ຮົງກົງ ສປ ຈີນ ໃນປີ 2018. ຈຸດປະສົງເພື່ອໃຫ້ການຊ່ວຍເຫຼືອດ້ານມະນຸດສະທຳໃນຂົງເຂດການແພດ ແລະ ສາທາລະນະສຸກແກ່ບັນດາປະເທດຕາມເສັ້ນທາງໜຶ່ງແລວໜຶ່ງເສັ້ນທາງ, ສະແດງເຖິງຈິດໃຈຂອງ ການແບ່ງປັນ ແລະ ການເຊື່ອມໂຍງລະຫວ່າງປະຊາຊົນກັບປະຊາຊົນ ຊຶ່ງໂຄງການກວມເອົາອາຊີ, ອາຟຣິກາ, ອາເມລິກາກາງ ແລະ ປາຊີຟິກໃຕ້ ແລະ ປັດຈຸບັນ ກຳລັງດຳເນີນງານຢູ່ໃນ 13 ປະເທດໃນສີ່ທະວີບ; ໃນອາຊີ ມີ ສປປ ລາວ, ກຳປູເຈຍ, ຕີມໍຕາວັນອອກ, ກາຊັກສະຖານ ແລະ ອຸສເບກິສະຖານ.
![]() |
ຂ່າວ: ຍຸພິນທອງ



ຄໍາເຫັນ