ຍ້ອນ​ຫຍັງ​ປະ​ມວນກົດ​ໝາຍ​​ສະ​ບັບ​ທີ 2 ຂອງ​ຈີນ​ຈຶ່ງ​ສຸມ​ໃສ່​ສິ່ງ​ແວດ​ລ້ອມ​ນິ​ເວດ

ຍ້ອນ​ຫຍັງ​ປະ​ມວນກົດ​ໝາຍ​​ສະ​ບັບ​ທີ 2 ຂອງ​ຈີນ​ຈຶ່ງ​ສຸມ​ໃສ່​ສິ່ງ​ແວດ​ລ້ອມ​ນິ​ເວດ

ຫຼັງ​ຈາກ​​ປະ​ມວນກົດ​ໝາຍ​ແພ່ງ​ແລ້ວ, ​ປະ​ມວນກົດ​ໝາຍ​ສະ​ບັບ​ທີ 2 ຂອງ​ຈີນຄື “ຮ່າງປະ​ມວນກົດ​ໝາຍ​ວ່າ​ດ້ວຍ​ສິ່ງ​ແວດ​ລ້ອມ​ນິ​ເວດ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ” ຖືກ​ຈັດ​ເຂົ້າ​ໃນ​ວາ​ລະ​ຄົ້ນ​ຄວ້າ​ພິ​ຈາ​ລະ​ນາ​ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ. ການ​ຖື​ເອົາ​ສິ່ງ​ແວດ​ລ້ອມ​ນິ​ເວດ​ເປັນ​ຫົວ​ຂໍ້​ຫຼັກ​ຂອງ​ປະ​ມວນກົດ​ໝາຍ​​ສະ​ບັບ​ທີ 2, ດ້ານ​ໜຶ່ງ​​ແມ່ນ​ສອດ​ຄ່ອງ​ກັບ​ຄວາມ​ຕ້ອງ​ການ​ຕົວ​ຈິງ​ໃນ​ການ​ຄຸ້ມ​ຄອງສິ່ງ​ແວດ​ລ້ອມ​ນິ​ເວດ​ຂອງ​ຈີນ, ອີກ​ດ້ານ​ໜຶ່ງ​ກໍ​ສອດ​ຄ່ອງ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ຍຸກ​ສະ​ໄໝ​ແຫ່ງ​ການ​ພັດ​ທະ​ນາ​ດ້ວຍ​ຄຸນ​ນະ​ພາບ​ສູງ, ຍິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ມຸ່ງ​ມາດ​ປາ​ຖະ​ໜາ​ອັນ​ດີ​ງາມ​ທີ່​ມະ​ນຸດ ແລະ ທຳ​ມະ​ຊາດ​ຢູ່​ຮ່ວມ​ກັນ​ຢ່າງ​ກົມ​ກຽວ​ກັນ.

ກ່ອນອື່ນ, ແມ່ນເພື່ອແກ້ໄຂບັນຫາຄວາມຫຍຸ້ງຍາກຕົວຈິງໃນປັດຈຸບັນ. ໃນຫຼາຍປີຜ່ານມາ, ຈີນໄດ້ອອກກົດໝາຍທີ່ກ່ຽວຂ້ອງກັບສິ່ງແວດລ້ອມນິເວດ 30 ກວ່າສະບັບ ແລະ ກົດລະບຽບທີ່ກ່ຽວຂ້ອງຮ້ອຍກວ່າສະບັບ, ສິ່ງນີ້ຫຼີກລ່ຽງບໍ່ໄດ້ທີ່ເຮັດໃຫ້ເກີດມີບັນຫາສັບຊ້ອນກັນ ຫຼື ການກຳນົດໜ້າທີ່ຮັບຜິດຊອບບໍ່ຈະແຈ້ງໃນການແກ້ໄຂບັນຫາຕົວຈິງ, ເຮັດໃຫ້ການຄຸ້ມຄອງສິ່ງແວດລ້ອມນິເວດບໍ່ສາມາດໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິພາບສູງ. ການຮຽບຮຽງປະມວນກົດໝາຍກ່ຽວກັບສິ່ງແວດລ້ອມນິເວດແມ່ນການຮຽບຮຽງເອົາລະບຽບການຕ່າງໆທີ່ກະແຈກກະຈາຍໃນກົດໝາຍຕ່າງໆເຂົ້າເປັນເອກະພາບກັນ, ພ້ອມທັງໄດ້ຈັດເອົາການປະຕິບັດທີ່ດີໃນການຕິດຕາມກວດກາການອະນຸລັກສິ່ງແວດລ້ອມນິເວດ ແລະ ການຊົດເຊີຍດ້ານສິ່ງແວດລ້ອມຕ່າງໆຂຶ້ນເປັນມາດຕາໃນກົດໝາຍ ຊຶ່ງເປັນການເຕີມເຕັມຊ່ອງວ່າງດ້ານກົດລະບຽບໃນຂົງເຂດທີ່ຈະເລີນໃໝ່ ແລະ ເປັນບາດກ້າວສຳຄັນໃນການແກ້ໄຂບັນຫາຄວາມຫຍຸ້ງຍາກໃນການຄຸ້ມຄອງສິ່ງແວດລ້ອມນິເວດ.

ສິ່ງທີ່ສຳຄັນກວ່ານັ້ນແມ່ນ: ນີ້ແມ່ນທາງເລືອກທີ່ຈຳເປັນໃນການວາງແຜນໂດຍລວມທັງການພັດທະນາ ແລະ ການອະນຸລັກສິ່ງແວດລ້ອມ. ການພັດທະນາເສດຖະກິດ ແລະ ການອະນຸລັກສິ່ງແວດລ້ອມບໍ່ເຄີຍເປັນສອງດ້ານທີ່ຂັດແຍ້ງກັນເລີຍ, ຫາກແມ່ນສອງດ້ານທີ່ຊ່ວຍຊູຍູ້ໜູນກັນ. ປັດຈຸບັນ, ຈີນພວມເດີນຕາມເສັ້ນທາງການພັດທະນາດ້ວຍຄຸນນະພາບສູງ ແລະ ພັດທະນາໄປຕາມທິດກາກບອນຕ່ຳ, ຢ່າງໃດກໍຕາມ, ໃນສະພາບຄວາມເປັນຈິງແລ້ວ, ລະຫວ່າງການພັດທະນາແລະ ການຄຸ້ມຄອງແວດລ້ອມຍັງມີຄວາມຂັດແຍ້ງກັນຫຼາຍຢ່າງທີ່ຕ້ອງໄດ້ຮັບການແກ້ໄຂ. ປະມວນກົດໝາຍສະບັບນີ້ໄດ້ໃຫ້ຄຳຕອບທີ່ຈະແຈ້ງ ຊຶ່ງບໍ່ພຽງແຕ່ໄດ້ເນັ້ນໜັກການອະນຸລັກພູຜາ, ແມ່ນ້ຳ, ປ່າໄມ້, ໄຮ່ນາ, ໜອງບຶງ, ທົ່ງຫຍ້າ ແລະ ທະເລຊາຍເປັນເອກະພາບກັນເທົ່ານັ້ນ, ຫາກຍັງໄດ້ແຍກສະເພາະກ່ຽວກັບ “ການພັດທະນາຕາມທິດສີຂຽວ ແລະ ກາກບອນຕ່ຳ”, ໄດ້ຈັດເອົາຄວາມຮຽກຮ້ອງຕ້ອງການໃນດ້ານການປ່ອຍກາກບອນເຖິງລະດັບສູງສຸດ, ຄວາມເປັນກາງທາງດ້ານກາກບອນແລະ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດເຂົ້າໃນການສ້າງກົດໝາຍ. ນີ້ໝາຍຄວາມວ່າການຄຸ້ມຄອງສິ່ງແວດລ້ອມຈະບໍ່ແມ່ນ “ຄຳຖາມເພີ່ມຕື່ມ” ໃນການພັດທະນາອີກຕໍ່ໄປ, ຫາກແມ່ນ “ຄຳຖາມທີ່ຕ້ອງຕອບ” ທີ່ສອດຫ້ອຍໄປພ້ອມກັບການພັດທະນາເສດຖະກິດ, ເຮັດໃຫ້ກົດໝາຍກາຍເປັນສິ່ງຄ້ຳປະກັນການພັດທະນາດ້ວຍຄຸນນະພາບສູງ ແລະ ເຮັດໃຫ້ການພັດທະນາ ແລະ ການຄຸ້ມຄອງສິ່ງແວດລ້ອມນິເວດສາມາດກ້າວເດີນໄປໜ້າຢ່າງພ້ອມພຽງຮຽງໜ້າກັນ.

ການເນັ້ນໃສ່ຫົວຂໍ້ສິ່ງແວດລ້ອມນິເວດ, ຍ້ອນວ່າມັນພົວພັນກັບຄວາມສຸກຂອງປະຊາຊົນທຸກຄົນ ແລະ ສາມາດຕອບສະໜອງຕາມຄວາມຕ້ອງການຂອງປະຊາຊົນທີ່ຢາກມີຊີວິດທີ່ດີງາມກວ່າເກົ່າ. ສິ່ງແວດລ້ອມນິເວດທີ່ດີແມ່ນຜະລິດຕະພັນສາທາລະນະທີ່ຍຸຕິທຳທີ່ສຸດ, ທ້ອງຟ້າສີຄາມທີ່ປອດໂປ່ງສົດໃສ ແລະ ພູຂຽວນ້ຳໃສ ລ້ວນແຕ່ເປັນຄວາມມຸ່ງມາດປາຖະໜາທີ່ແທ້ຈິງທີ່ສຸດຂອງປະຊາຊົນ. ໃນອະດີດ, ບັນຫາມົນລະພິດຕ່າງໆໄດ້ລົບກວນຊີວິດການເປັນຢູ່ທີ່ເປັນປົກກະຕິຂອງປະຊາຊົນເລື້ອຍໆ, ແຕ່ຍັງຂາດມາດຕະຖານການຄຸ້ມຄອງທີ່ຈະແຈ້ງ. ຢ່າງໃດກໍຕາມ, ປະມວນກົດໝາຍສະບັບນີ້ດ້ານໜຶ່ງໄດ້ມີການຈັດວາງວິໄສທັດອັນຍິ່ງໃຫຍ່ເພື່ອສ້າງປະເທດຈີນທີ່ສວຍງາມ, ອີກດ້ານໜຶ່ງກໍສຸມໃສ່ສິ່ງເລັກໆນ້ອຍໆທີ່ພົວພັນກັບຊີວິດການເປັນຢູ່ຂອງປະຊາຊົນ ໂດຍໄດ້ກຳນົດໜ້າທີ່ຢ່າງຈະແຈ້ງ ແລະ ມາດຕະຖານຂອງການລົງໂທດຕໍ່ບັນຫາທີ່ມີຫາງສຽງຢ່າງຮຸນແຮງ, ທັງມີຄວາມຮຽກຮ້ອງຕ້ອງການຢ່າງລະອຽດຕໍ່ການເພີ່ມເນື້ອທີ່ສີຂຽວໃນຕົວເມືອງ ແລະ ການຄຸ້ມຄອງສິ່ງແວດລ້ອມໃນຄຸ້ມຊຸມຊົນອີກດ້ວຍ, ເຮັດໃຫ້ການອະນຸລັກສິ່ງແວດລ້ອມນິເວດໄດ້ສ້າງຜົນປະໂຫຍດໃຫ້ແກ່ຊີວິດການເປັນຢູ່ຂອງປະຊາຊົນທຸກຄົນ ແລະ ເຮັດໃຫ້ປະຊາຊົນຮູ້ສຶກເຖິງການປ່ຽນແປງທີ່ດີໃນດ້ານສິ່ງແວດລ້ອມນິເວດ.

ບັນຫາສິ່ງແວດລ້ອມນິເວດບໍ່ມີພົມແດນ ແລະ ການປົກປ້ອງໜ່ວຍໂລກແມ່ນໜ້າທີ່ຮ່ວມກັນຂອງມວນມະນຸດ. ການຮ່າງປະມວນກົດໝາຍສະບັບນີ້ບໍ່ພຽງແຕ່ໄດ້ອີງໃສ່ພຶດຕິກຳຕົວຈິງຂອງຈີນເທົ່ານັ້ນ, ຫາກຍັງໄດ້ສຸມໃສ່ບັນຫາສິ່ງແວດລ້ອມທີ່ທົ່ວໂລກຜະເຊີນໜ້າຮ່ວມກັນ. ຈີນ ແລະ ລາວ ມີສາຍພູ ແລະ ແມ່ນ້ຳລຳເຊຕິດຈອດກັນ ແລະ ມີລະບົບນິເວດທີ່ມີຕົ້ນກຳເນີດຮ່ວມກັນ, ໃນຖານະເປັນອົງປະກອບທີ່ສຳຄັນໃນການສ້າງຄູ່ຮ່ວມຊາຕາກຳຈີນ-ລາວ, ສອງປະເທດໄດ້ດຳເນີນການຮ່ວມມືຕົວຈິງໃນຂົງເຂດອະນຸລັກຊີວະນາໆພັນຂ້າມຊາດ, ການຕິດຕາມສິ່ງແວດລ້ອມທາງນ້ຳຮ່ວມກັນ ແລະ ການສ້າງເຂດສາທິດກາກບອນຕ່ຳ ແລະ ຂົງເຂດອື່ນໆ, ຈີນສະໜັບສະໜູນລາວຍົກລະດັບການຄຸ້ມຄອງສິ່ງແວດລ້ອມໃຫ້ສູງຂຶ້ນ ໂດຍຜ່ານການຊ່ວຍເຫຼືອດ້ານເຕັກໂນໂລຊີ, ການສ້າງສາຄວາມສາມາດ ແລະ ການວາງແຜນຜັງຕ່າງໆ, ສອງປະເທດໄດ້ຮ່ວມກັນປົກປ້ອງຄວາມປອດໄພດ້ານນິເວດຕາມລຳແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ. ປະມວນກົດໝາຍສະບັບນີ້ໄດ້ຈັດໃຫ້ມີ “ການຮ່ວມມືສາກົນ” ໃນພາກ “ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ” ໂດຍລະບຸຢ່າງຈະແຈ້ງວ່າ: ຈີນຕັ້ງໜ້າເຂົ້າຮ່ວມແລະນຳພາການຄຸ້ມຄອງດ້ານດິນຟ້າອາກາດທົ່ວໂລກ, ດຳເນີນການແລກປ່ຽນແລະຮ່ວມມືສອງຝ່າຍແລະຫຼາຍຝ່າຍເຊິ່ງຈະເປັນສິ່ງຄ້ຳປະກັນດ້ານລະບຽບການທີ່ໜັກແໜ້ນກວ່າເກົ່າໃຫ້ແກ່ຈີນແລະລາວໄດ້ຖອດຖອນບົດຮຽນເຊິ່ງກັນແລະກັນລວມທັງການພັດທະນາແບບຊ່ວຍຊູ ຍູ້ໜູນກັນຕາມທິດສີຂຽວໃນພາກພື້ນເພື່ອສະໜອງແຜນການຂອງຈີນທີ່ສາມາດຈັດຕັ້ງປະຕິບັດໄດ້ແລະຊົມໃຊ້ຮ່ວມກັນໄດ້ໃນການຄຸ້ມຄອງສິ່ງແວດລ້ອມນິເວດທົ່ວໂລກ.

ກົດໝາຍຈະເປັນສິ່ງຄ້ຳປະກັນໃຫ້ແກ່ພູຂຽວນ້ຳໃສ. ເຊື່ອໝັ້ນວ່າ: ພາຍຫຼັງປະມວນກົດໝາຍສະບັບນີ້ມີຜົນສັກສິດແລ້ວ, ພາບແຫ່ງຄວາມທັນສະໄໝທີ່ມະນຸດແລະທຳມະຊາດຢູ່ຮ່ວມກັນຢ່າງກົມກຽວຈະໃສແຈ້ງກວ່າເກົ່າ, ພູຂຽວນ້ຳໃສຈະໄຫຼລິນຕະຫຼອດປີ ແລະ ຈະເປັນພື້ນຖານທີ່ໝັ້ນແກ່ນເພື່ອຊຸກຍູ້ການພັດທະນາຂອງຊົນຊາດຈີນ.

ໂດຍ: ຊີອາໄອ

ຄໍາເຫັນ

ຂ່າວຕ່າງປະເທດ

ທ່ານ ສີຈິ້ນຜິງ: “ບໍ່ມີສຸຂະພາບທົ່ວປວງຊົນ ກໍຈະບໍ່ມີຄວາມອີ່ມໜຳສຳລານຮອບດ້ານ”

ທ່ານ ສີຈິ້ນຜິງ: “ບໍ່ມີສຸຂະພາບທົ່ວປວງຊົນ ກໍຈະບໍ່ມີຄວາມອີ່ມໜຳສຳລານຮອບດ້ານ”

ຢູ່ກາງແມ່ນ້ຳຢາງຊີກ້ຽງຕອນເຈີ້ນຈ່ຽງ ແຂວງຈ່ຽງຊູ ມີເກາະດອນນ້ອຍແຫ່ງໜຶ່ງຄື ຕາແສງຊື້ເຢ້ ເມືອງຕ່ານຖູ ນະຄອນເຈີ້ນຈ່ຽງ. ຢູ່ເທິງດອນແຫ່ງນີ້ມີປະຊາຊົນອາໄສຢູ່ຈຳນວນ 5 ບ້ານ ມີປະຊາກອນໝື່ນກວ່າຄົນ, ໃນອະດີດຜ່ານມາ, ຊາວບ້ານເຄີຍປະສົບຄວາມຫຍຸ້ງຍາກດ້ານໜຶ່ງຄື: “ຢ້ານເສຍຊີວິດຍ້ອນເຈັບເປັນ ແລະ ທັງຢ້ານເສຍຊີວິດຍ້ອນການຄົມມະນາຄົມ.” ຕອນບ່າຍວັນທີ 13 ທັນວາ 2014, ທ່ານ ສີຈິ້ນຜິງ ໄດ້ເດີນທາງໄປຢ້ຽມຢາມປະຊາຊົນຢູ່ດອນດັ່ງກ່າວ ໂດຍເພິ່ນໄດ້ໄປເຖິງໂຮງໝໍຕາແສງຊື້ເຢ້ ເພື່ອສຳຫຼວດຊອກຮູ້ສະພາບການພັດທະນາວຽກງານສາທາລະນະສຸກຢູ່ຊົນນະບົດ ແລະ ການບໍລິການປິ່ນປົວພະຍາດໃຫ້ແກ່ຊາວບ້ານ.
ເດືອນກັນຍາ ຫວຽດນາມ ສົ່ງອອກຜັກ ໝາກໄມ້ ບັນລຸ 1 ຕື້ກວ່າໂດລາ

ເດືອນກັນຍາ ຫວຽດນາມ ສົ່ງອອກຜັກ ໝາກໄມ້ ບັນລຸ 1 ຕື້ກວ່າໂດລາ

ວິທະຍຸກະຈາຍສຽງຫວຽດນາມລາຍງານຫວ່າງມໍ່ໆມານີ້ວ່າ: ​ກະ​ຊວງ​ກະ​ສິ​ກຳ ແລະ ສິ່ງ​ແວດ​ລ້ອມ ຫວຽດ​ນາມ ລາຍງານວ່າ, ການ​ສົ່ງ​ອອກຜັກ​, ໝາກ​ໄມ້ ໃນ​ເດືອນກັນ​ຍາ ບັນ​ລຸ​ເກືອບ 1.2 ຕື້​ໂດລາ.
ຣັດເຊຍ ໝັ້ນໃຈ ສາມາດສົ່ງອອກນໍ້າມັນກາຊວນໄປຍັງຕະຫຼາດໂລກໄດ້ໂດຍບໍ່ມີບັນຫາ

ຣັດເຊຍ ໝັ້ນໃຈ ສາມາດສົ່ງອອກນໍ້າມັນກາຊວນໄປຍັງຕະຫຼາດໂລກໄດ້ໂດຍບໍ່ມີບັນຫາ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 12 ຕຸລາ ຜ່ານມາວ່າ: ທ່ານ ດີມີຕຣີ ເປສຄອບ ໂຄສົກທຳນຽບເຄຣມລິນ ກ່າວວ່າ: ຣັດເຊຍ ຈະສາມາດສົ່ງອອກນໍ້າມັນກາຊວນໄດ້ຢ່າງລາບລື່ນໂດຍບໍ່ມີບັນຫາ ເພາະວ່າຕະຫຼາດໂລກຍັງມີຄວາມຕ້ອງການສູງຫຼາຍສຳລັບຜະລິດຕະພັນນໍ້າມັນ, ຄຽງຄູ່ກັບການຫຼຸດລົງຢ່າງຫຼວງຫຼາຍຂອງການສະໜອງນໍ້າມັນ ແລະ ຜະລິດຕະພັນນໍ້າມັນໃນຕະຫຼາດ. ຍິ່ງໄປກວ່ານັ້ນ, ຣັດເຊຍບໍ່ຈຳເປັນຕ້ອງໄດ້ຮັບຄຳຮ້ອງຂໍໂດຍກົງສຳລັບການຂົນສົ່ງນໍ້າມັນເຊື້ອໄຟ ເພາະວ່າການຊື້-ຂາຍ ແລະ ຈຳໜ່າຍນໍ້າມັນເຊື້ອໄຟແມ່ນໄດ້ດຳເນີນການຜ່ານພໍ່ຄ້າຄົນກາງຢູ່ແລ້ວ.
UNCTAD ຄາດຄະເນ ເສດຖະກິດໂລກຈະເຕີບໂຕຊ້າລົງ ໃນປີ 2026

UNCTAD ຄາດຄະເນ ເສດຖະກິດໂລກຈະເຕີບໂຕຊ້າລົງ ໃນປີ 2026

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 12 ຕຸລາ ຜ່ານມາວ່າ: ບົດລາຍງານການຄ້າ ແລະ ການພັດທະນາປີ 2026 ຈາກກອງປະຊຸມສະຫະປະຊາຊາດວ່າດ້ວຍການຄ້າ ແລະ ການພັດທະນາ (UNCTAD) ລະບຸວ່າ, ເສດຖະກິດໂລກມີທ່າອ່ຽງເຕີບໂຕ 2.6% ໃນປີ 2026, ຫຼຸດລົງຈາກ 2.9% ໃນປີ 2025. ໂດຍກຸ່ມປະເທດເສດຖະກິດກຳລັງພັດທະນາ ມີທ່າອ່ຽງຈະເຕີບໂຕ 4% ໃນປີນີ້, ຫຼຸດລົງຈາກ 4.7% ໃນປີ 2025.
ອົສຕຣາລີ ເລີ່ມຕົ້ນການກໍ່ສ້າງໂຄງການແຮ່ທາດຫາຍາກ ຂະໜາດໃຫຍ່

ອົສຕຣາລີ ເລີ່ມຕົ້ນການກໍ່ສ້າງໂຄງການແຮ່ທາດຫາຍາກ ຂະໜາດໃຫຍ່

ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ລັດຖະບານອົສຕຣາລີ ໄດ້ປະກາດການເລີ່ມກໍ່ສ້າງໂຄງການແຮ່ທາດທີ່ຫາຍາກໃນເຂດພາກເໜືອຂອງອົສຕຣາລີ, ໂດຍໄດ້ຮັບເງິນລົງທຶນຈາກລັດຖະບານມູນຄ່າ 1.2 ຕື້ໂດລາອົສ ຕຣາລີ. ໂຄງການດັ່ງກ່າວຄາດວ່າຈະສາມາດຜະລິດແຮ່ທາດທີ່ຫາຍາກ ເພື່ອຕອບສະໜອງຄວາມຕ້ອງການທົ່ວໂລກໄດ້ປະມານ 4-5%.
ງານວາງສະແດງການບິນ ແລະ ການບິນອະວະກາດສາກົນຈີນ ຄັ້ງທີ 16 ສ້າງສະຖິຕິໃໝ່

ງານວາງສະແດງການບິນ ແລະ ການບິນອະວະກາດສາກົນຈີນ ຄັ້ງທີ 16 ສ້າງສະຖິຕິໃໝ່

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 13 ຕຸລາ ຜ່ານມາ, ກອງປະຊຸມຖະແຫຼງຂ່າວກ່ຽວກັບງານວາງສະແດງການບິນ ແລະ ການບິນອະວະກາດສາກົນຈີນຄັ້ງທີ 16 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ເພື່ອແຈ້ງໃຫ້ຮູ້ກ່ຽວກັບສະພາບການກະກຽມ ແລະ ຈຸດພົ້ນເດັ່ນຂອງງານວາງສະແດງຄັ້ງນີ້.
ກອງປະຊຸມປຶກສາຫາລືດ້ານການເງິນປັກກິ່ງ ກະກຽມລາຍງານຜົນໄດ້ຮັບກ່ຽວກັບມາດຕະຖານ ແພລັດຟອມ ແລະ ການຮ່ວມມືແບບເປີດກວ້າງ

ກອງປະຊຸມປຶກສາຫາລືດ້ານການເງິນປັກກິ່ງ ກະກຽມລາຍງານຜົນໄດ້ຮັບກ່ຽວກັບມາດຕະຖານ ແພລັດຟອມ ແລະ ການຮ່ວມມືແບບເປີດກວ້າງ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 14 ຕຸລາ ນີ້ວ່າ: ໃນລະຫວ່າງວັນທີ 19-22 ຕຸລາ ນີ້, ກອງປະຊຸມປະຈຳປີ Financial Street Forum 2026 ຊຶ່ງເປັນເຫດການສຳຄັນທາງດ້ານການເງິນໃນນະຄອນຫຼວງປັກກິ່ງ, ຈະມີການລາຍງານຜົນສຳເລັດຫຼາຍກວ່າ 100 ລາຍການ ກ່ຽວກັບມາດຕະຖານ, ແພລັດຟອມ ແລະ ການຮ່ວມມືແບບເປີດກວ້າງທີ່ກ່ຽວຂ້ອງ.
ຈີນ​ ມຸ່ງ​ໝັ້ນ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ານ​ເສດ​ຖະ​ກິດ​ດ້ວຍ​ການ​ປະ​ດິດ​ສ້າງ​

ຈີນ​ ມຸ່ງ​ໝັ້ນ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ານ​ເສດ​ຖະ​ກິດ​ດ້ວຍ​ການ​ປະ​ດິດ​ສ້າງ​

ທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ​ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ພິ​ທີ​ສ​ະ​ເຫຼີມ​ສະຫຼອງວັນ​ສະ​ຖາ​ປະ​ນາ​ສາ​ທາ​ລະ​ນະ​ລັດ ປະ​ຊາ​ຊົນ​ຈີນ ​ຄົບ​ຮອບ 77 ປີ​ທີ່​ຈັດ​ຂຶ້ນ​ໃນວັນ​ທີ 30 ກັນ​ຍາ ຜ່ານມາ, ໂດຍ​ເພິ່ນ​ໄດ້​ຍົກ​ໃຫ້​ເຫັນ​ວ່າ: “ຕ້ອງ​ຊຸກ​ຍູ້​ເສດ​ຖະ​ກິດ​ໃຫ້​ພັດ​ທະ​ນາ​​ໄປສູ່​​ການ​ຂັບ​ເຄື່ອນດ້​ວຍ​ການ​ປະ​ດິດ​ສ້າງ, ມີ​ໂຄງ​ສ້າງ​ເສດ​ຖະ​ກິດ​ທີ່​ປັບ​ປຸງ​ໃຫ້​ດີ​ຂຶ້ນ ​ແລະ​ ພັດ​ທະ​ນາ​ໄປ​ສູ່​ທິດ​ທາງ​ທີ່​ດີ, ຮັບ​ປະ​ກັນ ​ແລະ​ ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນຢ່າງ​ແທ້​ຈິງ, ພະ​ຍາ​ຍາມ​ສູ້​ຊົນ​ເຮັດ​ສຳ​ເລັດ​ໜ້າ​ທີ່​ເປົ້າ ​ໝາຍ​ໝົດ​ປີ ເພື່ອ​ບັນ​ລຸ​ສະ​ພາບ​ການ​ເລີ່ມ​ຕົ້ນ​ທີ່​ດີ​ແຫ່ງ​ການ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມ​ແຫ່ງ​ຊາດ 5 ປີ​ ຄັ້ງ​ທີ 15​”.
ນັກ​ທ່ອງ​ທ່ຽ​ວຕ່າງ​ປະ​ເທດ​ຫຼັ່ງ​ໄຫຼ​​ທ່ຽວ​ຈີນ​​ ເພື່ອ​ສຳ​ຜັດ​ມົນ​ສະ​ເໜ່​ທີ່​ຫຼາກຫຼາຍ​ສີ​ສັນ​ຂອງ​ຈີນ

ນັກ​ທ່ອງ​ທ່ຽ​ວຕ່າງ​ປະ​ເທດ​ຫຼັ່ງ​ໄຫຼ​​ທ່ຽວ​ຈີນ​​ ເພື່ອ​ສຳ​ຜັດ​ມົນ​ສະ​ເໜ່​ທີ່​ຫຼາກຫຼາຍ​ສີ​ສັນ​ຂອງ​ຈີນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 9 ຕຸລາ ນີ້ວ່າ: ນັບ​ແຕ່​ຕົ້ນ​ປີ​ນີ້​ເປັນ​ຕົ້ນ​ມາ, ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ໄດ້​ເຂົ້າ​ມາ​ທ່ອງ​ທ່ຽວ​ຈີນ​ນັບ​ມື້ຫຼາຍ​ຂຶ້ນ. ໂຕ​ເລກ​ຂໍ້​ມູນ​ຈາກ​ເວັບ​ໄຊ​ທ່ອງ​ທ່ຽວ​ທີ່​ກ່ຽວ​ຂ້ອງ​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ​ໄລ​ຍະ​ພັກ​ບຸນ​ວັນ​ຊາດ​ຈີນ​ປີ​ນີ້, ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​​ເດີນ​ທາງມາ​ທ່ອງ​ທ່ຽວ​ຈີນ​ໄດ້​ສືບ​ຕໍ່​ເພີ່ມ​ຂຶ້ນ, ນັກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ທະ​ວີບ​ເອີ​ຣົບ ແລະ ທະ​ວີບ​​ໂອ​ຊີ​ອາ​ນີ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ.
ປິດ​ກອງ​ປະ​ຊຸມ​ຄັ້ງ​ທີ 4 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຊຸດ​ທີ 14

ປິດ​ກອງ​ປະ​ຊຸມ​ຄັ້ງ​ທີ 4 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຊຸດ​ທີ 14

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 8 ຕຸ​ລາ ຜ່ານມາ, ຢູ່​ສຳ​ນັກ​ງານ​ສູນ​ກາງ​ພັກ​ທີ່ ​ນະຄອນຫຼວງຮ່າ​ໂນ້ຍ ​ໄດ້​ປິດກອງ​ປະ​ຊຸມ​ຄັ້ງ​ທີ 4 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຊຸດ​ທີ 14 ​ພາຍຫຼັງດຳເນີນ​ເປັນ​ເວ​ລາ 4 ວັນ (ວັນ​ທີ 5-8 ຕຸ​ລາ). ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ຫວຽດນາມ ໄດ້​ກ່າວ​ຄຳ​ເຫັນ​ເນັ້ນ​ນັກຫຼາຍ​ບັນ​ຫາ​ສຳ​ຄັນ​ທີ່​ສູນ​ກາງ​ໄດ້​ຮັບ​ຮອງ​ເອົາ. ທ່ານໄດ້ເນັ້ນໜັກວ່າ: ກອງ​ປະ​ຊຸມ​ຄັ້ງ​ນີ້ ໄດ້​ຫັນ​ເປັນ​ລະ​ອຽດ​ບາດ​ກ້າວ​ສຳ​ຄັນ ມະ​ຕິ​ກອງ​ປະ​ຊຸມ​ໃຫ​ຍ່​ຄັ້ງ​ທີ 14 ຂອງ​ພັກ, ຕິດ​ພັນກັບ​ການກໍ່​ສ້າງ​ພັກ ​ການ​ບໍ​ລິ​ຫານ​ແຫ່ງ​ຊາດ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ. ບັນ​ດາ​ນະ​ໂຍ​ບາຍ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ສາ​ມາດ​ນຳ​ພາ, ປະ​ຕິ​ບັດ, ເຕົ້າ​ໂຮມ​ກຳ​ລັງ​ທົ່ວ​ບວງ​ຊົນ​ທັງ​ຊາດ.
ເພີ່ມເຕີມ