ເປີດບົດໃໝ່ໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ອາຊຽນ-ຈີນ

ເປີດບົດໃໝ່ໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ອາຊຽນ-ຈີນ

ເປີດບົດໃໝ່ໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ອາຊຽນ-ຈີນ
ເວທີປຶກສາຫາລືການລວມຕົວຂອງສື່ມວນຊົນ ເພື່ອການເຕີບໂຕຮ່ວມກັນ:ເປີດບົດໃໝ່ໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ອາຊຽນ-ຈີນ” ໂດຍສູນອາຊຽນ-ຈີນ (ACC) ແລະ ກຸ່ມສື່ສານ ມວນຊົນສາກົນ ແຫ່ງ ສປ ຈີນ (China International Communications Group) ແລະ ແຂວງ ຫຼຽວໜິງ ຄູ່ຮ່ວມມື ໄດ້ດໍາເນີນ ລະຫວ່າງ ວັນທີ 9-12 ມິຖຸນານີ້, ທີ່ເມືອງເສິນຢາງ ແຂວງຫຼຽວໜິງ ສປ ຈີນ.

 

ເປດບດໃໝໃນການພວພນຄຮວມມຍດທະສາດຮອບດານ ອາຊຽນ-ຈນ - image 1
 

ໃນເວທີປຶກສາຫາລືທີ່ມີຄວາມໝາຍສໍາຄັນນີ້, ທ່ານ ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແຫ່ງ ສປປ ລາວ ທີ່ໄດ້ຮັບການເຊື້ອເຊີນເຂົ້າຮ່ວມ ແລະ ໄດ້ແບ່ງປັນຄວາມຄິດເຫັນ ໃນເວທີສໍາຄັນລະດັບພາກພື້ນ ຮ່ວມກັບບັນດາການນໍາ, ເຈົ້າໜ້າທີ່ລະດັບສູງ, ຜູ້ຊ່ຽວຊານດ້ານສື່ມວນຊົນ ແລະ ດ້ານອື່ນໆ ໃນພາກພື້ນອາຊຽນ - ຈີນ. ທ່ານກ່າວວ່າ: ໃນໂລກທີ່ກໍາລັງປ່ຽນແປງຢ່າງໄວວານີ້, ການໄດ້ມາພົບປະ ແລະ ແລກປ່ຽນຄວາມຄິດເຫັນໃນເວທີນີ້ ຖືເປັນສິ່ງທີ່ມີຄຸນຄ່າຫຼາຍ. ເວທີປຶກສາຫາລື ພາຍໃຕ້ຫົວຂໍ້; “ການລວມຕົວຂອງສື່ມວນຊົນ ເພື່ອການເຕີບໂຕຮ່ວມກັນ: ເປີດບົດໃໝ່ໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ອາຊຽນ-ຈີນ” ບໍໍ່ແມ່ນແຕ່ຫົວຂໍ້ຂອງການປະຊຸມເທົ່ານັ້ນ, ແຕ່ແມ່ນພາບສະທ້ອນຂອງວິໄສທັດ ແລະ ຄວາມຫວັງຮ່ວມກັນ ທີ່ພວກເຮົາມີຕໍໍ່ອະນາຄົດ ຂອງພາກພື້ນນີ້, ທັງເປັນໂອກາດສໍາຄັນ ທີ່ຈະໄດ້ທົບທວນຄືນຜົນສໍາເລັດຂອງການຮ່ວມມືດ້ານສື່ມວນຊົນ ລະຫວ່າງ ອາຊຽນ ແລະ ຈີນ ໃນໄລຍະ 5 ປີຜ່ານມາ, ພ້ອມທັງເປີດເສັ້ນທາງໃໝ່ໃນການກ້າວໜ້າຮ່ວມກັນ ໃນອະນາຄົດ. ຜ່ານການແລກປຽນ ແລະ ຮ່ວມມືຢ່າງໃກ້ຊິດ ສື່ມວນຊົນ ໄດ້ກາຍເປັນຂົວຕໍໍ່ ແລະ ເຊື່ອມໂຍງທີ່ສໍາຄັນ ໃນການເສີມສ້າງຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈ ແລະ ມິດຕະພາບ ລະຫວ່າງ ປະຊາຊົນ ບັນດາປະເທດອາຊຽນ ແລະ ຈີນ.

ທ່ານ ຄໍາມອນ ຈັນທະຈິດ ໄດ້ກ່າວອີກວ່າ: ສໍາລັບການຮ່ວມມືດ້ານສື່ມວນຊົນ ລະຫວ່າງ ສປປ ລາວ ແລະ ອາຊຽນ ບໍໍ່ພຽງແຕ່ການແລກປ່ຽນຂໍ້ມູນຂ່າວສານ, ຄວາມຮູ້ ແລະ ເຕັກນິກຕ່າງໆເທົ່ານັ້ນ, ແຕ່ຫາກຍັງເປັນການສ້າງສາຍໃຍຄວາມເຂົ້າໃຈ ຄວາມໄວ້ວາງໃຈ ແລະ ການຮ່ວມມືທີ່ຍືນຍົງ ໃນລະດັບພາກພື້ນ, ທັງເປັນການເປີດປະຕູໃຫ້ສື່ພາຍໃນ ໄດ້ກ້າວທັນໂລກ, ໄດ້ຮຽນຮູ້ເຕັກໂນໂລຊີໃໝ່ ແລະ ສ້າງສັນເນື້ອຫາສາລະທີ່ມີຄຸນນະພາບ, ສາມາດເຊື່ອມໂຍງໄດ້ໃນລະດັບພາກພື້ນ. ການຮ່ວມມື ລາວ-ຈີນ ຜ່ານມາ, ໄດ້ລົງເລິກຮ່ວມມືຍຸດທະສາດຮອບດ້ານ ແລະ ສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໄດ້ຮັບໝາກຜົນແບບບຸກທະລຸ ຢ່າງຕໍ່ເນື່ອງ. ສ່ວນດ້ານສື່ມວນຊົນ, ການຮ່ວມມືນັບມື້ກ້າວເຂົ້າສູ່ລວງເລິກ ໂດຍສະເພາະ ການແລກປ່ຽນຂໍ້ມູນຂ່າວສານ, ຮູບພາບ, ການໃຫ້ບຸລິມະສິດ ໃນການເຂົ້າເຖິງຂໍ້ມູນ ແລະ ຮູບພາບ ສໍາລັບອົງການສື່ ທີ່ໄດ້ລົງນາມຮ່ວມອະນຸສັນຍາຮ່ວມກັນ. ພິເສດ ແມ່ນການເອື້ອອໍານວຍຄວາມສະດວກ ໃຫ້ຕົວແທນຫ້ອງການຜູ້ຕາງໜ້າອົງການສື່ທາງການຂອງ ສປ ຈີນ ໄດ້ເຄື່ອນໄຫວທຸກເຫດການສໍາຄັນທີ່ ພັກ-ລັດ ແຫ່ງ ສປປ ລາວ ຈັດຂຶ້ນ.

ທ່ານ ຄໍາມອນ ຈັນທະຈິດ ຍັງກ່າວຢໍ້າວ່າ: ສື່ມວນຊົນ ບໍໍ່ພຽງແຕ່ເປັນຜູ້ສະທ້ອນສັງຄົມເທົ່ານັ້ນ, ແຕ່ຍັງເປັນຜູ້ຮ່ວມສ້າງສັງຄົມ. ທຸກຂ່າວ ທຸກບົດຄວາມ ທຸກຄໍາເຫັນ ທຸກພາບ ທີ່ຖືກສົ່ງອອກໄປ ລ້ວນແຕ່ມີພະລັງໃນການກໍານົດທິດທາງຄວາມຄິດ ແລະ ສ້າງທັດສະນະໃຫ້ແກ່ສັງຄົມ. ນີ້ຄືເຫດຜົນວ່າ: ຄວາມຮັບຜິດຊອບຂອງສື່ ບໍໍ່ແມ່ນເລື່ອງເລັກນ້ອຍ, ແຕ່ເປັນພາລະກິດທີ່ຜູກພັນກັບອະນາຄົດຂອງປະເທດ ແລະ ຂອງພາກພື້ນໂດຍລວມ. ໃນໄລຍະຜ່ານມາ, ການຮ່ວມມືດ້ານສື່ມວນຊົນ ອາຊຽນ-ຈີນ ໄດ້ມີການຂະຫຍາຍຕົວຢ່າງໂດດເດັ່ນ ທັງທາງດ້ານການແລກປ່ຽນຂໍ້ມູນຂ່າວສານ, ການພັດທະນາທັກສະວິຊາສະ ເພາະ ແລະ ການນໍາໃຊ້ເຕັກໂນໂລຊີໃໝ່ໆ ເຂົ້າໃນວຽກງານສື່. ບົດບາດຂອງສື່ມວນຊົນ ບໍໍ່ໄດ້ຈໍາກັດຢູ່ແຕ່ການນໍາສະເໜີຂ່າວສານເທົ່ານັ້ນ, ແຕ່ຫາກຍັງເປັນພະລັງຂັບເຄື່ອນທາງສັງຄົມ ທີ່ຊ່ວຍສ້າງທັດສະນະທີ່ດີ ແລະ ກະຕຸ້ນການມີສ່ວນຮ່ວມ ຢ່າງສ້າງສັນຂອງປະຊາຊົນ.

ພ້ອມດຽວກັນນີ້, ການເຕີບໂຕຢ່າງໝັ້ນຄົງຂອງການຮ່ວມມືສື່ມວນຊົນ ອາຊຽນ-ຈີນ ນັ້ນບໍໍ່ພຽງແຕ່ມີຜົນງານທາງດ້ານເຕັກນິກ ຫຼື ການແລກປ່ຽນຂ່າວເທົ່ານັ້ນ, ແຕ່ຫາກແມ່ນການສ້າງ “ພື້ນຖານຄວາມໄວ້ໃຈ” ລະຫວ່າງ ປະຊາຊົນອີກດ້ວຍ. ຄວາມໄວ້ໃຈນີ້, ແມ່ນທຶນຮອນທີ່ມີຄ່າທີ່ສຸດ ແລະ ບໍໍ່ສາມາດສ້າງໄດ້ພາຍໃນມື້ໜຶ່ງຍາມດຽວ. ໃນອະນາຄົດ, ການຮ່ວມມືດ້ານສື່ມວນຊົນ ອາຊຽນ-ຈີນ ຄວນຖືກຍົກລະດັບໃຫ້ເລິກເຊິ່ງ ແລະ ກວ້າງຂວາງຫຼາຍຂຶ້ນ ໂດຍເນັ້ນໃສ່ການສ້າງເນື້ອຫາຮ່ວມກັນ, ການພັດທະນາບຸກຄະລາກອນ ແລະ ການແລກປ່ຽນປະສົບການ.

ສື່ມວນຊົນ ຈະຍັງຄົງເປັນກໍາລັງຫຼັກ ໃນການຂັບເຄື່ອນການຮ່ວມມື ຢ່າງຍືນຍົງ ແລະ ສ້າງອະນາຄົດຮ່ວມກັນ ທີ່ມີຄວາມຈະເລີນຮຸ່ງເຮືອງ. ດັ່ງນັ້ນ, ຂໍໃຫ້ເວທີນີ້, ບໍ່ແມ່ນແຕ່ຈຸດເລີ່ມຕົ້ນຂອງແຜນງານໃໝ່ເທົ່ານັ້ນ, ແຕ່ເປັນຈຸດເລີ່ມຕົ້ນຂອງ “ຄວາມມຸ່ງໝັ້ນໃໝ່” ທີ່ພວກເຮົາຈະກ້າວໄປຂ້າງໜ້າຮ່ວມກັນ ດ້ວຍຄວາມໄວ້ເນື້ອເຊື່ອໃຈ, ຄວາມເຄົາລົບ ແລະ ວິໄສທັດທີ່ກ້າວໄກ. ການເຕີບໂຕຮ່ວມກັນ ຈະມີຄວາມໝາຍ ກໍຕໍ່ເມື່ອພວກເຮົາ “ໄປພ້ອມກັນ ແລະ ບໍ່ປະຖິ້ມໃຜໄວ້ທາງຫຼັງ”, ຮ່ວມກັນປຶກສາຫາລື, ຮ່ວມກັນແບ່ງປັນ, ຮ່ວມກັນຊົມໃຊ້ ເພື່ອສ້າງສາຍພົວພັນ, ສາຍໃຈ ໃຫ້ນັບມື້ສະໜິດແໜ້ນຍິ່ງໆຂຶ້ນ.

ຄໍາເຫັນ

ຂ່າວການຮ່ວມມື

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ວັນທີ 4 ພະຈິກຜ່ານມາ, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະນຳຈາກກະຊວງປ້ອງກັນປະເທດ, ຄະນະນຳແຂວງອັດຕະປື ແລະ ຄະນະນຳເມືອງຊານໄຊ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ ຈຳກັດ ຕັ້ງຢູ່ເມືອງຊານໄຊ ແຂວງອັດຕະປື.​ ໃຫ້ການຕ້ອນຮັບຂອງທ່ານ ບຸ໋ຍແອັງດຶກ ປະທານສະພາບໍລິຫານ ຮອງຜູ້ອຳ ນວຍ​ການໃຫຍ່ ບໍລິສັດ ວັງຕັດມາຍນິງ ກຣຸບ​ ພ້ອມດ້ວຍຄະນະຜູ້ບໍລິຫານ, ພະນັກງານ ແລະ ກອງກຳລັງປ້ອງກັນຄວາມສະຫງົບປະຈຳເຂດໂຄງ​ການ ໃຫ້ການຕ້ອນຮັບ.
ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດກິດຈະກໍາ ຂອງໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະຄໍ້າປະກັນການດຳລົງຊີວິດແບບຍືນຍົງ ປະປີ(ເດືອນກັນຍາ 2025-ເດືອນຕຸລາ2026) ໄດ້ຈັດຂຶ້ນໃນວັນທີ 2 ພະຈິກຜ່ານ​ມາ, ທີ່ເມືອງລະມາມ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີທ່ານ ນາງ ຄາໂອຣຸ ໂມຣິໂມະໂຕະ ຫົວໜ້າອົງການອາສາສະໝັກຍີ່ປຸ່ນ ປະຈໍາລາວ ເຈວີຊີ (JVC), ມີຄະນະກໍາມະການປົກຄອງ 2 ເມືອງຄື: ເມືອງກະລຶມ ແລະເມືອງດາກຈຶງ, ຜູ້ປະສານງານໂຄງການຂັ້ນແຂວງ, ຂັ້ນເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ສະ​ຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ ເລ ມິງ ຮຶງ ກຳມະການກົມການເມືອງສູນກາງພັກນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມ ຄະນະໃນ​ວັນ​ທີ 3 ພະ​ຈິກ​ນີ້ ທີ່ ນະ​ຄອນຫຼວງ​ຮ່າ​ໂນ້ຍ.
ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຄະນະນຳແຂວງຊຽງຂວາງ ນຳໂດຍທ່ານພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງຊຽງ​ຂວາງ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊີນລາສ​ສ ຫວຽດ​ນາມໃນ​ລະ​ຫວ່າງວັນ​ທີ 1-3 ພະ​ຈິກ​ນີ້.
ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ໄດ້ຕ້ອນຮັບ ທ່ານ ນາງ ເຈີໄມມາ ກໍດອນ ດາຟ໌ ເອກອັກຄະລາຊະທູດແຫ່ງສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈຳ ສປປ ລາວ ພ້ອມຄະນະໃນ​ວັນ​ທີ 3 ພະ​ຈິກ​ 2026,ທີ່ ຫ້ອງວ່າ​ການ​ແຂວງ, ໃນໂອກາດເດີນທາງມາຢ້ຽມຢາມ ແລະ ຕິດຕາມວຽກຢູ່ແຂວງຄຳມ່ວນ.
ລັດຖະບານຍີ່ປຸ່ນ ຊ່ວຍກໍ່ສ້າງໂຮງຮຽນ ຢູ່ເມືອງນາໝໍ້

ລັດຖະບານຍີ່ປຸ່ນ ຊ່ວຍກໍ່ສ້າງໂຮງຮຽນ ຢູ່ເມືອງນາໝໍ້

ພິທີເຊັນສັນຍາໂຄງການຊ່ວຍເຫຼືອຂັ້ນຮາກຖານ (GGP) ຈາກລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ເພື່ອກໍ່ສ້າງໂຮງຮຽນອະນຸບານ ແລະ ປະຖົມ ບ້ານກູລົງ ເມືອງນາໝໍ້ ແຂວງອຸດົມໄຊຈັດຂຶ້ນໃນວັນທີ 3 ພະຈິກຜ່ານມາ, ທີ່ຫ້ອງວ່າການແຂວງອຸດົມໄຊ ເຂົ້າຮ່ວມເປັນສັກຂີພິຍານໂດຍ ທ່ານ ໂຄອິຊູມິ ຊຶໂຕະມຸ ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງປະເທດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະ ການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງອຸດົມໄຊ, ມີທ່ານ ໄກເພັດ ອິນພູວຽງ ກຳມະການພັກແຂວງ ເລຂາພັກເມືອງນາໝໍ້ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 11

ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 11

ໃນວັນທີ 4ພະຈິກນີ້, ທ່ານ ທອງສະຫວັນ ພົມວິຫານ,ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ 11ທີ່ ນະຄອນຫຼວງປັກກິ່ງ, ສປ ຈີນ
ປະທານສະພາແຫ່ງຊາດລາວພົບປະກັບເລຂາພັກແຂວງຝູເຖາະ ສສ ຫວຽດນາມ

ປະທານສະພາແຫ່ງຊາດລາວພົບປະກັບເລຂາພັກແຂວງຝູເຖາະ ສສ ຫວຽດນາມ

ໃນວັນທີ 4 ພະຈິກ ນີ້, ສະຫາຍ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດລາວພ້ອມດ້ວຍຄະນະໄດ້ພົບປະເຮັດວຽກກັບສະຫາຍ ຟາມດາຍເຊື່ອງ ເລຂາພັກແຂວງຝູເຖາະໃນໂອກາດເດີນທາງມາຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ.
ກອງປະຊຸມຜ່ານຮ່າງຄຳແນະນຳວ່າດ້ວຍການກວດສອບຫົວທີ ຂອງອົງການກວດສອບແຫ່ງລັດ

ກອງປະຊຸມຜ່ານຮ່າງຄຳແນະນຳວ່າດ້ວຍການກວດສອບຫົວທີ ຂອງອົງການກວດສອບແຫ່ງລັດ

ກອງປະຊຸມຜ່ານ “ຮ່າງຄຳແນະນຳ ວ່າດ້ວຍການກວດສອບຫົວທີ ຂອງອົງການກວດສອບແຫ່ງລັດໃນການກວດສອບການສ້າງແຜນ ແລະ ການດັດແກ້ແຜນງົບປະມານແຫ່ງລັດ” ໄດ້ຈັດຂຶ້ນຢູ່ເມືອງວັງວຽງແຂວງວຽງຈັນ ໃນລະຫວ່າງ ວັນທີ 2-3 ພະຈິກຜ່ານມາ, ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ຕ້ອຍ ພົນທິລາດ ຮອງປະທານອົງການກວດສອບແຫ່ງລັດ ແລະ ທ່ານ ໂຣເບີດ ເດີວາຮາ (Robert DE WAHA) ຫົວໜ້າໂຄງການລຸກຊໍາບວກ ປະຈໍາອາຊຽນ ກອງປະຊຸມຄັ້ງນີ້ໄດ້ຮັບການສະໜັບສະໜູນດ້ານງົບປະມານ ຈາກໂຄງການເສີມສ້າງລັດແຫ່ງກົດໝາຍ, ການເຂົ້າເຖິງຄວາມຍຸຕິທໍາ ແລະ ການປົກຄອງທີ່ດີ (Lux Dev Lao/037).
ປະທານສະພາແຫ່ງຊາດລາວ ເຂົ້າຢ້ຽມຂໍ່ານັບເລຂາທິການໃຫຍ່ປະທານປະເທດຫວຽດນາມ

ປະທານສະພາແຫ່ງຊາດລາວ ເຂົ້າຢ້ຽມຂໍ່ານັບເລຂາທິການໃຫຍ່ປະທານປະເທດຫວຽດນາມ

​ ວັນທີ 4 ພະຈິກ ຜ່ານມາ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ.
ເພີ່ມເຕີມ