ອົງຄະນະພັກວິທະຍາຄານພະລາທິການກອງທັບ ສຳເລັດກອງປະຊຸມໃຫຍ່

ອົງຄະນະພັກວິທະຍາຄານພະລາທິການກອງທັບ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ VII

ອົງຄະນະພັກວິທະຍາຄານພະລາທິການກອງທັບ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ VII
ອົງຄະນະພັກວິທະຍາຄານພະລາທິການກອງທັບ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ VII ຂອງຕົນດ້ວຍໝາກຜົນອັນຈົບງາມໃນວັນທີ 17 ກັນຍາ ນີ້, ໂດຍການເປັນປະທານຂອງສະຫາຍ ພົນຕີ ຄຳເພັດ ສີຊານົນ

 ກຳມະການຄະນະປະຈຳພັກ ກະຊວງປ້ອງກັນປະເທດຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີບັນດາຄະນະພັກ, ຄະນະໜ່ວຍພັກ, ພ້ອມດ້ວຍແຂກຖືກເຊີນ ຕະຫຼອດຮອດພະນັກງານສະມາຊິກພັກທົ່ວວິທະຍາຄານພະລາທິການກອງທັບເຂົ້າຮ່ວມ.
ສະຫາຍ ພັນເອກ ສອນທັນ ສຸວົງໄຊ ເລຂາຄະນະພັກ ຫົວໜ້າການເມືອງ ວິທະຍາຄານພະລາທິການກອງທັບ ໄດ້ຜ່ານບົດລາຍງານການເມືອງທັງສອງພາກ ຊຶ່ງໄດ້ຍົກໃຫ້ເຫັນດ້ານດີທີ່ພົ້ນເດັ່ນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວຽກງານຮອບດ້ານໃນໄລຍະຜ່ານມາ ໜ່ວຍພັກວິທະຍາຄານພະລາທິການກອງທັບ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງນໍາພາແນວຄິດຕໍ່ຖັນແຖວພະນັກງານ-ສະມາຊິກພັກ ໃຫ້ຮັບຮູ້ເຂົ້າໃຈ, ເຊື່ອມຊຶມກຳແໜ້ນບັນດາຫຼັກການຂອງພັກ, ໂດຍສະເພາະ ຫຼັກການກໍ່ສ້າງພັກ, ປະຕິບັດຕາມ 3 ທິດນໍາ 5 ຫຼັກການຂອງພັກຢ່າງຕັ້ງໜ້າ, ຈັດຕັ້ງເຂົ້າຮ່ວມຄົ້ນຄວ້າ, ເຊື່ອມຊຶມມະຕິ ແລະ ກົດລະບຽບຂອງພັກ, ຖືເອົາການດໍາເນີນຊີວິດ ການເມືອງ ພາຍໃນພັກເປັນການກວດກາ ຕີລາຄາຄືນ ຄວາມຮັບຜິດຊອບການເມືອງ ຂອງພະນັກງານ-ສະມາຊິກພັກ ເພື່ອເສີມຂະຫຍາຍດ້ານຕັ້ງໜ້າ, ແກ້ໄຂດ້ານຄົງຄ້າງ ແລະ ປະກົດການຫຍໍ້ທໍ້ຕ່າງໆ, ພ້ອມທັງ ໄດ້ເອົາໃຈໃສ່ຊີ້ນໍາວຽກງານການຮຽນ - ການສອນ ເປັນໜ້າທີ່ໃຈກາງສໍາຄັນຂອງກົມກອງ ໃນການກໍ່ສ້າງນາຍທະຫານເຫຼົ່າຮົບພະລາທິການ ເພື່ອປະກອບໃຫ້ກຳລັງປະກອບອາວຸດທົ່ວປະເທດ ໃຫ້ມີຄຸນນະພາບສູງ ເປັນຕົ້ນແມ່ນໄດ້ສຸມໃສ່ປະຕິບັດຕາມໂຄງການຫຼັກສູດການທີ່ກະຊວງປ້ອງກັນປະເທດ ແລະ ກະຊວງສຶກສາ - ກິລາ ໄດ້ອະນຸມັດ, ຊີ້ນໍາຄົ້ນຄວ້າປັບປຸງເນື້ອໃນການຮຽນ - ການສອນຂອງຄູ-ອາຈານ ໃຫ້ມີຄຸນນະພາບສູງຂຶ້ນກວ່າເກົ່າ, ຍົກລະດັບຄວາມຮູ້ - ຄວາມສາມາດຂອງຖັນແຖວຄູ-ອາຈານ ໂດຍການສົ່ງໄປຝຶກອົບຮົມບຳລຸງ - ກໍ່ສ້າງຢູ່ພາຍໃນ ແລະ ຕ່າງປະເທດ, ໄປພ້ອມກັນນັ້ນກໍໄດ້ຈັດຕັ້ງສະຫຼຸບຖອດຖອນບົດຮຽນການຮຽນ - ການສອນໃນແຕ່ລະເດືອນເປັນປົກກະຕິ, ເຮັດໃຫ້ຄຸນນະພາບຂອງຄູ-ອາຈານສູງຂຶ້ນຊຶ່ງປັດຈຸບັນທົ່ວອົງຄະນະພັກມີ 6 ຄະນະພັກຮາກຖານ, ມີ 2 ໜ່ວຍພັກຂຶ້ນກັບຮາກຖານ ແລະ ມີ 33 ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ, ຜ່ານການຊິ້ນຳ-ນຳພາສາມາດຄັດເລືອກໄດ້ ສະມາຊິກພັກແຂງ 574 ສະຫາຍ ແລະ ໄດ້ຮັບການຢັ້ງຢືນເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 21 ໜ່ວຍ, ປະເພດກາງ 7 ໜ່ວຍ.
ກອງປະຊຸມຍັງໄດ້ປະກອບຄໍາຄິດເຫັນໃສ່ບົດລາຍງານທັງສອງພາກ ພ້ອມທັງໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ ໂດຍເອກະພາບເລືອກເອົາ ສະຫາຍ ພັກເອກ ສອນທັນ ສຸວົງໄຊ ເປັນເລຂາ, ສະຫາຍ ພັນເອກ ສົມເພັດ ວົງພະຈັນ ເປັນຮອງເລຂາ, ສະຫາຍ ພັນເອກ ແສງທອງ ອຸ່ນນາງ ເປັນປະທານກວດກາ, ສະຫາຍ ພັນໂທ ແກ້ວຕາ ຂັດຕິຍະວົງສາ ແລະ ສະຫາຍ ພັນຕີ ສຸກັນຍາ ສີແພງຄູນ ເປັນຮອງປະທານກວດກາ.
ໂອກາດນີ້, ສະຫາຍ ພົນຕີ ຄຳເພັດ ສີຊານົນ ໄດ້ມີຄຳເຫັນໂອ້ລົມ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ສາມາດຍາດໄດ້ໃນໄລຍະຜ່ານມາ, ພ້ອມທັງໄດ້ເນັ້ນໜັກຫຼາຍບັນຫາສຳຄັນ ເປັນຕົ້ນໃຫ້ຄະນະພັກຊຸດໃໝ່ຈົ່ງພ້ອມກັນເອົາໃຈໃສ່ຍົກສູງພາລະບົດບາດ, ໜ້າທີ່ການເມືອງ,ຄວາມຮັບຜິດຊອບຂອງຕົນ, ແກ້ໄຂບັນຫາຂໍ້ຄົງຄ້າງ,ສືບຕໍ່ຊິ້ນຳ-ນຳພະພະນັກງານສະມາຊິກພັກ-ນັກຮົບໃຫ້ມີຄວາມພັດທະນາໃຫ້ໄດ້ປະລິມານ ແລະ ຄຸນນະພາບຍິ່ງຂຶ້ນ. ນອກນີ້, ສະຫາຍ ຍັງໄດ້ຮຽກຮ້ອງໃຫ້ພ້ອມກັນປັບປຸງແບບແຜນວິທີເຮັດວຽກ ປະຕິບັດຫຼັກການລວມສູນປະຊາທິປະໄຕ ແບ່ງຄວາມຮັັບຜິດຊອບໃຫ້ບຸກຄົນ, ມີສະຕິຕື່ນຕົວປະຕິບັດກົດໝາຍຂອງລັດ, ລະບຽບວິໄນຂອງກອງທັບ, ຢ່າງເຂັ້ມງວດ ເປັນເຈົ້າການຈັດຕັ້ງຜັນຂະຫຍາຍທິດທາງແຜນການຄາດໝາຍສູ້ຊົນວຽກງານການນຳພາຂອງພັັັກ,ກໍຄືວຽກງານວິຊາສະເພາະຂອງວິທະຍາຄານພະລາທິການກອງທັບໃຫ້ປະກົດຜົນເປັນຈິງ.
(ຂ່າວ:ສຸກສາຄອນ ພົງໄຊຜົນ)

ຄໍາເຫັນ

ຂ່າວການເມືອງ

ກອງປະຊຸມໃຫຍ່ຜູ້ແທນຄະນະພັກຮາກຖານ ດ່ານສາກົນຂົວມິດຕະພາບ 1 ຄັ້ງທີ II

ກອງປະຊຸມໃຫຍ່ຜູ້ແທນຄະນະພັກຮາກຖານ ດ່ານສາກົນຂົວມິດຕະພາບ 1 ຄັ້ງທີ II

ກອງປະຊຸມໃຫຍ່ຜູ້ແທນຄະນະພັກຮາກຖານ ດ່ານສາກົນຂົວມິດຕະພາບ 1 ຄັ້ງທີ II ຈັດຂຶ້ນວັນທີ 13 ມັງກອນນີ້ ທີ່ດ່ານສາກົນຂົວມິດຕະພາບ 1 ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ (ນວ) ໂດຍການເປັນປະທານຂອງສະຫາຍ ດາວເພັດ ອາລຸນ ກຳມະການພັກ ນວ ເລຂາຄະນະພັກຮາກຖານດ່ານສາກົນຂົວມິດຕະ ພາບ 1, ມີສະຫາຍ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ນວ ປະທານສະພາປະຊາຊົນ ນວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຫ້ອງວ່າການແຂວງ ເຊື່ອມຊຶມເອກະສານໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

ຫ້ອງວ່າການແຂວງ ເຊື່ອມຊຶມເອກະສານໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

ວັນທີ 7 ມັງກອນ ນີ້ ທີ່ຫ້ອງປະຊຸມ ເຮືອນຮັບແຂກ ເລກ 1 ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມເອກະສານ ການປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງຄະນະພັກຮາກຖານ ຫ້ອງວ່າການແຂວງຄໍາມ່ວນ, ໂດຍການເປັນປະທານຂອງ ສະຫາຍ ພາກອນ ແກ້ວມະນີ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າຫ້ອງວ່າການແຂວງ, ມີບັນດາສະຫາຍໃນຄະນະພັກຮາກຖານ, ຄະນະໜ່ວຍພັກ, ຕະຫຼອດຮອດສະມາຊິກພັກພາຍໃນຮາກຖານເຂົ້າຮ່ວມ.
ພະແນກການຕ່າງປະເທດແຂວງຊຽງຂວາງ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງຄັ້ງທີ IX

ພະແນກການຕ່າງປະເທດແຂວງຊຽງຂວາງ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງຄັ້ງທີ IX

ພະແນກການຕ່າງປະເທດແຂວງຊຽງຂວາງ ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ IX ຂຶ້ນໃນວັນທີ 5 ມັງກອນນີ້ ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານນາງ ຄຳພັດ ວັນລາສີ ເລຂາໜ່ວຍພັກຮາກຖານ ຫົວໜ້າພະແນກການຕ່າງປະເທດແຂວງ, ມີຄະນະພະແນກ, ມີບັນດາພະນັກງານເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ແຂວງໄຊສົມບູນ ຊຸດທີ IV

ກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ແຂວງໄຊສົມບູນ ຊຸດທີ IV

ກອງປະຊຸມ ສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນ ແຂວງໄຊສົມບູນ ຊຸດທີ IV ໄດ້ໄຂຂຶ້ນໃນ ວັນທີ 29 ທັນວານີ້ ທີ່ສະໂມສອນເມືອງອະນຸວົງ ໂດຍການເປັນປະທານຂອງທ່ານ ແດງ ປະທຸມທອງ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 18 ປະທານສະພາປະຊາຊົນ ແຂວງໄຊສົມບູນ, ເປັນກຽດເຂົ້າຮ່ວມຂອງທ່ານ ພົຈວ ບົວພັນ ອິນທະປັນຍາ ປະທານຄະນະກຳມະການປົກຄອງ ແຂວງໄຊສົມບູນ, ມີບັນດາການນຳພັກ-ລັດ ຂັ້ນແຂວງ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 18, ພ້ອມດ້ວຍ ນັກປະຕິວັດອາວຸໂສ, ຜູ້ຊົງຄຸນວຸດທິ ແລະ ນັກທຸລະກິດ ເຂົ້າຮ່ວມ.
ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບັນດາຄໍາເຫັນຂອງສະມາຊິກສະພາປະຊາຊົນແຂວງ (ສພຂ) ຄຳມ່ວນ ທີ່ໄດ້ສະເໜີໃນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງ ສພຂ ຄໍາມ່ວນ ຊຸດທີ IV ທີ່ໄຂຂຶ້ນໃນວັນທີ 24 ທັນວາ 2025, ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ, ແຜນງົບປະມານແຫ່ງລັດ, ຄາດໝາຍວຽກພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄລຍະ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການ 5 ປີ (2026-2030)ຄື:
ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຈັດກອງປະຊຸມເຜີຍແຜ່ຜົນສຳເລັດ ແລະ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກກະຊວງ ວທ ຂຶ້ນໃນວັນທີ 25 ທັນວານີ້ ທີ່ຫໍວັດ ທະນະທໍາແຫ່ງຊາດ ໂດຍການເປັນປະທານຂອງສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງ ວທ, ມີສະຫາຍ ວັນສີ ກົວມົວ ກຳມະການສຳຮອງສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງ ວທ, ມີບັນດາສະຫາຍຄະນະປະຈໍາພັກ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ພິທີ​ມອບ-ຮັບ​ໜ້າ​ທີ່​ລະ​ຫວ່າງ ເຈົ້າ​ແຂວງ​ວຽງຈັນ ແລະ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປົກ​ຄອງ​ແຂວງ​ວຽງຈັນໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ທັນ​ວາຜ່ານມານີ້, ທີ່ແຂວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ; ຄະນະເລຂາທິການສູນກາງພັກ, ປະທານ ຄະນະກວດກາສູນກາງພັກ,ປະທານອົງການກວດກາແຫ່ງລັດ,ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ; ມີທ່ານ ຄຳພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ; ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະ ບໍລິຫານງານພັກແຂວງວຽງຈັນ, ມີ​ຄະນະປະຈໍາພັກ ແລະ ຄະນະບໍລິຫານງານພັກແຂວງ, ມີພະນັກງານ ອາວຸໂສບໍານານ ແລະ ພະແນກການທີ່​ກ່ຽວ​ຂ້ອງຂອງແຂວງ ເຂົ້າຮ່ວມ.
ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2025 ແລະ ວາງທິດທາງແຜນການປະຈຳປີ 2026 ຂຶ້ນ ໃນວັນທີ 25 ທັນວານີ້, ທີ່ຫ້ອງປະຊຸມໃຫຍ່ ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງປ້ອງກັນຄວາມສະຫງົບ (ເຂດສະໜາມມ້າ)
ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ (ສນຊ) ຄັ້ງທີ 5 ສະໄໝທີ XI ປິດລົງດ້ວຍຜົນສຳເລັດຢ່າງຈົບງາມໃນວັນທີ 25 ທັນວານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີຮອງປະທານ, ຫົວໜ້າກົມ, ຮອງກົມ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ