![]() |
ຕາງໜ້າກ່າວມອບໂດຍ ທ່ານ ຕຽງສັກ ອິນທະວົງ, ຫົວໜ້າອົງການໃຈບຸນສາກົນ ເດເຊເຣັດ (DIC) ປະຈຳຢູ່ ສປປ ລາວ ແລະ ເປັນກຽດກ່າວຮັບໂດຍ ທ່ານ ນາງ ບຸດສະດີ ທະນະເມືອງກຳມະການສູນກາງພັກຮອງປະທານສູນກາງແນວລາວສ້າງຊາດ, ພ້ອມດ້ວຍຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດອັນມີຄວາມໝາຍສຳຄັນນີ້, ທ່ານ ນາງ ບຸດສະດີ ທະນະເມືອງ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ແລະ ຢືນຢັນວ່າ ເຂົ້າສານທີ່ໄດ້ຮັບໃນຄັ້ງນີ້ ຈະຖືກນຳ ໄປແຈກຢາຍໃຫ້ເຖິງມືປະຊາຊົນຜູ້ທີ່ກຳລັງເດືອດຮ້ອນໃນ 2 ແຂວງພາກໃຕ້ຢ່າງທົ່ວເຖິງ, ເພື່ອຊ່ວຍບັນເທົາຄວາມຫຍຸ້ງຍາກ ແລະ ເປັນກຳລັງໃຈໃຫ້ເຂົາເຈົ້າ ຜ່ານຜ່າວິກິດໄພ ພິບັດໃນຄັ້ງນີ້ ໄປໃຫ້ໄດ້;ເພື່ອເປັນການສະແດງຄວາມຂອບໃຈ ແລະ ຍ້ອງຍໍຄຸນງາມຄວາມດີຂອງອົງການໃຈບຸນສາກົນເດເຊເຣັດ, ທ່ານ ຮອງປະທານ ສນຊ ໄດ້ມອບ ໃບຍ້ອງຍໍ ໃຫ້ແກ່ອົງການດັ່ງກ່າວ ເພື່ອເປັນການສັນລະເສີນນ້ຳໃຈອັນປະເສີດ ທີ່ໄດ້ຢືນມືເຂົ້າມາຊ່ວຍເຫຼືອສັງຄົມລາວ ໃນຍາມເດືອດຮ້ອນ; ເຊິ່ງການຊ່ວຍເຫຼືອໃນຄັ້ງນີ້ ບໍ່ພຽງແຕ່ແມ່ນການມອບວັດຖຸສິ່ງຂອງ, ແຕ່ຍັງເປັນສັນຍາລັກທີ່ສະແດງເຖິງ "ນ້ຳໃຈແຫ່ງການແບ່ງ ປັນຄວາມຮັກແພງ, ຄວາມຮ່ວມມືອັນແໜ້ນແຟ້ນ ແລະ ຄວາມໃສ່ໃຈອັນອົບອຸ່ນ" ຈາກອົງການໃຈບຸນສາກົນ ທີ່ມີຕໍ່ປະຊາຊົນລາວ ຢ່າງແທ້ຈິງ.ພາບ: ພ.ພຽງ-ຂ່າວ: ລີ

ຄໍາເຫັນ