ອົງການອາຫານໂລກ ຢ້ຽມຢາມການຈັດຕັ້ງປະຕິບັດໂຄງການ ທີ່ຈໍາປາສັກ ແລະ ເຊກອງ

ອົງການອາຫານໂລກ ຢ້ຽມຢາມການຈັດຕັ້ງປະຕິບັດໂຄງການ ທີ່ຈໍາປາສັກ ແລະ ເຊກອງ

ອົງການອາຫານໂລກ ຢ້ຽມຢາມການຈັດຕັ້ງປະຕິບັດໂຄງການ ທີ່ຈໍາປາສັກ ແລະ ເຊກອງ
ອົງການອາຫານໂລກ (WFP) ໄດ້ນຳພາສື່ມວນຊົນຈາກສູນກາງ ລົງຕິດຕາມການຈັດຕັ້ງປະຕິບັດບັນດາໂຄງການຕ່າງໆທີ່ໄດ້ຮັບການສະໜັບສະໜູນຈາກອົງການ WFP ໃນລະຫວ່າງວັນທີ 15-19 ທັນວານີ້ ທີ່ແຂວງຈໍາປາສັກ ແລະ ແຂວງເຊກອງ ຊຶ່ງນຳພາການເຄື່ອນໄຫວໃນຄັ້ງນີ້ໂດຍທ່ານ ວິລະກອນ ສີປະເສີດ ຜູ້ປະສານງານວຽກງານສື່ມວນຊົນ ອົງການອາຫານໂລກ.
ອງການອາຫານໂລກ ຢຽມຢາມການຈດຕງປະຕບດໂຄງການ ທຈາປາສກ ແລະ ເຊກອງ - image 1
 

 

ການລົງເຄື່ອນໄຫວໃນຄັ້ງນີ້, ເພື່ອຮັດແໜ້ນການພົວພັນຮ່ວມມືລະຫວ່າງອົງການອາຫານໂລກ ກັບສື່ມວນຊົນລາວໃຫ້ມີຄວາມເລິກເຊິ່ງຫຼາຍຂຶ້ນ ພ້ອມທັງເປັນການເປີດປະສົບການຮຽນຮູ້ ແລະ ຕິດຕາມກິດຈະກຳທີ່ພົ້ນເດັ່ນການສະໜັບສະໜູນຂອງອົງການ WFP ຕໍ່ກັບວຽກງານຂອງລັດຖະບານ ສປປ ລາວ ໃນຂົງເຂດຕ່າງໆເຊັ່ນ: ການສົ່ງເສີມອາຫານໃນໂຮງຮຽນ, ໂພຊະນາການ, ການສ້າງຄວາມເຂັ້ມແຂງຂອງແມ່ຍິງ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານເປັນຕົ້ນ.

ອງການອາຫານໂລກ ຢຽມຢາມການຈດຕງປະຕບດໂຄງການ ທຈາປາສກ ແລະ ເຊກອງ - image 2
 

ທ່ານ ພອນສະຫວາດ ຄຳວິໄລ ຫົວໜ້າຫ້ອງການພາກສະໜາມ ຂອງອົງການອາຫານໂລກປະຈໍາເມືອງໂຂງ ແຂວງຈໍາປາສັກ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນວ່າ: ອົງການອາຫານໂລກປະຈໍາ ເມືອງໂຂງ ໄດ້ຈັດຕັ້ງປະຕິບັດກິດຈະກຳຂອງໂຄງການອາຫານທ່ຽງຢູ່ 4 ແຂວງພາກໃຕ້. ໃນນັ້ນ, ບ້ານແກ້ງກຸ່ມ ເມືອງໂຂງ ແຂວງຈໍາປາສັກ ກໍເປັນໜຶ່ງໃນບ້ານເປົ້າໝາຍຂອງໂຄງການອາຫານທ່ຽງໃນໂຮງຮຽນ ທີ່ໄດ້ເລີ່ມຈັດຕັ້ງປະຕິບັດໂຄງການມາຕັ້ງແຕ່ປີ 2021 ພາຍໃຕ້ການສະໜັບສະໜູນຂອງແຜນງານແມັກກາເວີນດໍ 2020 (McGovern-Dole 2020) ຫາປີ 2025, ແຕ່ໃນຂະນະດຽວກັນ ກໍໄດ້ຮັບການສະໜັບສະໜູນເພີ່ມຕື່ມຈາກແມັກກາເວີນດໍ ເລີ່ມແຕ່ ປີ 2024-2029 ຊຶ່ງພາຍໃຕ້ການສະໜັບສະໜູນຂອງໂຄງການອາຫານທ່ຽງມີ: ເຂົ້າເສີມວິຕາມິນ, ປາກະປ໋ອງ ແລະ ນໍ້າມັນພືດ. ນອກນັ້ນ, ແມ່ນການປະກອບສ່ວນຂອງຊຸມຊົນຈາກທ້ອງຖິ່ນຄື: ອາຫານສົດ, ການລະດົມເປັນເງິນສົດຈາກປະຊາຊົນພາຍໃນບ້ານດັ່ງກ່າວບວກກັບອາຫານທີ່ອົງການອາຫານໂລກໃຫ້ການສະໜັບສະໜູນ ນີ້ຄືກິດຈະກຳຫຼັກໆ ຂອງໂຄງການອາຫານທ່ຽງໃນໂຮງຮຽນ. ນອກຈາກນັ້ນ, ກໍມີການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຄົວ ແລະ ຄະນະພັດທະນາການສຶກສາຂັ້ນບ້ານ ໂດຍມີການຝຶກອົບຮົມໃຫ້ຄວາມຮູ້ໃນການບໍລິຫານຈັດການ, ການຂຶ້ນແຜນອາຫານ. ນອກຈາກນັ້ນ, ກໍມີການໃຫ້ຄວາມຮູ້ ໃນການບໍລິຫານຈັດການສາງອາຫານການຊ່ວຍເຫຼືອຢູ່ຂັ້ນໂຮງຮຽນ.

ອງການອາຫານໂລກ ຢຽມຢາມການຈດຕງປະຕບດໂຄງການ ທຈາປາສກ ແລະ ເຊກອງ - image 3
 

ທ່ານ ພອນສະຫວາດ ຄຳວິໄລ ກ່າວຕື່ມວ່າ: ໃນຕໍ່ໜ້າຄາດວ່າແຜນງານ ແມັກກາເວີນດໍ 2024 ນີ້ ຈະສຸມໃສ່ການເສີມສ້າງຄວາມສາມາດໃຫ້ຄະນະພັດທະນາການສຶກສາຂັ້ນບ້ານ. ນອກຈາກນັ້ນ, ຍັງຈະມີການຄົ້ນຄວ້າບາງງົບປະມານ ເພື່ອມາສົ່ງເສີມ ຫຼື ປັບປຸງຄຸນນະພາບແຫຼ່ງນ້ຳສະອາດ. ເພາະວ່ານ້ຳເປັນອີກປັດໄຈໜຶ່ງ ທີ່ກ່ຽວຂ້ອງກັບທຸກໆກິດຈະກຳໃນອາຫານທ່ຽງ ບໍ່ວ່າຈະເປັນນ້ຳສຳລັບການປຸງແຕ່ງອາຫານ, ນ້ຳສຳລັບການເຮັດສວນຄົວ ກໍຄືນ້ຳເພື່ອສຸຂະອະນາໄມຂອງນັກຮຽນ ຊຶ່ງເປັນເປົ້າໝາຍຫຼັກຈະໄດ້ຮ່ວມເຮັດວຽກກັບລັດຖະບານຂັ້ນທ້ອງຖິ່ນ ກໍຄືຫ້ອງການສຶກສາທິການ ແລະ ກິລາເມືອງ ແລະ ພະແນກສຶກສາທິການ ແລະ ກິລາແຂວງ ເພື່ອຄົ້ນຄວ້າ ຫຼື ຈັດບຸລິມະສິດໃນໂຮງຮຽນ. ໂອກາດນີ້, ສື່ມວນຊົນ ຍັງຈະໄດ້ຢ້ຽມຢາມການຈັດຕັ້ງປະຕິບັດໂຄງການທີ່ໃຫ້ການສະໜັບສະໜູນຢູ່ແຂວງເຊກອງຕື່ມອີກ.

ອງການອາຫານໂລກ ຢຽມຢາມການຈດຕງປະຕບດໂຄງການ ທຈາປາສກ ແລະ ເຊກອງ - image 4
 

(ຂ່າວ-ພາບ: ວັນເພັງ)

ຄໍາເຫັນ

ຂ່າວການຮ່ວມມື

ເປີດການຝຶກຊ້ອມຮ່ວມສອງກອງທັບ ລາວ-ຈີນ ຂະບວນລົດໄຟສັນຕິພາບ-2026

ເປີດການຝຶກຊ້ອມຮ່ວມສອງກອງທັບ ລາວ-ຈີນ ຂະບວນລົດໄຟສັນຕິພາບ-2026

ພິທີເປີດການຝຶກຊ້ອມຮ່ວມສອງກອງທັບ ລາວ-ຈີນ ພາຍໃຕ້ລະຫັດ "ຂະບວນລົດໄຟສັນຕິພາບ-2026" ເພື່ອຊ່ວຍເຫຼືອມະນຸດສະທໍາ ແລະ ການບໍລິການດ້ານການແພດ ຈັດຂຶ້ນໃນວັນທີ 7 ກັນຍາຜ່ານມາ ທີ່ສະໂມສອນ ກົມໃຫຍ່ພະລາທິການກອງທັບປະຊາຊົນລາວ, ໂດຍການເປັນປະທານຮ່ວມຂອງສະຫາຍ ພົນຕີ ຈັນດີ ສຸລິວົງສັກ ຫົວໜ້າກົມໃຫຍ່ພະລາທິການກອງທັບ ຫົວໜ້າຄະນະຊີ້ນໍາການຝຶກຊ້ອມຮ່ວມສອງກອງທັບ ລາວ-ຈີນ
ແລກປ່ຽນບົດຮຽນກັບຊ່ຽວຊານ ສສ ຫວຽດນາມ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງພັກ-ລັດ

ແລກປ່ຽນບົດຮຽນກັບຊ່ຽວຊານ ສສ ຫວຽດນາມ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງພັກ-ລັດ

​ ຄະນະຈັດຕັ້ງສູນກາງພັກ ໄດ້ຈັດກອງປະຊຸມສຳມະນາ ເພື່ອແລກປ່ຽນບົດຮຽນຮ່ວມກັບ ຄະນະຊ່ຽວຊານຈາກ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໃນຫົວຂໍ້: ແບບແຜນວິທີເຮັດວຽກ ແລະ ການພົວພັນປະສານງານ ລະຫວ່າງ ເລຂາຄະນະບໍລິຫານງານພັກ ກັບປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ, ແຂວງ, ເມືອງ ແລະ ນະຄອນ, ໃນວັນທີ 8 ກັນຍານີ້ ທີ່ສະໂມສອນຂອງຄະນະຈັດຕັ້ງສູນກາງພັກ ໂດຍການເປັນປະທານ ຂອງສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ.
ເປີດການນໍາໃຊ້ກາສັນຍາລັກ ສະຫຼອງ 70 ປີ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ກໍາປູເຈຍ

ເປີດການນໍາໃຊ້ກາສັນຍາລັກ ສະຫຼອງ 70 ປີ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ກໍາປູເຈຍ

ໃນຕອນບ່າຍຂອງວັນທີ 7 ກັນຍານີ້, ທີ່ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໄດ້ມີພິທີເປີດການນໍາໃຊ້ກາສັນຍາລັກ (Logo) ຢ່າງເປັນທາງການ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ລາຊະອານາຈັກກໍາປູເຈຍ ຄົບຮອບ 70 ປີ (5 ກໍລະກົດ 1956 - 5 ກໍລະກົດ 2026) ຊຶ່ງຕາງໜ້າລັດຖະບານລາວ ເຂົ້າຮ່ວມໂດຍ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຕາງໜ້າລັດຖະບານ ກໍາປູເຈຍ ເຂົ້າຮ່ວມໂດຍ ທ່ານພາ ໜອງ, ເອກອັກຄະລາຊະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ລາຊະອານາຈັກ ກໍາປູເຈຍ ປະຈໍາ ສປປ ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ.
ທ່ານ ອານຸພາບ ວົງໜໍ່ແກ້ວ ຕ້ອນຮັບຜູ້ຕາງໜ້າອົງການ UNDP ປະຈໍາລາວ ຄົນໃໝ່

ທ່ານ ອານຸພາບ ວົງໜໍ່ແກ້ວ ຕ້ອນຮັບຜູ້ຕາງໜ້າອົງການ UNDP ປະຈໍາລາວ ຄົນໃໝ່

ໃນຕອນບ່າຍຂອງວັນທີ 7 ກັນຍານີ້, ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຕາງໜ້າໃຫ້ ລັດຖະບານ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານແຕ່ງຕັ້ງຂອງ ທ່ານ ນາງ ອາຍຊານີ ອີລານກາ ມາດາການໂກດາ ລາເບ (Ayshanie Ilanka Medagangoda-Labé), ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ປະຈໍາ ສປປ ລາວ ຄົນໃໝ່, ໂດຍມີການເຂົ້າຮ່ວມຂອງບັນດາກົມກ່ຽວຂ້ອງຂອງກະຊວງການຕ່າງປະເທດ ແລະ ຄະນະຈາກອົງການ UNDP ປະຈໍາ ສປປ ລາວ.
ກອງປະຊຸມປະຈໍາປີຂອງກຸ່ມແມ່​ຍິງ​​ອາ​ຊຽນທີ່​ນະ​ຄອນ​ຫຼວງວຽງ​ຈັນ (ກຍອວ)

ກອງປະຊຸມປະຈໍາປີຂອງກຸ່ມແມ່​ຍິງ​​ອາ​ຊຽນທີ່​ນະ​ຄອນ​ຫຼວງວຽງ​ຈັນ (ກຍອວ)

ໃນວັນທີ 4 ກັນຍາ ຜ່ານມານີ້, ກຸ່ມແມ່ຍິງອາຊຽນທີ່ນະຄອນຫຼວງວຽງຈັນ (ກຍອວ) ຫຼື ASEAN Women’s Circle in Vientiane (AWCV) ໄດ້ຈັດກອງປະຊຸມປະຈຳປີ 2026 ທີ່ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານນາງ ແສງດາວັນ ວົງໄຊ ຫົວໜ້າກົມອາຊຽນ ກະຊວງການຕ່າງປະເທດ, ທັງເປັນປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດ ແລະ ປະທານກຸ່ມ ກຍອວ ຊຶ່ງມີທ່ານເອກອັກຄະລັດຖະທູດຍິງ, ພັນລະຍາຂອງທ່ານເອກອັກຄະລັດຖະທູດ, ນັກການທູດຍິງ ແລະ ພັນລະຍາຂອງນັກການທູດຈາກບັນດາສະຖານທູດຂອງປະເທດສະມາຊິກອາຊຽນປະຈໍາ ສປປ ລາວ, ລວມທັງນັກການທູດ ແລະ ກອງເລຂາຂອງກຸ່ມດັ່ງກ່າວຈາກກະຊວງການຕ່າງປະເທດແຫ່ງ ສປປ ລາວ ກໍຄືຄະນະບໍລິຫານງານ ແລະ ສະມາຊິກຂອງກຸ່ມດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມສາມັນ ຄັ້ງທີ 10 ລະຫວ່າງ ກອງພົນທີ 5 ແລະ ບໍລິສັດ ມິດຕະພາບ 206

ກອງປະຊຸມສາມັນ ຄັ້ງທີ 10 ລະຫວ່າງ ກອງພົນທີ 5 ແລະ ບໍລິສັດ ມິດຕະພາບ 206

ວັນທີ 4 ກັນຍາ 2026, ຢູ່ທີ່ຫ້ອງປະຊຸມ ບໍລິສັດ ມິດຕະພາບ 206 ທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ ໄດ້ຈັດກອງປະຊຸມສາມັນ ຄັ້ງທີ 10 ປະຈຳປີ 2026 ລະຫວ່າງ ກອງພົນທີ 5 ກອງທັບປະຊາຊົນລາວ ແລະ ບໍລິສັດ ມິດຕະພາບ 206 ທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ ໂດຍການເປັນປະທານຮ່ວມ ຂອງສະຫາຍ ພົນຈັດຕະວາ ບຸນສົມ ອິນທະລາ ຫົວໜ້າການທະຫານ ກອງພົນທີ 5 ກອງທັບປະຊາຊົນລາວ ແລະ ສະຫາຍ ໂງ ແມັງ ຮຸ່ງ ອຳນວຍການບໍລິສັດ ມິດຕະພາບ 206, ມີບັນດາຄະນະພັກ-ຄະນະບັນຊາ ແລະ ພາກສ່ວນກ່ຽວຂ້ອງ ທັງສອງຝ່າຍ ເຂົ້າຮ່ວມ.
ການນຳແຂວງຊຽງຂວາງອວຍພອນຊາວ​ຫວຽດ​ນາມໂອ​ກາດວັນຊາດຄົບ​ຮອບ 81 ປີ

ການນຳແຂວງຊຽງຂວາງອວຍພອນຊາວ​ຫວຽດ​ນາມໂອ​ກາດວັນຊາດຄົບ​ຮອບ 81 ປີ

ທ່ານ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະ ໄດ້ອວຍພອນວັນວັນຊາດ ສສຫວຽດນາມ ຄົບຮອບ81ປີ( 2ກັນຍາ1945-2ກັນຍາ2026) ໃນ​ວັນ​ທີ 3 ກັນ​ຍາ​ຜ່ານ​ມາທີ່ ແຂວງ​ຊຽງ​ຂວາງ ໂດຍມີຄະນະຄຸ້ມຄອງຊາວຫວຽດນາມ, ກອງຂຸດຄົ້ນອັດຖິທະຫານອາສາສະມັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດຢູ່ແຂວງຊຽງຂວາງ ໃນພາລະກິດຕ້ານຈັກກະພັດຜູ້ຮຸກຮານ, ບໍລິສັດໂກເອໂກ, ກອງກໍ່ສ້າງກ່າ(ກອງກ່າ), ທະນາຄານຮ່ວມທຸລະກິດລາວ-ຫວຽດ ແລະ ຄະນະບໍລິສັດລາວຈັງໂກ ວີນາມີ້ວ.
ສະຫຼອງຄົບຮອບ 30 ປີ ການສ້າງຕັ້ງສະຖາບັນແມ່ນໍ້າຂອງ  ພາຍໃຕ້ຫົວຂໍ້ “People-Partnership-Progress”

ສະຫຼອງຄົບຮອບ 30 ປີ ການສ້າງຕັ້ງສະຖາບັນແມ່ນໍ້າຂອງ ພາຍໃຕ້ຫົວຂໍ້ “People-Partnership-Progress”

ຫວ່າງບໍ່ດົນມານີ້, ທ່ານ ສົມບູນ ສີຫານາດ ຫົວໜ້າກົມເສດຖະກິດ ກະຊວງການຕ່າງປະເທດ, ໃນນາມປະທານສະພາບໍລິຫານງານ ສະຖາບັນແມ່ນໍ້າຂອງ ໄດ້ເຂົ້າຮ່ວມງານສະເຫຼີມສະຫຼອງຄົບຮອບ 30 ປີ ແຫ່ງການສ້າງຕັ້ງສະຖາບັນແມ່ນໍ້າຂອງທີ່ຂອນແກ່ນ ປະເທດໄທ, ໂດຍມີສະມາຊິກສະພາບໍລິຫານງານສະຖາບັນແມ່ນ້ຳຂອງ, ສະມາຊິກຄະນະປະຈຳສະຖາບັນແມ່ນ້ຳຂອງ, ບັນດາຜູ້ຕາງໜ້າຈາກສະຖານກົງສຸນໃຫຍ່ຂອງບັນດາປະເທດສະມາຊິກອະນຸພາກພື້ນແມ່ນໍ້າຂອງ (GMS) ທີ່ ຂອນແກ່ນ, ຄູ່ຮ່ວມງານ, ຄູ່ຮ່ວມພັດທະນາ ແລະ ພະນັກງານຂອງສະຖາບັນດັ່ງກ່າວ ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.
ເອກອັກຄະລັດຖະທູດລາວ ຍື່ນສານຕາຕັ້ງຕໍ່ປະທານາທິບໍດີ ສ ລັດເວຍ

ເອກອັກຄະລັດຖະທູດລາວ ຍື່ນສານຕາຕັ້ງຕໍ່ປະທານາທິບໍດີ ສ ລັດເວຍ

ເມື່ຶອບໍ່ດົນມານີ້ ທີ່ທຳນຽບປະທານາທິບໍດີ ນະຄອນຫຼວງ Riga ປະເທດລັດເວຍ, ທ່ານ ບຸນທະວີ ວິລະວົງ ໄດ້ຍື່ນສານຕາຕັ້ງຕໍ່ພະນະທ່ານ Edgars Rinkevics ປະທານາທິບໍດີແຫ່ງ ສາທາລະນະລັດ ລັດເວຍ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ສາທາລະນະລັດ ລັດເວຍ.
ຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີແຮງງານອາຊຽນ ຄັ້ງທີ 29 ຢູ່ປະເທດໄທ

ຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີແຮງງານອາຊຽນ ຄັ້ງທີ 29 ຢູ່ປະເທດໄທ

ຄະນະຜູ້ແທນລາວ ນໍາໂດຍທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີແຮງງານອາຊຽນ ຄັ້ງທີ 29, ກອງປະຊຸມເຈົ້າໜ້າທີ່ອາວຸໂສແຮງງານອາຊຽນ ຄັ້ງທີ 22 ແລະ ກອງປະຊຸມປິ່ນອ້ອມຢູ່ບາງກອກປະເທດໄທ ຈັດຂຶ້ນເມື່ອບໍ່ດົນມານີ້, ໂດຍການເປັນເຈົ້າພາບຂອງກະຊວງແຮງງານແຫ່ງປະເທດໄທ ພາຍໃຕ້ຫົວຂໍ້: “ການພັດທະນາທຶນມະນຸດອາຊຽນ ເພື່ອນຳໄປສູ່ການຮັບຮູ້ການຢັ້ງຢືນສີມືແຮງງານໃນລະດັບສາກົນ”, ຊຶ່ງມີຜູ້ແທນຈາກ 11 ປະເທດສະມາຊິກອາຊຽນ, ຄູ່ຮ່ວມພັດທະນາ ແລະ ປະເທດຄູ່ເຈລະຈາເຂົ້າຮ່ວມ.
ເພີ່ມເຕີມ