1. ກອງປະຊຸມຄົບຄະນະຄັ້ງທີ 4 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ XX ໄດ້ຈັດຂຶ້ນຢ່າງມີຜົນສຳເລັດ, ໜ້າທີ່ຕົ້ນຕໍຂອງກອງປະຊຸມຄັ້ງນີ້ ແມ່ນພິຈາລະນາຮັບຮອງເອົາແຜນພັດທະນາ 5 ປີໃນຕໍ່ໜ້າຂອງຈີນ.ຂໍໃຫ້ນາງແນະນຳກ່ຽວກັບຄວາມໝາຍຄວາມສຳຄັນຂອງການສ້າງແຜນພັດທະນາ 5 ປີ ຕໍ່ການພັດທະນາປະເທດຊາດຈີນແດ່?
ທ່ານນາງຟາງຫົງກ່າວວ່າ:ກອງປະຊຸມຄົບຄະນະຄັ້ງທີ 4 ຂອງຄະນະກຳມະການສູນກາງພັກກອມມູນິດຈີນ ສະໄໝທີ XX ໄດ້ຈັດຂຶ້ນຢ່າງມີຜົນສຳເລັດຢູ່ທີ່ນະຄອນຫຼວງປັກກິ່ງໃນທ້າຍເດືອນຕຸລາຜ່ານມານີ້.ກອງປະຊຸມຄັ້ງນີ້ໄດ້ທົບທວນຄືນຜົນສຳເລັດຂອງການພັດທະນາໃນໄລຍະ "ແຜນການ 5 ປີຄັ້ງທີ 14", ພິຈາລະນາ ແລະ ຮັບຮອງເອົາຂໍ້ສະເໜີສຳລັບ "ແຜນການ 5 ປີ ຄັ້ງທີ 15", ພ້ອມທັງວາງວິໄສທັດອັນຍິ່ງໃຫຍ່ສຳລັບການພັດທະນາຂອງຈີນໃນ 5 ປີຕໍ່ໜ້າ.ການວາງແຜນ ແລະ ການຈັດຕັ້ງປະຕິບັດແຜນການ 5 ປີຢ່າງເປັນວິທະຍາສາດ ແລະຕໍ່ເນື່ອງ ແມ່ນວິທີການສຳຄັນຂອງພັກກອມມູນິດຈີນໃນການບໍລິຫານປະເທດ ແລະ ເປັນທ່າແຮງທາງດ້ານການເມືອງທີ່ສຳຄັນຂອງລະບອບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ.ເມື່ອຫວນຄືນເສັ້ນທາງໄລຍະ70 ກ່ວາປີທີ່ຜ່ານມາ, ສາເຫດສຳຄັນທີ່ປະເທດຈີນສາມາດສ້າງສີ່ງມະຫັດສະຈັນດ້ານການພັດທະນາເສດຖະກິດທີ່ວ່ອງໄວ ແລະ ສັງຄົມທີ່ມີຄວາມຫມັ້ນຄົງຍາວນານທີ່ຫາໄດ້ຍາກໃນໂລກນັ້ນແມ່ນທ່າແຮງຂອງລະບອບທີ່ສະແດງອອກຜ່ານແຜນການ 5 ປີ, ສາມາດເຮັດໃຫ້ການພັດທະນາດຳເນີນໄປຕາມແຜນແມ່ບົດດຽວຈົນສຳເລັດ,ໄດ້ເຮັດໄປເທື່ອລະອັນ,ມີການສືບທອດວຽກງານແຕ່ລະໄລຍະຢ່າງຕໍ່ເນື່ອງນັບຕັ້ງແຕ່ແຜນການ 5 ປີຄັ້ງທີ 1 ຈົນເຖິງຄັ້ງທີ14, ຫົວຂໍ້ອັນຫຼັກໆທີ່ໄດ້ຍຶດຖືມາໂດຍຕະຫຼອດແມ່ນການສ້າງປະເທດຈີນໃຫ້ເປັນປະເທດສັງຄົມນິຍົມທີ່ທັນສະໄໝ. ຜ່ານການເຊື່ອມຕໍ່ຂອງແຕ່ລະແຜນການ 5 ປີຢ່າງຕໍ່ເນື່ອງ, ເປົ້າໝາຍອັນຍິ່ງໃຫຍ່ແຫ່ງການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນແມ່ນໄດ້ແບ່ງອອກເປັນພາລະກິດໃນແຕ່ລະໄລຍະ, ສ້າງເປັນລະບົບເຊື່ອມຈອດກັນລະຫວ່າງ "ເປົ້າໝາຍໄລຍະຍາວ - ແຜນການໄລຍະກາງ - ແຜນການປະຈຳປີ".ສາມາດເວົ້າໄດ້ວ່າ ປະຫວັດສາດແຜນການ 5 ປີ ຂອງຈີນ ກໍຄືປະຫວັດສາດການເຕີບໃຫຍ່ ແລະ ການພັດທະນາຂອງປະເທດຈີນໃໝ່.
ແຜນການພັດທະນາ 5 ປີ ບໍ່ແມ່ນມີສະເພາະແຕ່ຢູ່ປະເທດຈີນ, ປະເທດລາວກໍມີເຊັ່ນດຽວກັນ. ນີ້ແມ່ນບົດຮຽນອັນລ້ຳຄ່າຮ່ວມກັນຂອງສອງພັກ ຈີນ-ລາວ ໃນການກຳອຳນາດ ແລະ ນຳພາການສ້າງສາສັງຄົມນິຍົມຢ່າງຍາວນານ.ຂ້າພະເຈົ້າສັງເກດເຫັນວ່າ ລາວໄດ້ເລີ່ມສ້າງ ແລະ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດມາຕັ້ງແຕ່ປີ 1981, ເຊິ່ງແຜນການ 5 ປີ ຄັ້ງທີ 9 ຈະສິ້ນສຸດລົງໃນປີນີ້ແລະ ໃນປີໜ້າ ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ກໍຈະພິຈາລະນາຮັບຮອງເອົາແຜນການ 5 ປີຄັ້ງທີ 10, ພ້ອມທັງກຳນົດເປົ້າໝາຍການຕໍ່ສູ້ເນື່ອງໃນໂອກາດວັນສ້າງຕັ້ງພັກຄົບຮອບ 100 ປີ.
ໃນວັນທີ 10 ພະຈິກຜ່ານມານີ້, ສອງພັກ ຈີນ-ລາວ ໄດ້ຈັດກອງປະຊຸມສຳມະນາທິດສະດີສອງພັກຄັ້ງທີ 13 ຂຶ້ນຢ່າງມີຜົນສຳເລັດຢູ່ແຂວງຈຳປາສັກໂດຍມີ ສະຫາຍ ລີ ຊູເລີຍ (Li Shulei)ກໍາມະການກົມການເມືອງສູນກາງພັກ, ເລຂາທິການຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກກອມມູນິດຈີນ ແລະ ສະຫາຍ ກິແກ້ວ ໄຂຄຳພິທູນກໍາມະການກົມການເມືອງສູນກາງພັກຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວໄດ້ເຂົ້າຮ່ວມແລະ ຂຶ້ນກ່າວບົດປາໄສ.ທັງສອງຝ່າຍໄດ້ປຶກສາຫາລື ແລະ ແລກປ່ຽນກັນຢ່າງເລິກເຊິ່ງປິ່ນອ້ອມກັບຫົວຂໍ້ "ພຶດຕິກຳຕົວຈິງ ແລະ ບົດຮຽນໃນການນຳໃຊ້ແຜນການໄລຍະກາງ-ໄລຍະຍາວເພື່ອຊີ້ນຳການພັດທະນາເສດຖະກິດ-ສັງຄົມ"ໂດຍໄດ້ສະຫຼຸບຖອດຖອນບົດຮຽນ ແລະ ແບ່ງປັນວິທີການທີ່ດີຂອງແຕ່ລະພັກ, ເຊິ່ງເປັນຂໍ້ມູນອ້າງອີງທີ່ສຳຄັນໃຫ້ແກ່ການສ້າງ ແລະ ຈັດຕັ້ງປະຕິບັດແຜນການພັດທະນາ 5 ປີ ສະບັບໃໝ່ ຂອງແຕ່ລະພັກ.
2. "ແຜນການ 5 ປີ ຄັ້ງທີ 15" ມີຄວາມໝາຍພິເສດແນວໃດຕໍ່ປະເທດຈີນ? ໃນສະພາບການທີ່ລັດທິຝ່າຍດຽວ ແລະ ລັດທິປົກປ້ອງກຳລັງເງີຍໜ້າຂຶ້ນແລະ ໂລກາພິວັດທາງເສດຖະກິດກຳລັງປະເຊີນກັບກະແສຕ້ານຄືນ, ກອງປະຊຸມຄົບຄະນະໄດ້ວາງແຜນ ແລະ ກຳນົດເປົ້າໝາຍໜ້າທີ່ສຳລັບໄລຍະ "ແຜນການ 5 ປີ ຄັ້ງທີ 15" ແນວໃດ?
ຕອບ:ກອງປະຊຸມໃຫຍ່ ຄັ້ງທີ 20 ຂອງພັກກອມມູນິດຈີນ ໄດ້ກຳນົດເປົ້າໝາຍຍຸດທະສາດຢ່າງຈະແຈ້ງໃນການຫັນເປັນທັນສະໄໝສັງຄົມນິຍົມໂດຍພື້ນຖານພາຍໃນປີ 2035. ໝາຍຄວາມວ່າ ເພື່ອບັນລຸເປົ້າໝາຍດັ່ງກ່າວພາຍໃນປີ 2035, ຈີນຕ້ອງປະຕິບັດແຜນພັດທະນາ 5 ປີ ຈຳນວນ 3 ຄັ້ງ ໃຫ້ສຳເລັດ. ໄລຍະ "ແຜນການ 5 ປີ ຄັ້ງທີ 14" ແມ່ນໄລຍະ 5 ປີທຳອິດ ເຊິ່ງໄດ້ມີການເລີ່ມຕົ້ນທີ່ດີງາມ.ໃນ 5 ປີຜ່ານມາ, ເຖິງວ່າຈະປະເຊີນກັບຜົນກະທົບຢ່າງຮຸນແຮງຈາກພະຍາດລະບາດແຫ່ງສະຕະວັດ ແລະ ສະພາບແວດລ້ອມສາກົນທີ່ສັບສົນ ແລະ ຮ້າຍແຮງ, ແຕ່ພັກກອມມູນິດຈີນ ໄດ້ສ້າງຄວາມສາມັກຄີ ແລະ ນຳພາປະຊາຊົນບັນດາເຜົ່າທົ່ວປະເທດ ຜ່ານຜ່າຄວາມຫຍຸ້ງຍາກ ແລະ ຍາດໄດ້ຜົນສຳເລັດອັນໃຫຍ່ຫຼວງຫຼາຍດ້ານ, ຊຸກຍູ້ໃຫ້ການຫັນເປັນທັນສະໄໝແບບຈີນກ້າວເດີນໄປຂ້າງໜ້າຢ່າງໜັກແໜ້ນແບບໃໝ່.
ອັນທີໜຶ່ງແມ່ນລົບລ້າງຄວາມທຸກຍາກເດັດຖານໄດ້ຢ່າງສິ້ນເຊີງ:ຈີນໄດ້ຮັບໄຊຊະນະໃນການຕໍ່ສູ້ລົບລ້າງຄວາມທຸກຍາກ, ສາມາດລົບລ້າງຄວາມທຸກຍາກແບບເດັດຖານໄດ້ເປັນຄັ້ງທຳອິດໃນປະຫວັດສາດຫຼາຍພັນປີຂອງປະຊາຊາດຈີນ, ປະກອບສ່ວນອັນສຳຄັນເຂົ້າໃນພາລະກິດຫຼຸດຜ່ອນຄວາມທຸກຍາກຂອງໂລກ.ການລົບລ້າງຄວາມທຸກຍາກຂອງຈີນແມ່ນສິ່ງມະຫັດສະຈັນໃນປະຫວັດສາດຂອງມວນມະນຸດ.ອັນທີສອງແມ່ນຄວາມເຂັ້ມແຂງທາງດ້ານເສດຖະກິດກ້າວຂຶ້ນສູ່ລະດັບໃໝ່:ຍອດມູນຄ່າເສດຖະກິດ (GDP) ຂອງຈີນບັນລຸຫຼາຍກ່ວາ 100 ລ້ານລ້ານຢວນໃນປີ 2020, ແຕ່ຄາດວ່າຈະບັນລຸປະມານ 140 ລ້ານລ້ານຢວນໃນປີນີ້.ມູນຄ່າການຄ້າສິນຄ້າຂອງຈີນຍົງຕົວຢູ່ໃນອັນດັບ 1 ຂອງໂລກແລະ ອັດຕາການປະກອບສ່ວນຂອງເສດຖະກິດຈີນຕໍ່ການເຕີບໂຕຂອງເສດຖະກິດໂລກສະເລ່ຍແລ້ວຮັກສາຢູ່ປະມານ 30% ຕໍ່ປີເຊິ່ງຍັງຄົງເປັນຫົວຈັກຂັບເຄື່ອນຫຼັກຂອງການເຕີບໂຕເສດຖະກິດໂລກ.ອັນທີສາມແມ່ນນະວັດຕະກຳເຕັກໂນໂລຊີ ບັນລຸບາດກ້າວບຸກທະລຸທີ່ສຳຄັນ:ດັດຊະນີນະວັດຕະກຳທົ່ວໂລກຂອງຈີນໄດ້ກະໂດດຂຶ້ນມາຢູ່ໃນ 10ອັນດັບຕົ້ນ.ການຄົ້ນຄວ້າບຸກທະລຸເຕັກໂນໂລຊີແກນກາງທີ່ສຳຄັນໃນຂົງເຂດວົງຈອນລວມ (Integrated Circuits), ປັນຍາປະດິດ (AI), ເຕັກໂນໂລຊີຄວອນຕຳ(Quantum technology), ຊີວະການແພດ ແລະ ພະລັງງານໃໝ່ໄດ້ຮັບຄວາມຄືບໜ້າທີ່ສຳຄັນ. ຈີນກຳລັງກ້າວເດີນຈາກການເປັນສູນກາງການຜະລິດຂອງໂລກໄປສູ່ສູນກາງນະວັດຕະກຳຂອງໂລກ.ຍອດການຜະລິດ ແລະ ການຂາຍຍານພາຫະນະພະລັງງານໃໝ່ຈັດຢູ່ອັນດັບ 1 ຂອງໂລກເປັນໄລຍະ 10 ປີຕິດຕໍ່ກັນ.ອັນທີສີ່ແມ່ນການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານໄດ້ຮັບຜົນສຳເລັດຢ່າງຈະແຈ້ງ:ການຕໍ່ສູ້ຕ້ານການສໍ້ລາດບັງຫຼວງໄດ້ລົງເລິກໄປທາງຕັ້ງໜ້າຢ່າງຕໍ່ເນື່ອງ, ຄວາມສາມາດໃນການປະດິດສ້າງ, ຄວາມສາມັກຄີ ແລະ ຄວາມສາມາດໃນການຕໍ່ສູ້ຂອງພັກໄດ້ຮັບການຍົກສູງຂຶ້ນຢ່າງຈະແຈ້ງ.ຜົນສຳເລັດເຫຼົ່ານີ້ໄດ້ສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມໃນໄລຍະ "ແຜນການ 5 ປີ ຄັ້ງທີ 15".
"ແຜນການ 5 ປີ ຄັ້ງທີ 15" ກວມເອົາໄລຍະປີ 2026 ຫາ 2030, ເປັນໄລຍະສຳຄັນໃນການສືບຕໍ່ພາລະກິດເກົ່າ-ບຸກເບີກເສັ້ນທາງໃໝ່, ສ້າງພື້ນຖານໃຫ້ແຂງແກ່ນ ແລະ ອອກແຮງຢ່າງຮອບດ້ານ,ປັດຈຸບັນ,ການປ່ຽນແປງຂອງໂລກໃນຮອບຮ້ອຍປີກຳລັງເລັ່ງລັດໄວຂຶ້ນ,ລັດທິຝ່າຍດຽວ ແລະ ລັດທິປົກປ້ອງກຳລັງເງີຍໜ້າຂຶ້ນ,ໄພຂົ່ມຂູ່ຈາກລັດທິເຈົ້າອຳນາດ ແລະ ການເມືອງແບບໃຊ້ອຳນາດກຳລັງເພີ່ມຂຶ້ນ,ລະບຽບເສດຖະກິດການຄ້າສາກົນ ປະເຊີນກັບສິ່ງທ້າທາຍທີ່ຮຸນແຮງແລະການແຂ່ງຂັນລະຫວ່າງປະເທດມະຫາອຳນາດມີຄວາມສັບສົນ ແລະ ດຸເດືອດຍິ່ງຂຶ້ນ.ຈີນຈະຖືເອົາໄລຍະ "ແຜນການ 5 ປີ ຄັ້ງທີ 15" ນີ້ເປັນປ່ອງຢ້ຽມເພື່ອສືບຕໍ່ຮັດແໜັ້ນ ແລະ ຂະຫຍາຍທ່າແຮງ, ທະລຸຂໍ້ຈຳກັດທີ່ເປັນສິ່ງກີດຂວາງ,ເກື້ອກູນຈຸດອ່ອນ ແລະ ຂໍ້ບົກຜ່ອງເພື່ອຮັບປະກັນການຫັນເປັນທັນສະໄໝໂດຍພື້ນຖານໃຫ້ໄດ້ຮັບຄວາມຄືບໜ້າລະດັບຕັດສິນຊີ້ຂາດ.ດ້ວຍເຫດນີ້, "ແຜນການ 5 ປີ ຄັ້ງທີ 15" ຈຶ່ງໄດ້ສະເໜີກຳນົດເປົ້າໝາຍຫຼັກຂອງການພັດທະນາເສດຖະກິດ-ສັງຄົມຂອງຈີນໃນ 5 ປີຕໍ່ໜ້າ, ເຊິ່ງປະກອບມີ 7 ດ້ານຄື: ອັນທີໜຶ່ງແມ່ນການພັດທະນາທີ່ມີຄຸນນະພາບສູງໄດ້ຮັບຜົນສຳເລັດຢ່າງເດັ່ນຊັດ; ອັນທີສອງແມ່ນລະດັບການເພິ່ງຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງດ້ານວິທະຍາສາດ ແລະ ເຕັກໂນໂລຊີເພີ່ມຂຶ້ນຢ່າງຫຼວງຫຼາຍ; ອັນທີສາມແມ່ນການລົງເລິກການປະຕິຮູບຢ່າງຮອບດ້ານຍາດໄດ້ບາດກ້າວບຸກທະລຸໃໝ່; ອັນທີສີ່ແມ່ນລະດັບຄວາມສີວິໄລຂອງສັງຄົມໄດ້ຮັບການຍົກສູງຂຶ້ນຢ່າງຈະແຈ້ງ; ອັນທີຫ້າແມ່ນຄຸນນະພາບຊີວິດຂອງປະຊາຊົນໄດ້ຮັບການປັບປຸງໃຫ້ດີຂຶ້ນເລື້ອຍໆ; ອັນທີຫົກແມ່ນການສ້າງປະເທດຈີນທີ່ສວຍງາມຍາດໄດ້ຄວາມຄືບໜ້າທີ່ສຳຄັນໃໝ່; ອັນທີເຈັດແມ່ນກຳບັງດ້ານຄວາມໝັ້ນຄົງແຫ່ງຊາດມີຄວາມໜັກແໜ້ນຍິ່ງຂຶ້ນ.ບົນພື້ນຖານດັ່ງກ່າວ, ຈະສູ້ຊົນໃຫ້ລວມຍອດຜະລິດຕະພັນພາຍໃນຕໍ່ຫົວຄົນຂອງຈີນບັນລຸໄດ້ລະດັບປະເທດພັດທະນາປານກາງຮອດປີ 2035.
ເພື່ອບັນລຸເປົ້າໝາຍເຫຼົ່ານີ້, "ແຜນການ 5 ປີ ຄັ້ງທີ 15" ໄດ້ວາງແຜນການຈັດຕັ້ງປະຕິບັດຈຸດສຸມທີ່ສອດຄ່ອງກັບຄວາມເປັນຈິງ ແລະ ມີລັກສະນະແບບຄາດຄະເນໄດ້ລ່ວງໜ້າ.ຕົວຢ່າງເຊັ່ນ: ເລັ່ງລັດບັນລຸການເພິ່ງຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງດ້ານວິທະຍາສາດ ແລະ ເຕັກໂນໂລຊີໃຫ້ຢູ່ໃນລະດັບສູງ, ຍົກສູງປະສິດທິພາບໂດຍລວມຂອງລະບົບນະວັດຕະກຳແຫ່ງຊາດ, ເສີມຂະຫຍາຍຄວາມສາມາດໃນການປະດິດສ້າງດ້ວຍຕົນເອງຢ່າງຮອບດ້ານ,ຍາດແຍ່ງການພັດທະນາເຕັກໂນໂລຊີໃຫ້ຢູ່ຈຸດສູງສຸດແລະສ້າງກຳລັງການຜະລິດທີ່ມີຄຸນນະພາບໃໝ່ຢ່າງຕໍ່ເນື່ອງ.ນອກຈາກນີ້, ແຜນການຍັງໄດ້ກຳນົດ 6 ຫຼັກການ ທີ່ຕ້ອງຍຶດຖືໃນໄລຍະ "ແຜນການ 5 ປີ ຄັ້ງທີ 15" ຄື: ຍຶດໝັ້ນການນຳພາຮອບດ້ານຂອງພັກ, ຍຶດໝັ້ນປະຊາຊົນເປັນອັນສູງສຸດ, ຍຶດໝັ້ນການພັດທະນາທີ່ມີຄຸນນະພາບສູງ, ຍຶດໝັ້ນການລົງເລິກການປະຕິຮູບຢ່າງຮອບດ້ານ, ຍຶດໝັ້ນການປະສົມປະສານລະຫວ່າງຕະຫຼາດທີ່ມີປະສິດທິຜົນ ແລະ ລັດຖະບານທີ່ມີບົດບາດແລະ ຍຶດໝັ້ນການປະສານສົມທົບລະຫວ່າງການພັດທະນາ ແລະ ຄວາມປອດໄພ. ຫຼັກການເຫຼົ່ານີ້ ມີຄວາມຄ້າຍຄື ແລະ ສອດຄ່ອງກັບຫຼາຍແນວຄິດຂອງພັກປະຊາຊົນປະຕິວັດລາວ, ເຊັ່ນ: ພັກປະຊາຊົນປະຕິວັດລາວ ກໍເນັ້ນໜັກການຍຶດໝັ້ນການນຳພາຂອງພັກ, ຍຶດໝັ້ນຖືເອົາປະຊາຊົນເປັນໃຈກາງແລະ ຍຶດໝັ້ນການປ່ຽນແປງໃໝ່ ແລະ ເປີດປະຕູສູ່ໂລກພາຍນອກ.ນີ້ຄືທ່າແຮງແບບທຳມະຊາດທີ່ ຈີນ ແລະ ລາວ ຈະເສີມຂະຫຍາຍການຮຽນຮູ້ເຊິ່ງກັນ ແລະ ກັນ.
ພວກຂ້າພະເຈົ້າມີຄວາມໝັ້ນໃຈຢ່າງເຕັມສ່ວນຕໍ່ການບັນລຸເປົ້າໝາຍການພັດທະນາໃນໄລຍະ "ແຜນການ 5 ປີ ຄັ້ງທີ 15". ຄວາມໝັ້ນໃຈນີ້ມາຈາກ ພື້ນຖານເສດຖະກິດຂອງຈີນທີ່ມີຄວາມໝັ້ນຄົງ, ມີທ່າແຮງຫຼາຍດ້ານ, ມີຄວາມທົນທານສູງ ແລະ ມີທ່າແຮງບົ່ມຊ້ອນອັນມະຫາສານມາຈາກເງື່ອນໄຂຄ້ຳຊູ ແລະ ທ່າອ່ຽງພື້ນຖານຂອງເສດຖະກິດຈີນທີ່ດີຂຶ້ນໃນໄລຍະຍາວບໍ່ມີການປ່ຽນແປງແລະ ມາຈາກທ່າແຮງຂອງລະບອບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ,ທ່າແຮງຂອງຕະຫຼາດທີ່ມີຂະໜາດໃຫຍ່ພິເສດ, ທ່າແຮງຂອງລະບົບອຸດສາຫະກຳທີ່ຄົບຖ້ວນສົມບູນແລະ ທ່າແຮງຂອງຊັບພະຍາກອນບຸກຄະລາກອນທີ່ອຸດົມສົມບູນ.ດັ່ງທີ່ສະຫາຍເລຂາທິການໃຫຍ່ ສີ ຈິ້ນຜິງ ໄດ້ຊີ້ບອກວ່າ: ເສດຖະກິດຈີນປຽບເໝືອນມະຫາສະໝຸດມີຂະໜາດ, ຄວາມທົນທານ ແລະ ທ່າແຮງທີ່ໃຫຍ່ຫຼວງ.ພວກເຮົາມີຄວາມໝັ້ນໃຈ ແລະ ມີຄວາມສາມາດທີ່ຈະຮັບມືກັບຄວາມສ່ຽງ ແລະ ສິ່ງທ້າທາຍຕ່າງໆ, ສືບຕໍ່ຂຽນບົດຄວາມໃໝ່ຂອງສອງສິ່ງມະຫັດສະຈັນ ຄື: ການພັດທະນາເສດຖະກິດທີ່ວ່ອງໄວ ແລະ ສັງຄົມທີ່ມີຄວາມໝັ້ນຄົງຍາວນານ, ບຸກບືນສ້າງສະຖານະການໃໝ່ໃນການກໍ່ສ້າງການຫັນເປັນທັນສະໄໝແບບຈີນ.
ກຸນແຈສຳຄັນຂອງການບັນລຸ "ແຜນການ 5 ປີ ຄັ້ງທີ 15"ແມ່ນຢູ່ທີ່ພັກ. ຕ້ອງຖືເອົາການນຳພາຂອງພັກເຊື່ອມສານເຂົ້າໃນທຸກຂົງເຂດ ແລະ ທຸກຂັ້ນຕອນຂອງການພັດທະນາເສດຖະກິດ-ສັງຄົມ, ປົກປ້ອງອຳນາດ ແລະ ການນຳພາແບບລວມສູນເປັນເອກະພາບຂອງສູນກາງພັກຢ່າງເດັດຂາດ. ພ້ອມກັນນັ້ນ, ຕ້ອງຖືເອົາການປະຕິວັດຕົນເອງຂອງພັກເປັນການນຳພາການປະຕິວັດສັງຄົມ, ສືບຕໍ່ຊຸກຍູ້ການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານ, ຍົກສູງຄວາມສາມາດ ແລະ ລະດັບການນຳພາຂອງພັກຕໍ່ການພັດທະນາເສດຖະກິດ-ສັງຄົມ. ຕໍ່ກັບບັນຫານີ້, ແຜນການໄດ້ວາງແຜນການສຳຄັນຕ່າງໆ ເຊັ່ນ: ຊຸກຍູ້ວຽກງານກໍ່ສ້າງພັກໃຫ້ປອດໃສຂາວສະອາດ ແລະ ຕ້ານການສໍ້ລາດບັງຫຼວງໃຫ້ກາຍເປັນປົກກະຕິ ແລະ ຍາວນານ, ປັບປຸງລະບົບການຕິດຕາມກວດກາຂອງພັກ ແລະ ລັດ, ເພີ່ມທະວີການກຳນົດ ແລະ ຕິດຕາມກວດກາການຈັດສັນ ແລະ ການໃຊ້ອຳນາດ. ກຸນແຈສຳຄັນຂອງການບັນລຸ "ແຜນການ 5 ປີ ຄັ້ງທີ 10" ຂອງລາວ ກໍຢູ່ທີ່ພັກປະຊາຊົນປະຕິວັດລາວເຊັ່ນກັນ.ຝ່າຍຈີນຍິນດີທີ່ຈະລົງເລິກການແລກປ່ຽນບົດຮຽນກ່ຽວກັບການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານກັບຝ່າຍລາວເພື່ອນຳພາ ແລະ ຊຸກຍູ້ພາລະກິດສັງຄົມນິຍົມຂອງແຕ່ລະປະເທດໃຫ້ດີຂຶ້ນກ່ວາເກົ່າ.
3. "ແຜນການ 5 ປີ ຄັ້ງທີ 15" ຈະນຳເອົາໂອກາດຫຍັງແດ່ມາສູ່ໂລກ? ລາວ ແລະ ຈີນ ຄວນລົງເລິກການຮ່ວມມືແລກປ່ຽນແນວໃດ ເພື່ອຊຸກຍູ້ການສ້າງຄູ່ຮ່ວມຊະຕາກຳ ລາວ-ຈີນໃຫ້ຍາດໄດ້ຜົນສຳເລັດທີ່ໃຫຍ່ຫຼວງກວ່າເກົ່າ?
ຕອບ:ການພັດທະນາຂອງຈີນບໍ່ສາມາດແຍກອອກຈາກໂລກໄດ້ແລະ ການພັດທະນາຂອງໂລກກໍບໍ່ສາມາດແຍກອອກຈາກຈີນໄດ້."ແຜນການ 5 ປີ ຄັ້ງທີ 15" ບໍ່ພຽງແຕ່ຊີ້ບອກທິດທາງການພັດທະນາຂອງຈີນໃນ 5 ປີຕໍ່ໜ້າ, ຍັງເປັນໂອກາດໃໝ່ໃຫ້ແກ່ການພັດທະນາຂອງໂລກອີກດ້ວຍ.ອັນທີໜຶ່ງແມ່ນສ້າງຄວາມໝັ້ນຄົງໃຫ້ແກ່ໂລກ:"ແຜນການ 5 ປີ ຄັ້ງທີ 15" ສະແດງໃຫ້ເຫັນເຖິງຄວາມໝັ້ນຄົງທາງດ້ານນະໂຍບາຍຂອງຈີນ, ຄວາມໝັ້ນຄົງຂອງການເຕີບໂຕທາງເສດຖະກິດແລະ ຄວາມໝັ້ນຄົງຂອງຄວາມຄາດຫວັງໃນການພັດທະນາ.ປະເທດຈີນທີ່ສືບຕໍ່ຊຸກຍູ້ການຫັນເປັນທັນສະໄໝແບບຈີນຈະສ້າງຄວາມແນ່ນອນ ແລະ ຄວາມໝັ້ນຄົງທີ່ເຂັ້ມແຂງໃຫ້ແກ່ໂລກທີ່ມີຄວາມວຸ້ນວາຍ;ອັນທີສອງແມ່ນສະໜອງກຳລັງແຮງຂັບເຄື່ອນໃໝ່ໃຫ້ແກ່ໂລກ:ໃນໄລຍະ "ແຜນການ 5 ປີ ຄັ້ງທີ 15"ຈີນຈະເລັ່ງລັດການຫັນປ່ຽນ ແລະ ຍົກລະດັບອຸດສາຫະກຳໂດຍການຫັນເປັນລະດັບສູງ, ມີຄວາມສະຫຼາດ (Smart) ແລະ ຫັນເປັນສີຂຽວ (Green), ສືບຕໍ່ຊຸກຍູ້ການເປີດກວ້າງຕະຫຼາດຂະໜາດໃຫຍ່ພິເສດໃນລະດັບສູງແລະ ສະໜອງກຳລັງແຮງຂັບເຄື່ອນໃໝ່ໃຫ້ແກ່ໂລກໂດຍຜົນສຳເລັດໃໝ່ຂອງການຫັນເປັນທັນສະໄໝແບບຈີນ;ອັນທີສາມແມ່ນສະໜອງໂອກາດໃໝ່ໃຫ້ແກ່ການພັດທະນາຂອງບັນດາປະເທດ:ບັນຊີລາຍການຂອງ "ແຜນການ 5 ປີ ຄັ້ງທີ 15" ຂອງຈີນກໍຄືບັນຊີໂອກາດຂອງບັນດາປະເທດໃນໂລກທີ່ຈະລົງເລິກການຮ່ວມມືກັບຈີນ, ເປັນການເປີດອະນາຄົດຂອງການຮ່ວມມືຕົວຈິງໃນຂົງເຂດຕ່າງໆໃຫ້ກວ້າງຂວາງຂຶ້ນກວ່າເກົ່າ.ການກ້າວໄປຂ້າງໜ້າຢ່າງໝັ້ນທ່ຽງຂອງການຫັນເປັນທັນສະໄໝແບບຈີນ ຈະສະໜອງຕະຫຼາດທີ່ກວ້າງຂວາງກວ່າເກົ່າ, ເຕັກໂນໂລຊີທີ່ກ້າວໜ້າກວ່າເກົ່າ ແລະ ທາງເລືອກໃນການຮ່ວມມືທີ່ຫຼາກຫຼາຍກວ່າເກົ່າ ໃຫ້ແກ່ບັນດາປະເທດໃນໂລກລວມທັງ ສປປ ລາວ.
ຈີນ ແລະ ລາວ ແມ່ນເພື່ອນບ້ານສັງຄົມນິຍົມທີ່ເປັນສະຫາຍອ້າຍນ້ອງກັນ. ຝ່າຍຈີນຍິນດີທີ່ຈະແບ່ງປັນໂອກາດການພັດທະນາຂອງການຫັນທັນສະໄໝແບບຈີນໃຫ້ແກ່ຝ່າຍລາວເປັນບູລິມະສິດ.ໃນບົດປາໄສຂອງ ສະຫາຍ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີໃນກອງປະຊຸມສຳມະນາທິດສະດີສອງພັກຄັ້ງທີ 13ໄດ້ແນະນຳໂດຍຫຍໍ້ກ່ຽວກັບການພິຈາລະນາຈຳນວນຕ່າງໆຂອງແຜນພັດທະນາ5ປີຕໍ່ໜ້າຂອງຝ່າຍລາວ. ພວກຂ້າພະເຈົ້າຮູ້ສຶກໄດ້ວ່າທັງໝົດເຫຼົ່ານີ້ມີຄວາມສອດຄ່ອງກັນຢ່າງສູງກັບຍຸດທະສາດການພັດທະນາໃນ 5 ປີຕໍ່ໜ້າຂອງຈີນເຊິ່ງເປັນການສ້າງເງື່ອນໄຂອັນດີຫຼາຍຢ່າງໃຫ້ແກ່ການຂະຫຍາຍການຮ່ວມມືຕົວຈິງໃນຂົງເຂດຕ່າງໆຂອງສອງປະເທດ. ໂດຍສະເພາະແມ່ນຝ່າຍລາວໄດ້ເນັ້ນໜັກໃຫ້ຊຸກຍູ້ການພັດທະນາໃນຂົງເຂດການຄ້າ ແລະ ການລົງທຶນ, ພະລັງງານສະອາດ, ເສດຖະກິດດິຈິຕອນ, ກະສິກຳທັນສະໄໝ, ນະວັດຕະກຳເຕັກໂນໂລຊີ ແລະ ວຽກງານຄວາມສະຫງົບໃນການປະຕິບັດກົດໝາຍຢ່າງແຂງແຮງ, ເນັ້ນໜັກໃຫ້ຊຸກຍູ້ການກໍ່ສ້າງພື້ນຖານໂຄງລ່າງ ແລະ ການເຊື່ອມໂຍງເຊື່ອມຈອດກັນໂດຍຖືເອົາທາງລົດໄຟລາວ-ຈີນເປັນສູນກາງແລະ ເນັ້ນໜັກໃຫ້ເພີ່ມທະວີວຽກງານຊ່ວຍເຫຼືອຫຼຸດຜ່ອນຄວາມທຸກຍາກ, ນຳພາປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ສ້າງຄວາມຮັ່ງມີ.ຂົງເຂດເຫຼົ່ານີ້ລ້ວນແຕ່ເປັນພື້ນທີ່ອັນກວ້າງຂວງໃຫ້ແກ່ການຮ່ວມມືທັງສອງຝ່າຍ.
ປີ 2026 ແມ່ນປີການສ້າງຕັ້ງສາຍພົວພັນທາງການທູດຈີນ-ລາວຄົບຮອບ 65 ປີ ແລະ ກໍເປັນປີເລີ່ມຕົ້ນຂອງການຈັດຕັ້ງປະຕິບັດແຜນພັດທະນາ 5 ປີສະບັບໃໝ່ຂອງທັງສອງປະເທດ.ຝ່າຍຈີນຍິນດີຮ່ວມກັບຝ່າຍລາວ, ຊຸກຍູ້ໃຫ້ແຜນພັດທະນາຂອງສອງປະເທດມີການເຊື່ອມຈອດກັນຢ່າງມີປະສິດທິຜົນ, ຍູ້ແຮງຂະບວນການສ້າງຄວາມທັນສະໄໝຂອງກັນ ແລະ ກັນແລະ ຊຸກຍູ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ໃຫ້ຍາດໄດ້ຜົນສຳເລັດທີ່ອຸດົມສົມບູນຍິ່ງໆຂຶ້ນໂດຍຖືເອົາຄວາມເຫັນດີເຫັນພ້ອມຂອງການນຳສູງສຸດຂອງສອງພັກ-ສອງລັດເປັນບ່ອນອີງເພື່ອປະກອບສ່ວນອັນໃຫຍ່ຫຼວງກວ່າເກົ່າເຂົ້າໃນການສ້າງປະຊາຄົມຮ່ວມຊະຕາກຳຂອງມວນມະນຸດ.
ຄໍາເຫັນ