ຂ້າພະເຈົ້າເຊື່ອໝັ້ນວ່າມະຕິທີ່ໄດ້ຮັບຮອງເອົາຈາກຜົນຂອງກອງປະຊຸມໃຫຍ່ຄັ້ງນີ້ຈະເປັນການກະຕຸກຊຸກຍູ້ໃນການສືບຕໍ່ພັດທະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພ້ອມທັງເປັນການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ບົດບາດຂອງພັກປະຊາຊົນປະຕິວັດລາວ ໃນເວທີສາກົນ.
ສອງປະເທດຂອງພວກເຮົາມີສາຍພົວພັນມິດຕະພາບທີ່ແໜ້ນແຟ້ນມາແຕ່ດົນນານ ຊຶ່ງເປັນປັດໄຈທີ່ສໍາຄັນສໍາລັບການປຶກສາຫາລືທາງດ້ານການເມືອງຢ່າງຕັ້ງໜ້າ, ລວມທັງການເສີມຂະຫຍາຍການພົວພັນທາງດ້ານທຸລະກິດ ແລະ ດ້ານມະນຸດສະທຳ. ຂ້າພະເຈົ້າຫວັງວ່າສາຍພົວພັນທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນຈະສືບຕໍ່ພັດທະນາກ້າວເຂົ້າສູ່ລວງເລິກຢ່າງຕໍ່ເນື່ອງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ, ລວມທັງຂອບການຮ່ວມມືລະຫວ່າງຣັດເຊຍ ແລະ ອາຊຽນ.
ໃນຖານະທີ່ເປັນສ່ວນໜຶ່ງທີ່ສຳຄັນຂອງການເປັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງລັດຖະບານ (ນະ ຄອນຫຼວງມົດສະກູ ແລະ ນະຄອນຫຼວງວຽງຈັນ), ການພົວພັນລະຫວ່າງພັກຣັດເຊຍເອກະພາບ ແລະ ພັກປະຊາຊົນປະຕິວັດລາວ ສືບຕໍ່ເຂັ້ມແຂງຢ່າງຕໍ່ເນື່ອງ, ບັນດາຂໍ້ກໍານົດຂອງສອງພັກໄດ້ຮັບການເສີມຂະຫຍາຍ ແລະ ປຶກສາຫາລືກັນຢ່າງໃກ້ຊິດໃນບັນຫາທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ, ລວມທັງການຕ້ານທຸກການ ເຄື່ອນໄຫວຂອງລັດທິລ່າເມືອງຂຶ້ນແບບໃໝ່ໃນສະໄໝໃໝ່.
ຂ້າພະເຈົ້າຂໍອວຍພອນໃຫ້ຜູ້ແທນກອງປະຊຸມໃຫຍ່ທັງໝົດຈົ່ງມີຜົນສໍາເລັດອັນຈົບງາມ ແລະ ອວຍພອນໃຫ້ ສະຫາຍ ທອງລຸນ ສີສຸລິດ ຈົ່ງມີສຸຂະພາບແຂງແຮງ ແລະ ພະລານາໄມສົມບູນ.
ຄໍາເຫັນ