ໂດຍການຈອງຜ່ານລະບົບອອນລາຍນັ້ນ,ນັກທ່ອງທ່ຽວຕ້ອງຍອມຮັບເງື່ອນໄຂຕ່າງໆລວມທັງການນຸ່ງເສື້ອກັນໜາວ ແລະເກີບທີ່ເໝາະສົມສໍາລັບການປີນພູ. ຖ້າຫາກວ່າບໍ່ປະຕິບັດຕາມຂໍ້ກໍານົດ ອາດຈະຖືກປະຕິເສດບໍ່ອະນຸຍາດໃຫ້ປີນພູໂດຍໃຊ້ເສັ້ນທາງໂຍຊິດະ.
ຂ່າວສານກຽວໂດລາຍງານວ່າ:ມາດຕະການໃໝ່ນີ້ມີຂຶ້ນໃນຂະນະທີ່ຈຳນວນນັກທ່ອງທ່ຽວຕ່າງປະເທດເພີ່ມຫຼາຍຂຶ້ນຢ່າງຕໍ່ເນື່ອງ. ໂດຍປີຜ່ານມາ, ພົບວ່າມີນັກທ່ອງທ່ຽວຈຳນວນຫຼາຍນຸ່ງເຄື່ອງບໍ່ເໝາະສົມກັບສະພາບດິນຟ້າອາກາດຢູ່ເທິງພູ. ດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງພະຍາຍາມແກ້ໄຂບັນຫານີ້ ກ່ອນທີ່ລະດູປີນພູຈະເລີ່ມຂຶ້ນໃນຕົ້ນເດືອນກໍລະກົດນີ້.
ຜູ້ທີ່ຕ້ອງການຈອງເສັ້ນທາງປີນພູໂຍຊິດະ ສາມາດຈອງຜ່ານເວັບໄຊທາງການ, ພ້ອມດ້ວຍການຊຳລະເງິນລ່ວງໜ້າ 4,000 ເຢນ (ປະມານ 28 ໂດລາ).
ສ່ວນແຂວງຊິຊູໂອກະຜູ້ເບິ່ງແຍງເສັ້ນທາງຍ່າງປີນພູອີກສາມເສັ້ນທາງ ກຽມເປີດໃຫ້ຈອງເສັ້ນທາງປີນພູຜ່ານລະບົບອອນລາຍໃນຕົ້ນເດືອນພຶດສະພານີ້. ພ້ອມທັງເກັບຄ່າທຳນຽມ 4,000 ເຢນ.
ຄໍາເຫັນ