ເມືອງຫີນບູນ ເນັ້ນການທ່ອງທ່ຽວທາງດ້ານທຳມະຊາດ ຮອງຮັບປີທ່ອງທ່ຽວລາວ 2024

ເມືອງຫີນບູນ ເນັ້ນການທ່ອງທ່ຽວທາງດ້ານທຳມະຊາດ ຮອງຮັບປີທ່ອງທ່ຽວລາວ 2024
ເພື່ອຮອງຮັບໃຫ້ແກ່ການເປີດປີທ່ອງທ່ຽວລາວ 2024 ເມືອງຫີນບູນ ແຂວງຄຳມ່ວນ ໄດ້ເລັ່ງໃສ່ການທ່ອງ ທ່ຽວທາງດ້ານທຳມະຊາດເປັນຫຼັກ ເນື່ອງຈາກວ່າແຫຼ່ງທ່ອງທ່ຽວຫຼາຍແຫ່ງພາຍໃນເມືອງ ຍັງຄົງຄວາມອຸດົມສົມບູນ ທາງດ້ານທຳມະຊາດ ແລະ ຊີວະນາໆພັນ, ອີກດ້ານໜຶ່ງເຫັນວ່ານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດແມ່ນ ຫັນມານິຍົມຊົມຊອບການທ່ອງທ່ຽວແບບອະນຸລັກທຳມະຊາດເປັນສ່ວນໃຫຍ່ໃນປັດຈຸບັນ.
    ທ່ານ ຄຳສິງ ອໍລະວັນ ເຈົ້າເມືອງໆຫີນບູນ ໄດ້ລາຍງານໃຫ້ຮູ້ກ່ຽວກັບການກະກຽມຄວາມພ້ອມເພື່ອຮອງຮັບ ໃຫ້ແກ່ການເປີດປີທ່ອງທ່ຽວລາວ 2024 ຂອງເມືອງເມື່ອບໍ່ດົນມານີ້ວ່າ: ທົ່ວເມືອງຫີນບູນ ມີສະຖານທີ່ທ່ອງທ່ຽວທັງ ໝົດ 13 ແຫ່ງ. ໃນນີ້ແຫຼ່ງທ່ອງທ່ຽວທາງວັດທະນະທຳ 3 ແຫ່ງ, ທຳມະຊາດ 8 ແຫ່ງ ແລະ ທາງປະຫວັດສາດ 2 ແຫ່ງ. ໃນໄລຍະຜ່ານມາໄດ້ມອບໃຫ້ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມຂອງເມືອງເອົາໃຈໃສ່ຊຸກຍູ້ຂະແໜງການທີ່ ກ່ຽວຂ້ອງຂັ້ນເມືອງ, ການຈັດຕັ້ງບ້ານ ແລະ ຜູ້ປະກອບການດ້ານການບໍລິການທ່ອງທ່ຽວ, ໂຮງແຮມ, ເຮືອນພັກ, ຮ້ານອາຫານ ໄດ້ມີການກະກຽມຄວາມພ້ອມ ເປັນຕົ້ນ ການປັບປຸງສະຖານທີ່ບໍລິການຕ່າງໆໃຫ້ມີຄວາມສະອາດ, ສວຍງາມເພື່ອຮອງຮັບ ແລະ ດຶງດູດນັກທ່ອງທ່ຽວທີ່ເຂົ້າມາທ່ຽວຊົມພາຍໃນເມືອງ. ໂດຍອີງໃສ່ເງື່ອນໄຂ ແລະ ສິ່ງເອື້ອຍອຳນວຍຄວາມສະດວກ ສະເພາະປີທ່ອງທ່ຽວລາວ 2024 ເມືອງຫີນບູນຈະເລັ່ງໃສ່ການທ່ອງທ່ຽວທາງທຳ ມະຊາດເປັນຫຼັກ ເປັນຕົ້ນ ແຫຼ່ງທ່ອງທ່ຽວຂຸນກອງແລງ ບ້ານນາຄື, ວັງນໍ້າຕົກສາຍນໍ້າປະກັນ ບ້ານນາທານ, ຖໍ້າ ກວນໄນ ບ້ານອິນແປງ ແລະ ຕາດຄອນແກ້ວ ບ້ານນາໂພ. ຊຶ່ງໃນ 4 ຈຸດນີ້ແມ່ນແຫຼ່ງທ່ອງທ່ຽວທາງທຳມະຊາດ ຍັງຄົງຄວາມອຸດົມສົມບູນ ແລະ ມີຄວາມສວຍງາມ ຊຶ່ງນັກທ່ອງທ່ຽວທີ່ເຂົ້າມາທ່ຽວຊົມນອກຈາກຈະໄດ້ສຳຜັດກັບ ບັນຍາກາດທີ່ມີຄວາມສົດຊື່ນແລ້ວ ຍັງມີຫຼາຍກິດຈະກຳຄອຍໃຫ້ບໍລິການເປັນຕົ້ນ ກິດຈະກຳອາບນໍ້າ-ລອຍນໍ້າທີ່ ໃສເຢັນ, ລ່ອງກົງເບັງຕາມສາຍນໍ້າກອງແລງ, ນໍ້າປະກັນ, ຍ່າງທ່ຽວຊົມທຳມະຊາດພາຍໃນຖໍ້າ, ຂີ່ເຮືອລອດຖໍ້າ, ຕັ້ງແຄັ້ມ-ກິນເຂົ້າປ່າຕາມທຳມະຊາດ ແລະ ອື່ນໆ. 
    ໃນປີ 2023 ຜ່ານມາມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມເມືອງຫີນບູນ ທັງໝົດ 7.500 ເທື່ອຄົນ ແລະ ໃນປີ 2024 ຄາດວ່າຈະມີນັກທ່ອງທ່ຽວບໍ່ຕໍ່າກວ່າ 9.600 ເທື່ອຄົນ. ສະນັ້ນ, ຮຽກຮ້ອງ ມາຍັງການຈັດຕັ້ງແຕ່ລະຂັ້ນ, ພະນັກງານ-ລັດຖະກອນ ຕະຫຼອດຮອດພໍ່ແມ່ປະຊາຊົນທຸກຊັ້ນຄົນ ຈົ່ງພ້ອມກັນ ເປັນເຈົ້າພາບທີ່ດີ ເພື່ອຕ້ອນຮັບນັກທ່ອງທ່ຽວທີ່ເຂົ້າມາພັກຜ່ອນ ແລະ ທ່ຽວຊົມເມືອງຫີນບູນ, ຮຽກຮ້ອງມາຍັງຜູ້ປະ ກອບການດ້ານການທ່ອງທ່ຽວ ຈົ່ງໄດ້ກະກຽມຄວາມພ້ອມຮອບດ້ານ, ປັບປຸງສະຖານທີ່ທ່ອງທ່ຽວໃຫ້ມີຄວາມສະອາດ, ສວຍງາມ, ເປັນລະບຽບຮຽບຮ້ອຍ, ການນຸ່ງຖືຂອງພະນັກງານຕ້ອນຮັບໃຫ້ຖືກຕ້ອງຕາມຮີດຄອງປະເພນີ ແລະ ເປັນ ເອກະລັກຂອງແຕ່ລະທ້ອງຖິ່ນ, ປັບປຸງຂອດການບໍລິການໃຫ້ມີຄວາມປະທັບໃຈ ເພື່ອສ້າງແຮງບັນດານໃຈ ແລະ ດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມເມືອງຫີນບູນໃຫ້ບັນລຸ ແລະ ລື່ນຄາດໝາຍທີ່ວາງໄວ້.
ຂ່າວ-ພາບ: ກອງຄຳ

ຄໍາເຫັນ

ຂ່າວທ່ອງທ່ຽວ

ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ໃນໂລກທີ່ເຕັມໄປດ້ວຍຄວາມເຄັ່ງຄັດ ແລະ ຄວາມຮີບຮ້ອນ ບາງຄັ້ງມະນຸດກໍຕ້ອງການບ່ອນໃດຫນຶ່ງທີ່ເຮັດໃຫ້ເຮົາໄດ້ພັກຜ່ອນຢ່ອນ ໃຈ ແລະ ສຳຜັດກັບຄວາມສະຫງົບໃນທໍາມະຊາດ. ສວນແພນດ້າເມືອງເສິງຕູ່ ທີ່ມົນຊີ່ຊ່ວນ ສປຈີນ (Chengdu Research Base of Giant Panda Breeding)ເປັນບ່ອນທີ່ສາມາດມອບຄວາມຮູ້ສຶກນັ້ນໃຫ້ໄດ້ຢ່າງແທ້ຈິງ.
2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

ການທ່ອງທ່ຽວແຂວງຫຼວງນໍ້າທາ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເລີ່ມແຕ່ເດືອນມັງກອນ-ກັນຍາ 2025 ມີນັກທ່ອງທ່ຽວເດີນທາງມາຢ້ຽມຢາມ ແລະ ຜ່ານແຂວງຫຼວງນໍ້າທາ 985,322 ເທື່ອຄົນ ເພີ່ມຂຶ້ນ 9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ສາມາດສ້າງລາຍຮັບທາງກົງ-ທາງອ້ອມເຂົ້າງົບປະມານແຂວງໄດ້ປະມານ 30.70 ລ້ານໂດລາ ຊຶ່ງສະແດງໃຫ້ເຫັນເຖິງຄວາມສໍາເລັດຂອງຄະນະນໍາຂັ້ນແຂວງ ແລະ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ເອົາໃຈໃສ່ການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ໂດຍສະເພາະແມ່ນການທ່ອງທ່ຽວແບບອະນຸລັກໃນປ່າສະຫງວນແຫ່ງຊາດນໍ້າຫ້າ ຊຶ່ງເນັ້ນຈຸດເດັ່ນທາງດ້ານທໍາມະຊາດອັນບໍລິສຸດ ແລະ ຄວາມຫຼາກຫຼາຍທາງດ້ານວັດທະນະທໍາຂອງຊົນເຜົ່າ.
ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ທ່າອ່ຽງການທ່ອງທ່ຽວໃນປີ 2025 ຂອງ ສປປ ລາວ ກໍາລັງຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ ສະແດງອອກໃນໄລຍະແຕ່ເດືອນມັງກອນ ຫາ ເດືອນສິງຫາ 2025 ນີ້, ມີນັກທ່ອງທ່ຽວເຂົ້າມາທ່ຽວ ສປປ ລາວ ທັງໝົດ 3,061,928 ເທື່ອຄົນ. ໃນຂະນະທີ່ໝົດປີ 2024 ມີນັກທ່ອງທ່ຽວເຂົ້າມາລາວ 4,120,832 ເທື່ອຄົນ.
ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ສະຖານທີ່ທ່ອງທ່ຽວຂົວສີຟ້າ, ຖ້ຳນາງຟ້າ-ຖ້ຳນອນ ເປັນອີກໜຶ່ງແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ຕິດພັນກັບການປົກປັກຮັກສິ່ງແວດລ້ອມຂອງເມືອງວັງວຽງ ແຂວງ​ວຽຈັນ ທີ່ໄດ້ຮັບ​ລາງວັນການພັດທະນາທ່ອງທ່ຽວດີເດັ່ນ ແລະ ຍືນຍົງຂອງ ສປປ ລາວ ຊຶ່ງສະຖານທີ່ດັ່ງກ່າວອ້ອມຮອບໄປດ້ວຍພູຜ່າປ່າໄມ້ທີ່ຂຽວສົດງົດງາມອາກາດເຢັນ ແລະ ມີອ່າງນໍ້າໃສ​ທີ່ສາມາດແນມເຫັນຝູງປານ້ອຍ-ໃຫຍ່ຢູ່ໃນນໍ້າ ເຮັດໃຫ້ນັກທ່ອງທ່ຽວເພີດເພີນ ແລະ ຮູ້ສຶກຜ່ອນຄາຍເມື່ອໄດ້ເຂົ້າມາທ່ຽວຊົມ ເໝາະ​ແກ່​ການ​ມາ​ພັກ​ຜ່ອນແບບຄອບຄົວຄູ່ຮັກ ຫຼື ຈະມາກັບໝູ່ເ​ພື່ອນ.
ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ງານບຸນອອກພັນສາປະວໍລະນາແລະຊ່ວງເຮືອປະເພນີປະຈໍາປີ 2025 ທີ່ທ່າວັດຈັນນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນເປັນເວລາ 5 ວັນ ນັບແຕ່ວັນທີ 4-8 ຕຸລານີ້. ພາຍຫຼັງມື້ບຸນອອກພັນສາປະວໍລະນາ 1 ວັນ ຄືໃນວັນທີ 8 ຕຸລານີ້ (ມື້ແຮມ 1 ຄໍ່າເດືອນ 11 ລາວ) ໄດ້ມີພິທີເປີດການແຂ່ງຂັນຊ່ວງເຮືອ ປະເພນີ ຖືເປັນມື້ສຸດທ້າຍຂອງງານບຸນ ຊຶ່ງມີມວນຊົນທັງພາຍໃນແລະຕ່າງປະເທດຈຳນວນຫຼວງຫຼາຍ ຫຼັ່ງໄຫຼກັນເຂົ້າມາຊົມມາເຊຍການແຂ່ງຂັນຊ່ວງເຮືອຢ່າງຄຶກຄື້ນມ່ວນຊື່ນ.
ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ຮອດເວລາທີ່ສຳຄັນຂອງປີອີກຄັ້ງ, ນັກດື່ມກາເຟ ແລະ ຊາທັງຫຼາຍ! ໂຄງການ Green Cup, ໂດຍກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍຮຽນເຊີນຊວນທຸກທ່ານເຂົ້າຮ່ວມງານບຸນກາເຟ ແລະ ຊາບ້ານເຮົາ ເພື່ອສະເຫຼີມ​ສະຫຼອງ ວັນກາເຟ ແລະ ຊາສາກົນ ປະຈຳປີ 2025 ໃນລະຫວ່າງວັນທີ 3-5 ຕຸລາ 2025 ທີ່ໂຮງຮຽນປະຖົມຫຼວງພະບາງ, ເພື່ອດື່ມດ່ຳກັບ ວັດທະນະທໍາ, ຊີມຣົດຊາດ ແລະ ເຕົ້າໂຮມກັນແບບຊຸມຊົນ ເປັນເວລາ 3 ວັນ.
ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງເປັນດິນແດນແຫ່ງອະລິຍະທຳທີ່ອຸດົມສົມບູນ ມີປະຫວັດສາດອັນຍາວນານທີ່ໜ້າຊື່ນຊົມ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ ໄດ້ຖືກຮັບຮອງຈາກອົງການອຸຍແນັດສະໂກໃຫ້ເປັນເມືອງມໍຣະດົກໂລກນັບແຕ່ປີ 1995 ເປັນຕົ້ນມາ ຊຶ່ງເປັນເງື່ອນໄຂໃຫ້ຊາວໂລກໄດ້ຮັບຮູ້ ແລະ ໃຫ້ຄວາມສົນໃຈເດີນທາງມາທ່ອງທ່ຽວຢ່າງຕໍ່ເນື່ອງ ອັນໄດ້ເປັນທ່າແຮງຕົ້ນຕໍໃນການສ້າງລາຍຮັບເຂົ້າສູ່ປະຊາຊົນພາຍໃນແຂວງ.
ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ເມື່ອບໍ່ດົນມານີ້, ແຂວງສະຫວັນນະເຂດ ໄດ້ສຳຫຼວດເພື່ອສືບຕໍ່ຄວາມພະຍາຍາມໃນການປັບປຸງ ແລະ ພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຫຼື ແບບຄົບວົງຈອນ ທີ່ຕັ້ງຢູ່ໃນເຂດພື້ນທີ່ໃກ້ກັນ ຂອງເມືອງອຸທຸມພອນ ເພື່ອເສີມສ້າງທ່າແຮງດຶງດູດນັກທ່ອງທ່ຽວ ແລະ ສົ່ງເສີມເສດຖະກິດທ້ອງຖິ່ນ.
ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ວິໄສທັດຂອງບໍລິສັດພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງຫຼັກ40 ເມືອງປາກຊ່ອງ ແຂວງຈໍາປາສັກ ແລະ ແຫຼ່ງທ່ອງທ່ຽວນໍ້າຕົກຕາດເລາະ-ຕາດຮັງ ແຂວງສາລະວັນ “ພັດທະນາແຫຼ່ງທ່ອງທ່ຽວເພື່ອດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ພ້ອມທັງສ້າງລາຍຮັບໃຫ້ແກ່ປະຊາຊົນທ້ອງຖິ່ນ”
ແມ່ນ້ຳຫຼີຈ່ຽງ ແມ່ນອັນຍະມະນີແຫ່ງກຸ໋ຍຫຼິນ

ແມ່ນ້ຳຫຼີຈ່ຽງ ແມ່ນອັນຍະມະນີແຫ່ງກຸ໋ຍຫຼິນ

ການສົ່ງເສີມການທ່ອງທ່ຽວແມ່ນທາງແຮງໜຶ່ງໃນການຂັບເຄື່ອນເສດຖະກິດໃນພື້ນທີ່ ແລະ ສ້າງລາຍຮັບໃຫ້ປະຊາຊົນຢູ່ທີ່ຊຸມນັ້ນໆໃຫ້ມີຄວາມຢູ່ດີກິນດີມິຄວາມຜາສຸກເພາະສະນັ້ນການສົ່ງເສີມການທ່ອງທ່ຽວຈຶ່ງມີຄວາມສຳຄັນຫຼາຍບໍ່ວ່າຈະເປັນການທ່ອງທ່ຽວທາງຫ່ອງຮອຍປະຫວັດສາດ,ທາງຮີດຄອງປະເພນີ ວັດທະນະທຳ ແລະ ທາງທຳມະຊາດ.
ເພີ່ມເຕີມ