ອົງການຂໍ້ມູນຂ່າວສານໂລກ ຈະມີຜົນສະທ້ອນຕໍ່ບັນດາປະເທດໃນອາຊຽນຄືແນວໃດ?

ອົງການຂໍ້ມູນຂ່າວສານໂລກ ຈະມີຜົນສະທ້ອນຕໍ່ບັນດາປະເທດໃນອາຊຽນຄືແນວໃດ?

ອົງການຂໍ້ມູນຂ່າວສານໂລກ ຈະມີຜົນສະທ້ອນຕໍ່ບັນດາປະເທດໃນອາຊຽນຄືແນວໃດ?
ຫວ່າງມໍ່ໆມານີ້, ອົງການຂໍ້ມູນຂ່າວສານໂລກ ຫຼື WDO ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການຢູ່ນະຄອນຫຼວງປັກກິ່ງຂອງຈີນ. ອົງການດັ່ງກ່າວເປັນອົງການຈັດຕັ້ງສາກົນທາງວິຊາການແຫ່ງທໍາອິດທີ່ສຸມໃສ່ການຄຸ້ມຄອງຂໍ້ມູນຂ່າວສານ, ການສ້າງຕັ້ງອົງການນນີ້ບໍ່ພຽງແຕ່ໄດ້ເລີ່ມ “ເວລາປັກກິ່ງ” ສໍາລັບການຄຸ້ມຄອງຂໍ້ມູນຂ່າວສານໂລກເທົ່ານັ້ນ, ຍັງມີການພົວພັນຢ່າງໃກ້ຊິດກັບອະນາຄົດດ້ານດີຈີຕອນຂອງອາຊຽນຊຶ່ງລວມທັງລາວອີກດ້ວຍ. ອົງການຈັດຕັ້ງສາກົນດັ່ງກ່າວທີ່ສ້າງຕັ້ງຂຶ້ນຢູ່ນະຄອນຫຼວງປັກກິ່ງນັ້ນຈະນໍາມາຊຶ່ງຜົນປະໂຫຍດໃຫ້ແກ່ລາວ ແລະ ປະເທດອື່ນໆໃນອາຊຽນອີກດ້ວຍ.
ອງການຂມນຂາວສານໂລກ ຈະມຜນສະທອນຕບນດາປະເທດໃນອາຊຽນຄແນວໃດ? - image 1
 

ປັດຈຸບັນ, ຂໍ້ມູນຂ່າວສານໄດ້ກາຍເປັນປັດໄຈໃນການຜະລິດທີ່ສໍາຄັນ, ເສດຖະກິດດີຈີຕອນໄດ້ຫັນປ່ຽນຮູບແບບການພັດທະນາຂອງປະເທດຕ່າງໆຢ່າງເລິກເຊິ່ງ. ເປັນເວລາດົນນານມາແລ້ວ, ການຄຸ້ມຄອງຂໍ້ມູນຂ່າວສານໂລກຜະເຊີນໜ້າກັບບັນຫາຕ່າງໆ ເຊັ່ນ: ມາດຕະຖານບໍ່ເປັນເອກະພາບກັນ, ການໄຫຼວຽນຂ້າມຊາຍແດນບໍ່ໂລ່ງລ່ຽນ, ຄວາມແຕກໂຕນກັນດ້ານການພັດທະນາພົ້ນເດັ່ນ ແລະອື່ນໆ, ບາງປະເທດທີ່ພັດທະນາແລ້ວໃນຕາເວັນຕົກໄດ້ຊຸກຍູ້ “ການຄອບງໍາດ້ານຂໍ້ມູນຂ່າວສານ” ໂດຍອີງໃສ່ທ່າໄດ້ປຽບດ້ານເຕັກໂນໂລຊີ ແລະ ລະບຽບການ, ໄດ້ບີບຮັດອະທິປະໄຕດ້ານດີຈີຕອນ ແລະ ພື້ນທີ່ການພັດທະນາຂອງບັນດາປະເທດກໍາລັງພັດທະນາ, ເຮັດໃຫ້ປະເທດທີ່ມີເສດຖະກິດດີຈີຕອນຈະເລີນໃໝ່ຄືປະເທດລາວຍິ່ງງ່າຍທີ່ຈະຕົກຢູ່ໃນທ່າເສຍປຽບໃນການແຂ່ງຂັນດ້ານດີຈີຕອນຂອງໂລກ. WDO ຖືເອົາການຫຼຸດຜ່ອນຊ່ອງວ່າງດ້ານດີຈີຕອນ, ຊຸກຍູ້ຂໍ້ມູນຂ່າວສານໃຫ້ມີການໄຫຼວຽນຢ່າງປອດໄພ ແລະ ເປັນລະບຽບດີ, ທັງຊ່ວຍເຫຼືອປະເທດກໍາລັງພັດທະນາໃນການຍົກລະດັບຄວາມສາມາດເປັນເປົ້າໝາຍ ຊຶ່ງສອດຄ່ອງກັບຄວາມຕ້ອງການດ້ານການພັດທະນາດີຈີຕອນ ແລະ ສອດຄ່ອງກັບທິດທາງການຮ່ວມມືດ້ານດີຈີຕອນລະຫວ່າງຈີນ-ອາຊຽນໃນລະດັບສູງ, ພ້ອມທັງໄດ້ສະໜອງເວທີອັນໃໝ່ອ່ຽມເພື່ອແກ້ໄຂຄວາມຫຍຸ້ງຍາກດ້ານການພັດທະນາດີຈີຕອນສໍາລັບລາວ.

ອງການຂມນຂາວສານໂລກ ຈະມຜນສະທອນຕບນດາປະເທດໃນອາຊຽນຄແນວໃດ? - image 2
 

ການຮ່ວມມືລະຫວ່າງຈີນ-ລາວໄດ້ສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການພັດທະນາຄູ່ກັນໃນຂົງເຂດຂໍ້ມູນຂ່າວສານລະຫວ່າງສອງປະເທດ ຊຶ່ງການສ້າງຕັ້ງຂຶ້ນຂອງ WDO ຈະເປີດກວ້າງປະສິດທິຜົນຂອງຜົນສໍາເລັດດ້ານການຮ່ວມມືເຫຼົ່ານີ້ຕື່ມອີກ. ໂຄງການເສັ້ນທາງລົດໄຟລາວ-ຈີນໄດ້ຊຸກຍູ້ການໄຫຼວຽນທີ່ມີປະສິດທິພາບສູງດ້ານການຈໍລະຈອນສິນຄ້າ, ກະແສຜູ້ໂດຍສານ ແລະ ການໄຫຼວຽນດ້ານທຶນ, ຂະນະທີ່ຄວາມໂລ່ງລ່ຽນດ້ານການແລກປ່ຽນຂໍ້ມູນຂ່າວສານເປັນຂໍກຸນແຈສໍາຄັນໃນການຍົກລະດັບປະສິດທິຜົນຂອງການນໍາໃຊ້ທາງລົດໄຟ ແລະ ການຂະຫຍາຍການຄ້າຂ້າມຊາຍແດນ; ໂຄງການສູນຮ່ວມມືການປະດິດສ້າງໃໝ່ດ້ານປັນຍາປະດິດລາວ-ຈີນ ແລະ ສູນທຸລະກິດການຄ້າດີຈີຕອນໄດ້ຮັບການຈັດຕັ້ງປະຕິບັດ, ການທົດລອງຊໍາລະເງິນຂ້າມຊາຍແດນດ້ວຍເງິນຢວນດີຈີຕອນຢູ່ລາວໄດ້ປະສົບຜົນສໍາເລັດ, ບວກກັບໂຄງການການຄ້າທາງເອເລັກໂຕຣນິກຂ້າມຊາຍແດນ, ດ່ານອັດສະລິຍະ, ການຫັນຂົງເຂດກະສິກໍາໃຫ້ເປັນດີຈີຕອນ ແລະ ອື່ນໆໄດ້ຮັບການຊຸກຍູ້ຢ່າງໝັ້ນທ່ຽງ, ພຶດຕິກໍາຕົວຈິງເຫຼົ່ານີ້ລ້ວນແຕ່ຕ້ອງການລະບຽບດ້ານຂໍ້ມູນຂ່າວສານທີ່ເປັນເອກະພາບກັນ, ສະພາບແວດລ້ອມການໄຫຼວຽນທີ່ປອດໄພ ແລະ ການຮັບປະກັນດ້ານຄວາມສາມາດແບບຍືນຍົງ. WDO ຊຸກຍູ້ການປະສານສົມທົບກັນດ້ານມາດຕະຖານຂໍ້ມູນຂ່າວສານ, ຄວາມປອດໄພ ແລະ ຄວາມເປັນລະບຽບດ້ານການໄຫຼວຽນຂ້າມຊາຍແດນ ແລະ ການແບ່ງປັນບົດຮຽນດ້ານການຄຸ້ມຄອງບໍລິຫານ ຊຶ່ງຈະສາມາດແກ້ໄຂບັນຫາຕ່າງໆໃນການຮ່ວມມືລະຫວ່າງຈີນ-ລາວ ເຊັ່ນ: ຄວາມຫຍຸ້ງຍາກໃນການເຊື່ອມໂຍງດ້ານຂໍ້ມູນຂ່າວສານໃຫ້ສອດຄ່ອງກັບຂໍ້ກໍານົດ, ການຢັ້ງຢືນຊຶ່ງກັນ ແລະ ກັນບໍ່ໂລ່ງລ່ຽນ, ຕົ້ນທຶນການປະສານສົມທົບກັນດ້ານເຕັກໂນໂລຊີມີລາຄາສູງ ແລະ ອື່ນໆ, ເຮັດໃຫ້ໂຄງການດີຈີຕອນໃນປັດຈຸບັນດໍາເນີນໄປຢ່າງໂລ່ງລ່ຽນກວ່າເກົ່າ ແລະ ເຮັດໃຫ້ການຮ່ວມມືລະຫວ່າງສອງປະເທດມີພື້ນທີ່ກວ້າງຂວາງກວ່າເກົ່າ. 

ອງການຂມນຂາວສານໂລກ ຈະມຜນສະທອນຕບນດາປະເທດໃນອາຊຽນຄແນວໃດ? - image 3
 

ເມື່ອເບິ່ງຈາກລະດັບພາກພື້ນແລ້ວ, ອາຊຽນພວມອອກແຮງຊຸກຍູ້ການສ້າງປະຊາຄົມຮ່ວມດ້ານດີຈີຕອນ, ຈີນ ແລະ ອາຊຽນເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງກັນ ແລະ ກັນ ຊຶ່ງມີທ່າແຮງບົ່ມຊ້ອນອັນມະຫາສານໃນການຮ່ວມມືດ້ານດີຈີຕອນ, ພ້ອມດຽວກັນນີ້, ການຮ່ວມມືດ້ານເສດຖະກິດດີຈີຕອນລະຫວ່າງຈີນ-ອາຊຽນໄດ້ເຂົ້າສູ່ລວງເລິກຢ່າງຕໍ່ເນື່ອງ, ສັງເກດໄດ້ຈາກໂຄງການສູນຂໍ້ມູນຂ່າວສານຈີນ-ອາຊຽນ, ສາຍໃຍແກ້ວຂ້າມຊາຍແດນ, ພື້ນຖານໂຄງລ່າງ 5G ແລະອື່ນໆໄດ້ຮັບການປັບປຸງໃຫ້ສົມບູນຂຶ້ນເລື້ອຍໆ, ຂະນະທີ່ເຂດການຄ້າເສລີຈີນ-ອາຊຽນ 3.0 ໄດ້ຈັດໃຫ້ເສດຖະກິດດີຈີຕອນເຂົ້າເປັນໜຶ່ງໃນບັນດາເນື້ອໃນຂອງເຂດການຄ້າດັ່ງກ່າວເປັນເທື່ອທໍາອິດ. ຢ່າງໃດກໍຕາມ, ຄວາມແຕກໂຕນກັນດ້ານລະບຽບການຂໍ້ມູນຂ່າວສານ ແລະ ຄວາມສາມາດດ້ານດີຈີຕອນຢູ່ໃນພາກພື້ນຍັງຄົງເປັນປັດໄຈຈໍາກັດຕໍ່ການຍົກລະດັບການຮ່ວມມືລະຫວ່າງຈີນ-ອາຊຽນໃຫ້ມີຄຸນນະພາບສູງຂຶ້ນ. WDO ໄດ້ເຕົ້າໂຮມຫຼາຍອົງກອນຈາກທົ່ວໂລກໂດຍກວມເອົາຫຼາຍຂົງເຂດ ແລະ ຂະແໜງການ ຊຶ່ງສາມາດປະກອບສ່ວນເຂົ້າໃນການສ້າງໂຄງລ່າງການຄຸ້ມຄອງຂໍ້ມູນຂ່າວສານທີ່ສອດຄ່ອງ ແລະ ສາມາດຢັ້ງຢືນຊຶ່ງກັນ ແລະ ກັນລະຫວ່າງຈີນ-ອາຊຽນ, ຊຸກຍູ້ການປະຍຸກໃຊ້ໃນດ້ານຕ່າງໆ ເປັນຕົ້ນແມ່ນການຜ່ານດ່ານດີຈີຕອນ, ການບໍລິການຂໍ້ມູນເຄຣດິດຂ້າມຊາຍແດນ, ການຊອກຫາແຫຼ່ງກໍາເນີດຂອງສິນຄ້າ ແລະອື່ນໆ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ ເພື່ອແບ່ງປັນຜົນປະໂຫຍດຈາກຂົງເຂດດີຈີຕອນຂອງສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານຂອງພາກພື້ນ ຫຼື RCEP.

 ໃນອະນາຄົດ, ຄຽງຄູ່ກັບວຽກງານຕ່າງໆຂອງ WDO ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ, ການຮ່ວມມືດ້ານຂໍ້ມູນຂ່າວສານລະຫວ່າງຈີນ-ລາວ ກໍຄື ຈີນ-ອາຊຽນ ຈະນັບມື້ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ, ຂະນະທີ່ຂໍ້ມູນຂ່າວສານຈະເພີ່ມປະສິດທິພາບໃຫ້ແກ່ເສັ້ນທາງລົດໄຟລາວ-ຈີນ, ການຄ້າຂ້າມຊາຍແດນ, ການບໍລິການສາທາລະນະ ແລະ ຂົງເຂດອື່ນໆໃຫ້ດີຂຶ້ນກວ່າເກົ່າ, ເຮັດໃຫ້ປະຊາຊົນໄດ້ຮັບຜົນປະໂຫຍດຈາກເຕັກໂນໂລຊີດີຈີຕອນຢ່າງແທ້ຈິງ ເພື່ອເພີ່ມແຮງຂັບເຄື່ອນແບບຍືນຍົງໃຫ້ແກ່ລາວ ແລະ ອາຊຽນໃນການບັນລຸການພັດທະນາແບບຍືນຍົງ ກໍຄື ເຊື່ອມໂຍງເຂົ້າໃນການຮ່ວມມືລະດັບພາກພື້ນຢ່າງເລິກເຊິ່ງ, ພ້ອມທັງເຮັດໃຫ້ຄູ່ຮ່ວມຊາຕາກໍາຈີນ-ລາວ ແລະ ປະຊາຄົມຮ່ວມຊາຕາກໍາຈີນ-ອາຊຽນມີຄວາມແໜ້ນແຟ້ນ ແລະ ໝັ້ນຄົງຍິ່ງໆຂຶ້ນໃນຍຸກດີຈີຕອນ. 

ໂດຍ: ຊີອາໄອ

ຄໍາເຫັນ

ຂ່າວການຮ່ວມມື

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ວັນທີ 4 ພະຈິກຜ່ານມາ, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະນຳຈາກກະຊວງປ້ອງກັນປະເທດ, ຄະນະນຳແຂວງອັດຕະປື ແລະ ຄະນະນຳເມືອງຊານໄຊ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ ຈຳກັດ ຕັ້ງຢູ່ເມືອງຊານໄຊ ແຂວງອັດຕະປື.​ ໃຫ້ການຕ້ອນຮັບຂອງທ່ານ ບຸ໋ຍແອັງດຶກ ປະທານສະພາບໍລິຫານ ຮອງຜູ້ອຳ ນວຍ​ການໃຫຍ່ ບໍລິສັດ ວັງຕັດມາຍນິງ ກຣຸບ​ ພ້ອມດ້ວຍຄະນະຜູ້ບໍລິຫານ, ພະນັກງານ ແລະ ກອງກຳລັງປ້ອງກັນຄວາມສະຫງົບປະຈຳເຂດໂຄງ​ການ ໃຫ້ການຕ້ອນຮັບ.
ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດກິດຈະກໍາ ຂອງໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະຄໍ້າປະກັນການດຳລົງຊີວິດແບບຍືນຍົງ ປະປີ(ເດືອນກັນຍາ 2025-ເດືອນຕຸລາ2026) ໄດ້ຈັດຂຶ້ນໃນວັນທີ 2 ພະຈິກຜ່ານ​ມາ, ທີ່ເມືອງລະມາມ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີທ່ານ ນາງ ຄາໂອຣຸ ໂມຣິໂມະໂຕະ ຫົວໜ້າອົງການອາສາສະໝັກຍີ່ປຸ່ນ ປະຈໍາລາວ ເຈວີຊີ (JVC), ມີຄະນະກໍາມະການປົກຄອງ 2 ເມືອງຄື: ເມືອງກະລຶມ ແລະເມືອງດາກຈຶງ, ຜູ້ປະສານງານໂຄງການຂັ້ນແຂວງ, ຂັ້ນເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ສະ​ຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ ເລ ມິງ ຮຶງ ກຳມະການກົມການເມືອງສູນກາງພັກນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມ ຄະນະໃນ​ວັນ​ທີ 3 ພະ​ຈິກ​ນີ້ ທີ່ ນະ​ຄອນຫຼວງ​ຮ່າ​ໂນ້ຍ.
ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຄະນະນຳແຂວງຊຽງຂວາງ ນຳໂດຍທ່ານພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງຊຽງ​ຂວາງ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊີນລາສ​ສ ຫວຽດ​ນາມໃນ​ລະ​ຫວ່າງວັນ​ທີ 1-3 ພະ​ຈິກ​ນີ້.
ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ໄດ້ຕ້ອນຮັບ ທ່ານ ນາງ ເຈີໄມມາ ກໍດອນ ດາຟ໌ ເອກອັກຄະລາຊະທູດແຫ່ງສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈຳ ສປປ ລາວ ພ້ອມຄະນະໃນ​ວັນ​ທີ 3 ພະ​ຈິກ​ 2026,ທີ່ ຫ້ອງວ່າ​ການ​ແຂວງ, ໃນໂອກາດເດີນທາງມາຢ້ຽມຢາມ ແລະ ຕິດຕາມວຽກຢູ່ແຂວງຄຳມ່ວນ.
ລັດຖະບານຍີ່ປຸ່ນ ຊ່ວຍກໍ່ສ້າງໂຮງຮຽນ ຢູ່ເມືອງນາໝໍ້

ລັດຖະບານຍີ່ປຸ່ນ ຊ່ວຍກໍ່ສ້າງໂຮງຮຽນ ຢູ່ເມືອງນາໝໍ້

ພິທີເຊັນສັນຍາໂຄງການຊ່ວຍເຫຼືອຂັ້ນຮາກຖານ (GGP) ຈາກລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ເພື່ອກໍ່ສ້າງໂຮງຮຽນອະນຸບານ ແລະ ປະຖົມ ບ້ານກູລົງ ເມືອງນາໝໍ້ ແຂວງອຸດົມໄຊຈັດຂຶ້ນໃນວັນທີ 3 ພະຈິກຜ່ານມາ, ທີ່ຫ້ອງວ່າການແຂວງອຸດົມໄຊ ເຂົ້າຮ່ວມເປັນສັກຂີພິຍານໂດຍ ທ່ານ ໂຄອິຊູມິ ຊຶໂຕະມຸ ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງປະເທດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະ ການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງອຸດົມໄຊ, ມີທ່ານ ໄກເພັດ ອິນພູວຽງ ກຳມະການພັກແຂວງ ເລຂາພັກເມືອງນາໝໍ້ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 11

ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 11

ໃນວັນທີ 4ພະຈິກນີ້, ທ່ານ ທອງສະຫວັນ ພົມວິຫານ,ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ 11ທີ່ ນະຄອນຫຼວງປັກກິ່ງ, ສປ ຈີນ
ປະທານສະພາແຫ່ງຊາດລາວພົບປະກັບເລຂາພັກແຂວງຝູເຖາະ ສສ ຫວຽດນາມ

ປະທານສະພາແຫ່ງຊາດລາວພົບປະກັບເລຂາພັກແຂວງຝູເຖາະ ສສ ຫວຽດນາມ

ໃນວັນທີ 4 ພະຈິກ ນີ້, ສະຫາຍ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດລາວພ້ອມດ້ວຍຄະນະໄດ້ພົບປະເຮັດວຽກກັບສະຫາຍ ຟາມດາຍເຊື່ອງ ເລຂາພັກແຂວງຝູເຖາະໃນໂອກາດເດີນທາງມາຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ.
ກອງປະຊຸມຜ່ານຮ່າງຄຳແນະນຳວ່າດ້ວຍການກວດສອບຫົວທີ ຂອງອົງການກວດສອບແຫ່ງລັດ

ກອງປະຊຸມຜ່ານຮ່າງຄຳແນະນຳວ່າດ້ວຍການກວດສອບຫົວທີ ຂອງອົງການກວດສອບແຫ່ງລັດ

ກອງປະຊຸມຜ່ານ “ຮ່າງຄຳແນະນຳ ວ່າດ້ວຍການກວດສອບຫົວທີ ຂອງອົງການກວດສອບແຫ່ງລັດໃນການກວດສອບການສ້າງແຜນ ແລະ ການດັດແກ້ແຜນງົບປະມານແຫ່ງລັດ” ໄດ້ຈັດຂຶ້ນຢູ່ເມືອງວັງວຽງແຂວງວຽງຈັນ ໃນລະຫວ່າງ ວັນທີ 2-3 ພະຈິກຜ່ານມາ, ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ຕ້ອຍ ພົນທິລາດ ຮອງປະທານອົງການກວດສອບແຫ່ງລັດ ແລະ ທ່ານ ໂຣເບີດ ເດີວາຮາ (Robert DE WAHA) ຫົວໜ້າໂຄງການລຸກຊໍາບວກ ປະຈໍາອາຊຽນ ກອງປະຊຸມຄັ້ງນີ້ໄດ້ຮັບການສະໜັບສະໜູນດ້ານງົບປະມານ ຈາກໂຄງການເສີມສ້າງລັດແຫ່ງກົດໝາຍ, ການເຂົ້າເຖິງຄວາມຍຸຕິທໍາ ແລະ ການປົກຄອງທີ່ດີ (Lux Dev Lao/037).
ປະທານສະພາແຫ່ງຊາດລາວ ເຂົ້າຢ້ຽມຂໍ່ານັບເລຂາທິການໃຫຍ່ປະທານປະເທດຫວຽດນາມ

ປະທານສະພາແຫ່ງຊາດລາວ ເຂົ້າຢ້ຽມຂໍ່ານັບເລຂາທິການໃຫຍ່ປະທານປະເທດຫວຽດນາມ

​ ວັນທີ 4 ພະຈິກ ຜ່ານມາ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ.
ເພີ່ມເຕີມ