ປະທານາທິບໍດີຕີມໍ-ເລັດສະເຕວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ

ປະທານາທິບໍດີຕີມໍ-ເລັດສະເຕວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ
ທ່ານ ໂຈເຊ ຣາໂມສ ອໍຕ້າ ປະທານາທິບໍດີ ແຫ່ງສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລັດສະເຕພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເຂົ້າວາງພວງມາລາ ຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ນະຄອນຫຼວງວຽງຈັນ ໃນຕອນເຊົ້າວັນທີ  29 ກຸມພານີ້, ເນື່ອງໃນໂອກາດ ທີ່ຄະນະຜູ້ແທນດັ່ງກາວເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນລະຫວ່າງວັນທີ 27ກຸມພາ ຫາ ວັນທີ 2 ມີນາ2024.
ການວາງພວງມາລາໃນຄັ້ງນີ້, ເພື່ອເປັນການສະແດງເຖິງຄວາມເຄົາລົບຕໍ່ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານ ບໍ່ຍອມຈຳນົນຂອງບັນພະບູລຸດລາວ ກໍຄື ບັນດານັກຮົບປະຕິວັດຂອງລາວທີ່ເສຍສະລະຊີວິດ, ເລືອດເນື້ອເພື່ອພາລະກິດປະຕິວັດ ຢ່າງອົງອາດກ້າຫານ ພາຍໃຕ້ການຊີ້ນຳ-ນຳພາຂອງພັກປະຊາຊົນ ປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະ ແລະ ປະກາດເອກະລາດ, ສະຖາປະນາເປັນ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975.
(ຂ່າວ-ພາບ:ສຳນານ)

ຄໍາເຫັນ

ຂ່າວການຮ່ວມມື

ລັດຖະມົນຕີກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ  ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງສອງປະເທດ

ລັດຖະມົນຕີກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງສອງປະເທດ

ໃນວັນທີ 8 ກໍລະກົດ ນີ້, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສະຫາຍ ບຸຍ ແທັງ ເຊີນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ 2025 ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນຮອງລັດຖະມົນຕີກະຊວງການຕ່າງປະເທດ ຄັ້ງທີ 10 ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ

ກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນຮອງລັດຖະມົນຕີກະຊວງການຕ່າງປະເທດ ຄັ້ງທີ 10 ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ

ກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນຮອງລັດຖະມົນຕີກະຊວງການຕ່າງປະເທດ ຄັ້ງທີ 10 ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 8 ກໍລະກົດ ນີ້ ທີ່ ກະຊວງການຕ່າງປະເທດ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງ ສະຫາຍ ນາງ ຟອງສະໝຸດ ອັ່ນລາວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ຫງວຽນ ແມັງ ເກືອງ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ໂດຍມີຄະນະຜູ້ແທນຂອງທັງສອງຝ່າຍເຂົ້າຮ່ວມ.
ກອງປະຊຸມພົບປະລະຫວ່າງລັດຖະມົນຕີຕ່າງປະເທດອາຊຽນ

ກອງປະຊຸມພົບປະລະຫວ່າງລັດຖະມົນຕີຕ່າງປະເທດອາຊຽນ

ໃນວັນທີ 8 ກໍລະກົດ ນີ້ທີ່ ກົວລາລໍາເປີ ປະເທດ ມາເລເຊຍ, ​ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມພົບປະລະຫວ່າງລັດຖະມົນຕີຕ່າງປະເທດອາຊຽນ ກັບບັນດາຜູ້ຕາງໜ້າຄະນະກໍາມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍສິດທິມະນຸດ ແລະ ກອງປະຊຸມຄະນະກໍາມາທິການເຂດປອດອາວຸດນິວເຄລຍອາຊີຕາເວັນອອກສ່ຽງໃຕ້.
ຮອງນາຍົກລັດຖະມົນຕີ ຕ້ອນຮັບ ຮອງ ລມຕ ກະຊວງການຕ່າງປະເທດຫວຽດນາມ

ຮອງນາຍົກລັດຖະມົນຕີ ຕ້ອນຮັບ ຮອງ ລມຕ ກະຊວງການຕ່າງປະເທດຫວຽດນາມ

ໃນຕອນບ່າຍຂອງວັນທີ 8 ກໍລະກົດ ນີ້ ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສະຫາຍ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ແມັງ ເກືອງ ກຳມະການສູນກາງພັກ ຮອງລັດຖະ ມົນຕີກະຊວງການຕ່າງປະເທດແຫ່ງ ສສ ຫວຽດນາມພ້ອມ ດ້ວຍຄະນະໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງຂັ້ນຮອງລັດຖະມົນຕີ ຄັ້ງທີ 10 ລະຫວ່າງສອງກະຊວງການຕ່າງ ປະເທດ ລາວ-ຫວຽດນາມ.​
ຮັກສາການຫົວໜ້າ ຄຕພ ຕ້ອນຮັບ ຄະນະຜູ້ແທນ ກະຊວງການຕ່າງປະເທດຫວຽດນາມ

ຮັກສາການຫົວໜ້າ ຄຕພ ຕ້ອນຮັບ ຄະນະຜູ້ແທນ ກະຊວງການຕ່າງປະເທດຫວຽດນາມ

ໃນຕອນເຊົ້າຂອງວັນທີ 9 ກໍລະກົດ ນີ້ ທີ່ ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ສະຫາຍ ບຸນເຫຼືອ ພັນດານຸວົງ ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ ພ້ອມດ້ວຍ ພະນັກງານຫຼັກແຫຼ່ງຂອງຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າ ຢ້ຽມຂໍ່ານັບ ຂອງ ສະຫາຍ ຫງວຽນແມ້ງເກືອງ ກຳມະການສູນກາງພັກ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 8-9 ກໍລະກົດ 2025.
ລາວ - ຟີລິບປິນ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ລາວ - ຟີລິບປິນ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ໃນວັນທີ 8 ກໍລະກົດ ນີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານນາງ ມາເຕ ເຣຊາລາຊາໂຣ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຟີລິບປິນ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ 2025 ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ຊາວໜຸ່ມກອມມູນິດໂຮ່ຈິມິນ ເຂົ້າຢ້ຽມພົບປະ ສະຫາຍເລຂາຄະນະບໍລິຫານງານ ສຊປລ

ຊາວໜຸ່ມກອມມູນິດໂຮ່ຈິມິນ ເຂົ້າຢ້ຽມພົບປະ ສະຫາຍເລຂາຄະນະບໍລິຫານງານ ສຊປລ

ວັນທີ 7 ກໍລະກົດ ນີ້ ທີ່ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ສະຫາຍ ຫວຽນ ເຕື່ອງ ເລີມ ຮອງເລຂາສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມພົບປະ ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ ມີບັນດາຫົວໜ້າກົມ ແລະ ພາກສ່ວນທີ່ກ້ຽວຂອງທັງສອງຝ່າຍເຂົ້າຮ່ວມ.
ຝຶກອົບຮົມຫົວຂໍ້ສະເພາະ ສໍາລັບພະນັກງານການນໍາໜຸ່ມ ບັນດາແຂວງທີ່ມີຊາຍແດນ  ຕິດຈອດລາວ-ຫວຽດນາມ-ກໍາປູເຈຍ

ຝຶກອົບຮົມຫົວຂໍ້ສະເພາະ ສໍາລັບພະນັກງານການນໍາໜຸ່ມ ບັນດາແຂວງທີ່ມີຊາຍແດນ ຕິດຈອດລາວ-ຫວຽດນາມ-ກໍາປູເຈຍ

ອີງຕາມ ການຕົກລົງຂອງການນຳສູງສຸດ ໃນກອງປະຊຸມພົບປະຂອງ 3 ພັກ-ລັດຖະບານ ລາວ-ຫວຽດນາມ-ກຳປູເຈຍ ຄັ້ງວັນທີ 25 ກັນຍາ 2021 ຢູ່ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ. ໃນຕອນເຊົ້າຂອງວັນທີ 8 ກໍລະກົດ ນີ້ ທີ່ ໂຮງແຮມ ຄຣາວພາຊາ ນະຄອນຫຼວງວຽງຈັນ, ຄະນະຈັດຕັ້ງສູນກາງພັກ ຮ່ວມກັບ ຄະນະພົວພັນຕ່າງປະເທດສູນກາງພັກ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຄະນະໂຄສະນາອົບຮົມສູນກາງພັກ, ກະຊວງປ້ອງກັນປະເທດ,​ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງລາວ ໄດ້ພ້ອມກັນຈັດພິທີເປີດຊຸດຝຶກອົບຮົມຫົວຂໍ້ສະເພາະ ສໍາລັບພະນັກງານການນໍາໜຸ່ມ ບັນດາແຂວງທີ່ມີຊາຍແດນຕິດຈອດ ລາວ-ຫວຽດນາມ-ກໍາປູເຈຍ ຄັ້ງທີ 3, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ກ່າວເປີດຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ແລະ ມີສະຫາຍຄະນະນໍາ, ບັນດາຫົວໜ້າກົມ, ຮອງຫົວໜ້າກົມ ແລະ ບັນດາຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ພ້ອມທັງນັກສໍາມະນາກອນຂອງ 3 ພັກ ລາວ-ຫວຽດນາມ-ກໍາປູເຈຍ ເຂົ້າຮ່ວມ.
ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ກອງປະຊຸມຄະນະບໍລິຫານງານຂອງຄະນະກຳມາທິການເຂດປອດອາວຸດນິວເຄລຍອາຊີຕາເວັນອອກສ່ຽງໃຕ້

ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ກອງປະຊຸມຄະນະບໍລິຫານງານຂອງຄະນະກຳມາທິການເຂດປອດອາວຸດນິວເຄລຍອາຊີຕາເວັນອອກສ່ຽງໃຕ້

ໃນວັນທີ 7 ກໍລະກົດ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ທ່ານ ​ພົງສະຫວັນ ສີສຸລາດ ຮອງ​ລັດ​ຖະ​ມົ​ນ​ຕີ​ກະຊວງການຕ່າງ​ປະ​ເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ກອງປະຊຸມຄະນະບໍລິຫານງານຂອງຄະນະກຳມາທິການເຂດປອດອາວຸດນິວເຄລຍ ອາຊີຕາເວັນອອກສ່ຽງໃຕ້. ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ ມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ຕີມໍແລັດສະເຕ ແລະ ຮອງເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍຄະນະ.
ທູດ​ລາວ​ປະ​ຈຳຫວຽດ​ນາມຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ 2 ​ແຂວງຂອງ​ຫວຽດ​ນາມ

ທູດ​ລາວ​ປະ​ຈຳຫວຽດ​ນາມຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ 2 ​ແຂວງຂອງ​ຫວຽດ​ນາມ

ຄະ​ນະ​ຜູ້​ແທນ​ສະ​ຖານ​ທູດ​ລາວປະ​ຈຳ ສ​ສ ຫວຽດ​ນາມ ຊຶ່ງ​ນຳ​ໂດຍ​ທ່ານ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມ​ຄະ​ນະໄດ້ເດີນ​ທາງຢ້ຽມ​ຢາມ​ ແລະ ເຮັດ​ວຽກ​ຢູ່​ແຂວງແທັງ​ຫົວ ແລະ ແຂວງເຫງະ​ອານ ແຕ່​ວັນ​ທີ 3-5 ກໍ​ລະ​ກົດ​ ຜ່ານ​ມາ. ໃນ​ໂອ​ກາດນີ້, ຄະ​ນະ​ໄດ້ເຂົ້າ​ຢ້ຽມ​ຂ່ຳ​ນັບ​​ສະ​ຫາຍ ຫງວຽນ ຢວານ ແອັງກຳມະການສູນກາງພັກ ເລຂາພັກແຂວງ ພ້ອມ​ຄະ​ນະທີ່​ສຳ​ນັກ​ງານ​ຫ້ອງການ​ຄະ​ນະ​ພັກ​ແຂວງໂດຍ​ໄດ້​ຮັບ​ການ​ຕ້ອນ​ຮັບຢ່າງອົບອຸ່ນສະໜິດສະໜົມ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບອັນດູດດື່ມ.
ເພີ່ມເຕີມ