ເມືອງ ໄຊຍະບູລີ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ

ເມືອງ ໄຊຍະບູລີ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ

ເມືອງ ໄຊຍະບູລີ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ
ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ຕິດພັນກັບເນື້ອໃນມະຕິກອງປະຊຸມໃຫຍ່ ອົງຄະນະພັກແຂວງໄຊຍະບູລີຄັ້ງທີ VIII ໃຫ້ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ໃນວັນທີ 16 ມິຖຸນານີ້ ທີ່ ເມືອງໄຊຍະບູລີ ໂດຍການເປັນປະທານຂອງສະຫາຍ ຄຳຫຼ້າ ຜິວວັນນາ ຄະນະປະຈຳພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດເຂົ້າຮ່ວມຮັບຟັງ.
ເມອງ ໄຊຍະບລ ເຊອມຊມມະຕກອງປະຊມໃຫຍຜແທນທວປະເທດຄງທ XII ຂອງພກ - image 1
 

 

ສະຫາຍ ຄຳຫຼ້າ ຜິວວັນນາ ໄດ້ກ່າວເປີດກອງປະຊຸມ, ພ້ອມທັງເຊື່ອມຊຶມຄໍາສັ່ງ ຂອງຄະນະເລຂາທິການສູນກາງພັກ, ສະບັບເລກທີ 02/ຄລສພ, ລົງວັນທີ 30 ມັງກອນ 2026 ວ່າດ້ວຍການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍ ມະຕິກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ; ເຊື່ອມຊຶມ ມະຕິກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030); ເຊື່ອມຊືມ ມະຕິກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກແຂວງໄຊຍະບູລີ ຄັ້ງທີ VIII ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII (2026-2030) ຂອງແຂວງໄຊຍະບູລີ; ເຊື່ອມຊຶມເອກະສານກ່ຽວກັບການປັບປຸງດັດແປງກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XII; ມະຕິກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກແຂວງໄຊຍະບູລີ ຄັ້ງທີ VIII; ຜ່ານຄໍາສັ່ງ ຂອງຄະນະປະຈໍາພັກແຂວງ, ສະບັບເລກທີ 192/ຄພຂ, ລົງວັນທີ 12 ພຶດສະພາ 2026 ວ່າດ້ວຍການເພີ້ມທະວີການຊີ້ນໍາຂອງຄະນະພັກຕໍ່ວຽກງານແຮ່ທາດ, ການຄຸ້ມຄອງ ແລະ ການແກ້ໄຂບັນຫາຫຍໍ້ທໍ້ດ້ານຊັບພະຍາກອນທໍາມະຊາດ. ຈາກນັ້ນຜູ້ເຂົ້າຮ່ວມໃນກອງປະຊຸມຍັງໄດ້ປະກອບຄຳຄິດເຫັນຕໍ່ຄວາມຮັບຮູ້ເຂົ້າໃຈ ແລະ ທິດທາງຈະຜັນຂະຫຍາຍໃນຕໍ່ໜ້າ.

ຂ່າວ-ພາບ: ສົມພົງ ສີສະຫັວດ

ຄໍາເຫັນ

ຂ່າວການເມືອງ

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງໂຂງ ຄັ້ງທີ 7 ສະໄໝທີ IX

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງໂຂງ ຄັ້ງທີ 7 ສະໄໝທີ IX

ຄະນະບໍລິຫານງານພັກເມືອງໂຂງ ແຂວງຈຳປາສັກ ໄດ້ເປີດກອງປະຊຸມຄົບຄະນະ ຄັ້ງທີ 7 ສະໄໝທີ IX ໃນ​ວັນ​ທີ 30 ກໍ​ລະ​ກົດ​ນີ້ ທີ່ ຫ້ອງວ່າການເມືອງ, ໂດຍການເປັນປະທານຂອງ ສະຫາຍ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາສະຫາຍໃນຄະນະປະຈຳພັກເມືອງ, ກຳມະການພັກເມືອງເຂົ້າຮ່ວມ.
ກອງປະຊຸມຄົບຄະນະບໍລິຫານງານພັກເມືອງຊານ​ໄຊ ຄັ້ງທີ 4 ສະໄໝທີ XIV

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງຊານ​ໄຊ ຄັ້ງທີ 4 ສະໄໝທີ XIV

ເມືອງຊານໄຊ ແຂວງອັດຕະປື ໄດ້ເປີດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ4 ສະໄໝທີ XIV ໃນ​ວັນ​ທີ 28 ກໍ​ລະ​ກົດ​ຜ່ານ​ມາ ທີ່ຫ້ອງວ່າການເມືອງຊານໄຊໂດຍການເປັນປະທານຂອງ ສະຫາຍ ຫັດສະໄນ ສີບຸນເຫຼືອງຄະນະກຳມະການພັກແຂວງເລຂາພັກເມືອງຊານໄຊ,ມີບັນດາສະຫາຍຄະນະປະຈຳພັກເມືອງ, ກຳມະການພັກເມືອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສນຊ ເຊື່ອມຊຶມຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XII

ສນຊ ເຊື່ອມຊຶມຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XII

ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດກອງປະຊຸມເຊື່ອມຊຶມຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XII ແບບປົກກະຕິ ແລະ ອອນລາຍ ຂຶ້ນໃນວັນທີ 21 ກໍລະກົດນີ້ ທີ່ ສນຊ, ໂດຍການເປັນປະທານ ຂອງທ່ານ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ປະທານ ສນຊ, ມີພະເຖລານຸເຖລະ, ມີບັນດາຮອງປະທານ ສນຊ (ປະຈຳການ ແລະ ບໍ່ປະຈຳການ), ມີບັນດາກຳມະການ ສນຊ, ກໍາມະການ ສນຊ ປະຈໍາຢູ່ນະຄອນຫຼວງ-ບັນດາແຂວງ, ພະນັກງານຫຼັກແຫຼ່ງຂອງບັນດາແຂວງ ໃນທົ່ວປະເທດ, ແຂກຖືກ ເຂົ້າຮ່ວມ.
ຄອນວ ເຜີຍແຜ່ເອກະສານສໍາຄັນຂອງພັກ

ຄອນວ ເຜີຍແຜ່ເອກະສານສໍາຄັນຂອງພັກ

ຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ (ຄອນວ) ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຕິດພັນກັບມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກ ນະຄອນຫຼວງວຽງຈັນ, ໃນວັນທີ 21 ກໍລະກົດນີ້ ທີ່ສໍານັກງານປົກຄອງ ນວ.
ເມືອງທຸລະຄົມ ເຊື່ອມຊຶມກົດລະບຽບພັກ ສະໄໝທີ XII

ເມືອງທຸລະຄົມ ເຊື່ອມຊຶມກົດລະບຽບພັກ ສະໄໝທີ XII

ໃນວັນທີ 17 ກໍລະກົດ ຜ່ານມາ, ຢູ່ທີ່ສະໂມສອນ ເມືອງທຸລະຄົມ ແຂວງວຽງຈັນ, ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມກົດລະບຽບພັກ ປະຊາຊົນ ປະຕິວັດລາວ ສະໄໝທີ XII ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ຄຳເລ້ ໄຊຍະວົງສີ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າສະພາປະຊົນ ແຂວງວຽງຈັນ ປະຈຳເຂດເລືອກຕັ້ງ ເມືອງທຸລະຄົມ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ເລຂາພັກຫ້ອງການ, ກົມກອງ, ໂຮງຮຽນ, ໂຮງໝໍ, ເລຂາພັກບ້ານ ໃນທົ່ວເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.
ຫສປທ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ

ຫສປທ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ

ຫ້ອງວ່າການສຳນັກງານປະທານປະເທດ (ຫສປທ) ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ແລະ ກົດລະບຽບຂອງພັກປະຊາຊົນ ປະຕິວັດລາວ ສະໄໝທີ XII ໂດຍການເປັນປະທານ ແລະ ເຜີຍແຜ່ເອກະສານ ຂອງ ສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ, ມີເລຂາ, ຮອງເລຂາຄະນະພັກ, ຫົວໜ້າຫ້ອງວ່າການ, ຮອງຫົວໜ້າຫ້ອງວ່າການ, ບັນດາຫົວໜ້າກົມ, ຮອງກົມ, ສະມາຊິກພັກ ແລະ ພະນັກງານເຂົ້າຮ່ວມຮັບຟັງ.
ຄຕພ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະຄັ້ງທີ 2 ຂອງສູນກາງພັກ ສະໄໝທີ XII ແລະ ຄໍາແນະນໍາ ກົດລະບຽບພັກ ປປ ລາວ

ຄຕພ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະຄັ້ງທີ 2 ຂອງສູນກາງພັກ ສະໄໝທີ XII ແລະ ຄໍາແນະນໍາ ກົດລະບຽບພັກ ປປ ລາວ

ໃນວັນທີ 9 ກໍລະກົດນີ້ ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະຄັ້ງທີ 2 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ແລະ ຄໍາແນະນໍາການຈັດຕັ້ງປະຕິບັດກົດລະບຽບພັກ ສະໄໝ XII. ໃຫ້ກຽດເປັນປະທານ ໂດຍ ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ; ມີບັນດາສະຫາຍໃນຄະນະບໍລິຫານງານພັກ, ຄະນະກົມ, ພ້ອມດ້ວຍພະນັກງານຫຼັກແຫຼ່ງ ຂອງ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມຢ່າງພ້ອມພຽງ.
ເມືອງ​ໝື່ນເຊື່ອມຊຶມ ກົດລະບຽບຂອງພັກ ສະໄໝທີ XII.

ເມືອງ​ໝື່ນເຊື່ອມຊຶມ ກົດລະບຽບຂອງພັກ ສະໄໝທີ XII.

ເມືອງໝື່ນ ແຂວງວຽງຈັນ ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XII ໃນ​ວັນ​ທີ 8 ກໍ​ລະ​ກົດ​ຜ່ານ​ມາທີ່ ເມືອງ​ໝື່ນໂດຍການເຂົ້າຮ່ວມເປັນປະທານ ແລະ ເຜີຍແຜ່ຂອງສະຫາຍ ວໍຣະສອນ ສີອັກຄະສອນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ບັນດາເລຂາ, ຮອງເລຂາພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ, ພ້ອມດ້ວຍສະມາຊິກພັກ ເຂົ້າຮ່ວມ.
ກອງປະຊຸມຄົບຄະນະບໍລິຫານງານພັກເມືອງແກ່ນ​ທ້າວ ຄັ້ງທີ 5 ສະໄໝທີ VIII

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງແກ່ນ​ທ້າວ ຄັ້ງທີ 5 ສະໄໝທີ VIII

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງແກ່ນ​ທ້າວແຂວງ​ໄຊ​ຍະ​ບູ​ລີ ຄັ້ງທີ 5 ສະໄໝທີ VIII ໄດ້​ເປີດ​ຂຶ້ນ​ໃນ​ວັນ​ທີ 9 ກໍ​ລະ​ກົດ​ນີ້ ທີ່ ເມືອງ​ແກ່ນ​ທ້າວໂດຍການເປັນປະທານຂອງສະຫາຍ ຄໍາປຸ່ນ ນວນສະບັບກໍາມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງ,ມີສະຫາຍ ຄຳ​ເຫຼັກ ແກ້ວ​ວິ​ໄລ​ພອນກຳ​ມະ​ການ​ປະ​ຈຳ​ພັກ​ແຂວງປະ​ທານ​ຄະ​ນະ​ກວດ​ກາ​ພັກ​ແຂວງຜູ້​ຊີ້​ນຳ​ເມືອງ​ແກ່ນ​ທ້າວ,ມີພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກເມືອງລະ​ມາມ ຄັ້ງທີ 4 ສະໄໝທີ X

ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກເມືອງລະ​ມາມ ຄັ້ງທີ 4 ສະໄໝທີ X

ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກເມືອງລະມາມ ຄັ້ງທີ 4 ສະໄໝທີ X ໄດ້​ເປີດ​ຂຶ້ນໃນວັນທີ 8 ກໍລະກົດ ນີ້ ທີ່ສະໂມສອນເມືອງລະມາມ, ໂດຍການເຂົ້າຮ່ວມຂອງສະຫາຍ ດາວວີ ສວຍທະລັງສີ ກໍາມະການປະຈໍາພັກແຂວງເລຂາຄະນະບໍລິຫານງານພັກເມືອງລະມາມ, ສະຫາຍ ບົວໄລ ວິໄລວົງ ຮອງເລຂາພັກເມືອງ ປະທານຄະນະກໍາມະການປົກຄອງເມືອງ, ມີບັນດາສະຫາຍຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ ເຂົ້າຮ່ວມ.
ເພີ່ມເຕີມ