ອົດສະຕຣາລີສືບຕໍ່ມອບເຄື່ອງຊ່ວຍເຫຼືອລາວມູນຄ່າ 98.000 ໂດລາອົດສະຕຣາລີ

ອົດສະຕຣາລີສືບຕໍ່ມອບເຄື່ອງຊ່ວຍເຫຼືອລາວມູນຄ່າ 98.000 ໂດລາອົດສະຕຣາລີ

ອົດສະຕຣາລີສືບຕໍ່ມອບເຄື່ອງຊ່ວຍເຫຼືອລາວມູນຄ່າ 98.000 ໂດລາອົດສະຕຣາລີ
ອົດສະຕຣາລີໄດ້ສືບຕໍ່ສະແດງເຈດຈຳນົງ ແລະ ການຮ່ວມມືທີ່ເຂັ້ມແຂງກັບສປປລາວໂດຍການມອບເຄື່ອງຊ່ວຍເຫຼືອຕອບໂຕ້ໄພພິບັດສຸກເສີນ ເພື່ອສະໜັບສະໜູນ ສປປ ລາວ ໃນການກຽມພ້ອມຮັບມືກັບໄພພິບັດແລະການຊ່ວຍເຫຼືອດ້ານມະນຸດສະທຳ.ພິທີມອບ-ຮັບເຄື່ອງຊ່ວຍເຫຼືອໄດ້ຈັດຂຶ້ນວັນທີ 11 ພະຈິກ 2025 ທີ່ສະໜາມບິນສາກົນວັດໄຕເພື່ອເປັນຂີດໝາຍການມາຮອດຂອງເຄື່ອງຊ່ວຍເຫຼືອດ້ານມະນຸດສະທຳທີ່ນຳສົ່ງໂດຍເຮືອບິນC-130 ຂອງກອງທັບອາກາດອົດສະຕຣາລີ ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົດສະຕຣາລີພ້ອມດ້ວຍທ່ານ ພົນຈັດຕະວາ ເຈນ ເຮລີສ ຜູ້ບັນຊາການໂຄງການອິນໂດ-ປາຊີຟິກຂອງກອງທັບອົດສະຕຣາລີ ແລະ ທ່ານ ພັນໂທ ນິກ ເບີມາ ທີ່ປຶກສາທູດປ້ອງກັນຊາດອົດສະຕຣາລີ ໄດ້ມອບເຄື່ອງຊ່ວຍເຫຼືອຢ່າງເປັນທາງການໃຫ້ແກ່ທ່ານ ໂພໄຊ ໄຊຍະສອນລັດຖະມົນຕີກະຊວງແຮງງານແລະສະຫວັດດີການສັງຄົມການມອບເຄື່ອງຊ່ວຍເຫຼືອດັ່ງກ່າວແມ່ນສ່ວນໜຶ່ງຂອງກິດຈະກຳຮ່ວມມືພາກພື້ນດ້ານວຽກງານປ້ອງກັນຊາດ ຫຼື ໂຄງການອິນໂດ-ປາຊີຟິກເຊິ່ງຈັດຕັ້ງນຳພາໂດຍກອງທັບປ້ອງກັນຊາດຂອງອົດສະຕຣາລີ ເພື່ອເສີມສ້າງການຮ່ວມມືແລະຄວາມເຂັ້ມແຂງໃນທົ່ວພາກພື້ນອິນໂດ-ປາຊີຟິກ.
ອດສະຕຣາລສບຕມອບເຄອງຊວຍເຫອລາວມນຄາ 98.000 ໂດລາອດສະຕຣາລ - image 1
 

ເຄື່ອງຊ່ວຍເຫຼືອດ້ານມະນຸດສະທຳ ເຊິ່ງມີມູນຄ່າ 98.000 ໂດລາອົດສະຕຣາລີຫຼື ປະມານ 1,3ຕື້ກີບປະກອບມີເຄື່ອງສຸຂະອະນາໄມ ຈຳນວນ 360ຊຸດຊຸດເຄື່ອງໃຊ້ຄົວເຮືອນ ຈຳນວນ360ຊຸດຜ້າຫົ່ມຈຳນວນ2.200ຜືນມຸ້ງ ຈຳນວນ 2.800 ດາງແລະ ສາດ ຈຳນວນ 1.800ຜືນ ເຊິ່ງຈະສະມາດຊ່ວຍເຫຼືອປະຊາຊົນຫຼາຍກວ່າ 1.800 ຄົນ.

ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົດສະຕຣາລີ ກ່າວວ່າ: ອົດສະຕຣາລີມີຄວາມມຸ່ງໝັ້ນທີ່ຈະສະໜັບສະໜູນລັດຖະບານສປປ ລາວ ໃນການກະກຽມຄວາມພ້ອມແລະຕອບໂຕ້ໄພພິບັດທາງທຳມະຊາດແລະ ເຫດການສຸກເສີນດ້ານມະນຸດສະທຳແລະ ທ່ານຍັງກ່າວເພີ່ມຕື່ມວ່າ: ພວກເຮົາຍິນດີທີ່ຮູ້ວ່າ ເຄື່ອງຊ່ວຍເຫຼືອດ້ານມະນຸດສະທຳທີ່ໄດ້ສົ່ງມອບໃຫ້ 3 ປີ ຜ່ານມາ ໄດ້ຊ່ວຍເຫຼືອຫຼາຍຄອບຄົວທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຢູ່ໃນຫຼາຍແຂວງໃນ ສປປ ລາວ.

ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານແລະສະຫວັດດີການສັງຄົມ ກ່າວວ່າ: ພວກເຮົາຂໍຂອບໃຈຕໍ່ການສະໜັບສະໜູນຢ່າງຕໍ່ເນື່ອງຂອງລັດຖະບານອົດສະຕຣາລີ ໃນການສ້າງຄວາມເຂັ້ມແຂງໃນການກຽມພ້ອມຮັບມືກັບໄພພິບັດແລະການຕອບໂຕ້ພາວະສຸກເສີນຂອງ ສປປ ລາວເຊິ່ງເຄື່ອງຊ່ວຍເຫຼືອຕອບໂຕ້ໄພພິບັດນີ້ ໄດ້ຖືກມອບທັນເວລາ ແລະ ມີຄວາມສຳຄັນຫຼາຍ ເພາະຈະຊ່ວຍພວກເຮົາໃຫ້ສາມາດແຈກຢາຍ ແລະ ຕອບສະໜອງຄວາມຕ້ອງການຂອງຄອບຄົວທີ່ຖືກຜົນກະທົບຈາກໄພພິບັດທາງທຳມະຊາດໃນທົ່ວປະເທດ ໄດ້ຢ່າງວ່ອງໄວ ແລະ ມີປະສິດຕິພາບ ໂດຍສະເພາະແມ່ນ ໃນຊ່ວງລະດູຝົນ.

ນອກຈາກເຄື່ອງຊ່ວຍເຫຼືອທີ່ມອບ-ຮັບໃນມື້ນີ້ເມື່ອບໍ່ດົນມານີ້ ອົດສະຕຣາລີຍັງໄດ້ສະໜັບສະໜູນ ສປປ ລາວ ໂດຍຜ່ານສູນປະສານງານການຊ່ວຍເຫຼືອດ້ານມະນຸດສະທຳ ປະຈຳອາຊຽນ ຫຼື ສູນ AHA ໂດຍການສະໜອງເຄື່ອງຊ່ວຍເຫຼືອຕອບໂຕ້ໄພພິບັດສຸກເສີນ ເຊິ່ງລວມມີຊຸດເຄື່ອງໃຊ້ສຳລັບຄອບຄົວຊຸດເຄື່ອງໃຊ້ເຮືອນຄົວ ແລະ ເຄື່ອງໃຊ້ສຳລັບສຸຂະອະນາໄມ ທີ່ສາມາດຊ່ວຍເຫຼືອປະຊາຊົນໄດ້ຫຼາຍກວ່າ 15.000ຄົນ ເຊິ່ງທີ່ຈັດສົ່ງຈາກສາງເກັບເຄື່ອງສຸບາງ ປະເທດມາເລເຊຍລວມມູນຄ່າປະມານ 260.000 ໂດລາສະຫະລັດ ຫຼື ປະມານ 5,6ຕື້ກີບ.

ເຄື່ອງຊ່ວຍເຫຼືອຈາກສູນ AHA ດັ່ງກ່າວໄດ້ຊ່ວຍ ສປປ ລາວ ມີຄວາມສາມາດໃນການຮັບມື ແລະ ຕອບໂຕ້ຕໍ່ຜົນກະທົບຈາກພາຍຸໝູນເຂດຮ້ອນວິພາແລະ ລົມມໍລະສຸມຕາເວັນຕົກສຽງໃຕ້ໄດ້ຫຼາຍຂຶ້ນການຊ່ວຍເຫຼືອພາຍໃຕ້ກິດຈະກຳຮ່ວມມືດ້ານວຽກງານການປ້ອງກັນຊາດ 2025 ແມ່ນໄດ້ຊ່ວຍສົມທົບການຊ່ວຍເຫຼືອຂອງສູນ AHA ແລະ ເປັນການເສີມຂະຫຍາຍການກຽມຄວາມພ້ອມ ເພື່ອຮັບປະກັນວ່າ ມີເຄື່ອງຊ່ວຍເຫຼືອດ້ານມະນຸດສະທຳພ້ອມທີ່ຈະແຍກຢາຍເມື່ອເກີດໄພພິບັດ.

ອດສະຕຣາລສບຕມອບເຄອງຊວຍເຫອລາວມນຄາ 98.000 ໂດລາອດສະຕຣາລ - image 2
 

ການຊ່ວຍເຫຼືອດ້ານມະນຸດສະທຳຂອງອົດສະຕຣາລີສະທ້ອນໃຫ້ເຫັນເຖິງຄວາມເຂັ້ມແຂງຂອງການຮ່ວມມືທີ່ຍາວນານຂອງລັດຖະບານອົດສະຕຣາລີ ກັບ ສປປ ລາວ ແລະ ອາຊຽນເຊິ່ງເປັນການຢັ້ງຢືນບົດບາດຂອງອົດສະຕຣາລີໃນຖານະຄູ່ຮ່ວມງານທີ່ເຊື່ອໝັ້ນ ແລະ ໄວ້ວາງໃຈໄດ້ໃນການສະໜັບສະໜູນວຽກງານດ້ານມະນຸດສະທຳ ແລະ ການຕອບໂຕ້ພາວະສຸກເສີນໃນທົ່ວພາກພື້ນ ແລະ ຍັງສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນອັນໝັ້ນຄົງຂອງອົດສະຕຣາລີ ທີ່ຈະສະໜັບສະໜູນການຕອບໂຕ້ແບບໝູ່ຄະນະຂອງອາຊຽນ ແລະ ຄວາມສາມັກຄີ ແລະ ຄວາມເປັນໜຶ່ງດຽວຂອງປະຊາຄົມອາຊຽນ.

ການຊ່ວຍເຫຼືອດ້ານມະນຸດສະທຳນີ້ແມ່ນສ່ວນໜຶ່ງຂອງການຮ່ວມມືດ້ານມະນຸດສະທຳ ແລະ ການພັດທະນາຂອງອົດສະຕຣາລີ ແລະ ສປປ ລາວໂດຍຜ່ານໂຄງການຮ່ວມມື ເຊັ່ນ: ໂຄງການອິນໂດ-ປາຊີຟິກແລະ ການຮ່ວມມືກັບອາຊຽນອົດສະຕຣາລີຈະສືບຕໍ່ຢືນຢູ່ຄຽງຂ້າງ ສປປ ລາວ ໃນການສ້າງອະນາຄົດທີ່ມີຄວາມປອດໄພ ແລະ ມີຄວາມເຂັ້ມແຂງຫຼາຍຂຶ້ນ.

ຂ່າວ ຊີລິການດາ

ຄໍາເຫັນ

ຂ່າວການຮ່ວມມື

ຊາວໜຸ່ມສະຫວັນນະເຂດ-ກວາງຈິ ຈັດກິດຈະກຳພົບປະແລກປ່ຽນບົດຮຽນຮ່ວມກັນ

ຊາວໜຸ່ມສະຫວັນນະເຂດ-ກວາງຈິ ຈັດກິດຈະກຳພົບປະແລກປ່ຽນບົດຮຽນຮ່ວມກັນ

ໃນວັນທີ 22-23 ທັນວາຜ່ານມາ, ທີ່ຫໍພິພິຕະພັນບັ້ນຮົບລາມເຊິນ 719 ເມືອງເຊໂປນ ແຂວງສະຫວັນນະເຂດ ໄດ້ຈັດງານພົບປະມິດຕະພາບແລກປ່ຽນກິດຈະກຳສິລະປະວັນນະຄະດີຮ່ວມກັນລະຫວ່າງຊາວໜຸ່ມເຍົາວະຊົນຂອງ ແຂວງສະຫວັນນະເຂດ ສປປ ລາວ ແລະ ກວາງຈິ ສສ ຫວຽດນາມ, ພາຍໃຕ້ຫົວຂໍ້
ປາຖະກະຖາ ເນື້ອໃນຈິດໃຈກອງປະຊຸມຄົບຄະນະ ຄັ້ງທີ 4 ສະໄໝທີ XX ຂອງພັກກອມມູນິດຈີນ

ປາຖະກະຖາ ເນື້ອໃນຈິດໃຈກອງປະຊຸມຄົບຄະນະ ຄັ້ງທີ 4 ສະໄໝທີ XX ຂອງພັກກອມມູນິດຈີນ

ໃນວັນທີ 25 ທັນວານີ້, ທີ່ຫ້ອງວ່າການສູນກາງພັກ,ໄດ້ຈັດຕັ້ງປາຖະກະຖາ“ ເນື້ອໃນຈິດໃຈ ກອງປະ ຊຸມຄົບຄະນະ ຄັ້ງທີ 4 ສະໄໝທີ XX ຂອງພັກກອມມູນິດຈີນ” ໂດຍ ມີ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຮັບຟັງ.
ລາວ-ຈີນ ເພີ່ມທະວີການຮ່ວມມືວຽກງານອົງການຕຸລາການຂອງ 2 ປະເທດ

ລາວ-ຈີນ ເພີ່ມທະວີການຮ່ວມມືວຽກງານອົງການຕຸລາການຂອງ 2 ປະເທດ

ສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ນາງ ຖາວ ຂາຍຢວນ (Tao Kaiyuan) ຮອງປະທານສານປະຊາຊົນສູງສຸດແຫ່ງ ສປ ຈີນ ພ້ອມດ້ວຍຄະນະ ໃນວັນທີ 23 ທັນວາ 2025, ທີ່ສານປະຊາຊົນສູງສຸດ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກເປັນທາງການ ຢູ່ ສປປ ລາວ.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ໃນວັນທີ 22ທັນວາ 2025 ທີ່ ກົວລາລໍາເປີ, ປະເທດ ມາເລເຊຍ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ເເທນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ ໂດຍການເປັນປະທານຂອງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ ໃນນາມປະທານອາຊຽນ ປີ 2025 ແລະ ມີບັນດາລັດຖະມົນຕີຕ່າງປະເທດອາຊຽນ, ຜູ້ຕາງໜ້າ ແລະ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ.
ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ເພີ່ມເຕີມ