![]() |
ການຢ້ຽມຢາມ ສປປ ລາວ ຄັ້ງນີ້, ສະຫາຍ ຟ້າມມິງຈິງ ຈະໄດ້ເຂົ້າຮ່ວມການພົບປະວົງແຄບ ລະຫວ່າງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຈີນ; ກອງປະຊຸມພົບປະ 2 ກົມການເມືອງ ລາວ-ຫວຽດນາມ ປະຈໍາປີ 2026 ແລະ ເປັນປະທານຮ່ວມ ກອງປະຊຸມຄັ້ງທີ 48 ຂອງ ຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ສປປ ລາວ ແລະ ລັດຖະບານຫວຽດນາມ.
ພ້ອມນີ້, ສະຫາຍ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ຍັງຈະໄດ້ເຂົ້າຮ່ວມເຫດການຕ່າງໆທີ່ສຳຄັນ ອັນເປັນການຢັ້ງຢືນເຖິງບົດບາດ ແລະ ທິດທາງລວມໃນການພົວພັນ ລະຫວ່າງສອງປະເທດບົນພື້ນຖານການສືບທອດ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.
(ຂ່າວ: ສຸກສະຫວັນ)

ຄໍາເຫັນ