ຂ່າວລະບຸວ່າ: ກົດໝາຍທີ່ໜ້າສົນໃຈຈຳນວນໜຶ່ງ ຄື: ຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດ ໝາຍວ່າດ້ວຍການປ້ອງກັນ, ຕ້ານຢາເສບຕິດ; ກົດໝາຍວ່າດ້ວຍການບິນພົນລະເມືອງ (ປ່ຽນແທນ); ກົດໝາຍວ່າດ້ວຍການຄ້າເອເລັກໂຕຣນິກ (ປ່ຽນແທນ) ແລະ ຂໍ້ສະເໜີຂອງລັດຖະບານກ່ຽວກັບໂຄງການສ້າງກົດໝາຍປີ 2026.
ທ່ານ ຟ້າມມິນຈິງ ຮຽກຮ້ອງໃຫ້ບັນດາຜູ້ແທນສຸມໃສ່ປຶກສາຫາລືເນື້ອໃນຂອງຮ່າງກົດໝາຍ ແລະ ໂຄງການສ້າງກົດໝາຍ, ຮີບເລັ່ງແກ້ໄຂຂໍ້ຕິດຂັດໃນຕົວຈິງ, ສ້າງສາເພື່ອການພັດທະນາ. ໃນນັ້ນ, ສຳລັບຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານຢາເສບຕິດ, ທ່ານເນັ້ນໜັກວ່າ: ການສະກັດກັ້ນ, ຍູ້ອາຊະຍາກຳຢາເສບຕິດໃຫ້ຖອຍໄປ ແມ່ນການສະກັດກັ້ນ, ຍູ້ການພັດທະນາແຫຼ່ງຄວາມຕ້ອງການຢາເສບຕິດໃຫ້ຖອຍໄປ. ພ້ອມກັນນັ້ນ, ກໍຫັນທັດສະນະໃໝ່ຂອງພັກເປັນລະບອບລະບຽບການ, ເມື່ອຕິດຢາເສບຕິດແລ້ວແມ່ນໂທດກຳ, ເພື່ອໃຫ້ມີການປະຕິບັດທີ່ເໝາະສົມກັບອາຊະຍາກຳ. ເຖິງຢ່າງໃດກໍຕາມ, ກໍໍຕ້ອງເອົາໃຈໃສ່ເຖິງບັນຫາມະນຸດສະທຳ”.
ທ່ານ ຟ້າມມິນຈິງ ຍັງຮຽກຮ້ອງໃຫ້ສືບຕໍ່ສຸມໃສ່ຊີ້ນຳ, ນຳພາ, ລົງທຶນແຫຼ່ງຊັບພະຍາກອນມະນຸດ, ການເງິນ, ພື້ນຖານດ້ານວັດຖຸ ເພື່ອແກ້ໄຂບັນດາຂໍ້ຕິດຂັດໃນລະບອບລະບຽບການ, ກົດໝາຍໃນປີ 2025, ສ້າງສັນການພັດທະນາ, ຮັບໃຊ້ປະຊາຊົນ, ນຳລະບອບລະບຽບການຈາກ “ຈຸດອຸດຕັນ” ກາຍເປັນທ່າແຮງແກ້ງແຍ້ງຂອງປະເທດຊາດ.
ຄໍາເຫັນ