![]() |
ໃນພິທີຕາງໜ້າສໍານັກງານການທ່ອງທ່ຽວ ແລະ ກິລາ ຈັງຫວັດນະຄອນພະນົມ ໄດ້ກ່າວຈຸດປະສົງຂອງການຈັດງານວ່າ: ຈັງຫວັດນະຄອນພະນົມຮ່ວມກັບໜ່ວຍງານພາກລັດ - ເອກະຊົນ ແລະ ມູນນິທິສີໂຄດຕະບູນ ຮ່ວມກັນ ຈັດກິດຈະກໍາ ຍ່າງ-ແລ່ນ ຂ້າມຂອງ “ນະຄອນພະນົມ-ຄໍາມ່ວນ” ປະຈໍາປີ 2025. ການຈັດງານໃນຄັ້ງນີ້, ເພື່ອພັດທະນາວຽກງານທາງດ້ານການກິລາ ແລະ ການທ່ອງທ່ຽວຂອງຈັງຫວັດນະຄອນພະນົມ - ຄໍາມ່ວນ, ຊຶ່ງມີຜູ້ເຂົ້າຮ່ວມ 1,500 ກວ່າຄົນ. ຈາກນັ້ນ, ຮອງຜູ້ວ່າລາຊະການຈັງຫວັດນະຄອນພະນົມ ໄດ້ກ່າວເປີດງານຢ່າງເປັນທາງການ ໂດຍໃນກິດຈະກໍາ ຍ່າງ-ແລ່ນ ຂ້າມຂອງແມ່ນມີຈຸດເລີ້ມຕົ້ນຈາກດ່ານສາກົນຂົວມິດຕະພາບ 3 (ຝັ່ງຈັງຫວັດນະຄອນພະນົມ) ມາຫາ ດ່ານສາກົນຂົວມິດຕະພາບ 3 (ຝັ່ງແຂວງຄໍາມ່ວນ) ແລ້ວຍ່າງ-ແລ່ນ ກັບຄືນໄປສູ່ຈຸດເລີ້ມຕົ້ນ ລວມໄລຍະທາງ 5 ກິໂລແມັດ. ຈາກນັ້ນ, ກໍໄດ້ມອບລາງວັນໃຫ້ແກ່ຜູ້ຊະນະເລີດໃນແຕ່ລະປະເພດ.
![]() |
(ຂ່າວ-ພາບ: ແດງສະຫວັດ ແສນພານິດ)


ຄໍາເຫັນ