ອອປສ ເຜີຍແຜ່ເອກະສານມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ອອປສ ເຜີຍແຜ່ເອກະສານມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ອອປສ ເຜີຍແຜ່ເອກະສານມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ
ກອງປະຊຸມເຜີຍແຜ່, ເຊື່ອມຊຶມເອກະສານ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ແລະ ກອງປະຊຸມໃຫຍ່ສະມາຊິກພັກ ອົງຄະນະພັກ ອົງການໄອຍະການປະຊາຊົນສູງສຸດ ຄັ້ງທີ VI ໄດ້ຈັດຂຶ້ນໃນວັນທີ 10 ມີນາ ຜ່ານມາ ທີ່ອົງການໄອຍະການປະຊາຊົນສູງສຸດ, ໂດຍການເປັນປະທານຂອງ ທ່ານ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ(ອອປສ), ມີບັນດາສະຫາຍຄະນະປະຈໍາພັກ, ຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ຄະນະນໍາກົມ, ພະນັກຫຼັກແຫຼ່ງ ຂອງອົງການໄອຍະການປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນທ້ອງຖິ່ນ ເຂົ້າຮ່ວມ.
ອອປສ ເຜຍແຜເອກະສານມະຕກອງປະຊມໃຫຍຜແທນທວປະເທດ ຄງທ XII ຂອງພກ - image 1
 

ໃນພິທີ, ສະຫາຍ ບຸນທັນ ບຸນທະວິໄລ ຮອງເລຂາຄະນະບໍລິຫານງານພັກ ຮອງຫົວ

ໜ້າ ອອປສ ໄດ້ໃຫ້ກຽດເຜີຍແຜ່ເນື້ອໃນສໍາຄັນໂຄງການການເມືອງ ແລະ ລາຍງານການເມືອງ ຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ແລະ ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ອົງການໄອຍະການປະຊາຊົນສູງສຸດ.

ໃນກອງປະຊຸມໃນຄັ້ງນີ້, ສະຫາຍ ຄໍາເພັດ ສົມວໍລະຈິດ ຄະນະປະຈໍາພັກ ຮອງຫົວໜ້າ ອອປສ ໄດ້ເຜີຍແຜ່ເນື້ອໃນຈິດໃຈສໍາຄັນມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ອົງການໄອຍະການປະຊາຊົນສູງສຸດ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ຕິດພັນກັບແຜນພັດທະນາວຽກງານໄອຍະການໄລຍະ 5 ປີ.

ຕໍ່ເນື້ອໃນເອກະສານທີ່ໄດ້ເຜີຍແຜ່ ແລະ ເຊື່ອມຊຶມ ທີ່ກ່າວມາຂ້າງເທິງນັ້ນ ສະຫາຍ ນາງ ລີວົງ ລາວລີ ໄດ້ຮຽກຮ້ອງໃຫ້ບັນດາສະຫາຍຄະນະພັກ, ສະມາຊິກພັກ ແລະ ພະນັກງານຫຼັກແຫຼ່ງ ຂອງ ອອປສ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບການເມືອງ, ເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມ ແລະ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ສະມາຊິກ ທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ແລະ ມະຕິກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ອອປສ ເຂົ້າສູ່ວຽກງານຕົວຈິງ ໃຫ້ເປັນຮູບປະທໍາ ພ້ອມກັນຍູ້ແຮງການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຕົວຈິງ, ເຮັດໃຫ້ກາຍເປັນຂະບວນການອັນກວ້າງຂວາງຂອງມະຫາຊົນ, ຂອງທົ່ວສັງຄົມ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາໃຫ້ປະເທດຊາດ ແລະ ປະຊາຊົນ ກໍຄືເຮັດໃຫ້ການນໍາພາປົກປັກຮັກສາ ແລະ ພັດທະນາປະເທດຊາດໄປຖືກຕ້ອງຕາມທິດທີ່ໄດ້ກໍານົດໄວ້ຢ່າງໜັກແໜ້ນ. ນອກຈາກນີ້, ສະຫາຍຍັງໄດ້ເນັ້ນໜັກບາງບັນຫາສໍາຄັນທີ່ເປັນວຽກງານຈຸດສຸມໃນຕໍ່ໜ້າດັ່ງນີ້: ສຸມໃສ່ວຽກງານສຶກສາອົບຮົມການເມືອງນໍາພາແນວຄິດໃຫ້ຖັນແຖວສະມາຊິກພັກ, ພະນັກງານຢູ່ໃນຄວາມຮັບຜິດຊອບຂອງຕົນ ທັງຢູ່ສູນກາງ ແລະ ທ້ອງຖິ່ນໃຫ້ເຊື່ອມຊຶມກໍາແໜ້ນ ແນວທາງນະໂຍບາຍມະຕິຕ່າງໆຂອງພັກ ຢ່າງເລິກເຊິ່ງ; ເອົາໃຈໃສ່ວຽກງານກໍ່ສ້າງພັກ ໃຫ້ມີຄວາມເຂັ້ມແຂງໂດຍສຸມໃສ່ການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນບົນພື້ນຖານການສ້າງພັກໃນ 4 ດ້ານໃຫ້ມີຄຸນນະພາບສູງຂຶ້ນຕາມລໍາດັບ, ສຸມໃສ່ປັບປຸງກົງຈັກການຈັດຕັ້ງໃຫ້ເຂັ້ມແຂງ ແລະ ໃຫ້ເປັນລະບົບຄົບຊຸດ, ສືບຕໍ່ວຽກງານການກໍ່ສ້າງຮາກຖານການເມືອງ ຕາມທິດ 3 ສ້າງ, ນໍາພາ-ຊີ້ນໍາວຽກງານຕິດຕາມກວດກາການປະຕິບັດກົດໝາຍ ແລະ ການສັ່ງຟ້ອງຜູ້ຖືກຫາຂຶ້ນສານໃຫ້ບັນລຸຄາດໝາຍ 95% ຂຶ້ນໄປຂອງການແກ້ໄຂຄະດີ ແລະ ຮັບປະກັນໃຫ້ສານພິຈາລະນາເອົາຕາມຄໍາຖະແຫຼງບັນລຸ 95% ຂຶ້ນໄປໃນແຕ່ລະປີ, ເພີ່ມທະວີການນໍາພາ-ຊີ້ນໍາວຽກງານ ຕິດຕາມກວດກາການປະຕິບັດກົດໝາຍ ຂອງອົງການສືບສວນ-ສອບສວນ, ການກວດກາຄ້າຍຄຸມຂັງ-ດັດສ້າງ, ການປະຕິບັດຄໍາຕັດສິນຂອງສານ ໃຫ້ຖືກຕ້ອງຕາມກົດໝາຍຢ່າງເຂັ້ມງວດ ແລະ ກ້າວເຂົ້າສູ່ຄຸນນະພາບດີຂຶ້ນກ່ວາເກົ່າ, ການຫັນເປັນທັນສະໄໝໃນວຽກງານໄອຍະການປະຊາຊົນ, ການປັບປຸງ ແລະ ພັດທະນາຖານຂໍ້ມູນທີ່ທັນສະໄໝ ແລະ ການພັດທະນາພື້ນຖານໂຄງລ່າງຢ່າງມີຈຸດສຸມ,ສືບຕໍ່ສ້າງກົດໝາຍ, ນິຕິກໍາໃຕ້ກົດໝາຍຈໍານວນໜຶ່ງ ເປັນຕົ້ນແມ່ນປັບປຸງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ, ສ້າງກົດໝາຍວ່າດ້ວຍຫຼັກຖານ, ປັບປຸງລັດຖະບັນຍັດຂອງປະທານປະເທດວ່າດ້ວຍການໃຫ້ອະໄພຍະໂທດ ແລະ ນິຕິກໍາອື່ນໆທີ່ຈໍາເປັນຈໍານວນໜຶ່ງ. ພ້ອມທັງເອົາໃຈໃສ່ໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍທີ່ກ່ຽວຂ້ອງໃຫ້ທົ່ວເຖິງ ແລະ ເລິກເຊິ່ງກ່ວາເກົ່າ, ເພີ່ມທະວີການພົວພັນຮ່ວມມືກັບຕ່າງປະເທດ ໂດຍສະເພາະແມ່ນບັນດາປະເທດເພື່ອນມິດຍຸດທະສາດຄື: ສສ ຫວຽດນາມ, ສປ ຈີນ ໃຫ້ກ້າວສູ່ລວງເລິກ, ເສີມຂະຫຍາຍການພົວພັນຮ່ວມມືກັບ ສ ຣັດເຊຍ, ສ ກູບາ, ອາເຊັກບາຍຊານ ໃຫ້ແໜ້ນແຟ້ນຂຶ້ນກ່ວາເກົ່າ, ສືບຕໍ່ພົວພັນຮ່ວມມືກັບບັນດາປະເທດອາຊຽນ, ບັນດາປະເທດຕ່າງໆໃນໂລກ ແລະ ອົງການຈັດຕັ້ງສາກົນຈໍານວນໜຶ່ງ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ, ສືບຕໍ່ຊີ້ນໍາວຽກງານ 3 ອົງການຈັດຕັ້ງມະຫາຊົນ, ນໍາພາ-ຊີ້ນໍາວຽກງານກວດກາພັກ-ລັດ ແລະ ເພີ່ມທະວີວຽກງານກວດກາພະນັກງານໃຫ້ມີຄວາມເຂັ້ມງວດກວ່າເກົ່າ ດ້ວຍການບໍາລຸງສ້າງພະນັກງານທີ່ເຮັດວຽກງານກວດກາໃຫ້ມີຄວາມເຂັ້ມແຂງ, ເດັດຂາດ ແລະ ມີຄວາມຮັບຜິດຊອບສູງ ຕໍ່ຄະນະບໍລິຫານງານພັກ, ເປັນໃຈກາງໃນການສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນໃນຖັນແຖວພະນັກງານ, ສະມາຊິກພັກ, ເກັບກໍາສະພາບຂອງພະນັກງານຢ່າງເລິກເຊິ່ງ.

(ຂ່າວ: ອອປສ)

ຄໍາເຫັນ

ຂ່າວການເມືອງ

ສສຊນວມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ສສຊນວມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ທ່ານນາງດາລານີພົມມະວົງສາສະມາຊິກສະພາແຫ່ງຊາດ(ສສຊ) ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 14ຕຸລານີ້ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານມອນໄຊລາວມົວຊົ່ງຮອງປະທານສະພາແຫ່ງຊາດ.
ສສຊສຸມໃສ່ປະກອບຄຳເຫັນຕໍ່ຮ່າງກົດໝາຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ສສຊສຸມໃສ່ປະກອບຄຳເຫັນຕໍ່ຮ່າງກົດໝາຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 14 ຕຸລານີ້, ທີ່ສະພາແຫ່ງຊາດພາຍໃຕ້ການເປັນປະທານຂອງທ່ານມອນໄຊລາວມົວຊົ່ງຮອງປະທານສະພາແຫ່ງຊາດ. ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນແລະນໍາໄປຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.
ຄວາມຈໍາເປັນ ໃນການປັບປຸງຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ຄວາມຈໍາເປັນ ໃນການປັບປຸງຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນ ແລະ ເນື້ອໃນຂອງຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 14 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ສສຊສຸມໃສ່ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນ

ສສຊສຸມໃສ່ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນ

​ ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີX ໃນວັນທີ 13ຕຸລານີ້, ພາຍໃຕ້ການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.ທ່ານ ພັນໂທ ຈອນ ອຸດລາຍັນ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ ໄດ້ມີຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນ (ສະບັບປັບປຸງ)ໃນບາງມາດຕາທີ່ສຳຄັນ ຄື:
ຄວາມຈໍາເປັນໃນການປັບປຸງກົດໝາຍວ່າດ້ວຍກໍາລັງປ້ອງກັນສະຫງົບປະຊາຊົນລາວ

ຄວາມຈໍາເປັນໃນການປັບປຸງກົດໝາຍວ່າດ້ວຍກໍາລັງປ້ອງກັນສະຫງົບປະຊາຊົນລາວ

ທ່ານ ພົນໂທ ວັນທອງ ກອງມະນີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ສະເໜີກົດໝາຍວ່າດ້ວຍ ກໍາລັງປ້ອງກັນສະຫງົບປະຊາຊົນລາວ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 13 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ສະເໜີປັບປຸງບາງມາດຕາຂອງກົດໝາຍ ວ່າດ້ວຍນາຍທະຫານກອງທັບເພື່ອໃຫ້ມີເນື້ອໃນຄົບຖ້ວນ

ສສຊ ຄຳມ່ວນ ສະເໜີປັບປຸງບາງມາດຕາຂອງກົດໝາຍ ວ່າດ້ວຍນາຍທະຫານກອງທັບເພື່ອໃຫ້ມີເນື້ອໃນຄົບຖ້ວນ

ທ່ານນາງ ສຸກຂະເສີມ ສິດທິເດດ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 12 ແຂວງຄຳມ່ວນ ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍນາຍທະຫານກອງທັບປະຊາຊົນລາວຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 13 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສສຊສະເໜີປັບປຸງຫຼາຍມາດຕາຂອງກົດໝາຍວ່າດ້ວຍນາຍທະຫານກອງທັບ

ສສຊສະເໜີປັບປຸງຫຼາຍມາດຕາຂອງກົດໝາຍວ່າດ້ວຍນາຍທະຫານກອງທັບ

ສະມາຊິກສະພາແຫ່ງຊາດ (ສສຊ) ຈາກເຂດເລືອກຕັ້ງຕ່າງໆ ໄດ້ສຸມໃສ່ປະກອບຄຳຄິດຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 13 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ປກຊ ສະເໜີປັບປຸງກົດໝາຍວ່າດ້ວຍ ນາຍທະຫານກອງທັບປະຊາຊົນລາວ

ປກຊ ສະເໜີປັບປຸງກົດໝາຍວ່າດ້ວຍ ນາຍທະຫານກອງທັບປະຊາຊົນລາວ

ກົດໝາຍວ່າດ້ວຍ ນາຍທະຫານກອງທັບປະຊາຊົນລາວ ພາຍຫຼັງຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ຈະເປັນເຄື່ອງມືອັນສໍາຄັນໃຫ້ລັດໃນການຄຸ້ມຄອງວຽກງານນາຍທະຫານແບບລວມສູນ, ສ້າງສະຕິຕື່ນຕົວໃຫ້ນາຍທະຫານຕໍ່ການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ. ທ່ານ ພົນໂທ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ (ປກຊ) ໄດ້ສະເໜີກົດໝາຍວ່າດ້ວຍ ນາຍທະຫານກອງທັບປະຊາຊົນລາວ ຊຶ່ງເປັນກົດໝາຍສະບັບປັບປຸງ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 13 ຕຸລານີ້ ທີ່ຫໍສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສສຊ ນວ ສະເໜີ 4 ຈຸດສຳຄັນເພື່ອເຮັດໃຫ້ວຽກງານ ສພຊ ຫັນເປັນທັນສະໄໝ

ສສຊ ນວ ສະເໜີ 4 ຈຸດສຳຄັນເພື່ອເຮັດໃຫ້ວຽກງານ ສພຊ ຫັນເປັນທັນສະໄໝ

ທ່ານ ທະນົງສິດ ເມືອງຈັນ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດ 1 ນະຄອນຫຼວງວຽງຈັນ (ນວ) ໄດ້ປະກອບຄຳເຫັນຕໍ່ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການປີ 2027ຂອງສະພາແຫ່ງຊາດ (ສພຊ)ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ Xໃນວັນທີ 12 ຕຸລານີ້ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.
ສສຊສຸມໃສ່ປະກອບຄຳເຫັນວຽກງານ ສພຊ ເພື່ອຍົກສູງໜ້າທີ່ການເມືອງໃນໄລຍະໃໝ່

ສສຊສຸມໃສ່ປະກອບຄຳເຫັນວຽກງານ ສພຊ ເພື່ອຍົກສູງໜ້າທີ່ການເມືອງໃນໄລຍະໃໝ່

​ ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ຈາກເຂດເລືອກຕັ້ງຕ່າງໆ ໄດ້ສຸມໃສ່ປະກອບຄໍາເຫັນຕໍ່ບົດ ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການປີ 2027 ຂອງສະພາແຫ່ງຊາດ (ສພຊ)ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ(ສພຊ) ຊຸດທີ Xໃນວັນທີ 12 ຕຸລານີ້ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.
ເພີ່ມເຕີມ