ງານສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງ ການສ້າງຕັ້ງສະຖາບັນແມ່ນໍ້າຂອງທີ່ ຣາຊະອານາຈັກໄທ

ງານສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງ ການສ້າງຕັ້ງສະຖາບັນແມ່ນໍ້າຂອງທີ່ ຣາຊະອານາຈັກໄທ

ງານສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງ ການສ້າງຕັ້ງສະຖາບັນແມ່ນໍ້າຂອງທີ່ ຣາຊະອານາຈັກໄທ
ຫວ່າງມໍ່ໆມານີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມງານສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງ ການ ສ້າງຕັ້ງສະຖາບັນແມ່ນໍ້າຂອງ ທີ່ ບາງກອກ ຣາຊະອານາຈັກໄທ ຊຶ່ງມີບັນດາຜູ້ກໍ່ຕັ້ງ, ຄະນະສະພາ ບໍລິຫານ ແລະ ຄະນະປະຈຳສະຖາບັນແມ່ນ້ຳຂອງ, ບັນດາເອກອັກຄະລັດຖະທູດ, ຜູ້ຕາງໜ້າຈາກ ພາກລັດ ແລະ ພາກເອກະຊົນຂອງບັນດາປະເທດອະນຸພາກພື້ນແມ່ນໍ້າຂອງ, ລວມທັງບັນດາຄູ່ ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມຢ່າງພ້ອມພຽງ.
ງານສະເຫມສະຫອງ ຄບຮອບ 30 ປ ແຫງ ການສາງຕງສະຖາບນແມນາຂອງທ ຣາຊະອານາຈກໄທ - image 1
 

 

ໃນໂອກາດດັ່ງກ່າວ, ທ່ານ ສົມສະຫວາດ ເລັ່ງສະຫວັດ ໃນນາມຕາງໜ້າລັດຖະບານແຫ່ງ ສປປ ລາວ ທີ່ໄດ້ຮ່ວມລົງນາມໃນກົດບັດສະຖາບັນແມ່ນໍ້າຂອງ ໃນປີ 2003, ໄດ້ໃຫ້ກຽດຂຶ້ນ ກ່າວຄໍາເຫັນຊົມເຊີຍ, ໂດຍໄດ້ຫວນຄືນເຖິງບົດບາດຄວາມສໍາຄັນຂອງສະຖາບັນແມ່ນໍ້າຂອງ ໃນຖາ ນະເປັນອົງການຈັດຕັ້ງລະຫວ່າງລັດຖະບານຂອງປະເທດອະນຸພາກພື້ນແມ່ນໍ້າຂອງ, ໄດ້ຊົມເຊີຍ ໝາກຜົນແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຢ່າງມີຄຸນນະພາບຂອງສະຖາບັນແມ່ນໍ້າຂອງ ແລະ ບັນດາ ຜົນສຳເລັດອັນພົ້ນເດັ່ນທີ່ສ້າງມາໄດ້ຕະຫຼອດໄລຍະ 3 ທົດສະວັດ ຜ່ານມາ, ໂດຍສະເພາະການ ປະກອບສ່ວນສໍາຄັນ ເຂົ້າໃນການພັດທະນາຊັບພະຍາກອນມະນຸດ ໃນຂະແໜງກະສິກໍາ, ການຄ້າ, ການລົງທຶນ, ພະລັງງານ, ສິ່ງແວດລ້ອມ, ສາທາລະນະສຸກ, ດີຈີຕອນ ແລະ ຄົມມະນາຄົມຂົນສົ່ງ ໃຫ້ແກ່ບັນດາປະເທດໃນພາກພື້ນແມ່ນໍ້າຂອງ ລວມທັງ ສປປ ລາວ ຢ່າງຕໍ່ເນື່ອງຕະຫຼອດມາ, ພ້ອມ ທັງໄດ້ສະແດງຄວາມຂອບໃຈຕໍ່ທຸກພາກສ່ວນທີ່ກ່ຽວຂ້ອງ ຂອງບັນດາປະເທດອະນຸພາກພື້ນແມ່ນໍ້າ ຂອງ, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ທີ່ໄດ້ຊ່ວຍຊຸກຍູ້ການຈັດຕັ້ງປະຕິບັດວຽກງານ ຂອງສະຖາບັນແມ່ນໍ້າຂອງ ເພື່ອສະໜັບສະໜູນການພັດທະນາແບບຍືນຍົງ ແລະ ທົ່ວເຖິງຂອງພາກ ພື້ນ.

ງານສະເຫມສະຫອງ ຄບຮອບ 30 ປ ແຫງ ການສາງຕງສະຖາບນແມນາຂອງທ ຣາຊະອານາຈກໄທ - image 2
 

ພ້ອມດຽວກັນນີ້, ທ່ານ ສົມບູນ ສີຫານາດ ຫົວໜ້າກົມເສດຖະກິດ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໃນນາມປະທານສະພາບໍລິຫານງານ ສະຖາບັນແມ່ນໍ້າຂອງ ໄດ້ຂຶ້ນກ່າວຕ້ອນຮັບ ໃນງານສະເຫຼີມສະຫຼອງດັ່ງກ່າວ, ໂດຍໄດ້ຍົກໃຫ້ເຫັນເປົ້າໝາຍລວມຂອງການສ້າງຕັ້ງສະຖາບັນແມ່ ນໍ້າຂອງ, ຜົນສຳເລັດອັນສໍາຄັນທີ່ສ່ອງແສງໃຫ້ເຫັນເຖິງຖານະບົດບາດຂອງສະຖາບັນແມ່ນໍ້າຂອງ ໄດ້ ນັບມື້ນັບສູງເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ, ພ້ອມທັງໄດ້ຊຸກຍູ້ໃຫ້ສະຖາບັນແມ່ນໍ້າຂອງ ສືບຕໍ່ເສີມຂະຫຍາຍໝາກຜົນຕ່າງໆທີ່ຜ່ານມາ ແລະ ໃຫ້ສາມາດຮັບມືກັບສິ່ງທ້າທາຍ ໃນປັດຈຸບັນ ແລະ ອະນາຄົດ ເພື່ອສືບຕໍ່ຍົກສູງຂີດຄວາມສາມາດໃຫ້ແກ່ຊັບພະຍາກອນມະນຸດ, ຊຸກຍູ້ການແລກ ປ່ຽນສົນທະນາລະດັບພາກພື້ນທາງດ້ານນະໂຍບາຍ ແລະ ຄວາມຮູ້ວິຊາການ ແລະ ສົ່ງເສີມການ ຮ່ວມມື ແລະ ການເຊື່ອມໂຍງພາກພື້ນ ໃຫ້ກວ້າງຂວາງກວ່າເກົ່າ, ໂດຍສະເພາະການຈັດຕັ້ງປະຕິບັດ ແຜນຍຸດທະສາດຂອງສະຖາບັນແມ່ນໍ້າຂອງ ໄລຍະປີ 2026-2030 ໃຫ້ບັນລຸຜົນສໍາເລັດ ແລະ ນໍາຜົນປະໂຫຍດຕົວຈິງມາສູ່ພາກພື້ນແມ່ນໍ້າຂອງ.

ງານສະເຫມສະຫອງ ຄບຮອບ 30 ປ ແຫງ ການສາງຕງສະຖາບນແມນາຂອງທ ຣາຊະອານາຈກໄທ - image 3
 

ນອກຈາກນີ້, ທ່ານ ສຸຣະກຽດ ສະຖຽນໄທ ອະດີດຮອງນາຍົກລັດຖະມົນຕີ ແຫ່ງຣາຊະ ອານາຈັກໄທ, ໃນນາມຕາງໜ້າລັດຖະບານ ແຫ່ງ ຣາຊະອານາຈັກໄທ ທີ່ໄດ້ຮ່ວມລົງນາມໃນກົດ ບັດສະຖາບັນແມ່ນໍ້າຂອງ, ກໍໄດ້ໃຫ້ກຽດຂຶ້ນກ່າວຄໍາເຫັນຊົມເຊີຍເຊັ່ນດຽວກັນ ແລະ ທ່ານ ເຕດ ບຸນນາກ ອະດີດລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ, ທີ່ປຶກສາກິຕິມະສັກ ສະພາບໍລິຫານງານ ສະຖາບັນແມ່ນໍ້າຂອງ ໄດ້ໃຫ້ກຽດກ່າວເປີດງານສະເຫຼີມສະຫຼອງດັ່ງກ່າວ. ທັງ ສອງທ່ານ ລ້ວນແລ້ວແຕ່ແມ່ນເພື່ອນຮ່ວມງານທີ່ດີຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະ ດີດຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນໄລຍະເຄື່ອນໄຫວວຽກງານການພົວພັນຕ່າງປະເທດ ຜ່ານມາ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ.

(ຂ່າວ: ກຕທ)

ຄໍາເຫັນ

ຂ່າວການຮ່ວມມື

ພັກ ປປ ລາວ ເຂົ້າເປັນສະມາຊິກຄະນະປະຈໍາຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຢ່າງເປັນທາງການ

ພັກ ປປ ລາວ ເຂົ້າເປັນສະມາຊິກຄະນະປະຈໍາຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຢ່າງເປັນທາງການ

ຄະນະຜູ້ແທນພັກ ປປ ລາວ ນໍາໂດຍ ສະຫາຍ ວາລະໄຊ ເລັ່ງສະຫວັດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ ຂອງອົງການກອງປະຊຸມສາກົນຂອງບັນດາພັກການເມືອງໃນອາຊີ (International Conference of Asian Political Parties ຫຼື ICAPP) ຄັ້ງທີ 13 ແລະ ກອງປະຊຸມຄະນະປະຈໍາ ຄັ້ງທີ 46 ພາຍໃຕ້ຫົວຂໍ້: “ການຟື້ນຟູຄວາມໄວ້ເນື້ອເຊື່ອໃຈໃນໂລກທີ່ກຳລັງປ່ຽນແປງ” (Rebuilding Trust in a Transforming World) ໃນລະຫວ່າງວັນທີ 4-7 ພະຈິກ ຜ່ານມາ ທີ່ນະຄອນຫຼວງເຊອູນ ສ ເກົາຫຼີ, ໂດຍການເປັນເຈົ້າພາບຮ່ວມຂອງພັກປະຊາທິປະໄຕ ແລະ ພັກພະລັງປະຊາຊົນ ຂອງ ສ ເກົາຫຼີ, ມີຄະນະຜູ້ແທນຈາກພັກການເມືອງ ຫຼາຍກວ່າ 83 ພັກທີ່ມາຈາກ 36 ປະເທດເຂົ້າຮ່ວມ ແລະ 3 ອົງການຈັດຕັ້ງສາກົນສັງເກດການ.
ສົນທະນາລາວ-ຈີນ ການສ້າງຄູ່ຮ່ວມຊາຕາກຳໃນທຸກສະພາບຂອງຍຸກສະໄໝ

ສົນທະນາລາວ-ຈີນ ການສ້າງຄູ່ຮ່ວມຊາຕາກຳໃນທຸກສະພາບຂອງຍຸກສະໄໝ

ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ສະຖານເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ວິທະຍຸ-ໂທລະພາບສູນກງຈີນ (CMG) ໄດ້ຮ່ວມກັນຈັດກອງປະຊຸມສົນທະນາລາວ - ຈີນ ກ່ຽວກັບການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບຂອງຍຸກສະໄໝ ພາຍໃຕ້ຫົວຂໍ້ “ການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບການຂອງຍຸກສະໄໝ: ການຄຸ້ມຄອງພັກ ເພື່ອສ້າງຊາດໃຫ້ຈະເລີນ” ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ໂດຍການເປັນປະທານຮ່ວມຂອງທ່ານ ນາງ ແກ້ວວິວອນ ອຸດທະຈັກ ຮອງປະທານ ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ ແລະ ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳສປປ ລາວ, ທ່ານ ນາງ ແສງແກ້ວ ຜູ້ຕາງໜ້າວິທະຍຸ-ໂທລະພາບສູນກາງຈີນ, ມີຫົວໜ້າຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ, ນັກວິທະຍາ ກອນ, ສຳມະນາກອນ ແລະ ຜູ້ຊ່ຽວຊານ ເຂົ້າຮ່ວມ.
ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ໃນວັນທີ 3 ພະຈິກຜ່ານມາ ທີ່ນະຄອນຫຼວງວຽງຈັນ, ທ່ານນາງ ສີໃສ ລືເດດມູນສອນ ຫົວໜ້າ ຄະນະຈັດຕັ້ງສູນກາງພັກ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົສຕຣາລີ ປະຈໍາ ສປປ ລາວ ເຂົ້າຢ້ຽມຂໍ່ານັບອຳລາ ສອງຝ່າຍໄດ້ຮ່ວມກັນທົບທວນຄືນ ເຖິງການຂະຫຍາຍຕົວຂອງການ ຮ່ວມ ມືລະຫວ່າງອົສຕຣາລີ ແລະ ສປປ ລາວ ໃນໄລຍະສາມປີຜ່ານມາ ແລະ ໄດ້ປຶກສາຫາລືກ່ຽວກັບ ທິດທາງ ບຸລິມະສິດ ເພື່ອເສີມຂະຫຍາຍການຮ່ວມມື ໂດຍສະເພາະດ້ານການພັດທະນາຊັບພະຍາກອນມະນຸດ.
ຫາລືກະກຽມສ້າງບົດລາຍງານກ່ຽວກັບການເກີດການແຕ່ງງານ ແລະ ການຕາຍ

ຫາລືກະກຽມສ້າງບົດລາຍງານກ່ຽວກັບການເກີດການແຕ່ງງານ ແລະ ການຕາຍ

ໃນວັນທີ 5 ພະຈິກນີ້, ສູນສະຖິຕິແຫ່ງຊາດ ກະຊວງການເງິນຮ່ວມກັບອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ດຳເນີນກອງປະຊຸມປຶກສາຫາລືກະກຽມສ້າງບົດລາຍງານ ກ່ຽວກັບການເກີດ, ການແຕ່ງງານ ແລະ ການຕາຍຂອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດຄັ້ງທີ V ປີ 2025 ທີ່ໂຮງແຮມຄຣາວພາລາຊາ ນະຄອນຫຼວງວຽງຈັນ.
ຍີ່ປຸ່ນ ຊ່ວຍເຫຼືອການກໍ່ສ້າງລະບົບຊົນລະປະທານ ທີ່ແຂວງຫຼວງນໍ້າທາ

ຍີ່ປຸ່ນ ຊ່ວຍເຫຼືອການກໍ່ສ້າງລະບົບຊົນລະປະທານ ທີ່ແຂວງຫຼວງນໍ້າທາ

ພາຍໃຕ້ໂຄງການຊ່ວຍເຫຼືອຂັ້ນຮາກຖານ (GGP), ລັດຖະບານຍີ່ປຸ່ນໄດ້ມອບການຊ່ວຍເຫຼືອ ມູນຄ່າ 40,123 ໂດລາ ເພື່ອຈັດຕັ້ງປະຕິບັດ “ໂຄງການກໍ່ສ້າງຊົນລະປະທານນ້ຳບອນ 2 ບ້ານໃໝ່ ເມືອງວຽງພູຄາ ແຂວງຫຼວງນ້ຳທາ”.
ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ວັນທີ 4 ພະຈິກຜ່ານມາ, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະນຳຈາກກະຊວງປ້ອງກັນປະເທດ, ຄະນະນຳແຂວງອັດຕະປື ແລະ ຄະນະນຳເມືອງຊານໄຊ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ ຈຳກັດ ຕັ້ງຢູ່ເມືອງຊານໄຊ ແຂວງອັດຕະປື.​ ໃຫ້ການຕ້ອນຮັບຂອງທ່ານ ບຸ໋ຍແອັງດຶກ ປະທານສະພາບໍລິຫານ ຮອງຜູ້ອຳ ນວຍ​ການໃຫຍ່ ບໍລິສັດ ວັງຕັດມາຍນິງ ກຣຸບ​ ພ້ອມດ້ວຍຄະນະຜູ້ບໍລິຫານ, ພະນັກງານ ແລະ ກອງກຳລັງປ້ອງກັນຄວາມສະຫງົບປະຈຳເຂດໂຄງ​ການ ໃຫ້ການຕ້ອນຮັບ.
ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດກິດຈະກໍາ ຂອງໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະຄໍ້າປະກັນການດຳລົງຊີວິດແບບຍືນຍົງ ປະປີ(ເດືອນກັນຍາ 2025-ເດືອນຕຸລາ2026) ໄດ້ຈັດຂຶ້ນໃນວັນທີ 2 ພະຈິກຜ່ານ​ມາ, ທີ່ເມືອງລະມາມ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີທ່ານ ນາງ ຄາໂອຣຸ ໂມຣິໂມະໂຕະ ຫົວໜ້າອົງການອາສາສະໝັກຍີ່ປຸ່ນ ປະຈໍາລາວ ເຈວີຊີ (JVC), ມີຄະນະກໍາມະການປົກຄອງ 2 ເມືອງຄື: ເມືອງກະລຶມ ແລະເມືອງດາກຈຶງ, ຜູ້ປະສານງານໂຄງການຂັ້ນແຂວງ, ຂັ້ນເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ສະ​ຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ ເລ ມິງ ຮຶງ ກຳມະການກົມການເມືອງສູນກາງພັກນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມ ຄະນະໃນ​ວັນ​ທີ 3 ພະ​ຈິກ​ນີ້ ທີ່ ນະ​ຄອນຫຼວງ​ຮ່າ​ໂນ້ຍ.
ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຄະນະນຳແຂວງຊຽງຂວາງ ນຳໂດຍທ່ານພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງຊຽງ​ຂວາງ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊີນລາສ​ສ ຫວຽດ​ນາມໃນ​ລະ​ຫວ່າງວັນ​ທີ 1-3 ພະ​ຈິກ​ນີ້.
ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ໄດ້ຕ້ອນຮັບ ທ່ານ ນາງ ເຈີໄມມາ ກໍດອນ ດາຟ໌ ເອກອັກຄະລາຊະທູດແຫ່ງສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈຳ ສປປ ລາວ ພ້ອມຄະນະໃນ​ວັນ​ທີ 3 ພະ​ຈິກ​ 2026,ທີ່ ຫ້ອງວ່າ​ການ​ແຂວງ, ໃນໂອກາດເດີນທາງມາຢ້ຽມຢາມ ແລະ ຕິດຕາມວຽກຢູ່ແຂວງຄຳມ່ວນ.
ເພີ່ມເຕີມ