ປະກາດຮັບຮອງ 10 ບ້ານ ເປັນບ້ານປ້ອງກັນຊາດເຂັ້ມແຂງຂອງເມືອງແມດ

ປະກາດຮັບຮອງ 10 ບ້ານ ເປັນບ້ານປ້ອງກັນຊາດເຂັ້ມແຂງຂອງເມືອງແມດ
ໃນວັນທີ 12 ທັນວາຜ່ານມາທີ່ສະໂມສອນຂອງເມືອງແມດ ແຂວງວຽງຈັນ, ໄດ້ມີພິທີປະກາດຮັບຮອງເອົາຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງຈຳນວນ 10 ບ້ານຂອງເມືອງຄື: ບ້ານນ້ຳຫານ, ບ້ານນ້ຳແຜນ, ບ້ານນາດີ, ບ້ານນາປ່ານ, ບ້ານນາໂພ, ບ້ານນໍ້າເຟືອງ, ບ້ານນ້ຳຮວາງ, ບ້ານນາປາຈາດ, ບ້ານຫາດຍາວ ແລະ ບ້ານຫ້ວຍຕົມເປັນບ້ານປ້ອງກັນຊາດເຂັ້ມແຂງຂອງເມືອງແມດໂດຍເປັນປະທານຂອງທ່ານ ພັທ ຄຳໄສ ດວງວິໄຊ ຄະນະປະຈຳພັກເມືອງ ຫົວໜ້າກອງບັນຊາການທະຫານເມືອງ, ເປັນກຽດເຂົ້າຮ່ວມຂອງທ່ານພົນຈັດຕະວາ ບຸນມາ ວົງດາລາແສນ ຄະນະປະຈຳພັກແຂວງ ຫົວໜ້າກອງບັນຊາການທະຫານແຂວງ, ທ່ານ ຄຳປ່ຽນ ແສງສະຫວັດ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆແມດ ທັງເປັນປະທານປ້ອງກັນຊາດ - ປ້ອງກັນຄວາມສະຫງົບຂັ້ນເມືອງ,ພ້ອມດ້ວຍອຳນາດການປົກຄອງບ້ານຈຳນວນ 10 ບ້ານເຂົ້າຮ່ວມ, 
   ໃນຈຳນວນ10 ບ້ານດັ່ງກ່າວແມ່ນຕັ້ງຢູ່ລຽບຕາມເສັ້ນທາງ 4502 ປະຊາຊົນສ່ວນຫຼາຍແມ່ນມີອາຊີບປູກຝັງ-ລ້ຽງສັດ, ຄ້າຂາຍ ແລະ ເປັນພະນັກງານສັງກັດລັດຈຳນວນໜຶ່ງ,ຊິວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂຶ້ນເປັນກ້າວໆ, ປະຊາຊົນແມ່ນມີຄວາມດຸໝັ່ນຂະຫຍັນພຽນໃນການອອກແຮງງານ, ມີແນວຄິດການເມືອງໜັກແໜ້ນ ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ ແລະ ບ້ານເກີດເມືອງນອນຂອງຕົນ, ມີຄວວາມສາມັກຄີຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ຕັ້ງໜ້າປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເວົ້າລວມ ເວົ້າສະເພາະກໍແມ່ນການປົກປັກຮັກສາພັດທະນາບ້ານຊ່ອງຂອງຕົນ,ໃນຈຳນວນ 10 ບ້ານມີກຳລັງ ປກຊ - ປກສ ທັງໝົດ  200ຄົນ, ມີເນື້ອທີ່ດິນທັງໝົດ 465.521 ເຮັກຕາ, ເນື້ອທີ່ດິນປຸກສ້າງທັງໝົດ 45.586 ເຮັກຕາ, ເນື້ອທີ່ທຳການຜະລິດ 16.684 ເຮັກຕາ, ຈຳນວນ 10 ບ້ານປະກອບມີ 10 ໜວ່ຍພັກ, ມີສະມາຊິກພັກທັງໝົດ 192ຄົນ ຍິງ 36ຄົນ, ຈຳນວນ 10 ບ້ານມີຄອບຄົວທັງໝົດ 1.918 ຄອບຄົວ, ມີຄອບຄົວປ້ອງກັນຊາດປະເພດ 1: ມີ 1.831 ຄອບຄົວ, ປະເພດ 2: ມີ 69 ຄອບຄົວ, ຄອບຄົວຫຼຸດຄາດໝາຍມີ 0 ຄອບຄົວ, ຫຼັງຈາກນັ້ນທ່ານເຈົ້າເມືອງກໍໄດ້ເປັນກຽດຂຶ້ນມອບໃບຢັ້ງຢືນຄອບຄົວປ້ອງກັນຊາດເຂັ້ມແຂງ ແລະ ທ່ານຫົວໜ້າກອງບັນຊາການທະຫານແຂວງກໍໄດ້ເປັນກຽດຂຶ້ນມອບໃບຢັ້ງຢືນບ້ານປ້ອງກັນຊາດເຂັ້ມແຂງ.
ໃນໂອກາດດັ່ງກ່າວ, ທ່ານ ພົນຈັດຕະວາ ບຸນມາ ວົງດາລາແສນ ໄດ້ໂອ້ລົມກ່າວສະແດງຄວາມ ຍ້ອງຍໍຊົມເຊີຍມາຍັງອຳນາດການປົກຄອງບ້ານ ແລະ ປະຊາຊົນທັງ 10 ບ້ານທີ່ໄດ້ຮັບຜົນສຳເລັດ ແລະ ໄດ້ຮັບນາມມະຍົດເປັນຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງແລະ ໄດ້ຮຽກຮ້ອງມາຍັງອຳນາດການປົກຄອງຈົ່ງພ້ອມກັນສືບຕໍ່ສຶກສາອົບຮົມການເມືອງ - ແນວຄິດໃຫ້ແກ່ປະຊາຊົນບັນດາເຜົ່າ ໃຫ້ເຂົາເຈົ້າເຂົ້າໃຈແຈ້ງຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງກຸ່ມຄົນທີ່ບໍ່ຫວັງດີ ເປັນຕົ້ນແມ່ນອິດທິກຳລັງປໍລະປັກ ໃຫ້ສືບຕໍ່ເອົາໃຈໃສ່ຕໍ່ວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ - ປ້ອງກັນຄວາມະຫງົບເຮັດໃຫ້ວຽກງານດັ່ງກ່າວກາຍເປັນຂອງໝົດທຸກຄົນ,ໃຫ້ສືບຕໍ່ຮັກສານາມມະຍົດຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງໄວ້ໃຫ້ໝັ້ນຄົງຕະຫຼອດໄປ.ຈາກນັ້ນໄດ້ພ້ອມກັນເປີດປ້າຍ ແລະ ລັ່ງຄ້ອງເກົ້າບາດເພື່ອຮັບຮອງເອົາຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງຈຳນວນ 10 ບ້ານດັ່ງກ່າວ.
ຂ່າວ-ພາບ:ບຸນລ້ອມ     

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປກສ ເມືອງສຳພັນ ມອບລົດຈັກ 2 ຄັນຄືນໃຫ້ເຈົ້າຂອງເດີມ

ປກສ ເມືອງສຳພັນ ມອບລົດຈັກ 2 ຄັນຄືນໃຫ້ເຈົ້າຂອງເດີມ

ໃນວັນທີ 17 ກໍລະກົດນີ້, ເຈົ້າໜ້າທີ່ໜ່ວຍງານ ສືບສວນ-ສອບສວນ ກອງບັນຊາການ ປກສ ເມືອງສຳພັນ ແຂວງຜົ້ງສາລີ ໄດ້ມອບລົດຈັກເວັບ 110 ສີດໍາ 1 ຄັນ ແລະ ລົດຈັກເວັບໄອ 125 ສີຟ້າດຳ 1 ຄັນ, ທີ່ຄົນ ຮ້າຍລັກໄປຄືນໃຫ້ເຈົ້າຂອງເດີມ. ຕາມການລາຍງານຂອງ ເຈົ້າໜ້າທີ່ໃຫ້ຮູ້ວ່າ: ໃນ ວັນທີ 12 ກໍລະກົດ 2025 ຜ່ານມາ, ໜ່ວຍງານ ສືບສວນ-ສອບສວນ ປກສ ເມືອງສຳພັນໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍວ່າ: ມີຄົນຮ້າຍໄດ້ລັກລົດຈັກ ທີ່ຈອດໄວ້ຢູ່ເຮືອນຕົນເອງ ບ້ານພູໄຊ ແລະ ບ້ານນາໄຊ ເມືອງສຳພັນແຂວງຜົ້ງສາລີ.
ແມ່ຍິງ ສນຫລ ຫວນຄືນມູນເຊື້ອ ວັນສ້າງຕັ້ງອົງການສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ແມ່ຍິງ ສນຫລ ຫວນຄືນມູນເຊື້ອ ວັນສ້າງຕັ້ງອົງການສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ສະຫະພັນແມ່ຍິງ ສະຫະພັນນັກຮົບເກົ່າແຫ່ງຊາດລາວ (ສນຫລ) ໄດ້ຈັດປາຖະກະຖາຫວນຄືນມູນເຊື້ອການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 - ກໍລະກົດ 2025) ຂຶ້ນໃນວັນທີ 18 ກໍລະກົດ ນີ້ ທີ່ ສນຫລ ໂດຍໃຫ້ກຽດເຜີຍແຜ່ ແລະ ເປັນປະທານຮ່ວມຂອງ ສະຫາຍ ພັອ ນາງ ຄໍາພູ ສິດທິເສນ ຫົວໜ້າກົມກວດກາ ສນຫລ; ສະຫາຍ ພົວ ຄໍາຫອມ ແສງບົວລົມ ຮອງປະທານ ສນຫລ; ສະຫາຍ ນາງ ນິດສະໄໝ ສິດທິໄຊ ປະທານສະຫະພັນແມ່ຍິງ ສນຫລ ພ້ອມດ້ວຍຄະນະສະຫະພະພັນແມ່ຍິງ, ໜ່ວຍແມ່ຍິງ, ສະມາຊິກສະຫະພັນແມ່ຍິງ ແລະ ແຂກຖືກເຊີນ ເຂົ້າຮ່ວມຮັບຟັງ.
ເຈົ້າແຂວງສະຫວັນນະເຂດ ຕິດຕາມ, ປະເມີນຄືນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VIII ອົງຄະນະພັກເມືອງໄຊບູລີ

ເຈົ້າແຂວງສະຫວັນນະເຂດ ຕິດຕາມ, ປະເມີນຄືນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VIII ອົງຄະນະພັກເມືອງໄຊບູລີ

ໃນວັນທີ 16 ກໍລະກົດຜ່ານມາ, ທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ ໄດ້ໄປພົບປະໂອ້ລົມພະນັກງານການນຳເມືອງໄຊບູລີ ເພື່ອຮັບຟັງການລາຍງານກ່ຽວກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກເມືອງ, ໂດຍມີທ່ານ ຄາລາໂຊ ຫຼຸຍບົວທອງ ເລຂາຄະນະບໍລິຫານງານພັກເມືອງໄຊບູລີ.
ເມືອງຊຽງຮ່ອນໄດ້ຮັບຜົນກະທົບຈາກນໍ້າຖ້ວມ

ເມືອງຊຽງຮ່ອນໄດ້ຮັບຜົນກະທົບຈາກນໍ້າຖ້ວມ

ໃນລະຫວ່າງວັນທີ 16-17 ກໍລະກົດ 2025ຜ່ານມານີ້, ໄດ້ມີຝົນຕົກຕິດຕໍ່ກັນເປັນເວລາຫຼາຍຊົ່ວໂມງ ເຮັດໃຫ້ປະລິມານນໍ້າຝົນຢູ່ພາຍໃນເມືອງແທກໄດ້ 201,5 ມີລີແມັດ ຢູ່ຈຸດວັດແທກປະລິມານນໍ້າຝົນຢູ່ເມືອງຊຽງຮ່ອນ ແຂວງໄຊຍະບູລີ ຢູ່ໃນລະດັບເຕືອນໄພ ເນື່ອງຈາກມີຝົນຕົກໜັກຕິດຕໍ່ກັນເປັນເວລາຫຼາຍຊົ່ວໂມງ ໄດ້ເຮັດໃຫ້ແມ່ນໍ້າສາຍຫຼັກ ຫຼາຍສາຍໄດ້ມີມວນນໍ້າເປັນຈຳນວນຫຼວງຫຼາຍໄຫຼສົມທົບກັນ ເຮັດໃຫ້ມີນໍ້າໄຫຼຊຸ ແລະ ຍື່ງຖ້ວມເຮືອນຊານບ້ານຊ່ອງ ທີ່ຢູ່ອາໃສ ແລະ ພື້ນທີ່ທຳການຜະລິດຂອງຊາວກະສິກອນ ຢູ່ພາຍໃນເມືອງ ເປັນຕົ້ນແມ່ນ: ຖ້ວມທີ່ຢູ່ອາໃສ ໄດ້ຮັບຜົນກະທົບຈຳນວນ 12 ບ້ານຄື: ບ້ານ ນາອອນ, ດອນເຟືອງ, ບ້ານປົ່ງ,ອນມູນ, ທາດ, ຫ້ວຍຮາກ, ທົ່ງກາບ, ບ້ານແກ່ນ, ບ້ານຄໍ້າ, ບ້ານຂິ່ງ, ໃໝ່ໜອງຊາງ ແລະ ບ້ານຊ້າງ ມີ 404 ຄອບຄົວ, ມີ 2,000 ກວ່າຄົນ.
ຫົວໜ້າ ຄອສພ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັັດຕະປື

ຫົວໜ້າ ຄອສພ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັັດຕະປື

ໃນວັນທີ 18 ກໍລະກົດນີ້, ທ່ານ ຄຳພັັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ພ້ອມຄະນະໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັດຕະປີ, ໂດຍໃຫ້ການຕ້ອນຮັບຂອງທ່ານນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ແລະ ໄດ້ພົບປະກັບຄະນະປະຈຳພັກແຂວງ ຄະນະໂຄສະນາອົບຮົບແຂວງທີ່ຫ້ອງວ່າການແຂວງ.
ອຸດົມໄຊ ລະດົມແນວຄວາມຄິດ ແກ້ໄຂບັນຫາຂາດແຄນແຮງງານ

ອຸດົມໄຊ ລະດົມແນວຄວາມຄິດ ແກ້ໄຂບັນຫາຂາດແຄນແຮງງານ

ໃນວັນທີ 18 ກໍລະກົດນີ້ ທີ່ຫ້ອງປະຊຸມຂອງພະແນກແຜນການ ແລະ ການລົງທຶນແຂວງອຸດົມໄຊ, ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງ ໄດ້ຈັດກອງປະຊຸມພົບປະຄູ່ຮ່ວມງານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອປຶກສາຫາລືກ່ຽວກັບການສົ່ງເສີມວຽກງານບໍລິການຈັດຫາງານພາຍໃນ ແລະ ຫາແນວທາງແກ້ໄຂບັນຫາການຂາດແຄນແຮງງານພາຍໃນແຂວງ ຂຶ້ນໂດຍການເປັນປະທານຂອງ ທ່ານ ສຸພອນ ແສງຈັນທະລາ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງອຸດົມໄຊ.
ເມືອງຄອບ ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມໃນເບື້ອງຕົ້ນຈໍານວນ 2 ຕື້ກວ່າກີບ

ເມືອງຄອບ ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມໃນເບື້ອງຕົ້ນຈໍານວນ 2 ຕື້ກວ່າກີບ

ໃນຕອນເຊົ້າຂອງວັນທີ 16-17 ກໍລະກົດຜ່ານມານີ້ ນໍ້າໄດ້ຖ້ວມຊຸຢ່າງກະທັນຫັນ ຢູ່ຫຼາຍບ້ານພາຍໃນເມືອງຄອບ ແຂວງໄຊຍະບູລີ ເນື່ອງຈາກມີຝົນຕົກໜັກຕິດຕໍ່ກັນເປັນເວລາຫຼາຍວັນ ຈົນເກີດມີນໍ້າໄຫຼຊຸ ເຮືອນຊານ ບ້ານຊ່ອງຂອງປະຊາຊົນ ໄດ້ຮັບຄວາມເສຍຫາຍຢ່າງໜັກໜວງ. ອີ່ງຕາມການລາຍງານຜົນເສຍຫາຍໃນເບື້ອງຕົ້ນ ຈາກໄພພິບັດນໍ້າຖ້ວມໃນຄັ້ງນີ້ ຂອງຄະນະກໍາມະການຕ້ານໄພພິບັດຂັ້ນເມືອງໃຫ້ຮູ້ວ່າ: ໃນທົ່ວເມືອງຖືກຜົນກະທົບທັງໝົດຈໍານວນ 6 ບ້ານຄື: ບ້ານຜາບ່ອງ, ມ່ວງດອນມູນ, ເຄິ່ງຫຼັກຄໍາ, ປາງໄຮ, ປ່າຄາ ແລະ ບ້ານນໍ້າພ້າວ ປະກອບມີ 258 ຄອບຄອບ, ມີ 1,336 ຄົນ ຍິງ 628 ຄົນ ຊຶ່ງຄິດເປັນມູນຄ່າເສຍຫາຍທັງໝົດ 2 ຕື້ກວ່າກີບ
ຜະລິດຕະພັນອໍຣ່າຟູດ ກິນແລ້ວດີເໝາະສໍາລັບຜູ້ທີ່ຮັກສາສຸຂະພາບ

ຜະລິດຕະພັນອໍຣ່າຟູດ ກິນແລ້ວດີເໝາະສໍາລັບຜູ້ທີ່ຮັກສາສຸຂະພາບ

ບໍລິສັດອໍຣ່າການຄ້າ ໄດ້ນໍາສະເໜີຜະລິດຕະພັນໃໝ່ທີ່ເປັນທັນຍາພຶດ ກິນແລ້ວດີຕໍ່ສຸຂະພາບເໝາະສໍາລັບທຸກເພດທຸກໄວ ໂດຍສະເພາະຜູ້ທີ່ກຳລັງເບິ່ງແຍງສຸຂະພາບ. ທ່ານນາງ ອານຸລັກ ວິລາວົງ ຮັບຜິດຊອບຝ່າຍການຕະຫຼາດ ບໍລິສັດອໍຣ່າການຄ້າ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 17 ກໍລະກົດຜ່ານມາ ໃນໂອກາດເຂົ້າຮ່ວມງານວາງສະແດງສິນຄ້າລາວ-ຫວຽດນາມ ປະຈໍາປີ 2025 ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນວ່າ:
ກອງປະຊຸມ ກອງເລຂາຄະນະກຳມະການອະໄພຍະໂທດ ລະດັບຊາດ

ກອງປະຊຸມ ກອງເລຂາຄະນະກຳມະການອະໄພຍະໂທດ ລະດັບຊາດ

ກອງປະຊຸມກອງເລຂາຄະນະກຳມະການອະໄພຍະໂທດ ລະດັບຊາດ ເພື່ອລາຍງານຜົນການຄົ້ນຄວ້າ, ກວດກາ ແລະ ສັງລວມ ການສະເໜີຂໍອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ການສະເໜີຂໍອະໄພຍະໂທດປ່ອຍຕົວ ປະຈຳປີ 2025 ໄດ້ຈັດໃນວັນທີ 18 ກໍລະກົດ ນີ້ ຢູ່ຫ້ອງປະຊຸມໃຫຍ່ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຫົວໜ້າກອງເລຂາຄະນະກຳມະການອະໄພຍະໂທດ ລະດັບຊາດ, ມີຕາງໜ້າອົງການໄອຍະການປະຊາຊົນສູງສຸດ, ກະຊວງປ້ອງກັນຄວາມສະຫງົບ, ຫ້ອງວ່າການສໍານັກງານປະທານປະເທດ, ສໍານັກງານນາຍົກລັດຖະມົນຕີ, ສານປະຊາຊົນສູງສຸດ, ກະຊວງຍຸຕິທໍາ, ກະຊວງປ້ອງກັນປະເທດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ແມ່ຍິງກະຊວງສາທາ ສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ແມ່ຍິງກະຊວງສາທາ ສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ສະຫະພັນແມ່ຍິງກະຊວງສາທາລະນະສຸກ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ (20/7/1955-20/7/2025) ຄົບຮອບ 70 ປີ ແລະ ເຜີຍແຜ່ຜົນການເຝົ້າລະວັງເຊື້ອຈຸລະຊີບທີ່ຕ້ານຕໍ່ຢາຕ້ານເຊື້ອ ຂຶ້ນໃນວັນທີ 15 ກໍລະກົດຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງທ່ານນາງ ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ (ສສຍລ), ມີທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະ ນະສຸກ ຜູ້ຊີ້ນໍາ 3 ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ