ງານໂຄສະນາຊັບພະຍາກອນວັດທະນະທໍາ ແລະ ການທ່ອງທ່ຽວຊິ່ນຈ່ຽງ 2026

ງານໂຄສະນາຊັບພະຍາກອນວັດທະນະທໍາ ແລະ ການທ່ອງທ່ຽວຊິ່ນຈ່ຽງ 2026

ງານໂຄສະນາຊັບພະຍາກອນວັດທະນະທໍາ ແລະ ການທ່ອງທ່ຽວຊິ່ນຈ່ຽງ 2026
ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ຈັດງານໂຄສະນາຊັບພະຍາກອນວັດທະນະທໍາ ແລະ ການ ທ່ອງທ່ຽວຊິ່ນຈ່ຽງ 2026 ພາຍໃຕ້ຫົວຂໍ້ "ຊິ່ນຈ່ຽງເປັນດິນແດນທີ່ສວຍງາມ" ຈັດຂຶ້ນໃນວັນທີ 24 ເມສານີ້ ທີ່ສູນວັດທະນະທໍາຈີນປະຈໍາລາວ ເປັນກຽດເຂົ້າຮ່ວມຂອງທ່ານນາງ ມະນີສາຄອນ ທໍາມະວົງໄຊ ຫົວໜ້າກົມສົ່ງເສີມຕະຫຼາດການທ່ອງທ່ຽວ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ທ່ານ ອິນທີ ເດືອນສະຫວັນ ປະທານສະ ມາຄົມທຸລະກິດທ່ອງທ່ຽວລາວ, ທ່ານ ເຕິ້ງຫຼີ້ສຽງ ທີ່ປຶກສາທູດ, ຫົວໜ້າພະແນກແລກປ່ຽນ ແລະ ການຮ່ວມມື ສະຖານທູດຈີນປະຈໍາ ສປປ ລາວ, ທ່ານ ຫຼົວເຫວິ້ຍຈ້ຽນ ຫົວໜ້າສູນວັດທະນະທໍາຈີນ ປະຈໍາລາວ, ທ່ານ ນາງ ຈ້າວຊີ ຈາກສູນແລກປ່ຽນວັດທະນະທໍາ ແລະ ການທ່ອງທ່ຽວຈີນກັບຕ່າງປະເທດ ພ້ອມດ້ວຍແຂກຖືກເຊີນກ່ຽວ ຂ້ອງເຂົ້າຮ່ວມ.

 

ງານໂຄສະນາຊບພະຍາກອນວດທະນະທາ ແລະ ການທອງທຽວຊນຈຽງ 2026 - image 1
 

ທ່ານ ນາງ ມະນີສາຄອນ ທໍາມະວົງໄຊ ໄດ້ກ່າວວ່າ: ປະເທດຈີນມີແຫຼ່ງທ່ອງທ່ຽວຄຸນນະພາບລະດັບໂລກຈຳນວນຫຼາຍ ເປັນຈຸດໝາຍປາຍທາງທີ່ນັກທ່ອງທ່ຽວທົ່ວໂລກປາຖະໜາຢາກໄປເຖິງ ຊຶ່ງປະເທດລາວ ກໍມີທັດສະ ນີຍະພາບທາງທຳມະຊາດທີ່ສວຍງາມ ແລະ ອຸດົມສົມບູນ ພ້ອມທັງມີຊັບພະຍາກອນການທ່ອງທ່ຽວແບບທຳມະຊາດທີ່ຍັງຄົງຮັກສາຂະນົບທຳນຽມ ແລະ ວິຖີຊີວິດອັນດີງາມຂອງຊົນເຜົ່າຕ່າງໆໄວ້ໄດ້ຢ່າງຄົບຖ້ວນ. ການແລກປ່ຽນດ້ານການທ່ອງທ່ຽວລະຫວ່າງລາວ-ຈີນມີຄວາມໃກ້ຊິດກັນຫຼາຍຂຶ້ນ. ໃນປີ 2025 ນັກທ່ອງທ່ຽວຈີນໄດ້ກາຍເປັນແຫຼ່ງນັກທ່ອງທ່ຽວສາກົນອັນດັບທີ 2 ຂອງລາວ. ຫວັງວ່າງານໂຄສະນາໃນຄັ້ງນີ້, ຈະຊ່ວຍສົ່ງເສີມການແລກປ່ຽນດ້ານວັດທະນະທໍາ ແລະ ການທ່ອງທ່ຽວລະຫວ່າງສອງປະເທດໃຫ້ເພີ່ມທະວີຂຶ້ນອີກໃນອະນາຄົດ.

ງານໂຄສະນາຊບພະຍາກອນວດທະນະທາ ແລະ ການທອງທຽວຊນຈຽງ 2026 - image 2
 

ທ່ານ ນາງ ສາຍຊິນ ຮອງຫົວໜ້າພະແນກໂຄສະນາການທ່ອງທ່ຽວ ແລະ ການແລກປ່ຽນສາກົນ, ພະ ແນກວັດທະນະທໍາ ແລະ ການທ່ອງທ່ຽວ ເຂດປົກຄອງຕົນເອງເຜົ່າເຫວິ້ຍອູເອີ ຊິ່ນຈ່ຽງ ໄດ້ນໍາສະເໜີຢ່າງລະອຽດ ກ່ຽວກັບວັດທະນະທໍາ-ພູມສາດ, ຊັບພະຍາກອນການທ່ອງທ່ຽວ ແລະ ຄວາມພ້ອມດ້ານການຮອງຮັບນັກທ່ອງທ່ຽວຂອງຊິ່ນຈ່ຽງ. ຊິ່ນຈ່ຽງ ຈະສືບຕໍ່ໃຫ້ບໍລິການທ່ອງທ່ຽວທີ່ມີຄຸນນະພາບສູງ ຕໍ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງ ປະເທດຈາກທົ່ວທຸກມຸມໂລກ ດ້ວຍສິ່ງອຳນວຍຄວາມສະດວກທີ່ຄົບວົງຈອນ.

ງານໂຄສະນາຊບພະຍາກອນວດທະນະທາ ແລະ ການທອງທຽວຊນຈຽງ 2026 - image 3
 

ໃນພິທີຕົວແທນ 6 ບໍລິສັດທ່ອງທ່ຽວຈາກຊິ່ນຈ່ຽງ ໄດ້ນຳສະເໜີກ່ຽວກັບເສັ້ນທາງທ່ອງທ່ຽວຄຸນນະພາບຫຼັກ ແລະ ຈຸດເດັ່ນການບໍລິການຂອງແຕ່ລະບໍລິສັດຂອງຕົນ ພ້ອມທັງສະແດງອອກເຖິງຄວາມຕັ້ງໃຈໃນການເສີມສ້າງການຮ່ວມມືກັບຫົວໜ່ວຍສະມາຊິກຕ່າງໆ ຂອງສະມາຄົມທ່ອງທ່ຽວລາວ ເພື່ອຮ່ວມກັນຜັກດັນ ແລະ ພັດທະນາອຸດສາຫະກຳການທ່ອງທ່ຽວຂອງທັງສອງຝ່າຍໃຫ້ເຕີບໂຕຍິ່ງຂຶ້ນ. ພະນັກງານຈາກບໍລິສັດການບິນ China Eastern Airlines ນະຄອນຫຼວງວຽງຈັນ ໄດ້ນໍາສະເໜີກ່ຽວກັບສະພາບການດໍາເນີນງານ ແລະ ການບໍລິການຈຸດເດັ່ນຂອງສາຍການບິນ ໂດຍເນັ້ນເປັນພິເສດໃນການບໍລິການຕໍ່ຖ້ຽວບິນທັງພາຍໃນ ແລະ ລະຫວ່າງປະເທດ, ຜູ້ຮັບຜິດຊອບກ່າວວ່າ ສາຍການບິນດັ່ງກ່າວມີການດຳເນີນຖ້ຽວບິນຈຳນວນຫຼາຍພາຍໃນປະເທດຈີນ ແລະ ລະ ຫວ່າງລາວ-ຈີນ ຊຶ່ງສາມາດສະໜອງການເດີນທາງຕໍ່ເຄື່ອງໄປຍັງຊິ່ນຈ່ຽງໄດ້ຢ່າງສະດວກ ແລະ ເປັນແຮງສະໜັບສະໜູນທີ່ສຳຄັນໃຫ້ນັກທ່ອງທ່ຽວທີ່ຕ້ອງການໄປທ່ອງທ່ຽວຊິ່ນຈ່ຽງ.

ຂ່າວ: ພູວັນ

ຄໍາເຫັນ

ຂ່າວການຮ່ວມມື

ເວທີຕົວເມືອງແຫ່ງຊາດ ຄັ້ງທີ 5 ຊຸກຍູ້ການພັດທະນາຕົວເມືອງລາວ ສູ່ຄວາມສີຂຽວ, ທົນທານ ຍືນຍົງ

ເວທີຕົວເມືອງແຫ່ງຊາດ ຄັ້ງທີ 5 ຊຸກຍູ້ການພັດທະນາຕົວເມືອງລາວ ສູ່ຄວາມສີຂຽວ, ທົນທານ ຍືນຍົງ

ກະຊວງໂຍທາ​ທິການ ແລະ ຂົນສົ່ງ (ຍທຂ) ຮ່ວມກັບອົງການສະຫະປະຊາຊາດດ້ານເຄຫາສະຖານ (UN​Habitat) ຈັດກອງປະຊຸມເວທີຕົວເມືອງແຫ່ງຊາດລາວ ຄັ້ງທີ 5 (5th Lao National Urban Forum – LNUF 2026) ເພື່ອຊຸກຍູ້ການເຊື່ອມສານເປົ້າໝາຍການພັດທະນາແບບຍືນຍົງເຂົ້າສູ່ທ້ອງຖິ່ນ ມຸ່ງສ້າງຕົວເມືອງລາວໃຫ້ມີຄວາມສີຂຽວ, ທົນທານ ແລະ ທັນສະໄໝຂຶ້ນໃນວັນທີ 6 ພະຈິກຜ່ານມາ ທີ່ໂຮງແຮມສຸພັດຕຣາ ນະຄອນຫຼວງວຽງຈັນ ໂດຍມີທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ເປັນປະທານ, ມີຜູ້ຕາງໜ້າຈາກກະຊວງ, ອົງການຂັ້ນສູນກາງ, ທ້ອງຖິ່ນ, ທຸຕານຸທູດ, ອົງການສາກົນ, ຄູ່ຮ່ວມພັດທະນາ, ພາກເອກະຊົນ ແລະ ນັກຊ່ຽວຊານເຂົ້າຮ່ວມ.
ມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ໃຫ້ບັນດາໂຮງຮຽນ ທີ່ສອນພາສາຣັດເຊຍ

ມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ໃຫ້ບັນດາໂຮງຮຽນ ທີ່ສອນພາສາຣັດເຊຍ

ພິທີມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ໃຫ້ບັນດາໂຮງຮຽນ ທີ່ມີການຮຽນ- ການສອນພາສາຣັດເຊຍ ຈັດຂຶ້ນວັນທີ 6 ພະຈິກຜ່ານມາ ທີ່ສູນວິທະຍາສາດ ແລະ ວັດທະນະທຳຣັດເຊຍ ຊຶ່ງມອບໂດຍທ່ານ ເຊຣເກ ຊົດສະກີ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສະຫະພັນຣັດເຊຍ ປະຈຳ ສປປ ລາວ ແລະ ຮັບໂດຍທ່ານ ແສງສະເດັນ ບຸນລາວົງ ຫົວໜ້າກົມຮ່ວມມືຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ (ສສກ) ມີຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ແລະ ຜູ້ອຳນວຍການໂຮງຮຽນຈຳນວນໜຶ່ງເຂົ້າຮ່ວມ.
ພັກ ປປ ລາວ ເຂົ້າເປັນສະມາຊິກຄະນະປະຈໍາຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຢ່າງເປັນທາງການ

ພັກ ປປ ລາວ ເຂົ້າເປັນສະມາຊິກຄະນະປະຈໍາຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຢ່າງເປັນທາງການ

ຄະນະຜູ້ແທນພັກ ປປ ລາວ ນໍາໂດຍ ສະຫາຍ ວາລະໄຊ ເລັ່ງສະຫວັດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ ຂອງອົງການກອງປະຊຸມສາກົນຂອງບັນດາພັກການເມືອງໃນອາຊີ (International Conference of Asian Political Parties ຫຼື ICAPP) ຄັ້ງທີ 13 ແລະ ກອງປະຊຸມຄະນະປະຈໍາ ຄັ້ງທີ 46 ພາຍໃຕ້ຫົວຂໍ້: “ການຟື້ນຟູຄວາມໄວ້ເນື້ອເຊື່ອໃຈໃນໂລກທີ່ກຳລັງປ່ຽນແປງ” (Rebuilding Trust in a Transforming World) ໃນລະຫວ່າງວັນທີ 4-7 ພະຈິກ ຜ່ານມາ ທີ່ນະຄອນຫຼວງເຊອູນ ສ ເກົາຫຼີ, ໂດຍການເປັນເຈົ້າພາບຮ່ວມຂອງພັກປະຊາທິປະໄຕ ແລະ ພັກພະລັງປະຊາຊົນ ຂອງ ສ ເກົາຫຼີ, ມີຄະນະຜູ້ແທນຈາກພັກການເມືອງ ຫຼາຍກວ່າ 83 ພັກທີ່ມາຈາກ 36 ປະເທດເຂົ້າຮ່ວມ ແລະ 3 ອົງການຈັດຕັ້ງສາກົນສັງເກດການ.
ສົນທະນາລາວ-ຈີນ ການສ້າງຄູ່ຮ່ວມຊາຕາກຳໃນທຸກສະພາບຂອງຍຸກສະໄໝ

ສົນທະນາລາວ-ຈີນ ການສ້າງຄູ່ຮ່ວມຊາຕາກຳໃນທຸກສະພາບຂອງຍຸກສະໄໝ

ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ສະຖານເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ວິທະຍຸ-ໂທລະພາບສູນກງຈີນ (CMG) ໄດ້ຮ່ວມກັນຈັດກອງປະຊຸມສົນທະນາລາວ - ຈີນ ກ່ຽວກັບການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບຂອງຍຸກສະໄໝ ພາຍໃຕ້ຫົວຂໍ້ “ການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບການຂອງຍຸກສະໄໝ: ການຄຸ້ມຄອງພັກ ເພື່ອສ້າງຊາດໃຫ້ຈະເລີນ” ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ໂດຍການເປັນປະທານຮ່ວມຂອງທ່ານ ນາງ ແກ້ວວິວອນ ອຸດທະຈັກ ຮອງປະທານ ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ ແລະ ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳສປປ ລາວ, ທ່ານ ນາງ ແສງແກ້ວ ຜູ້ຕາງໜ້າວິທະຍຸ-ໂທລະພາບສູນກາງຈີນ, ມີຫົວໜ້າຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ, ນັກວິທະຍາ ກອນ, ສຳມະນາກອນ ແລະ ຜູ້ຊ່ຽວຊານ ເຂົ້າຮ່ວມ.
ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ໃນວັນທີ 3 ພະຈິກຜ່ານມາ ທີ່ນະຄອນຫຼວງວຽງຈັນ, ທ່ານນາງ ສີໃສ ລືເດດມູນສອນ ຫົວໜ້າ ຄະນະຈັດຕັ້ງສູນກາງພັກ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົສຕຣາລີ ປະຈໍາ ສປປ ລາວ ເຂົ້າຢ້ຽມຂໍ່ານັບອຳລາ ສອງຝ່າຍໄດ້ຮ່ວມກັນທົບທວນຄືນ ເຖິງການຂະຫຍາຍຕົວຂອງການ ຮ່ວມ ມືລະຫວ່າງອົສຕຣາລີ ແລະ ສປປ ລາວ ໃນໄລຍະສາມປີຜ່ານມາ ແລະ ໄດ້ປຶກສາຫາລືກ່ຽວກັບ ທິດທາງ ບຸລິມະສິດ ເພື່ອເສີມຂະຫຍາຍການຮ່ວມມື ໂດຍສະເພາະດ້ານການພັດທະນາຊັບພະຍາກອນມະນຸດ.
ຫາລືກະກຽມສ້າງບົດລາຍງານກ່ຽວກັບການເກີດການແຕ່ງງານ ແລະ ການຕາຍ

ຫາລືກະກຽມສ້າງບົດລາຍງານກ່ຽວກັບການເກີດການແຕ່ງງານ ແລະ ການຕາຍ

ໃນວັນທີ 5 ພະຈິກນີ້, ສູນສະຖິຕິແຫ່ງຊາດ ກະຊວງການເງິນຮ່ວມກັບອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ດຳເນີນກອງປະຊຸມປຶກສາຫາລືກະກຽມສ້າງບົດລາຍງານ ກ່ຽວກັບການເກີດ, ການແຕ່ງງານ ແລະ ການຕາຍຂອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດຄັ້ງທີ V ປີ 2025 ທີ່ໂຮງແຮມຄຣາວພາລາຊາ ນະຄອນຫຼວງວຽງຈັນ.
ຍີ່ປຸ່ນ ຊ່ວຍເຫຼືອການກໍ່ສ້າງລະບົບຊົນລະປະທານ ທີ່ແຂວງຫຼວງນໍ້າທາ

ຍີ່ປຸ່ນ ຊ່ວຍເຫຼືອການກໍ່ສ້າງລະບົບຊົນລະປະທານ ທີ່ແຂວງຫຼວງນໍ້າທາ

ພາຍໃຕ້ໂຄງການຊ່ວຍເຫຼືອຂັ້ນຮາກຖານ (GGP), ລັດຖະບານຍີ່ປຸ່ນໄດ້ມອບການຊ່ວຍເຫຼືອ ມູນຄ່າ 40,123 ໂດລາ ເພື່ອຈັດຕັ້ງປະຕິບັດ “ໂຄງການກໍ່ສ້າງຊົນລະປະທານນ້ຳບອນ 2 ບ້ານໃໝ່ ເມືອງວຽງພູຄາ ແຂວງຫຼວງນ້ຳທາ”.
ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ວັນທີ 4 ພະຈິກຜ່ານມາ, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະນຳຈາກກະຊວງປ້ອງກັນປະເທດ, ຄະນະນຳແຂວງອັດຕະປື ແລະ ຄະນະນຳເມືອງຊານໄຊ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ ຈຳກັດ ຕັ້ງຢູ່ເມືອງຊານໄຊ ແຂວງອັດຕະປື.​ ໃຫ້ການຕ້ອນຮັບຂອງທ່ານ ບຸ໋ຍແອັງດຶກ ປະທານສະພາບໍລິຫານ ຮອງຜູ້ອຳ ນວຍ​ການໃຫຍ່ ບໍລິສັດ ວັງຕັດມາຍນິງ ກຣຸບ​ ພ້ອມດ້ວຍຄະນະຜູ້ບໍລິຫານ, ພະນັກງານ ແລະ ກອງກຳລັງປ້ອງກັນຄວາມສະຫງົບປະຈຳເຂດໂຄງ​ການ ໃຫ້ການຕ້ອນຮັບ.
ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດກິດຈະກໍາ ຂອງໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະຄໍ້າປະກັນການດຳລົງຊີວິດແບບຍືນຍົງ ປະປີ(ເດືອນກັນຍາ 2025-ເດືອນຕຸລາ2026) ໄດ້ຈັດຂຶ້ນໃນວັນທີ 2 ພະຈິກຜ່ານ​ມາ, ທີ່ເມືອງລະມາມ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີທ່ານ ນາງ ຄາໂອຣຸ ໂມຣິໂມະໂຕະ ຫົວໜ້າອົງການອາສາສະໝັກຍີ່ປຸ່ນ ປະຈໍາລາວ ເຈວີຊີ (JVC), ມີຄະນະກໍາມະການປົກຄອງ 2 ເມືອງຄື: ເມືອງກະລຶມ ແລະເມືອງດາກຈຶງ, ຜູ້ປະສານງານໂຄງການຂັ້ນແຂວງ, ຂັ້ນເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ສະ​ຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ ເລ ມິງ ຮຶງ ກຳມະການກົມການເມືອງສູນກາງພັກນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມ ຄະນະໃນ​ວັນ​ທີ 3 ພະ​ຈິກ​ນີ້ ທີ່ ນະ​ຄອນຫຼວງ​ຮ່າ​ໂນ້ຍ.
ເພີ່ມເຕີມ