ເປີດຝຶກອົບຮົມ ວຽກງານແຂ່ງຂັນ-ຍ້ອງຍໍໃຫ້ພະນັກງານ ຫສພ

ເປີດຝຶກອົບຮົມ ວຽກງານແຂ່ງຂັນ-ຍ້ອງຍໍໃຫ້ພະນັກງານ ຫສພ

ເປີດຝຶກອົບຮົມ ວຽກງານແຂ່ງຂັນ-ຍ້ອງຍໍໃຫ້ພະນັກງານ ຫສພ
ໃນຕອນເຊົ້າວັນທີ 11 ມິຖຸນາ ນີ້ ທີ່ຫ້ອງວ່າການສູນກາງພັກ ໄດ້ເປິດພິທີຝຶກອົບຮົມ ວຽກງານແຂ່ງຂັນ-ຍ້ອງຍໍ ໃຫ້ ພະນັກງານ-ລັດຖະກອນ ພາຍໃນຫ້ອງວ່າການສູນກາງພັກ (ຫສພ) ພາຍໃຕ້ການເປັນປະທານ ຂອງສະຫາຍ ຄຳຜາ ພິມມະສອນ ຮອງເລຂາຄະນະພັກ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ໂດຍມີຜູ້ເຂົ້າ ຮ່ວມທັງໝົດ 40 ທ່ານ ຈາກບັນດາກົມພາຍໃນ ຫ້ອງວ່າການສູນກາງພັກ.
ເປດຝກອບຮມ ວຽກງານແຂງຂນ-ຍອງຍໃຫພະນກງານ ຫສພ - image 1
 

ເນື້ອໃນບົດຮຽນທີ່ໄດ້ນຳມາສະເໜີຄັ້ງນີ້ປະກອບມີ 5 ຫົວຂໍ້ຄື: 1. ການກໍາເນີດ ແລະ ການຂະຫຍາຍຕົວ ຂອງວຽກງານສະດຸດີ (ຍ້ອງຍໍ); 2. ວຽກງານແຂ່ງຂັນ; 3. ວຽກງານຍ້ອງຍໍ; 4. ວຽກງານຄຸ້ມຄອງນາມມະຍຸດ; 5. ວິທີການປະດັບການຍ້ອງຍໍ ຊຶ່ງໃຫ້ກຽດນຳສະເໜີໂດຍນັກວິທະຍາກອນທີ່ມາຈາກກົມແຂ່ງຂັນ ແລະ ຍ້ອງຍໍ ຂອງ ກະຊວງພາຍໃນກໍຄືຄະນະຈັດຕັ້ງສູນກາງພັກ; ການຝຶກອົບຮົມໃນຄັ້ງນີ້ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ຍົກລະດັບຄວາມຮັບຮູ້ ແລະ ເຂົ້າໃຈຄວາມໝາຍຄວາມສໍາຄັນ ຂອງວຽກງານແຂ່ງຂັນ - ຍ້ອງຍໍ, ກໍາແໜ້ນໄດ້ບັນດານິຕິກໍາທີ່ເປັນບ່ອນອີງໃນ ການຄົ້ນຄວ້າ, ຫຼັກການ, ຄາດໝາຍ, ຂອບເຂດ, ເນື້ອໃນ ແລະ ຂັ້ນຕອນການແຂ່ງຂັນ- ຍ້ອງຍໍ, ເພື່ອຮັບປະກັນໃຫ້ ແກ່ການຈັດຕັ້ງປະຕິບັດວຽກງານແຂ່ງຂັນ-ຍ້ອງຍໍ ໃຫ້ຖືກຕ້ອງສອດຄ່ອງຕາມລະບຽບຫຼັກການ, ຜົນສໍາເລັດວຽກງານ ຕົວຈິງ, ເລືອກເຟັ້ນບຸກຄົນ ແລະ ການຈັດຕັ້ງ ທີ່ມີຜົນງານດີເດັ່ນແທ້ຈິງ.

ໂອກາດນີ້, ສະຫາຍ ຄຳຜາ ພິມມະສອນ ໄດ້ຮຽກຮ້ອງໃຫ້ບັນດາທ່ານຜູ້ທີ່ເຂົ້າຝຶກອົບຮົມໃນຄັ້ງນີ້ ເປັນເຈົ້າການເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນ, ຖອດຖອນບົດຮຽນນໍານັກວິທະຍາກອນໃຫ້ມີປະສົບການ, ແລກປ່ຽນບົດ ຮຽນກັບຜູ້ເຂົ້າຮ່ວມຝຶກອົບຮົມດ້ວຍກັນ ໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງສາມາດນໍາໄປຈັດຕັ້ງປະຕິ ບັດໃຫ້ປະກົດຜົນເປັນຈິງ. ຍາດແຍ່ງເອົາຄວາມຮູ້ນໍາບັນດານັກວິທະຍາກອນ ຜູ້ທີ່ມີປະສົບປະການສູງໃນການ ຖ່າຍທອດບົດຮຽນ ເພື່ອນໍາມາພັດທະນາວຽກງານຂອງຕົນເອງກໍຄືຂອງການຈັດຕັ້ງໃນຕໍ່ໜ້າໃຫ້ສູງຂຶ້ນ

ຂ່າວ-ພາບ: ຫສພ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສ​ພ​ຂ ລົງ​ພົບ​ປະ​ຜູ້​ມີ​ສິດ​ເລືອກ​ຕັ້ງ ຢູ່​ເມືອງຫຼວງ​ນໍ້າທາ

ສ​ພ​ຂ ລົງ​ພົບ​ປະ​ຜູ້​ມີ​ສິດ​ເລືອກ​ຕັ້ງ ຢູ່​ເມືອງຫຼວງ​ນໍ້າທາ

ໃນວັນທີ 25 ພຶດສະພາ 2026 ນີ້, ຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງຫຼວງນໍ້າທາເຊິ່ງນໍາໂດຍທ່ານ ບຸນຄົງ ພິມມະສອນ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ຫົວໜ້າ ຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງຫຼວງນໍ້າທາ ພ້ອມ​ຄະ​ນະ ໄດ້ລົງພົບປະ ແລະ ຈັດຕັ້ງຜັນຂະຫຍາຍໂຄສະນາເຜີຍແຜ່ເນື້ອໃນຜົນສໍາເລັດ ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ (ສ​ພ​ຂ) ຊຸດທີ V ຢູ່ບ້ານທົ່ງດີ ແລະ ບ້ານດອນສໍາພັນ. ການພົບປະເຜີຍແຜ່ໄດ້ຈັດຂຶ້ນຢູ່ຫ້ອງການ ບ້ານທົ່ງດີ ແລະ ບ້ານດອນສໍາພັນ ໂດຍມີອົງການຈັດຕັ້ງບ້ານ ແລະ ປະຊາຊົນ ເຂົ້າຮ່ວມຮັບຟັງ.
ເດັກນ້ອຍໃນວັນນີ້ ຄືອະນາຄົດຂອງຊາດໃນວັນໜ້າ  (ເນື່ອງໃນໂອກາດວັນເດັກນ້ອຍສາກົນວັນທີ 1 ມິຖຸນາ)

ເດັກນ້ອຍໃນວັນນີ້ ຄືອະນາຄົດຂອງຊາດໃນວັນໜ້າ (ເນື່ອງໃນໂອກາດວັນເດັກນ້ອຍສາກົນວັນທີ 1 ມິຖຸນາ)

ວັນທີ 1 ມິຖຸນາ ຂອງທຸກໆປີແມ່ນວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ. ວັນ ເດັກນ້ອຍສາກົນ ແມ່ນເຫດການໜຶ່ງທີ່ມີຄວາມໝາຍ-ສໍາຄັນຕໍ່ເດັກ ເພື່ອແນໃສ່ຊຸກຍູ້ສົ່ງເສີມ, ພັດທະ ນາ ແລະ ປົກປ້ອງເດັກໃນທົ່ວໂລກ ຍ້ອນເຫັນໄດ້ຄວາມສໍາຄັນຂອງເດັກ ທີ່ເປັນອະນາຄົດຂອງຊາດ, ເປັນເມັດພືດ, ເປັນໜໍ່ແໜງທຶນຮອນແຫ່ງຊີວິດໃນມື້ນີ້ ເພືຶ່ອກາຍເປັນອານາຄົດອັນແຈ່ມໃສຂອງປະ ເທດຊາດໃນມືື້ໜ້າ. ດັ່ງນັ້ນ, ພັກ-ລັດຖະບານ ກໍຄືບັນດາປະຊາຊາດໃນທົ່ວໂລກ ຍາມໃດກໍເຫັນໄດ້ຄວາມສໍາຄັນຕໍ່ວັນດັ່ງກ່າວ. ສະນັ້ນ, ຈຶ່ງໄດ້ສະເຫຼີມສະຫຼອງວັນເດັກສາກົນຕາມເງືຶ່ອນໄຂ ແລະ ສະ ພາບຕົວຈິງຂອງປະເທດຕົນໃນທຸກໆປີ.
ອົບຮົມການນໍາໃຊ້ຖານຂໍ້ມູນຄຸ້ມຄອງຄໍາຮ້ອງຂໍຄວາມເປັນທໍາ

ອົບຮົມການນໍາໃຊ້ຖານຂໍ້ມູນຄຸ້ມຄອງຄໍາຮ້ອງຂໍຄວາມເປັນທໍາ

ກອງປະຊຸມຝຶກອົບຮົມການນໍາໃຊ້ຖານຂໍ້ມູນໃນການຄຸ້ມຄອງຄໍາຮ້ອງຂໍຄວາມເປັນທໍາຂອງຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ) ໄດ້ຈັດຂຶ້ນລະຫວ່າງວັນທີ 23-24 ພຶດສະພານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ທຸມມາລີ ວົງພະຈັນ ກໍາມະການສູນກາງພັກ ປະທານກໍາມາທິການກົດໝາຍ ແລະ ຍຸຕິທໍາ (ກໝຍທ) ຊຶ່ງມີບັນດາທ່ານຮອງປະທານ ກໝຍທ; ຫົວໜ້າ-ຮອງຫົວໜ້າກົມ, ເລຂານຸການການນໍາຂັ້ນສູງ, ຄະນະພະແນກ ແລະ ພະນັກງານທີ່ກ່ຽວຂ້ອງພາຍໃນ ສພຊ; ຫົວໜ້າ-ຮອງຫົວໜ້າຫ້ອງວ່າການ ແລະ ພະນັກງານທີ່ກ່ຽວຂ້ອງຂອງສະພາປະຊາຊົນຈາກ 2 ແຂວງ ຄື: ຫຼວງພະບາງ ແລະ ຄໍາມ່ວນ; ຕາງໜ້າມູນນິທິເວສມິນສເຕີ ເພື່ອປະຊາທິປະໄຕ (Westminster Foundation for Democracy -WFD) ແລະ ທີມງານຄູຝຶກຈາກບໍລິສັດ ມັນຕິມີເດຍ ແອນເທັກໂນໂລຊີໂຊລູຊັນ ຈໍາກັດ (MTS) ເຂົ້າຮ່ວມຫຼາຍກວ່າ 60 ທ່ານ.
ຄະນະກໍາມະການປົກປ້ອງສັງຄົມຂັ້ນສູນກາງ ຈັດກອງປະຊຸມປະຈໍາປີ 2025

ຄະນະກໍາມະການປົກປ້ອງສັງຄົມຂັ້ນສູນກາງ ຈັດກອງປະຊຸມປະຈໍາປີ 2025

ກອງປະຊຸມປະຈໍາປີ 2025 ຂອງຄະນະກໍາມະການ ເພື່ອການປົກປ້ອງສັງຄົມ ຂັ້ນສູນກາງ ໄດ້ຈັດຂຶ້ນໃນວັນທີ 25 ພຶດສະພາ ນີ້ ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພາຍໃຕ້ການເປັນປະທານຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ປະທານຄະນະກໍາມະການປົກປ້ອງສັງຄົມຂັ້ນສູນກາງ, ມີຮອງລັດຖະມົນຕີ, ຮອງປະທານຄະນະກໍາມະການ, ຄະນະກໍາມະການປົກປ້ອງສັງຄົມຂັ້ນສູນກາງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກະກຽມເປັນເຈົ້າພາບຈັດກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3

ກະກຽມເປັນເຈົ້າພາບຈັດກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3

ໃນວັນທີ 25 ພຶດສະພານີ້, ກອງປະຊຸມຄັ້ງປະຖົມມະລືກຂອງຄະນະກໍາມະການຊີ້ນໍາລະດັບຊາດ ແລະ ອະນຸກຳມະການກະກຽມເປັນເຈົ້າພາບຈັດກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (CCM) ໄດ້ເປີດຂຶ້ນທີ່ໂຮງແຮມສຸພັດຕາ ນະຄອນຫຼວງວຽງຈັນ. ພາຍໃຕ້ການເປັນປະທານຂອງທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໃນນາມປະທານຄະນະຊີ້ນໍາການເປັນປະທານຂອງ ສປປ ລາວແລະ ມີການເຂົ້າຮ່ວມຢ່າງພ້ອມພຽງຂອງຄະນະນຳຈາກບັນດາກະຊວງ, ຂະແໜງການ, ອົງການຈັດ ຕັ້ງມະຫາຊົນ, ມະຫາວິທະຍາໄລແຫ່ງຊາດ ແລະ ອົງການປົກຄອງນະຄອນຫຼວງວຽງຈັນ ແລະ ແຂວງຫຼວງພະບາງ ແລະ ບັນດາເມືອງອ້ອມຂ້າງນະຄອນຫຼວງທີ່ໄດ້ຮັບການແຕ່ງຕັ້ງຢູ່ໃນຄະນະກໍາມະການ ແລະ ອະນຸກຳມະການ ຕາມຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະກຳມະການຊີ້ນໍາລະດັບຊາດ ແລະ ຄະນະຮັບຜິດຊອບອະນຸກໍາມະການຕ່າງໆ ເພື່ອກະກຽມການເປັນປະທານ ແລະ ເປັນເຈົ້າພາບຈັດກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3.
ສໍາມະນາບົດບາດ-ໜ້າທີ່ຂອງສະພາແຫ່ງຊາດໃຫ້ແກ່ ສສຊ ຊຸດທີ X

ສໍາມະນາບົດບາດ-ໜ້າທີ່ຂອງສະພາແຫ່ງຊາດໃຫ້ແກ່ ສສຊ ຊຸດທີ X

ສໍາມະນາ ກ່ຽວກັບບົດບາດ ແລະ ໜ້າທີ່ຂອງສະພາແຫ່ງຊາດ ໃຫ້ແກ່ສະມາຊິກສະພາແຫ່ງຊາດ(ສສຊ) ຊຸດທີ X ຂຶ້ນໃນວັນທີ 25 ພຶດສະພານີ້ ທີ່ນະຄອນຫລວວຽງຈັນ, ໂດຍການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານຄະນະປະຈໍາສະພາແຫ່ງຊາດ, ມີຮອງປະທານຄະນະປະຈໍາສະພາແຫ່ງຊາດ, ກໍາມະການຄະນະປະຈໍາສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ ຊຸດທີ X, ອະດີດສະມາຊິກສະພາແຫ່ງຊາດຊຸດທີ IX, ບັນດາຮອງປະທານກໍາມາທິການ, ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາປະຊາຊົນຂັ້ນແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທາບທາມຄໍາເຫັນຕໍ່ຮ່າງດໍາລັດ ວ່າດ້ວຍການເຄື່ອນໄຫວວຽກງານສື່ມວນຊົນ ຢູ່ ສປປ ລາວ (ສະບັບປັບປຸງ) ສໍາລັບຂັ້ນສູນກາງ

ທາບທາມຄໍາເຫັນຕໍ່ຮ່າງດໍາລັດ ວ່າດ້ວຍການເຄື່ອນໄຫວວຽກງານສື່ມວນຊົນ ຢູ່ ສປປ ລາວ (ສະບັບປັບປຸງ) ສໍາລັບຂັ້ນສູນກາງ

ໃນວັນທີ 25 ພຶດສະພານີ້ ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມທາບທາມຄໍາເຫັນຕໍ່ຮ່າງດໍາລັດ ວ່າດ້ວຍການເຄື່ອນໄຫວວຽກງານສື່ມວນຊົນ ຢູ່ ສປປ ລາວ ຂອງສື່ມວນຊົນ, ສໍານັກງານຜູ້ຕາງໜ້າ ແລະ ອົງການຈັດຕັ້ງຕ່າງປະເທດ ສໍາລັບຂັ້ນສູນກາງພາຍໃຕ້ການເປັນປະທານຂອງ ທ່ານ ພົງສະຫວັນ ສີສຸລາດ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໂດຍມີບັນດາຜູ້ຕາງໜ້າຈາກກະຊວງ, ອົງການອ້ອມຂ້າງສູນກາງ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ອົງການໄອຍະການປະຊາຊົນ ຝຶກອົບຮົມວຽກງານພິທີການ

ອົງການໄອຍະການປະຊາຊົນ ຝຶກອົບຮົມວຽກງານພິທີການ

ອົງການໄອຍະການປະຊາຊົນ ແລະ ອົງການໄອຍະການທະຫານ ໄດ້ຈັດຝຶກອົບຮົມວຽກງານພິທີການ ຂຶ້ນໃນວັນທີ 25 ພຶດສະພາ ນີ້ ທີ່ອົງການໄອຍະການປະຊາຊົນສູງສຸດ, ໂດຍການເປັນປະທານກ່າວເປີດຂອງທ່ານ ນາງ ແສງສຸດາ ສີປະເສີດ ຮັກສາການຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ ຊຶ່ງມີຄະນະກົມ, ຄະນະພະແນກອົງການໄອຍະການປະຊາຊົນເຂດ 4 ເຂດເຂົ້າຮ່ວມ.
ສປປ ລາວ ສົ່ງເສີມການພັດທະນາທີ່ສົ່ງຜົນບວກຕໍ່ທຳມະຊາດ

ສປປ ລາວ ສົ່ງເສີມການພັດທະນາທີ່ສົ່ງຜົນບວກຕໍ່ທຳມະຊາດ

ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຈັດກອງ​ປະຊຸມ​ລະດັບ​ສູງ​ກ່ຽວ​ກັບ​ການລົງທຶນທີ່ສົ່ງຜົນບວກ ຕໍ່ທຳມະຊາດ ໂດຍນໍາໃຊ້ລຳດັບມາດຕະການຫຼຸດຜ່ອນຜົນກະທົບຕໍ່ຊີວະນາໆພັນເພື່ອບັນລຸຜົນໄດ້ຮັບການທົດແທນ ຊີວະນາໆພັນ ເທົ່າເດີມ ຫຼື ການເພີ່ມຊີວະນາໆພັນ ໄດ້ຈັດຂຶ້ນໃນວັນທີ 22 ພຶດສະພາຜ່ານມານີ້ ທີ່ນະຄອນຫຼວງ ວຽງຈັນ, ໂດຍການເປັນປະທານ​ຂອງທ່ານ ​ລິນຄໍາ ດວງສະຫວັນ ລັດຖະມົນຕີ​ກະຊວງ​ກະສິກຳ​ ແລະ ສິ່ງ​ແວດ​ລ້ອມ ຊຶ່ງມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ
ປະກາດແຕ່ງຕັ້ງຂັ້ນນໍາພາ-ບັນຊາ ແລະ ຍົກລະດັບພະແນກຊາຍແດນ ເປັນຫ້ອງທະຫານຊາຍແດນ ທະຫານແຂວງໄຊຍະບູລີ

ປະກາດແຕ່ງຕັ້ງຂັ້ນນໍາພາ-ບັນຊາ ແລະ ຍົກລະດັບພະແນກຊາຍແດນ ເປັນຫ້ອງທະຫານຊາຍແດນ ທະຫານແຂວງໄຊຍະບູລີ

ໃນວັນທີ 22 ພຶດສະພາຜ່ານມາ, ທີ່ສະໂມສອນ ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ປະກາດການແຕ່ງຕັ້ງຮອງກອງບັນຊາການທະຫານແຂວງ, ຫົວໜ້າຫ້ອງ, ຮອງຫ້ອງ ແລະ ຍົກລະດັບພະແນກຊາຍແດນເປັນຫ້ອງທະຫານຊາຍແດນ ທະຫານແຂວງໄຊຍະບູລີ, ໂດຍການເປັນປະທານຂອງສະຫາຍ ພົນຕີ ແສງມະນີວອນ ຄໍາມະນີ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ດວງຕາ ໄຊວຸດ ຮອງເລຂາພັກແຂວງ, ມີຄະນະພັກ-ຄະນະບັນຊາ ກົມກອງອ້ອມຂ້າງເຂົ້າຮ່ວມ.
ເພີ່ມເຕີມ