ປາຖະກະຖາ ທັດສະນະທີ່ສໍາຄັນກ່ຽວກັບວຽກງານແມ່ຍິງຂອງສະຫາຍ ສີຈິ້ນຜິງປາຖະກະຖາ ທັດສະນະທີ່ສໍາຄັນກ່ຽວກັບວຽກງານແມ່ຍິງຂອງສະຫາຍ ສີຈິ້ນຜິງ

ປາຖະກະຖາ ທັດສະນະທີ່ສໍາຄັນກ່ຽວກັບວຽກງານແມ່ຍິງຂອງສະຫາຍ ສີຈິ້ນຜິງ

ປາຖະກະຖາ ທັດສະນະທີ່ສໍາຄັນກ່ຽວກັບວຽກງານແມ່ຍິງຂອງສະຫາຍ ສີຈິ້ນຜິງ
ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ຮ່ວມກັບ ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຈັດພິທີປາຖະກະຖາ ທັດສະນະທີ່ສໍາຄັນກ່ຽວກັບວຽກງານແມ່ຍິງຂອງສະຫາຍ ສີຈິ້ນຜິງ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 116 ປີ ຈັດຂຶ້ນໃນວັນທີ 10 ມີນານີ້ ທີ່ໂຮງແຮມລາດສະວົງ ແວນດ້າ ວິສຕາ ໂດຍການເຂົ້າຮ່ວມຂອງທ່ານນາງ ອາລີ ວົງໜໍ່ບຸນທໍາ ປະທານຄະນະບໍລິຫານງານ ສສຍລ, ທ່ານນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມແຫ່ງ ສປ ຈີນ ປະຈໍາ ສປປ ລາວ, ມີບັນ​ດາ​ການນໍາພັກ-ລັດ, ຄະ​ນະ​ນຳ​ກະ​ຊວງ, ອົງ​ການ​ຂັ້ນ​ສູນ​ກາງ, ຄອບ​ຄົວ​ການ​ນຳ​ຂັ້ນ​ສູງ​ຂອງ​ພັກ-ລັດ, ພະ​ນັກ​ງານ​ປະ​ຕິ​ວັດ​ອາ​ວຸ​ໂສ, ອະ​ດີດການ​ນຳຂອງ​ສະ​ຫະ​ພັນ​ແມ່​ຍິງ​ລາວເຂົ້າຮ່ວມ.
ປາຖະກະຖາ ທດສະນະທສາຄນກຽວກບວຽກງານແມຍງຂອງສະຫາຍ ສຈນຜງ - image 1
 

ທ່ານນາງ ອາລີ ວົງໜໍ່ບຸນທໍາ ໄດ້ກ່າວເປີດພິທີວ່າ: ການປາຖະກະຖາ ທັດສະນະກ່ຽວກັບວຽກງານແມ່ຍິງ ຂອງສະຫາຍ ສີຈິ້ນຜິງ ເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ 2026 ຄົບຮອບ 116 ປີ ແລະ ງານສໍາມະນາ ແມ່ນໜຶ່ງໃນກິດຈະກໍາສະເຫຼີມສະຫຼອງວັນແມ່ຍິງສາກົນ ຊຶ່ງຈະໄດ້ພ້ອມກັນຮຽນຮູ້ ທັດສະນະກ່ຽວກັບວຽກງານແມ່ຍິງຂອງ ສະຫາຍ ສີຈິ້ນຜິງ ແລະ ຈະໄດ້ຮຽນຮູ້ວັດທະນະທໍາທີ່ຫຼາກຫຼາຍຂອງແມ່ຍິງຈີນ, ພ້ອມທັງຮັບຊົມການສາທິດປຸງແຕ່ງອາຫານ ແລະ ຊົງນໍ້າຊາໃນຮູບແບບຂອງຈີນ. ສໍາລັບ ສປປ ລາວ ແລະ ສປ ຈີນ ໄດ້ມີມູນເຊື້ອ-ສາຍພົວພັນມິດຕະພາບ ມາເປັນເວລາດົນນານ, ໃນປີ 2026 ກໍເປັນປີສະເຫຼີມສະຫຼອງສາຍພົວພັນການທູດ ຄົບຮອບ 65ປີ ແລະ ເປັນປີມິດຕະພາບລາວ-ຈີນ. ເວົ້າສະເພາະ ສະຫະພັນແມ່ຍິງລາວ ແລະ ສະຫະພັນແມ່ຍິງຈີນ ໄດ້ມີການພົວພັນຮ່ວມມືຢ່າງເປັນປົກກະຕິ, ໂດຍໄດ້ແລກປ່ຽນຂໍ້ມູນຂ່າວສານຊຶ່ງກັນ ແລະ ກັນ ກ່ຽວກັບວຽກງານການສົ່ງເສີມ ແລະ ພັດທະນາແມ່ຍິງ, ການກໍ່ສ້າງຊັບພະຍາກອນມະນຸດ, ການປົກປ້ອງສິດທິຂອງແມ່ຍິງ-ເດັກນ້ອຍ ແລະ ອື່ນໆ,ສະເພາະໃນປີຜ່ານມາ ໄດ້ພົວພັນຮ່ວມກັນຫຼາຍດ້ານເຊັ່ນ: ໄດ້ຕ້ອນຮັບຄະນະຄູຝຶກຈາກມູນນິທິພັດທະນາແມ່ຍິງຈີນ,ສະຫະພັນແມ່ຍິງທົ່ວປະເທດຈີນທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ, ໂດຍໄດ້ຈັດຊຸດຝຶກອົບຮົມຫັດຖະກໍາຈັກສານດ້ວຍໄມ້ໄຜ່ໃຫ້ສະຫະພັນແມ່ຍິງລາວ ແລະ ໄດ້ມີຊ່າງຫັດຖະກຳຈາກສະຫະພັນແມ່ຍິງ 5 ແຂວງເຂົ້າຮ່ວມ ແລະ ໃນໄລຍະເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນໍາແມ່ຍິງໂລກ ຕາມການເຊື້ອເຊີນຂອງສະຫະພັນແມ່ຍິງທົ່ວປະເທດຈີນ, ຄະນະນໍາ ສສຍລ ໄດ້ມີກອງປະຊຸມພົບປະສອງຝ່າຍຮ່ວມກັບ ຮອງປະທານສະຫະພັນແມ່ຍິງທົ່ວປະເທດຈີນ ຊຶ່ງຝ່າຍລາວໄດ້ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນ ຂອງສະຫະພັນແມ່ຍິງທົ່ວປະເທດຈີນໃນໄລຍະຜ່ານມາ ແລະ ຈະສືບຕໍ່ພົວພັນຮ່ວມມືກັນ ເພື່ອປະຕິບັດຜົນຂອງກອງປະຊຸມສຸດຍອດຜູ້ນຳແມ່ຍິງໂລກ ແລະ ຄຳເຫັນຂອງສະຫາຍ ສີຈິ້ນຜິງ ໃນການ “ເປັນຄູ່ຮ່ວມຊາຕາກຳ ການເສີມຂະຫຍາຍ ການພົວພັນຮ່ວມມືຮອບດ້ານ, ເລິກເຊິ່ງ”.

ປາຖະກະຖາ ທດສະນະທສາຄນກຽວກບວຽກງານແມຍງຂອງສະຫາຍ ສຈນຜງ - image 2
 

ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ກ່າວຕື່ມວ່າ: ທາງ ສປ ຈີນ ໂດຍຜ່ານສະຖານທູດ ສປ ຈີນ ປະຈໍາ ສປປ ລາວ ໄດ້ໃຫ້ການສະໜັບສະໜູນ ໃນການຈັດປາຖະກະຖາ ທັດສະນະກ່ຽວກັບວຽກງານແມ່ຍິງຂອງສະຫາຍ ສີຈິ້ນຜິງເປັນຫົວຂໍ້ທີ່ມີຄວາມໝາຍສໍາຄັນທີ່ສຸດ ສໍາລັບເອື້ອຍນ້ອງແມ່ຍິງລາວ ໂດຍສະເພາະການນໍາເພດຍິງໃນແຕ່ລະຂັ້ນ ເພື່ອນໍາເອົາບົດຮຽນໄປໝູນໃຊ້ເຂົ້າໃນວຽກງານຕົວຈິງຢ່າງເໝາະສົມ ຕໍ່ການພັດທະນາແມ່ຍິງລາວ ແລະ ຍັງເປັນການແລກປ່ຽນວັດທະນະທໍາທີ່ສວຍງາມ ແລະ ອຸດົມຮັ່ງມີຂອງຈີນ ທີ່ສະແດງອອກຜ່ານແມ່ຍິງ.

ພັກ ແລະ ລັດຖະບານ ສປປ ລາວ ໄດ້ກຳນົດແນວທາງນະໂຍບາຍຕໍ່ການພັດທະນາ, ການປົກປ້ອງສິດຜົນ ປະໂຫຍດຂອງແມ່ຍິງ, ການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ຄວາມສະເໝີພາບຍິງ-ຊາຍ ຢູ່ໃນລັດຖະທຳມະນູນ ແລະ ກົດໝາຍຫຼາຍສະບັບ. ໄດ້ສ້າງຕັ້ງບັນດາກົນໄກເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຄື: 1) ສະຫະພັນແມ່ຍິງລາວ; 2) ຄະນະກໍາມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ; 3) ຄະນະສະມາຊິກສະພາແຫ່ງຊາດເພດຍິງ ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໄດ້ກຳນົດໃນເປົ້າໝາຍທີ 3 ວຽກຈຸດສຸມທີ 3 ເຊັ່ນວ່າ: ສູ້ຊົນເຮັດໃຫ້ຄ່າດັດສະນີຄວາມບໍ່ສະເໝີພາບຍິງ-ຊາຍຫຼຸດລົງ; ດັດສະນີການພັດທະນາຄວາມສະເໝີພາບຍິງ-ຊາຍ ໃຫ້ເພີ່ມຂຶ້ນ; ຊຸກຍູ້ສ້າງເງື່ອນໄຂໃຫ້ແມ່ຍິງເປັນ ສສຊ-ສສຂ ກວມ 30% ຂຶ້ນໄປ; ເປັນການນໍາຂັ້ນສູນກາງກວມ 30% ຂຶ້ນໄປ; ເປັນການນໍາຂັ້ນແຂວງກວມ 20% ຂຶ້ນໄປ; ເປັນການນໍາຂັ້ນຕາແສງ, ບ້ານກວມ 10% ແລະ ເຫັນວ່າເປັນຄາດໝາຍສູ້ຊົນທີ່ສູງຫຼາຍສໍາລັບເອື້ອຍນ້ອງແມ່ຍິງ ຈະຕ້ອງພ້ອມກັນສູ້ຊົນບຸກບືນໃຫ້ບັນລຸໂຕເລກຄາດໝາຍທີ່ວາງໄວ້ ເພື່ອບັນລຸເປົ້າໝາຍດັ່ງກ່າວກໍບໍ່ອາດປາສະຈາກໄດ້ການໃຫ້ຄວາມຊ່ວຍເຫຼືອ, ຊຸກຍູ້ ຈາກທຸກພາກສ່ວນໃນສັງຄົມ ບໍ່ວ່າຈະເປັນທັງພາກລັດ, ອົງການຈັດຕັ້ງສາກົນ ແລະ ບັນດາຄູ່ຮ່ວມພັດທະນາ; ການສົ່ງເສີມແມ່ຍິງໃຫ້ມີບົດບາດໃນການນໍາພາແມ່ນສໍາຄັນຫຼາຍ ຕໍ່ການຊຸກຍູ້ຂະບວນການພັດທະນາໃນປະເທດ ກໍຄືທົ່ວໂລກ. ດັ່ງນັ້ນ, ບັນຫາຂອງແມ່ຍິງ ຈຶ່ງຖືກກໍານົດໃນເປົ້າໝາຍສະຫັດສະຫວັດດ້ານການພັດທະນາ ຫຼື SDG ໃນເປົ້າໝາຍທີ 5: ບັນລຸຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ແລະ ໄວໜຸ່ມຍິງ.

ທ່ານ ນາງ ຟາງ ຫົງ ກ່າວວ່າ: ພາລະກິດຂອງແມ່ຍິງ ແມ່ນອົງປະກອບທີ່ສຳຄັນຂອງພັກ ແລະ ປະເທດຊາດ, ເປັນສັນຍະລັກທີ່ສຳຄັນຂອງຄວາມກ້າວໜ້າຂອງອາລິຍະທຳມະນຸດ ແລະ ເປັນກຳລັງທີ່ຂາດບໍ່ໄດ້ໃນການພັດທະນາໂລກ. ນັບຕັ້ງແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກກອມມູນິດຈີນເປັນຕົ້ນມາ, ຄະນະກຳມະການສູນກາງພັກກອມມູນິດຈີນທີ່ມີສະຫາຍ ສີຈິ້ນຜິງ ເປັນແກນກາງ ໄດ້ໃຫ້ຄວາມສຳຄັນຕໍ່ວຽກງານຂອງແມ່ຍິງ ຈາກທັດສະນະໂດຍລວມຂອງການພັດທະນາພັກ ແລະ ປະເທດ ໄດ້ຈັດແຈງວຽກງານຂອງແມ່ຍິງ, ສົ່ງເສີມການໃຊ້ສິດທິປະຊາທິປະໄຕຢ່າງເທົ່າທຽມກັນຂອງແມ່ຍິງຕາມກົດໝາຍ, ການມີສ່ວນຮ່ວມຢ່າງເທົ່າທຽມກັນໃນການພັດທະນາເສດຖະກິດ-ສັງຄົມ ແລະ ການຊົມໃຊ້ໝາກຜົນຂອງການປະຕິຮູບ ແລະ ການພັດທະນາຢ່າງເທົ່າທຽມກັນ. ນອກ ຈາກນີ້, ລັດຖະບານຈີນ ຍັງເລັ່ງແກ້ໄຂບັນຫາຄວາມທຸກຍາກ ໂດຍມີເປົ້າໝາຍເຮັດໃຫ້ແມ່ຍິງສາມາດຊອກຫາວຽກເຮັດງານທຳຢູ່ໃກ້ບ້ານຂອງເຂົາເຈົ້າ ດ້ວຍການສະໜັບສະໜູນນະໂຍບາຍຕ່າງໆ ຊຶ່ງມີແມ່ຍິງ 8.7 ລ້ານຄົນ ໄດ້ເລີ່ມຕົ້ນທຸລະກິດຂອງຕົນເອງ ສາມາດເພີ່ມລາຍໄດ້ໃຫ້ເຂົາເຈົ້າ.

ຈີນ ແລະ ລາວ ລ້ວນແຕ່ຢຶດໝັ້ນເອົາປະຊາຊົນເປັນສູນກາງ, ລວມທັງສິດສະເໝີພາບລະຫວ່າງຍິງ-ຊາຍ ເຂົ້າໃນລະບົບຂອງປະເທດຊາດ ເພື່ອຮັບປະກັນສິດທິຂອງແມ່ຍິງຢ່າງເຕັມທີ່ ແລະ ສະໜັບສະໜູນການມີສ່ວນຮ່ວມຂອງແມ່ຍິງໃນທຸກຂົງເຂດ, ການເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືໃນຂົງເຂດວຽກງານແມ່ຍິງລະຫວ່າງຈີນ ແລະ ລາວ ເປັນອົງປະກອບທີ່ສຳຄັນຂອງມິດຕະພາບລະຫວ່າງສອງປະເທດ ແລະ ເປັນກຳລັງທີ່ສຳຄັນໃນການສົ່ງເສີມການພັດທະນາຮ່ວມກັນ.

ຂ່າວ-ພາບ: ບຸນອູ້ມ

ຄໍາເຫັນ

ຂ່າວການຮ່ວມມື

ພັກ ປປ ລາວ ເຂົ້າເປັນສະມາຊິກຄະນະປະຈໍາຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຢ່າງເປັນທາງການ

ພັກ ປປ ລາວ ເຂົ້າເປັນສະມາຊິກຄະນະປະຈໍາຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຢ່າງເປັນທາງການ

ຄະນະຜູ້ແທນພັກ ປປ ລາວ ນໍາໂດຍ ສະຫາຍ ວາລະໄຊ ເລັ່ງສະຫວັດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ ຂອງອົງການກອງປະຊຸມສາກົນຂອງບັນດາພັກການເມືອງໃນອາຊີ (International Conference of Asian Political Parties ຫຼື ICAPP) ຄັ້ງທີ 13 ແລະ ກອງປະຊຸມຄະນະປະຈໍາ ຄັ້ງທີ 46 ພາຍໃຕ້ຫົວຂໍ້: “ການຟື້ນຟູຄວາມໄວ້ເນື້ອເຊື່ອໃຈໃນໂລກທີ່ກຳລັງປ່ຽນແປງ” (Rebuilding Trust in a Transforming World) ໃນລະຫວ່າງວັນທີ 4-7 ພະຈິກ ຜ່ານມາ ທີ່ນະຄອນຫຼວງເຊອູນ ສ ເກົາຫຼີ, ໂດຍການເປັນເຈົ້າພາບຮ່ວມຂອງພັກປະຊາທິປະໄຕ ແລະ ພັກພະລັງປະຊາຊົນ ຂອງ ສ ເກົາຫຼີ, ມີຄະນະຜູ້ແທນຈາກພັກການເມືອງ ຫຼາຍກວ່າ 83 ພັກທີ່ມາຈາກ 36 ປະເທດເຂົ້າຮ່ວມ ແລະ 3 ອົງການຈັດຕັ້ງສາກົນສັງເກດການ.
ສົນທະນາລາວ-ຈີນ ການສ້າງຄູ່ຮ່ວມຊາຕາກຳໃນທຸກສະພາບຂອງຍຸກສະໄໝ

ສົນທະນາລາວ-ຈີນ ການສ້າງຄູ່ຮ່ວມຊາຕາກຳໃນທຸກສະພາບຂອງຍຸກສະໄໝ

ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ສະຖານເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ວິທະຍຸ-ໂທລະພາບສູນກງຈີນ (CMG) ໄດ້ຮ່ວມກັນຈັດກອງປະຊຸມສົນທະນາລາວ - ຈີນ ກ່ຽວກັບການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບຂອງຍຸກສະໄໝ ພາຍໃຕ້ຫົວຂໍ້ “ການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບການຂອງຍຸກສະໄໝ: ການຄຸ້ມຄອງພັກ ເພື່ອສ້າງຊາດໃຫ້ຈະເລີນ” ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ໂດຍການເປັນປະທານຮ່ວມຂອງທ່ານ ນາງ ແກ້ວວິວອນ ອຸດທະຈັກ ຮອງປະທານ ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ ແລະ ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳສປປ ລາວ, ທ່ານ ນາງ ແສງແກ້ວ ຜູ້ຕາງໜ້າວິທະຍຸ-ໂທລະພາບສູນກາງຈີນ, ມີຫົວໜ້າຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ, ນັກວິທະຍາ ກອນ, ສຳມະນາກອນ ແລະ ຜູ້ຊ່ຽວຊານ ເຂົ້າຮ່ວມ.
ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ໃນວັນທີ 3 ພະຈິກຜ່ານມາ ທີ່ນະຄອນຫຼວງວຽງຈັນ, ທ່ານນາງ ສີໃສ ລືເດດມູນສອນ ຫົວໜ້າ ຄະນະຈັດຕັ້ງສູນກາງພັກ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົສຕຣາລີ ປະຈໍາ ສປປ ລາວ ເຂົ້າຢ້ຽມຂໍ່ານັບອຳລາ ສອງຝ່າຍໄດ້ຮ່ວມກັນທົບທວນຄືນ ເຖິງການຂະຫຍາຍຕົວຂອງການ ຮ່ວມ ມືລະຫວ່າງອົສຕຣາລີ ແລະ ສປປ ລາວ ໃນໄລຍະສາມປີຜ່ານມາ ແລະ ໄດ້ປຶກສາຫາລືກ່ຽວກັບ ທິດທາງ ບຸລິມະສິດ ເພື່ອເສີມຂະຫຍາຍການຮ່ວມມື ໂດຍສະເພາະດ້ານການພັດທະນາຊັບພະຍາກອນມະນຸດ.
ຫາລືກະກຽມສ້າງບົດລາຍງານກ່ຽວກັບການເກີດການແຕ່ງງານ ແລະ ການຕາຍ

ຫາລືກະກຽມສ້າງບົດລາຍງານກ່ຽວກັບການເກີດການແຕ່ງງານ ແລະ ການຕາຍ

ໃນວັນທີ 5 ພະຈິກນີ້, ສູນສະຖິຕິແຫ່ງຊາດ ກະຊວງການເງິນຮ່ວມກັບອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ດຳເນີນກອງປະຊຸມປຶກສາຫາລືກະກຽມສ້າງບົດລາຍງານ ກ່ຽວກັບການເກີດ, ການແຕ່ງງານ ແລະ ການຕາຍຂອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດຄັ້ງທີ V ປີ 2025 ທີ່ໂຮງແຮມຄຣາວພາລາຊາ ນະຄອນຫຼວງວຽງຈັນ.
ຍີ່ປຸ່ນ ຊ່ວຍເຫຼືອການກໍ່ສ້າງລະບົບຊົນລະປະທານ ທີ່ແຂວງຫຼວງນໍ້າທາ

ຍີ່ປຸ່ນ ຊ່ວຍເຫຼືອການກໍ່ສ້າງລະບົບຊົນລະປະທານ ທີ່ແຂວງຫຼວງນໍ້າທາ

ພາຍໃຕ້ໂຄງການຊ່ວຍເຫຼືອຂັ້ນຮາກຖານ (GGP), ລັດຖະບານຍີ່ປຸ່ນໄດ້ມອບການຊ່ວຍເຫຼືອ ມູນຄ່າ 40,123 ໂດລາ ເພື່ອຈັດຕັ້ງປະຕິບັດ “ໂຄງການກໍ່ສ້າງຊົນລະປະທານນ້ຳບອນ 2 ບ້ານໃໝ່ ເມືອງວຽງພູຄາ ແຂວງຫຼວງນ້ຳທາ”.
ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ວັນທີ 4 ພະຈິກຜ່ານມາ, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະນຳຈາກກະຊວງປ້ອງກັນປະເທດ, ຄະນະນຳແຂວງອັດຕະປື ແລະ ຄະນະນຳເມືອງຊານໄຊ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ ຈຳກັດ ຕັ້ງຢູ່ເມືອງຊານໄຊ ແຂວງອັດຕະປື.​ ໃຫ້ການຕ້ອນຮັບຂອງທ່ານ ບຸ໋ຍແອັງດຶກ ປະທານສະພາບໍລິຫານ ຮອງຜູ້ອຳ ນວຍ​ການໃຫຍ່ ບໍລິສັດ ວັງຕັດມາຍນິງ ກຣຸບ​ ພ້ອມດ້ວຍຄະນະຜູ້ບໍລິຫານ, ພະນັກງານ ແລະ ກອງກຳລັງປ້ອງກັນຄວາມສະຫງົບປະຈຳເຂດໂຄງ​ການ ໃຫ້ການຕ້ອນຮັບ.
ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດກິດຈະກໍາ ຂອງໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະຄໍ້າປະກັນການດຳລົງຊີວິດແບບຍືນຍົງ ປະປີ(ເດືອນກັນຍາ 2025-ເດືອນຕຸລາ2026) ໄດ້ຈັດຂຶ້ນໃນວັນທີ 2 ພະຈິກຜ່ານ​ມາ, ທີ່ເມືອງລະມາມ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີທ່ານ ນາງ ຄາໂອຣຸ ໂມຣິໂມະໂຕະ ຫົວໜ້າອົງການອາສາສະໝັກຍີ່ປຸ່ນ ປະຈໍາລາວ ເຈວີຊີ (JVC), ມີຄະນະກໍາມະການປົກຄອງ 2 ເມືອງຄື: ເມືອງກະລຶມ ແລະເມືອງດາກຈຶງ, ຜູ້ປະສານງານໂຄງການຂັ້ນແຂວງ, ຂັ້ນເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ສະ​ຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ ເລ ມິງ ຮຶງ ກຳມະການກົມການເມືອງສູນກາງພັກນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມ ຄະນະໃນ​ວັນ​ທີ 3 ພະ​ຈິກ​ນີ້ ທີ່ ນະ​ຄອນຫຼວງ​ຮ່າ​ໂນ້ຍ.
ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຄະນະນຳແຂວງຊຽງຂວາງ ນຳໂດຍທ່ານພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງຊຽງ​ຂວາງ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊີນລາສ​ສ ຫວຽດ​ນາມໃນ​ລະ​ຫວ່າງວັນ​ທີ 1-3 ພະ​ຈິກ​ນີ້.
ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ໄດ້ຕ້ອນຮັບ ທ່ານ ນາງ ເຈີໄມມາ ກໍດອນ ດາຟ໌ ເອກອັກຄະລາຊະທູດແຫ່ງສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈຳ ສປປ ລາວ ພ້ອມຄະນະໃນ​ວັນ​ທີ 3 ພະ​ຈິກ​ 2026,ທີ່ ຫ້ອງວ່າ​ການ​ແຂວງ, ໃນໂອກາດເດີນທາງມາຢ້ຽມຢາມ ແລະ ຕິດຕາມວຽກຢູ່ແຂວງຄຳມ່ວນ.
ເພີ່ມເຕີມ