​ຍ້ອນ​ຫຍັງ​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ​ດ້ວຍ​ຄຸນ​ນະ​ພາບ​ສູງ" ​ຈຶ່ງຖືກ​ລະ​ບຸ​ໄວ້​ໃນບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດ​ຖະ​ບານ​ຈີນ

​ຍ້ອນ​ຫຍັງ​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ​ດ້ວຍ​ຄຸນ​ນະ​ພາບ​ສູງ" ​ຈຶ່ງຖືກ​ລະ​ບຸ​ໄວ້​ໃນບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດ​ຖະ​ບານ​ຈີນ

​ຍ້ອນ​ຫຍັງ​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ​ດ້ວຍ​ຄຸນ​ນະ​ພາບ​ສູງ" ​ຈຶ່ງຖືກ​ລະ​ບຸ​ໄວ້​ໃນບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດ​ຖະ​ບານ​ຈີນ
ຫຼັງ​ຈາກ​ການ​ປຶກ​ສາ​ຫາ​ລື ແລະ ຮ່ວມ​ກັນສ້າງ​ສາ​ມາ​ເປັນ​ເວ​ລາ 10 ກວ່າ​ປີ, ຂໍ້​ລິ​ເລີ່ມ​ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ໄດ້​ກາຍ​ເປັນ​ຜະ​ລິດ​ຕະ​ພັນ​ສາ​ທາ​ລະ​ນະ​ສາ​ກົນ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຢ່າງກວ້າງ​ຂວາງ ແລະ ​ໄດ້​ກາຍ​ເປັນ​ຄັນ​ທຸງ​ທີ່​ມີ​ສີ​ສົດ​ໃສ​ແຫ່ງ​ໂລ​ກາ​ພິ​ວັດ​​ຮູບແບບ​ໃໝ່. ບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດ​ຖະ​ບານ​ຈີນ​ປີ 2026 ໄດ້​ຈັດ​ເອົາ​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ດ້ວຍ​ຄຸນ​ນະ​ພາບ​ສູງ​ເຂົ້າ​ໃນ​ໜ້າ​ທີ່​ຈຸດ​ສຸມ​ໃນ​ຂົງ​ເຂດ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ໃນ​ລະ​ດັບ​ສູງ. ການ​ຈັດ​ວາງ​ແບບ​ນີ້​​ແມ່ນ​ສ​ອດ​ຄ່ອງ​ກັບ​ທ່າ​​ອ່ຽງ​ການ​ພັດ​ທະ​ນາ​ຂອງ​ທົ່ວ​ໂລກ​ຢ່າງ​ແໜ້ນ​ແຟ້ນ ໂດຍ​ສຸມ​ໃສ່​ຄວາມ​ຕ້ອງ​ການ​ໃນ​ການ​ຫັນ​ເປັນ​ທັນ​ສະ​ໄໝ​ຂອງ​ປະ​ເທດ​ເຂດ​ໂລກ​ໃຕ້, ທັງໄດ້​ວາງ​ແຜນ​ທີ່​​ຈະ​ແຈ້ງ​ໃຫ້​ແກ່​ການ​ລົງ​ເລິກ​ການ​ຮ່ວມ​ມື​ສາ​ກົນ ແລະ ການສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ​ໃນ​ໄລ​ຍະ​ຈັດ​ຕັ້ງ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 15 ຂອງ​ຈີນ ແລະ ໄດ້​ເພີ່ມ​ພະ​ລັງ​ຂັບ​ເຄື່ອນ​ອັນ​ເຂັ້ມ​ແຂງ​ທີ່​ໝັ້ນ​ທ່ຽງ​ໃຫ້​ແກ່​ການ​ພັດ​ທະ​ນາ​​ເສດ​ຖະ​ກິດ​ໂລກທີ່​ເຕັມ​ໄປ​ດ້ວຍ​ຄວາມ​ປັ່ນ​ປ່ວນ​ວຸ່ນ​ວາຍ ແລະ ການ​ປ່ຽນ​ແປງ.
​ຍອນ​ຫຍງ​ການ​ຮວມ​ກນ​ສາງ “ໜງ​ແລວ​ໜງ​ເສນ​ທາງ​ດວຍ​ຄນ​ນະ​ພາບ​ສງ" ​ຈງຖກ​ລະ​ບ​ໄວ​ໃນບດ​ລາຍ​ງານ​ວຽກ​ງານ​ຂອງ​ລດ​ຖະ​ບານ​ຈນ - image 1
 

 

ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງເປັນມາດຕະການທີ່ເປັນຮູບປະທຳໃນການຊ່ວຍຊຸກຍູ້ການພັດທະນາຂອງບັນດາປະເທດເຂດໂລກໃຕ້. ປັດຈຸບັນ, ປະເທດເຂດໂລກໃຕ້ທີ່ໄດ້ກວມປະຊາກອນ 2 ສ່ວນ 3 ຂອງໂລກ ໄດ້ກາຍເປັນຫົວຈັກສຳຄັນຕົ້ນຕໍໃນການຊຸກຍູ້ການເຕີບໂຕຂອງເສດຖະກິດໂລກ, ແຕ່ຍັງຜະເຊີນໜ້າກັບສະພາບຄວາມຫຍຸ້ງຍາກດ້ານການພັດທະນາຍ້ອນສະພາບພື້ນຖານໂຄງລ່າງອ່ອນແອ ແລະ ກຳແພງການພັດທະນາອ່າວສູງ. ສ່ວນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ນັບມື້ຂະຫຍາຍຕົວກ້າວສູ່ລວງເລິກພວມແກ້ໄຂບັນຫາຄວາມຫຍຸ້ງຍາກດັ່ງກ່າວ. ຕົວຢ່າງ: ເສັ້ນທາງລົດໄຟລາວ-ຈີນ ໄດ້ຂົນສົ່ງຜູ້ໂດຍສານຫຼາຍກວ່າສິບລ້ານເທື່ອຄົນຕໍ່ປີ, ປີ 2025 ຂະບວນລົດໄຟທີ່ແລ່ນຕາມເສັ້ນທາງລົດໄຟຈີນ-ເອີຣົບ ແລະ ຈີນ-ອາຊີກາງ ມີຫຼາຍກວ່າ 20.000 ຂະບວນ, ການສ້າງພື້ນຖານໂຄງລ່າງທາງບົກ, ທາງທະເລ, ທາງອາກາດແລະ ທາງອິນເຕີເນັດ ໄດ້ຕາບຈູນຄວາມບົກຜ່ອງຂອງຫຼາຍປະເທດເຂດໂລກໃຕ້; ໂຄງການຮ່ວມມືລາວ-ຈີນ ເຊັ່ນ: ເຂື່ອນໄຟຟ້ານ້ຳຕົກ ແລະ ໂຄງການຜະລິດໄຟຟ້າດ້ວຍພະລັງງານລົມເປັນຕົ້ນໄດ້ຊ່ວຍແກ້ໄຂບັນຫາການຂາດພະລັງໄຟຟ້າຂອງລາວ, ຍິ່ງໄດ້ບຳລຸງສ້າງກຳລັງເຕັກໂນໂລຊີຂອງລາວ ແລະ ເຮັດໃຫ້ໝາກຜົນແຫ່ງການພັດທະນາສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນທ້ອງຖິ່ນ. ສິບກວ່າປີຜ່ານມາ, ຜົນງານດ້ານການຮ່ວມມືໄດ້ສ້າງຜົນປະໂຫຍດໃຫ້ແກ່ 150 ກວ່າປະເທດ. ປີ 2025, ມູນຄ່າການຄ້າຂາເຂົ້າ-ຂາອອກລະຫວ່າງຈີນ ແລະ ປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ກວມເອົາຫຼາຍກວ່າເຄິ່ງໜຶ່ງຂອງຍອດມູນຄ່າການຄ້າຂາເຂົ້າ-ຂາອອກຂອງຈີນ ຊຶ່ງໄດ້ສະແດງໃຫ້ເຫັນວ່າ: “ໜຶ່ງແລວໜຶ່ງເສັ້ນທາງ” ແມ່ນກຳລັງສຳຄັນທີ່ຊ່ວຍຊຸກຍູ້ການພັດທະນາຂອງບັນດາປະເທດເຂດໂລກໃຕ້.

​ຍອນ​ຫຍງ​ການ​ຮວມ​ກນ​ສາງ “ໜງ​ແລວ​ໜງ​ເສນ​ທາງ​ດວຍ​ຄນ​ນະ​ພາບ​ສງ" ​ຈງຖກ​ລະ​ບ​ໄວ​ໃນບດ​ລາຍ​ງານ​ວຽກ​ງານ​ຂອງ​ລດ​ຖະ​ບານ​ຈນ - image 2
 

ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງແມ່ນແຜນການຂອງຈີນໃນການແກ້ໄຂສະພາບຄວາມຫຍຸ້ງຍາກດ້ານການຄ້າທົ່ວໂລກ. ປັດຈຸບັນ, ການປະຕິຮູບລະບຽບການດ້ານເສດຖະກິດການຄ້າຫຼາຍຝ່າຍກຳລັງປະສົບຄວາມຫຍຸ້ງຍາກ, ປະເທດເຂດໂລກໃຕ້ຜະເຊີນໜ້າກັບກຳແພງພາສີ ແລະ ກຳແພງທີ່ບໍ່ແມ່ນພາສີຫຼາຍຢ່າງ, ສະພາບແວດລ້ອມການພັດທະນານັບມື້ນັບສັບສົນ. ຈີນ ໄດ້ເປີດພື້ນທີ່ການພັດທະນາໃໝ່ໃຫ້ແກ່ບັນດາປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”: ນັບຈາກສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານຂອງພາກພື້ນ ຫຼື RCEP ມີຜົນບັງຄັບໃຊ້ຮອດການຍົກລະດັບເຂດການຄ້າເສລີຈີນ-ອາຊຽນ 3.0 ແລະ ຈີນໄດ້ເຊັນສັນຍາການຄ້າເສລີ 24 ສະບັບໄດ້ອຳນວຍຄວາມສະດວກໃຫ້ແກ່ການຄ້າ ແລະ ການລົງທຶນ; ນັບແຕ່ເດືອນພຶດສະພາປີ 2026 ເປັນຕົ້ນໄປ, ຈີນຈະຍົກເວັ້ນພາສີຕໍ່ສິນຄ້າທີ່ນຳເຂົ້າຈາກ 53 ປະເທດໃນອາຟຣິກາທີ່ໄດ້ສ້າງຕັ້ງສາຍພົວພັນທາງການທູດກັບຈີນ ຊຶ່ງໝາຍຄວາມວ່າຈີນຈະສູນເສຍລາຍໄດ້ຈາກພາສີນຳເຂົ້າປະມານ 1.4 ຕື້ໂດລາຕໍ່ປີ ຊຶ່ງແຕກຕ່າງກັບບາງປະເທດໃຫຍ່ທີ່ໄດ້ປະຕິບັດລັດທິປົກປ້ອງການຄ້າ. ມາດຕະການເປີດປະຕູສູ່ພາຍນອກແບບນີ້ທີ່ເນັ້ນໃສ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຫຼາຍກວ່າການຕອບແທນຊຶ່ງກັນ ແລະ ກັນບໍ່ພຽງແຕ່ໄດ້ທັບມ້າງສິ່ງກີດຂວາງທີ່ຈຳກັດສິນຄ້າຂອງປະເທດເຂດໂລກໃຕ້ເຂົ້າສູ່ຕະຫຼາດຈີນເທົ່ານັ້ນ, ຍັງໄດ້ເຕົ້າໂຮມກຳລັງການຮ່ວມມືເພື່ອແກ້ໄຂປັດໄຈທາງລົບທີ່ຝືນກັບຂະບວນການໂລກາພິວັດອີກດ້ວຍ.

​ຍອນ​ຫຍງ​ການ​ຮວມ​ກນ​ສາງ “ໜງ​ແລວ​ໜງ​ເສນ​ທາງ​ດວຍ​ຄນ​ນະ​ພາບ​ສງ" ​ຈງຖກ​ລະ​ບ​ໄວ​ໃນບດ​ລາຍ​ງານ​ວຽກ​ງານ​ຂອງ​ລດ​ຖະ​ບານ​ຈນ - image 3
 

ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງຍິ່ງໄດ້ເປີດກວ້າງການຮ່ວມມືໃນຂົງເຂດຈະເລີນໃໝ່. ຈາກການພັດທະນາຕາມທິດສີຂຽວຮອດເສດຖະກິດດີຈີຕອນ, ຈາກການຮ່ວມມືດ້ານກະສິກຳຮອດປັນຍາປະດິດ, ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ຢວ່າງບາດກ້າວໄປສູ່ການຮ່ວມມືດ້ວຍຄຸນນະພາບສູງ ແລະ ມີຫຼາຍຮູບຫຼາຍແບບ. ໃນໄລຍະປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 14 ຂອງຈີນ, ຈີນໄດ້ເຊັນບົດບັນທຶກຄວາມເຂົ້າໃຈໃນຂົງເຂດດີຈີຕອນ ແລະ ສີຂຽວກັບຫຼາຍກວ່າ 50 ປະເທດ, 36 ປະເທດຄູ່ຮ່ວມ “ທຸລະກິດເອເລັກໂຕຣນິກເສັ້ນທາງສາຍໃໝ” ໄດ້ເຮັດໃຫ້ການຄ້າຂ້າມຊາດມີຄວາມສະດວກສະບາຍກວ່າເກົ່າ; ແຜນການສ້າງຍີ່ຫໍ້ “ເຂດໂລກໃຕ້ແບບດີຈີຕອນ” ຂອງຈີນໄດ້ຈັດຊຸດຝຶກອົບຮົມເສດຖະກິດດີຈີຕອນ ແລະ ປັນຍາປະດິດ 200 ຊຸດ, ໄດ້ຊ່ວຍຊຸກຍູ້ໃຫ້ຂະແໜງການກະສິກຳມີຜົນຜະລິດເພີ່ມຂຶ້ນ, ເຜີຍແຜ່ການສຶກສາໃຫ້ທົ່ວເຖິງ ແລະ ຕາບຈູນຊ່ອງວ່າງດ້ານດີຈີຕອນເໜືອ-ໃຕ້ດ້ວຍເຕັກໂນໂລຊີ. ການສ້າງສູນການຮ່ວມມືການປະຍຸກໃຊ້ປັນຍາປະດິດຈີນ-ລາວ, ການສ້າງພື້ນຖານໂຄງລ່າງດ້ານດີຈີຕອນຢູ່ພາກພື້ນອາຊີຕາເວັນອອກສຽງໃຕ້ ແລະ ໂຄງການອື່ນໆເຮັດໃຫ້ໂຄງການຮ່ວມມືໃນຂົງເຂດຈະເລີນໃໝ່ໄດ້ບັນລຸຜົນເປັນຈິງ, ເຮັດໃຫ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທັນຍຸກທັນສະໄໝ ແລະ ສ້າງໂອກາດໃໝ່ໃຫ້ແກ່ການພັດທະນາຂອງປະເທດຕ່າງໆ.

ທະນາຄານໂລກຄາດຄະເນວ່າ: ເມື່ອຮອດປີ 2030, ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຈະຊ່ວຍຊຸກຍູ້ໃຫ້ປະຊາຊົນຫຼາຍສິບລ້ານຄົນຫຼຸດພົ້ນອອກຈາກຄວາມທຸກຍາກ. ຈາກສະພາບການປ່ຽນແປງທີ່ບໍ່ເຄີຍມີມາກ່ອນໃນຮອບຮ້ອຍປີຄືປັດຈຸບັນນີ້, ພຶດຕິກຳດັ່ງກ່າວບໍ່ພຽງແຕ່ໄດ້ຊຸກຍູ້ຂະບວນການຫັນເປັນທັນສະໄໝຂອງບັນດາປະເທດເຂດໂລກໃຕ້ເທົ່ານັ້ນ, ຫາກຍັງໄດ້ສະແດງໃຫ້ເຫັນເຖິງນ້ຳໃຈຮັບຜິດຊອບຂອງຈີນໃນການຊຸກຍູ້ການເສີມສ້າງການພົວພັນສາກົນແບບໃໝ່ ແລະ ຊຸກຍູ້ການພັດທະນາຮ່ວມກັນຂອງໂລກ, ເຮັດໃຫ້ປະເທດຕ່າງໆໄດ້ຮັບຜົນປະໂຫຍດຈາກການຮ່ວມມື ແລະ ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດໃນການເຊື່ອມໂຍງເຊື່ອມຈອດກັນ.

ໂດຍ: ຊີອາໄອ

ຄໍາເຫັນ

ຂ່າວການຮ່ວມມື

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ວັນທີ 4 ພະຈິກຜ່ານມາ, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະນຳຈາກກະຊວງປ້ອງກັນປະເທດ, ຄະນະນຳແຂວງອັດຕະປື ແລະ ຄະນະນຳເມືອງຊານໄຊ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ ຈຳກັດ ຕັ້ງຢູ່ເມືອງຊານໄຊ ແຂວງອັດຕະປື.​ ໃຫ້ການຕ້ອນຮັບຂອງທ່ານ ບຸ໋ຍແອັງດຶກ ປະທານສະພາບໍລິຫານ ຮອງຜູ້ອຳ ນວຍ​ການໃຫຍ່ ບໍລິສັດ ວັງຕັດມາຍນິງ ກຣຸບ​ ພ້ອມດ້ວຍຄະນະຜູ້ບໍລິຫານ, ພະນັກງານ ແລະ ກອງກຳລັງປ້ອງກັນຄວາມສະຫງົບປະຈຳເຂດໂຄງ​ການ ໃຫ້ການຕ້ອນຮັບ.
ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດກິດຈະກໍາ ຂອງໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະຄໍ້າປະກັນການດຳລົງຊີວິດແບບຍືນຍົງ ປະປີ(ເດືອນກັນຍາ 2025-ເດືອນຕຸລາ2026) ໄດ້ຈັດຂຶ້ນໃນວັນທີ 2 ພະຈິກຜ່ານ​ມາ, ທີ່ເມືອງລະມາມ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີທ່ານ ນາງ ຄາໂອຣຸ ໂມຣິໂມະໂຕະ ຫົວໜ້າອົງການອາສາສະໝັກຍີ່ປຸ່ນ ປະຈໍາລາວ ເຈວີຊີ (JVC), ມີຄະນະກໍາມະການປົກຄອງ 2 ເມືອງຄື: ເມືອງກະລຶມ ແລະເມືອງດາກຈຶງ, ຜູ້ປະສານງານໂຄງການຂັ້ນແຂວງ, ຂັ້ນເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ສະ​ຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ ເລ ມິງ ຮຶງ ກຳມະການກົມການເມືອງສູນກາງພັກນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມ ຄະນະໃນ​ວັນ​ທີ 3 ພະ​ຈິກ​ນີ້ ທີ່ ນະ​ຄອນຫຼວງ​ຮ່າ​ໂນ້ຍ.
ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຄະນະນຳແຂວງຊຽງຂວາງ ນຳໂດຍທ່ານພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງຊຽງ​ຂວາງ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊີນລາສ​ສ ຫວຽດ​ນາມໃນ​ລະ​ຫວ່າງວັນ​ທີ 1-3 ພະ​ຈິກ​ນີ້.
ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ໄດ້ຕ້ອນຮັບ ທ່ານ ນາງ ເຈີໄມມາ ກໍດອນ ດາຟ໌ ເອກອັກຄະລາຊະທູດແຫ່ງສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈຳ ສປປ ລາວ ພ້ອມຄະນະໃນ​ວັນ​ທີ 3 ພະ​ຈິກ​ 2026,ທີ່ ຫ້ອງວ່າ​ການ​ແຂວງ, ໃນໂອກາດເດີນທາງມາຢ້ຽມຢາມ ແລະ ຕິດຕາມວຽກຢູ່ແຂວງຄຳມ່ວນ.
ລັດຖະບານຍີ່ປຸ່ນ ຊ່ວຍກໍ່ສ້າງໂຮງຮຽນ ຢູ່ເມືອງນາໝໍ້

ລັດຖະບານຍີ່ປຸ່ນ ຊ່ວຍກໍ່ສ້າງໂຮງຮຽນ ຢູ່ເມືອງນາໝໍ້

ພິທີເຊັນສັນຍາໂຄງການຊ່ວຍເຫຼືອຂັ້ນຮາກຖານ (GGP) ຈາກລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ເພື່ອກໍ່ສ້າງໂຮງຮຽນອະນຸບານ ແລະ ປະຖົມ ບ້ານກູລົງ ເມືອງນາໝໍ້ ແຂວງອຸດົມໄຊຈັດຂຶ້ນໃນວັນທີ 3 ພະຈິກຜ່ານມາ, ທີ່ຫ້ອງວ່າການແຂວງອຸດົມໄຊ ເຂົ້າຮ່ວມເປັນສັກຂີພິຍານໂດຍ ທ່ານ ໂຄອິຊູມິ ຊຶໂຕະມຸ ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງປະເທດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະ ການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງອຸດົມໄຊ, ມີທ່ານ ໄກເພັດ ອິນພູວຽງ ກຳມະການພັກແຂວງ ເລຂາພັກເມືອງນາໝໍ້ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 11

ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 11

ໃນວັນທີ 4ພະຈິກນີ້, ທ່ານ ທອງສະຫວັນ ພົມວິຫານ,ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ 11ທີ່ ນະຄອນຫຼວງປັກກິ່ງ, ສປ ຈີນ
ປະທານສະພາແຫ່ງຊາດລາວພົບປະກັບເລຂາພັກແຂວງຝູເຖາະ ສສ ຫວຽດນາມ

ປະທານສະພາແຫ່ງຊາດລາວພົບປະກັບເລຂາພັກແຂວງຝູເຖາະ ສສ ຫວຽດນາມ

ໃນວັນທີ 4 ພະຈິກ ນີ້, ສະຫາຍ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດລາວພ້ອມດ້ວຍຄະນະໄດ້ພົບປະເຮັດວຽກກັບສະຫາຍ ຟາມດາຍເຊື່ອງ ເລຂາພັກແຂວງຝູເຖາະໃນໂອກາດເດີນທາງມາຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ.
ກອງປະຊຸມຜ່ານຮ່າງຄຳແນະນຳວ່າດ້ວຍການກວດສອບຫົວທີ ຂອງອົງການກວດສອບແຫ່ງລັດ

ກອງປະຊຸມຜ່ານຮ່າງຄຳແນະນຳວ່າດ້ວຍການກວດສອບຫົວທີ ຂອງອົງການກວດສອບແຫ່ງລັດ

ກອງປະຊຸມຜ່ານ “ຮ່າງຄຳແນະນຳ ວ່າດ້ວຍການກວດສອບຫົວທີ ຂອງອົງການກວດສອບແຫ່ງລັດໃນການກວດສອບການສ້າງແຜນ ແລະ ການດັດແກ້ແຜນງົບປະມານແຫ່ງລັດ” ໄດ້ຈັດຂຶ້ນຢູ່ເມືອງວັງວຽງແຂວງວຽງຈັນ ໃນລະຫວ່າງ ວັນທີ 2-3 ພະຈິກຜ່ານມາ, ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ຕ້ອຍ ພົນທິລາດ ຮອງປະທານອົງການກວດສອບແຫ່ງລັດ ແລະ ທ່ານ ໂຣເບີດ ເດີວາຮາ (Robert DE WAHA) ຫົວໜ້າໂຄງການລຸກຊໍາບວກ ປະຈໍາອາຊຽນ ກອງປະຊຸມຄັ້ງນີ້ໄດ້ຮັບການສະໜັບສະໜູນດ້ານງົບປະມານ ຈາກໂຄງການເສີມສ້າງລັດແຫ່ງກົດໝາຍ, ການເຂົ້າເຖິງຄວາມຍຸຕິທໍາ ແລະ ການປົກຄອງທີ່ດີ (Lux Dev Lao/037).
ປະທານສະພາແຫ່ງຊາດລາວ ເຂົ້າຢ້ຽມຂໍ່ານັບເລຂາທິການໃຫຍ່ປະທານປະເທດຫວຽດນາມ

ປະທານສະພາແຫ່ງຊາດລາວ ເຂົ້າຢ້ຽມຂໍ່ານັບເລຂາທິການໃຫຍ່ປະທານປະເທດຫວຽດນາມ

​ ວັນທີ 4 ພະຈິກ ຜ່ານມາ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ.
ເພີ່ມເຕີມ