ປະທານຄະນະກວດກາສູນກາງພັກຢ້ຽມຢາມບໍລິສັດ ຊີໂນ-ອາກຣີ ໂປຕາສ

ປະທານຄະນະກວດກາສູນກາງພັກຢ້ຽມຢາມບໍລິສັດ ຊີໂນ-ອາກຣີ ໂປຕາສ
ທ່ານ ຄໍາພັນ  ພົມມະທັດ ປະທານຄະນະກວດກາສູນກາງພັກປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ຫຼາດບັງຫຼວງຂັ້ນສູນກາງ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ບໍລິສັດ ຊີໂນ-ອາກຣີ ໂປຕາສ ຢູ່ບ້ານດົງໃຕ້ ເມືອງທ່າແຂກ ແຂວງຄໍາມ່ວນ ເມື່ອບໍ່ດົນມານີ້, ໂດຍມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນຮ່ວມຕິດຕາມນຳ.
ທ່ານ ຈູ່ ຊຽງລີ່ ຮອງອຳນວຍການບໍລິສັດຊີໂນ-ອາກຣີ ໂປຕາສ ໄດ້ລາຍງານສະພາບລວມການເຄື່ອນໄຫວຈັດຕັ້ງປະຕິບັດ ແລະ ດຳເນີນໂຄງການ ຊຶ່ງບໍລິສັດດັ່ງກ່າວແມ່ນເປັນບໍລິສັດລະດັບສາກົນທີ່ດຳເນີນການຂຸດຄົ້ນ, ປຸງແຕ່ງ ແລະ ຈໍາໜ່າຍ ເກືອໂປຕາສ. ໃນປີ 2021 ໄດ້ຜະລິດທົດລອງ ແລະ ກາຍເປັນໂຄງການເກືອໂປຕາສລະດັບ 1ລ້ານໂຕນແຫ່ງທຳອິດໃນຂົງເຂດໃໝ່ຂອງການຜະລິດເກືອໂປຕາສໃນໂລກ ຊຶ່ງຜະລິດຕະພັນເກືອໂປຕາສຂອງບໍລິສັດຊີໂນ-ອາກຣີ ໂປຕາສແມ່ນໄດ້ສົ່ງອອກຈໍາໜ່າຍໃນຫຼາຍປະເທດເຊັ່ນ: ຈີນ, ຫວຽດນາມ, ໄທ, ອິນໂດເນເຊຍ, ມາເລເຊຍ, ອິນເດຍ, ນິວຊີແລນ ແລະ ຍີ່ປຸ່ນ,  ໄດ້ພົ້ນເດັ່ນໃນຕະຫຼາດສາກົນ ໂດຍສະເພາະແມ່ນຕະຫຼາດອາຊີຕາເວັນອອກສ່ຽງໃຕ້. ປັດຈຸບັນກຳລັງການຜະລິດບັນລຸ 3 ລ້ານໂຕ່ນຕໍ່ປີ, ໃນປີ 2025 ຈະໃຫ້ບັນລຸ 5 ລ້ານໂຕນຕໍ່ປີ ແລະ ອະນາຄົດຈະບັນລຸ 7-10 ລ້ານໂຕ່ນຕໍ່ປີ, ເພື່ອຕອບສະໜອງການບໍລິການຜະລິດຕະພັນທີ່ມີຄຸນນະພາບສູງໃຫ້ແກ່ອາຊີ ແລະ ທົ່ວໂລກ ຊຶ່ງໄດ້ຊຸກຍູ້ການສ້າງວຽກເຮັດງານທຳໃຫ້ແກ່ທ້ອງຖິ່ນ, ບໍລິສັດຍັງໄດ້ຈັດຕັ້ງດຳເນີນຫຼາກຫຼາຍກິດຈະກຳ, ວິສາຫະກິດ ເພື່ອເສີມສ້າງທີມງານທີ່ສາມັກຄີກົມກຽວ ເພື່ອພ້ອມກັນພະຍາຍາມສູ້ຊົນໃຫ້ບັນລຸຄາດໝາຍ ໂຄງການປອດໄພ, ສີຂຽວ, ເປັນມິດກັບສິ່ງແວດລ້ອມ ແລະ ພັດທະນາຍືນຍົງ. 
ນອກນີ້ໃນເຂດດັ່ງກ່າວຍັງຈະໄດ້ສ້າງເປັນນິຄົມອຸດສາຫະກຳໝູນວຽນອັດສະລິຍະ ອາຊີໂປຕາສ ສາກົນ ໂດຍຈະແບ່ງອອກເປັນ 3 ພາກສ່ວນໃຫຍ່ຄື: ສວນອຸດສາຫະກຳໂປຕາສ, ສວນອຸດສາຫະກຳອະໂປຕາສ ແລະ ເມືອງອັດສະລິຍະ, ມີເນື້ອທີ່ລວມປະມານ 2.000 ເຮັກຕາ, ຄາດຄະເນການລົງທຶນທັງໝົດ 4,31ຕື້ໂດລາ. 
ຮອງຜູ້ອຳນວຍການບໍລິສັດຍັງໄດ້ສະເໜີຕໍ່ທ່ານປະທານຄະນະກວດກາສູນກາງພັກຜ່ານໄປຍັງລັດຖະບານ ຊ່ວຍພິຈາລະນາອອກນະໂຍບາຍພິເສດໃຫ້ແກ່ນິຄົມອຸດສາຫະກຳ ເພື່ອສ້າງໂອກາດໃຫ້ແກ່ວິສາຫະກິດທີ່ຈະມາລົງທຶນໃນເຂດດັ່ງກ່າວ, ພິຈາລະນາການຮັກສາທາງດ້ານອາກອນ ໂດຍບໍ່ໃຫ້ມີການປ່ຽນແປງ ສະເພາະໂຄງການທີ່ໄດ້ມີການກໍ່ສ້າງເປີດທຳການຜະລິດ ແລະ ໄດ້ເຊັນສັນຍາກັບລັດຖະບານແລ້ວ, ພິຈາລະນາໃນການຍົກເວັ້ນອາກອນກຳໄລ ແລະ ມີໄລຍະໃນການເກັບອາກອນກຳໄລ ໃນໂຄງການພາກຂະຫຍາຍຂອງເກືອໂປຕາສ ເພື່ອຊຸກຍູ້ໃຫ້ບໍລິສັດມີການຂະຫຍາຍຕົວໄວຂຶ້ນ, ສະເໜີລັດຖະບານຊ່ວຍຄົ້ນຄວ້າໃນການກໍ່ສ້າງໂຮງງານໄຟຟ້າໃນເຂດໂຄງການ ເພື່ອຜະລິດໄຟຟ້າຮັບໃຊ້ໃຫ້ພຽງພໍກັບຄວາມຕ້ອງການຂອງບໍລິສັດ ແລະ ສະເໜີໃຫ້ລັດຖະບານຊ່ວຍຕິດຕາມ ແລະ ສະໜັບສະໜູນ ອຳນວຍຄວາມສະດວກທາງດ້ານຕ່າງໆໃນຂັ້ນຕໍ່ໄປ.
ໃນໂອກາດນີ້, ທ່ານປະທານຄະນະກວດກາສູນກາງພັກ ໄດ້ຕີລາຄາສູງຕໍ່ຜົນງານການເຄື່ອນໄຫວດຳເນີນທຸລະກິດຂອງໂຄງການ ໂດຍສະເພາະແມ່ນການຊຸກຍູ້ສົ່ງເສີມການສ້າງວຽກເຮັດງານທຳໃຫ້ແກ່ແຮງງານລາວໃນທ້ອງຖິ່ນ ລວມເຖິງການປະກອບສ່ວນຊ່ວຍເຫຼືອສັງຄົມໃນດ້ານຕ່າງໆ ແລະ ໂຄງການເກືອໂປຕາສ ແມ່ນມີຄວາມສຳຄັນໃນການປະກອບສ່ວນທາງດ້ານລາຍຮັບ ເຮັດໃຫ້ລັດຖະບານ ກໍຄືແຂວງຄໍາມ່ວນ ມີລາຍຮັບທີ່ສູງຂຶ້ນ. ຄຽງຄູ່ກັບການຂະຫຍາຍ ແລະ ພັດທະນາ ໃຫ້ບໍລິສັດສືບຕໍ່ເສີມຂະຫຍາຍບົດບາດໃນການປະກອບສ່ວນທາງດ້ານການພັດທະນາ ສປປ ລາວ ກໍຄືແຂວງຄໍາມ່ວນໃນດ້ານຕ່າງໆ, ເອົາໃຈໃສ່ເພີ່ມທະວີໃນການຮັກສາຄວາມປອດໄພ ມີການປະສານສົມທົບ ແລະ ປຶກສາຫາລືກັບຂະແໜງການກ່ຽວຂ້ອງຂອງພາກລັດເພື່ອວາງແຜນໃນການກຳນົດການຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ຄຸ້ມຄອງຄວາມປອດໄພຈາກອຸບັດໄພຕ່າງໆ. ສຳລັບບັນຫາທີ່ທາງບໍລິສັດສະເໜີ ລວມເຖິງດ້ານນະໂຍບາຍຕ່າງໆແມ່ນຈະໄດ້ນຳໄປສະເໜີຕໍ່ຄະນະລັດຖະບານ ເພື່ອຄົ້ນຄວ້າຊອກຫາວິທີທາງແກ້ໄຂຢ່າງເໝາະສົມໃນຕໍ່ໜ້າ. 
ຂ່າວ-ພາບ: ກອງຄຳ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ