ການຊ່ວຍເຫຼືອດັ່ງກ່າວ ເພື່ອພັດທະນາພື້ນຖານໂຄງລ່າງວຽກງານການສຶກສາ ທີ່ເຫັນວ່າຍັງຂາດແຄນໂຄງສ້າງພື້ນຖານດ້ານການສຶກສາ,ລວມທັງການສະໜັບສະໜູນອຸປະກອນການຮຽນ-ການສອນ, ຕະຫຼອດຮອດການສົ່ງເສີມສະພາບແວດລ້ອມທີ່ປອດໄພ ແລະ ເໝາະສົມສຳລັບນັກຮຽນ. ບ້ານຫ້ວຍສະແລບ ເປັນບ້ານໜຶ່ງທີ່ຂຶ້ນກັບເມືອງຊຳໃຕ້ ແຂວງຫົວພັນ ຫ່າງຈາກເທສະບານ ແຂວງ 187 ກິໂລແມັດ ແລະ ຫ່າງຈາກເມືອງຊຳໃຕ້ 77 ກິໂລແມັດ, ມີທັງໝົດ 5 ບ້ານທີ່ຂຶ້ນກັບເຂດບໍລິການຂອງໂຮງຮຽນ ມຕົ້ນ ຫ້ວຍສະແລບ ຄື: ບ້ານຫ້ວຍສະແລບ, ແກ້ງໄນ່, ຍອດເຄື່ອງ, ປຸ່ງດາວ ແລະ ບ້ານຖໍ້າໝູ, ມີພົນລະເມືອງທັງໝົດ 1,736 ຄົນ, ຍິງ 776 ຄົນ, ມີ 263 ຄອບຄົວ ເປັນຄົນຊົນເຜົ່າມົ້ງທັງໝົດ, ອາຊີບຫຼັກແມ່ນເຮັດໄຮ່ ແລະ ລ້ຽງສັດ, ໂຮງຮຽນຫ້ວຍສະແລບ ປະກອບມີ 4 ຂັ້ນຮຽນ ມ1-ມ4 ມີ ນັກຮຽນທັງໝົດ 143 ຄົນ, ຍິງ 66 ຄົນ.
ພາຍຫຼັງໂຄງການດັ່ງກ່າວ ກໍ່ສ້າງສຳເລັດ ຈະກາຍເປັນສັນຍະລັກແຫ່ງການຮ່ວມມືອັນດີງາມ ແລະ ເປັນການປະກອບສ່ວນສຳຄັນ ເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ ລະຫວ່າງ ລາວ ແລະ ຍີ່ປຸ່ນ.
ຄໍາເຫັນ