ກອງປະຊຸມຄັ້ງນີ້:ຊຶ່ງຜູ້ນໍາຂັ້ນສູງສຸດຂອງລະບົບຕຸລາການອາຊຽນປະຈໍາປີທີ່ແຕ່ລະປະທານສານສູງສຸດຂອງບັນດາປະເທດອາຊຽນຈະໄດ້ເຂົ້າຮ່ວມ ເພື່ອປຶກສາຫາລື- ກໍານົດແນວທາງການຮ່ວມມືໃນຕໍ່ໜ້າຮ່ວມ ພ້ອມດຽວກັນນີ້ ກໍຍັງຈະໄດ້ທົບທວນຄືນການຈັດຕັ້ງປະຕິບັດຖະແຫຼງການປະທານສານສູງສຸດອາຊຽນຄັ້ງທີ XI (ຖະແຫຼງການ Cebu) ປະເທດຟີລິປິນ ທີ່ຜ່ານມາ.
ຈຸດປະສົງຫຼັກກອງປະຊຸມ: (1) ຊຸກຍູ້-ສົ່ງເສີມ ການພົວພັນຮ່ວມມືທີ່ໃກ້ສິດ ແລະ ເສີມສ້າງຄວາມເຂົ້າໃຈເຊິ່ງກັນ ແລະ ກັນດ້ານວຽກງານຕຸລາການຂອງປະເທດອາຊຽນ, (2) ເປັນເວທີ່ເພື່ອປຶກສາຫາລື ແລະແລກປ່ຽນບົດຮຽນດ້ານຕ່າງໆຂອງບັນດາປະທານສານສງູສຸດອາຊຽນ, (3) ອໍານວຍຄວາມສະດວກການຮ່ວມມືດ້ານຕຸລາການໃນຂົງເຂດປະເທດອາຊຽນ ເພື່ອເສີມສ້າງການພັດທະນາດ້ານເສດຖະກິດ-ສັງຄົມ ພ້ອມດຽວກັນນີ້ ກອງປະຊຸມຍັງໄດ້ຮັບຟັງລາຍງານການຈັດຕັ້ງປະຕິບັດວຽກງານ ແລະ ທິດທາງແຜນການເຄື່ອນໄຫວຂອງບັນດາຄະນະປະຕິບັດງານ ຫຼື ກຸ່ມວຽກດ້ານຕ່າງໆ ເພື່ອກໍານົດເປັນເນື້ອໃນຖະແຫຼງການຮ່ວມຂອງສະພາປະທານສານສງູສຸດອາຊຽນຄັ້ງທີ XII ຫຼື ຖະແຫຼງການສິງກະໂປ.
ໃນໂອກາດທີ່ເຂົ້າຮ່ວມກອງປະຊຸມ ທ່ານປະທານປະຊາຊົນສູງສຸດແຫ່ງ ສປປ ລາວ ໃນນາມຫົວໜ້າຄະນະຜູ້ແທນແຫ່ງ ສປປ ລາວ ກໍໄດ້ມີຄໍາເຫັນຕໍ່ກອງປະຊຸມວ່າ: ສປສສ ໃນນາມສະມາຊິກຂອງສະພາປະທານສານສູງສຸດອາຊຽນ (CACJ) ກໍໄດ້ມີຄວາມພະຍາຍາມສູງສຸດໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ດ້ວຍການຜັນຂະຫຍາຍເນື້ອໃນຂອງຖະແຫຼງການຄັ້ງທີ XI (ຖະແຫຼງການເຊບູ) ເຂົ້າໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະພາຍໃນຂອງຕົນ, ສ້າງນິຕິກໍາລຸ່ມກົດໝາຍ ເພື່ອເປັນເຄື່ອງມືໃນການຜັນຂະຫຍາຍວຽກງານດັ່ງກ່າວ ເປັນຕົ້ນແມ່ນ: ການເຜີຍແຜ່ວຽກງານຂອງສານ ແລະ ການສ້າງຖານຂໍ້ມູນດ້ານກົດໝາຍຜ່ານເວັບໄຊຂອງສານປະຊາຊົນ, ເພດເຟດສ໌ບຸກ, ສໍາເລັດການສ້າງຄໍາແນະນໍາຂອງສານປະຊາຊົນສູງສຸດວ່າດ້ວຍການຮັບຮູ້ຜົນການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດພາຍໃນ ແລະ ຕ່າງປະເທດ, ກໍານົດການສ້າງສານໃຫ້ເປັນສານທັນສະໄໝເຂົ້າໃນແຜນພັດທະນາສານປະຊາຊົນ 5 ປີ ຄັ້ງທີ V (2026-2030), ຊຸກຍູ້ສົ່ງເສີມພະນັກງານຂອງສານເຂົ້າຮ່ວມຝຶກອົບຮົມດ້ານວິຊາສະເພາະຕ່າງໆຢ່າງເປັນປົກກະຕິ,ເອົາໃຈໃສ່ໃນການພົວ
ພັນຮ່ວມມື ແລະ ແກ້ໄຂບັນຫາເດັກນ້ອຍຕາມຊາຍແດນໃນຂອບເຂດ 2 ຝ່າຍ ແລະ ຫຼາຍຝ່າຍ, ການດໍາເນີນຄະດີຕ້ານການຄ້າມະນຸດ, ຄະດີສິ່ງແວດລ້ອມ ແລະ ໄດ້ຖືສໍາຄັນວຽກງານການໂຕ້ແຍ່ງ-ໂຕ້ຖຽງຄະດີໃນທີ່ປະຊຸມສານເປັນບັນຫາພື້ນຖານໃນການຊັ່ງຊາຕີລາຄາຂໍ້ມູນຫຼັກຖານ ແລະ ຕັດສິນ-ພິພາກສາຄະດີ.
ສປສສໄດ້ຮັບຮູ້ ແລະ ເຂົ້າໃຈດີວ່າ ການພົວພັນຮ່ວມມື ແລະ ແລກປ່ຽນຂໍ້ມູນຂ່າວສານເຊິ່ງກັນທາງດ້ານວຽກງານຕຸລາການພາຍໃນຂົງເຂດອາຊຽນຂອງພວກເຮົາແມ່ນສິ່ງທີ່ສໍາຄັນ ແລະ ຈໍາເປັນທີ່ສຸດ ສໍາລັບການເຂົ້າເຖິງຂະບວນການຍຸຕິທໍາ ແລະ ການໄດ້ຮັບຄວາມຍຸຕິທໍາຈາກການດໍາເນີນຄະດີໂດຍສະເພາະແມ່ນໃນໄລຍະແຫ່ງການເຊື່ອມໂຍງຂອງບັນດາປະເທດພາກພື້ນ ແລະ ສາກົນ, ໃນນີ້ການສ້າງສານໃຫ້ເປັນສານທີ່ທັນສະໄໝ ນໍາໃຊ້ເທັກໂນໂລຊີເຂົ້າມາຊ່ວຍໃນການບໍລິຫານສານ ແລະ ບໍລິການຄະດີ ກໍເປັນສິ່ງຈໍາເປັນທີ່ສຸດສໍາລັບຍຸກປັດຈຸບັນ ຊຶ່ງສປສສໄດ້ສະໜັບສະໜູນ ແລະ ເຂົ້າຮ່ວມໃນວຽກງານຕ່າງໆດ້ານຕຸລາການຂອງອາຊຽນດ້ວຍຄວາມຮັບຜິດຊອບສູງສຸດ ແລະ ເປັນເຈົ້າການຮ່ວມກັນ ເພື່ອພ້ອມກັນປັບປຸງ-ແກ້ໄຂ ແລະ ເຊື່ອມໂຍງເຂົ້າກັນ ຕາມວິໄສທັດຂອງການສ້າງປະຊາຄົມອາຊຽນ.(ຂ່າວ:ສປສສ)
ຄໍາເຫັນ