ປາກຊ່ອງ ເນັ້ນການປູກພືດເປັນສິນຄ້າສ້າງລາຍຮັບຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ

ປາກຊ່ອງ ເນັ້ນການປູກພືດເປັນສິນຄ້າສ້າງລາຍຮັບຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ
ການຜະລິດເປັນສິນຄ້າບໍ່ວ່າທາງດ້ານໃດກໍລ້ວນແຕ່ເປັນປັດໄຈ ແລະ ທ່າແຮງໃຫ້ແກ່ການສ້າງລາຍຮັບ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນ ດັ່ງນັ້ນ ພັກ - ລັດຖະບານ ຈຶ່ງໄດ້ເອົາໃຈໃສ່ນຳພາ, ຊຸກຍູ້, ສົ່ງເສີມການຜະລິດເປັນສິນຄ້າຕາມທ່າແຮງທີ່ບົ່ມຊ້ອນຂອງແຕ່ລະທ້ອງຖິ່ນໃຫ້ມີການຂະຫຍາຍຕົວ ແລະ ໜຶ່ງໃນນັ້ນກໍແມ່ນການປູກພືດເປັນສິນຄ້າຂອງຊາວເມືອງປາກຊ່ອງຜືນແຜ່ນດິນຄຳ ອັນໄດ້ນຳຜົນປະໂຫຍດເປັນຢ່າງດີແກ່ປະຊາຊົນ.
ໂດຍ: ເກດສະໜາ ແກ້ວສຸວັນນະແສງ
ການຜະລິດເປັນສິນຄ້າບໍ່ວ່າທາງດ້ານໃດກໍລ້ວນແຕ່ເປັນປັດໄຈ ແລະ ທ່າແຮງໃຫ້ແກ່ການສ້າງລາຍຮັບ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນ ດັ່ງນັ້ນ ພັກ - ລັດຖະບານ ຈຶ່ງໄດ້ເອົາໃຈໃສ່ນຳພາ, ຊຸກຍູ້, ສົ່ງເສີມການຜະລິດເປັນສິນຄ້າຕາມທ່າແຮງທີ່ບົ່ມຊ້ອນຂອງແຕ່ລະທ້ອງຖິ່ນໃຫ້ມີການຂະຫຍາຍຕົວ ແລະ ໜຶ່ງໃນນັ້ນກໍແມ່ນການປູກພືດເປັນສິນຄ້າຂອງຊາວເມືອງປາກຊ່ອງຜືນແຜ່ນດິນຄຳ ອັນໄດ້ນຳຜົນປະໂຫຍດເປັນຢ່າງດີແກ່ປະຊາຊົນ.
ທ່ານ ອະນຸສອນ ສິດທິລາດ ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງປາກຊ່ອງ ແຂວງຈຳປາສັກ ໃຫ້ສຳພາດວ່າ: ການປູກພືດເປັນສິນຄ້າຢູ່ເມືອງປາກຊ່ອງ ມາຮອດໄລຍະ 6 ເດືອນຕົ້ນປີ 2022 ແມ່ນມີທ່ວງທ່າຂະຫຍາຍຕົວດີ. ທັງນີ້ເນື່ອງຈາກວ່າ ພືດບາງຊະນິດແມ່ນມີທ່າແຮງທາງດ້ານການຕະຫຼາດ; ມີຕະຫຼາດຮອງຮັບ ໃນລາຄາທີ່ຊາວກະສິກອນຍອມຮັບໄດ້ ຄຽງຄູ່ກັບການຊຸກຍູ້ສົ່ງເສີມຂອງພາກລັດ ແລະ ພາກຜູ້ປະກອບການ ລວມທັງບັນດາບໍລິສັັດຜູ້ລົງທຶນຕ່າງໆທັງພາຍໃນ ແລະ ຕ່າງປະເທດ ຈຶ່ງສາມາດບັນລຸໄດ້ຕາມແຜນ ເຊັ່ນ: ການປູກພືດກະສິກໍາອາຍຸສັ້ນ ແລະ ພືດສິນຄ້າຍາວນານຈາກ 51.916,23 ເຮັກຕາ ຜົນຜະລິດ 313.710,06 ໂຕນ ໃນງວດ II ປີ 2021, ມາເປັນ 51.705,73 ຮຕ ຜົນຜະລິດ 351.786,42 ໂຕນ ໃນງວດ II ປີ 2022 ລື່ນແຜນການ 11.29%, ທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 12,14% ແລະ ອັນພົ້ນເດັ່ນແມ່ນມັນດ້າງ ປະຕິບັດໄດ້ 240 ໂຕນ, ທຽບໃສ່ໄລຍະດຽວກັນຂອງປີກາຍເພີ່ມຂຶ້ນ 6,67%; ສາລີຫວານ ປະຕິບັດໄດ້ 346,50 ໂຕນ, ທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 1,02%; ຜັກກະລໍ່າປີ: ປະຕິບັດໄດ້ 140.025 ໂຕນ, ທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 0,2%; ຜັກກາດຫໍ່ ປະຕິບັດໄດ້ 19.755 ໂຕນ, ທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 0,8%; ຂີງ ປະຕິບັດໄດ້ 2.540 ໂຕນ, ທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 0,79%; ໝາກກ້ວຍ ປະຕິບັດໄດ້ 4.771 ໂຕນ, ທຽບໃສ່ໄລຍະດຽວກັນປະຕິບັດໄດ້ 100%; ໝາກນອດ ເປັນພືດສິນຄ້າໃໝ່ ປະຕິບັດໄດ້ 44.000 ໂຕນ, ທຽບໃສ່ໄລຍະດຽວກັນປະຕິບັດໄດ້ 100%. ນອກຈາກນັ້ນ ຍັງມີພືດສິນຄ້າຊະນິດອື່ນໆ.
ສໍາລັບພືດສິນຄ້າທີ່ເປັນທ່າແຮງຂອງເມືອງ ແລະ ແຂວງ ຫຼື ພືດສິນຄ້າອາຍຸຍາວ ພົ້ນເດັ່ນທີ່ສຸດແມ່ນກາເຟ ຊຶ່ງທົ່ວເມືອງມີເນື້ອທີ່ປູກໄດ້ 48.765,23 ຮຕ, ເນື້ອທີ່ເກັບໝາກ 48.530,23 ຮຕ, ຜົນຜະລິດ (ໝາກແດງ) 350.580 ໂຕນ ຫຼື ເທົ່າກັບ 70.116 ໂຕນ (ໝາກຊ້ອມ), ທຽບໃສ່ແຜນການໄດ້ 112,9%, ທຽບໃສ່ໄລຍະດຽວປີກາຍເພີ່ມຂຶ້ນ 12,9%; ຊາຕົ້ມນໍ້າ ເນື້ອທີ່ປູກໄດ້ 355 ຮຕ, ເນື້ອທີ່ເກັບໃບ 355 ຮຕ, ຜົນຜະລິດ 177,5 ໂຕນ, ທຽບໃສ່ແຜນການ ໄດ້ 61,63%, ທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 100%.
ຈາກການປູກພືດເປັນສິນຄ້າຢູ່ເມືອງປາກຊ່ອງ ທີ່ມີທ່ວງທ່າຂະຫຍາຍຕົວນັ້ນ ການສ້າງຕົວແບບດ້ານການປູກຝັງກໍມີການຂະຫຍາຍຕົວເຊັ່ນດຽວກັນ. ໃນນັ້ນທີ່ພົ້ນເດັ່ນກວ່າໝູ່ມີ 12 ຄອບຄົວຄື: 1. ຄອບຄົວ ທ່ານ ແສງເດືອນ ບ້ານພູດິນອ່ອນ ເມືອງປາກຊ່ອງ (ປູກກາເຟ) ລາຍຮັບສະເລ່ຍ 140 ລ້ານກີບ/ປີ; 2. ຄອບຄົວ ທ່ານ ສາຍສະໝອນ ບ້ານທົ່ງເສັດ ເມືອງປາກຊ່ອງ (ປູກພືດຜັກ) ລາຍຮັບສະເລ່ຍ 100 ລ້ານກີບ/ປີ; 3. ຄອບຄົວ ທ່ານ ສີຖານ ບ້ານກອງຕູ່ນ ເມືອງປາກຊ່ອງ (ປູກພືດຜັກ, ກາເຟ) ລາຍຮັບສະເລ່ຍ 170 ລ້ານກີບ/ປີ; 4. ຄອບຄົວ ທ່ານ ສົມບູນ ສາຍບົວແກ້ວ ບ້ານກະຕວດ ເມືອງປາກຊ່ອງ(ປູກກາເຟ) ລາຍຮັບສະເລ່ຍ 140 ລ້ານກີບ/ປີ; 5. ຄອບຄົວ ທ່ານ ເກດ ແກ້ວບົວພາ ບ້ານເຊປຽນ ເມືອງປາກຊ່ອງ (ປູກກາເຟ) ລາຍຮັບສະເລ່ຍ 150 ລ້ານກີບ/ປີ; 6. ຄອບຄົວ ທ່ານ ຂຽນ ບ້ານປາກຊ່ອງ ເມືອງປາກຊ່ອງ (ປູກກາເຟ) ລາຍຮັບສະເລ່ຍ 200 ລ້ານກີບ/ປີ; 7. ຄອບຄົວ ແມ່ແອ ບ້ານພູມອນ ເມືອງປາກຊ່ອງ (ປູກກາເຟ) ລາຍຮັບສະເລ່ຍ 150 ລ້ານກີບ/ປີ; 8. ຄອບຄົວ ທ່ານ ບຸນຍູ້ ດວງສະຫງ່າ ບ້ານຫຼັກ 35 ເມືອງປາກຊ່ອງ (ປູກກາເຟ) ລາຍຮັບສະເລ່ຍ 300 ລ້ານກີບ/ປີ; 9. ຄອບຄົວ ທ່ານ ຄໍາສຸກ ບ້ານທົ່ງກະຕ່າຍ ເມືອງປາກຊ່ອງ (ປູກກາເຟ) ລາຍຮັບສະເລ່ຍ 300 ລ້ານກີບ/ປີ; 10.ຄອບຄົວ ທ່ານ ວິຊຽນ ບ້ານທົ່ງກະຕ່າຍ ເມືອງປາກຊ່ອງ (ປູກກາເຟ) ລາຍຮັບສະເລ່ຍ 200 ລ້ານກີບ/ປີ; 11. ຄອບຄົວ ທ່ານ ພິມພອນ ຄໍາພາເຮືອງ ບ້ານຫ້ວຍເຕົ່າ ເມືອງປາກຊ່ອງ (ປູກກາເຟ) ລາຍຮັບສະເລ່ຍ 200 ລ້ານກີບ/ປີ; 12. ຄອບຄົວ ທ່ານ ບຸນທ່ຽງ ບ້ານຫຼັກ 40 ເມືອງປາກຊ່ອງ (ປູກກາເຟ) ລາຍຮັບ ສະເລ່ຍ 200 ລ້ານກີບ/ປີ.
ທ່ານ ອະນຸສອນ ສິດທິລາດ ກ່າວອີກວ່າ: ສາເຫດທີ່ເຮັດໃຫ້ການປູກພືດເປັນສິນຄ້າ ຢູ່ເມືອງປາກຊ່ອງມີການຂະຫຍາຍຕົວ ແລະ ສ້າງລາຍຮັບໃຫ້ປະຊາຊົນໄດ້ເພີ່ມຂຶ້ນຄືແນວນີ້ ກໍຍ້ອນໄດ້ຮັບການຊີ້ນຳ ນຳພາຢ່າງໃກ້ຊິດຈາກຄະນະພັກ - ອົງການປົກຄອງເມືອງ, ການຊຸກຍູ້ສົ່ງເສີມທາງດ້ານເຕັກນິກ-ວິຊາການຈາກຫ້ອງການກະສິກຳ ແລະ ປ່າໄມ້ເມືອງປາກຊ່ອງ, ບວກກັບຄວາມຕື່ນຕົວກະຕືລືລົ້ນ, ດຸໝັ່ນຫ້າວຫັນຂອງປະຊາຊົນທີ່ມີມູນເຊື້ອປູກຝັງ ກໍຄືປູກພືດເປັນສິນຄ້າມາແຕ່ດົນນານ ແລະ ສຳຄັນແມ່ນປະຕິບັດຖືກຕ້ອງສອດຄ່ອງຕາມການນຳພາຂອງພັກ ທີ່ວ່າ: ຖືເອົາການຜະລິດຈາກທຳມະຊາດ, ເຄິ່ງທຳມະຊາດ ໄປສູ່ການຜະລິດເປັນສິນຄ້າ, ຖືເອົາການຜະລິດກະສິກຳເປັນສິນຄ້າເປັນທ່າແຮງ ໃຫ້ແກ່ການສ້າງລາຍຮັບ ກໍຄືການລຶບລ້າງຄວາມທຸກຍາກຂອງປະຊາຊົນ.

ຄໍາເຫັນ

ຂ່າວເສດຖະກິດ

ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ອາທິດຜ່ານມານີ້, ທີ່ສະໂມສອນໃຫ່ຍຂອງເມືອງຈອເພັດ, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຢູ່ເມືອງຈອມເພັດ ໂດຍໄດ້ຮັບການຕ້ອນຂອງ ທ່ານ ນາງ ຈັນດີ ເຢັ່ງວື່ ກໍາມະການພັກແຂວງ ເລຂາພັກເມືອງຈອມເພັດ ພ້ອມດ້ວຍຄະນະ ແລະ ພະນັກງານຫຼັກແຫຼ່ງຂອງເມືອງ.
ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ເພື່ອຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາຂະແໜງການເງິນ ກໍຄືແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 10, ແຜນງົບປະມານແຫ່ງລັດ 5 ປີ (2026-2030), ຊຶ່ງຂະແໜງການເງິນຈະຕ້ອງໄດ້ສ້າງທ່າຫັນປ່ຽນຢ່າງແຂງແຮງ, ບຸກທະລຸ ພາຍໃຕ້ຄໍາຂວັນ: “ຍົກສູງບົດບາດຄວາມສາມາດນໍາພາຂອງຄະນະພັກ, ຕັ້ງໜ້າເປັນເຈົ້າຕົນເອງ ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝ, ຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ມີຄວາມເຂັ້ມແຂງ, ສີຂຽວ ແລະ ຍືນຍົງ”.
ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 4-5 ພະຈິກ 2025 ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ມີບັນດາກໍາມະການຄະນະປະຈໍາ ແລະ ຮອງປະທານກໍາມາທິການສະພາແຫ່ງຊາດ, ລັດຖະມົນຕີ-ຮອງລັດຖະມົນຕີ ແລະ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ສະມາຊິກສະພາແຫ່ງຊາດຈາກ 18 ເຂດເລືອກຕັ້ງທົ່ວປະເທດ, ຜູ້ຕາງໜ້າຄູ່ຮ່ວມພັດທະນາ, ນັກຄົ້ນຄວ້າຈາກສະຖາບັນຄົ້ນຄວ້າ ແລະ ມະຫາວິທະຍາໄລແຫ່ງຊາດ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ໃນໂອກາດທີ່ມາເຄື່ອນໄຫວວຽກງານຢູ່ແຂວງສະຫວັນນະເຂດ ໃນວັນທີ 28 ຕຸລານີ້, ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາລັດ ໄດ້ໃຫ້ກຽດໂອ້ລົມຄະນະການນຳຂັ້ນສູງຂອງແຂວງສະຫວັນນະເຂດ ຊຶ່ງການໂອ້ລົມຄັ້ງນີ້ໄດ້ຈັດຂຶ້ນທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງສະຫວັນນະເຂດ ໂດຍມີທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະນຳຂອງແຂວງ ເຂົ້າຮ່ວມຮັບຟັງດ້ວຍ.
ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ໄລຍະ 6 ເດືອນຕົ້ນປີນີ້, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໄຊທານີ ນະຄອນ ຫຼວງວຽງຈັນໂດຍລວມດ້ານເສດຖະກິດ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສາມາດຄໍ້າປະກັນດ້ານສະບຽງອາຫານ, ການຜະລິດເຄື່ອງອຸປະໂພກ ບໍລິໂພກພາຍໃນເມືອງໄດ້ມີບາດກ້າວໃໝ່.
ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ແຂວງຄໍາມ່ວນ ໄດ້ສຸມໃສ່ທຸກຄວາມພະຍາຍາມ ໃນການປຸກລະດົມທຸກກຳລັງແຮງ ທຸກພາກສ່ວນເສດຖະກິດ-ສັງຄົມ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງແຂວງ ໄປຕາມຍຸດທະສາດການພັດທະນາ ທີ່ກຳນົດໄວ້ “ເປັນແຫຼ່ງຜະລິດສະບຽງອາຫານ, ເປັນຖານພັດທະນາອຸດສາຫະກຳ, ການບໍລິການ ແລະ ການທ່ອງທ່ຽວ” ເພື່ອບັນລຸບັນດາຄາດໝາຍຕ່າງໆ; ໃນນີ້, ສະເພາະດ້ານເສດຖະກິດ ແມ່ນໄດ້ມີການເຕີບໂຕຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ຍືນຍົງ.
5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

ໄລຍະ 5 ປີຜ່ານມາເສດຖະກິດ ແຂວງຄໍາມ່ວນ ໄດ້ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງໃນລະດັບ 6.2%, ລວມຍອດຜະລິດຕະພັນພາຍໃນປີ 2025 ບັນລຸໄດ້ 26,772 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 58.1 ລ້ານກີບ ຫຼື 2,701 ໂດລາສະຫະລັດ/ຄົນ/ປີ; ການລະດົມທຶນທົ່ວສັງຄົມເຂົ້າໃສ່ການພັດທະນາໄດ້ 1,245 ໂຄງການ, ມູນຄ່າ 19,026 ຕື້ກີບ, ລື່ນແຜນການ 13% (ພົ້ນເດັ່ນແມ່ນການດຶງດູດລົງທຶນຈາກ ສປ ຈີນ ມາລົງທຶນ ໃນຂະແໜງອຸດສາຫະກຳຕ່ອງໂສ້ ເກືອໂປຕາສ ມີ 24 ບໍລິສັດ ມູນຄ່າການລົງທຶນ 1,205 ລ້ານໂດລາສະຫະລັດ), ແຂວງສາມາດແກ້ໄຂໜີ້ສິນໄດ້ທັງໝົດ 1,079 ຕື້ກີບ, ສາມາດປິດບັນຊີໜີ້ສິນໄດ້ 159 ໂຄງ.
ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ຕະຫຼອດໄລຍະຜ່ານມາ ອົງຄະນະພັກເມືອງດັກຈຶງ ແຂວງເຊກອງ ໄດ້ຖືສໍາຄັນການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ບັນດານິຕິກຳ ແລະ ມູນເຊື້ອວັນສຳຄັນຂອງຊາດ ແລະ ສາກົນ ເຮັດໃຫ້ພະນັກງານມີຄວາມໜັກແໜ້ນທາງດ້ານການເມືອງ ມີຄຸນສົມບັດສິນທຳປະຕິວັດ ມີຄວາມເປັນເອກະພາບ ເຊື່ອໝັນຕໍ່ການຊີນຳໆພາຂອງພັກ ເປັນເຈົ້າການປະຕິບັດໜ້າທີ່ ແລະ ເຮັດສຳເລັດການມອບໝາຍ ຊຶ່ງເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວດີ.
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ຕາມແຫຼ່ງຂ່າວຈາກເພຈ໌ທາງການ ຂອງທະນາຄານແຫ່ງ ສປປ ລາວໃຫ້ຮູ້ວ່າ: ໃນກາງເດືອນສິງຫາຜ່ານມານີ້, ໄດ້ມີກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ III ປະຈຳ ປີ 2025 ໂດຍກອງປະຊຸມຄັ້ງນີ້ ໄດ້ຊີ້ໃຫ້ເຫັນຫຼາຍບັນຫາທີ່ມີຜົນຄືບໜ້າດີ ເປັນຕົ້ນ: ສະພາບອັດຕາເງິນເຟີ້ ມີຈັງຫວະຫຼຸດລົງຢ່າງຈະແຈ້ງ ໂດຍສະເພາະເດືອນກໍລະກົດ 2025 ເງິນເຟີ້ຢູ່ໃນລະດັບ 5.30% ຫຼຸດລົງຈາກ 8.3% ໃນເດືອນພຶດສະພາ ແລະ ພາຍໃນເດືອນສິງຫານີ້ ໄດ້ຫຼຸດລົງມາຢູ່ທີ່ 5.0%. ບັນຫານີ້, ໄດ້ບົ່ງບອກໃຫ້ຮູ້ເຖິງສະ ພາບເສດຖະກິດ-ການເງິນ, ເງິນຕາ ຂອງ ສປປ ລາວ ເລີ່ມມີສັນຍານບວກ.
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ຂຶ້ນຜ່ານແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໃນວັນທີ 25 ສິງຫານີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ V (2021-2025). ໃນຕະຫຼອດໄລຍະເວລາ 5 ປີທີ່ຜ່ານມາ ແຂວງພວກເຮົາແມ່ນມີຜົນສໍາເລັດ ແລະ ພົ້ນເດັ່ນຫຼາຍດ້ານ ຊຶ່ງສະແດງອອກໃນການຈັດຕັ້ງປະຕິບັດ 6 ເປົ້າໝາຍ ແລະ 21 ວຽກຈຸດ ດັ່ງນີ້:
ເພີ່ມເຕີມ