ເປີດຫ້ອງການຜູ້ຕາງໜ້າບໍລິສັດສໍານັກພິມຈໍາໜ່າຍການສຶກສາກວາງຊີຈໍາກັດ ປະຈໍາລາວ

ເປີດຫ້ອງການຜູ້ຕາງໜ້າບໍລິສັດສໍານັກພິມຈໍາໜ່າຍການສຶກສາກວາງຊີຈໍາກັດ ປະຈໍາລາວ
ພິທີເປີດຫ້ອງການຜູ້ຕາງໜ້າບໍລິສັດສໍານັກພິມຈໍາໜ່າຍການສຶກສາກວາງຊີຈໍາກັດປະຈໍາລາວ ໄດ້ຈັດຂຶ້ນໃນວັນທີ 22 ພຶດສະພານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ, ທ່ານ ຈ່າງຢີ້ປິ່ງ ຮອງປະທານຜູ້ອຳນວຍການໃຫຍ່ກຸ່ມບໍລິສັດສື່ສຳນັກພິມກວາງຊີພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. 
ທ່ານ ສຶ ລີ້ໝີນຫົວໜ້າສຳນັກພິມຈໍາໜ່າຍການສຶກສາກວາງຊີຈີນໄດ້ກ່າວວ່າ: ການສ້າງຕັ້ງຫ້ອງການຜູ້ຕາງໜ້າບໍລິສັດສຳນັກພິມຈໍາໜ່າຍການສຶກສາກວາງຊີຈີນຈຳກັດປະຈໍາລາວ ແມ່ນອາໄສທ່າແຮງດ້ານຕ່າງໆເຊັ່ນ: ທີ່ຕັ້ງພູມສາດແລະຜູ້ມີຄວາມຮູ້ຄວາມສາມາດ, ນະໂຍບາຍເປັນຕົ້ນ,ການອອກແຮງພັດທະນາວຽກງານພິມຈຳໜ່າຍວັດທະນະທຳພາສາທີ່ຫັນໜ້າສູ່ອາຊຽນ. ເພື່ອສືບຕໍ່ພັດທະນາທຸລະກິດ“ອອກສູ່ຕ່າງປະເທດ” ໃຫ້ຂະຫຍາຍກ້າວສູ່ລວງເລິກແລະລວງກວ້າງທັງເປັນການເພີ່ມທະວີການຮ່ວມມືແລກປ່ຽນກັບປະເທດອາຊີອາຄະເນເຊັ່ນ: ປະເທດລາວຕື່ມອີກ, ສຳນັກພິມຈໍາໜ່າຍການສຶກສາກວາງຊີໄດ້ເລີ່ມວາງແຜນກະກຽມສ້າງຕັ້ງຫ້ອງການຜູ້ຕາງໜ້າປະຈໍາລາວມາຕັ້ງແຕ່ປີ2019ດ້ວຍຄວາມພະຍາຍາມທີ່ບໍ່ລົດລະເປັນເວລາ 5ປີ,ໃນທີ່ສຸດກໍໄດ້ສ້າງຕັ້ງຂຶ້ນຢ່າງເປັນທາງການ. ສຳລັບພາລະບົດບາດສຳຄັນຂອງສຳນັກງານດັ່ງກ່າວແມ່ນວາງສະແດງຜະລິດຕະພັນປຶ້ມແລະຊັບພະຍາກອນດີຈີຕອນທີ່ກ່ຽວຂ້ອງ; ຈັດກິດຈະກຳວັດທະນະທຳກ່ຽວກັບການໂຄສະນາເຜີຍແຜ່ປຶ້ມ, ປາຖະກະຖາ, ງານສຳມະນາ, ເວທີປາໄສແລະອື່ນໆ; ໂດຍຮ່ວມມືກັບສະຖາບັນການສຶກສາວັດທະນະທຳທ້ອງຖິ່ນດຳເນີນກິດຈະກຳແລກປ່ຽນວັດທະນະທຳຈີນ-ລາວ, ລາວ-ຈີນເພື່ອສາທາລະນະປະໂຫຍດ; ສະໜອງປຶ້ມເພື່ອການວາງສະແດງແລະການອ່ານ, ການປະຕິບັດໂຄງການຮ່ວມມືດ້ານວັດທະນະທຳ ແລະອື່ນໆ.
ທ່ານ ວັນໄຊ ຕະວິນຍານໄດ້ກ່າວວ່າ:ການພົວພັນຮ່ວມມື ລະຫວ່າງລາວ-ຈີນ,ຈີນ-ລາວນັບມື້ມີຄວາມສະໜິດແໜ້ນ,ໂດຍສະເພາະການພົວພັນຮ່ວມມືໃນຂົງເຂດສື່ມວນຊົນ, ການພິມຈໍາໜ່າຍ ແລະການພົວພັນຮ່ວມມືດ້ານວັດທະນະທໍາ-ສັງຄົມເປັນອີກກິດຈະກໍາໜຶ່ງທີ່ເປັນການຈັດຕັ້ງຜັນຂະຫຍາຍແຜນການ, ໂຄງການຮ່ວມມືເພື່ອຍົກລະດັບຂີດຄວາມສາມາດການແລກປ່ຽນປະສົບການໃຫ້ຂະຫຍາຍຕົວຍິ່ງຂຶ້ນ, ການເປີດຫ້ອງການຜູ້ຕາງໜ້າບໍລິສັດສໍານັກພິມຈໍາໜ່າຍການສຶກສາກວາງຊີຈີນຈໍາກັດ ປະຈໍາລາວເປັນອີກກິດຈະກໍາໜຶ່ງທີ່ມີຄວາມສໍາຄັນທີ່ຈະເປັນການປະກອບສ່ວນໃນການພັດທະນາການຮ່ວມມືໃນຂົງເຂດວັດທະນະທໍາລະຫວ່າງສອງປະເທດລາວ-ຈີນ,ຈີນ-ລາວໃຫ້ມີການຂະຫຍາຍຕົວ ອຸດົມສົມບູນຍິ່ງຂຶ້ນ,ທັງເປັນການແລກປ່ຽນບົດຮຽນປະສົບການທາງດ້ານວັດທະນະທໍາ, ທັງສ້າງຜະລິດຕະພັນໃໝ່ທີ່ໜ້າສົນໃຈໃຫ້ກັບສັງຄົມໄດ້ຢ່າງກວ້າງຂວາງຂຶ້ນກວ່າເກົ່າ.
      ທ່ານ ຈ່າງຢີ້ປິ່ງ ໄດ້ກ່າວວ່າ: ການເປີດຫ້ອງການຜູ້ຕາງໜ້າບໍລິສັດສໍານັກພິມຈໍາໜ່າຍການສຶກສາກວາງຊີຈໍາກັດ ປະຈໍາລາວ ແມ່ນສັນຍາລັກໜຶ່ງທີ່ສຳຄັນເພື່ອຊຸກຍູ້ການແລກປ່ຽນ, ການຮ່ວມມື ແລະການພັດທະນາຂົງເຂດວັດທະນະທໍາລະຫວ່າງສອງປະເທດຈີນ-ລາວ,ລາວ-ຈີນຊຶ່ງສ່ອງແສງໃຫ້ເຫັນຢ່າງເຕັມສ່ວນເຖິງຄວາມຮັບຜິດຊອບດ້ານວັດທະນະທຳແລະໜ້າທີ່ຮັບຜິດຊອບຕໍ່ສັງຄົມ, ບໍລິສັດສໍານັກພິມຈໍາໜ່າຍການສຶກສາກວາງຊີຈໍາກັດໃນຖານະເປັນລັດວິສາຫະກິດວັດທະນະທຳ. ກຸ່ມບໍລິສັດສື່ສຳນັກພິມກວາງຊີຈະອອກແຮງສະໜັບສະໜູນການສ້າງສາພັດທະນາເວທີແຫ່ງນີ້ແລະເສີມຂະຫຍາຍທ່າແຮງ,ເຊື່ອມໂຍງຊັບພະຍາກອນຕ່າງໆເຂົ້າກັນ, ຕໍ່ຍອດແລະເສີມຂະຫຍາຍຕ່ອງໂສ້ອຸດສາຫະກຳການພິມຈຳໜ່າຍ,ປະກອບສ່ວນເຂົ້າໃນການຊຸກຍູ້ ສອງປະເທດຈີນ-ລາວ, ລາວ-ຈີນແລະລົງເລິກແລກປ່ຽນດ້ານວັດທະນະທຳ, ການຖອດຖອນບົດຮຽນຊຶ່ງກັນແລະ ກັນດ້ານອະລິຍະທຳ, ຍົກສູງອິດທິພົນແລະຄວາມສາມາດເຜີຍແຜ່ໂຄສະນາການຮ່ວມມືລະຫວ່າງຈີນ-ລາວ, ລາວ-ຈີນ ກໍຄືຈີນກັບຕ່າງປະເທດ. 
ຈາກນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ຈັດການສົນທະນາ,ແລກປ່ຽນບົດຮຽນໃນຫົວຂໍ້ຕ່າງໆທາງດ້ານວັດທະນະທຳ, ການຮ່ວມມືດ້ານຊັບພະຍາກອນການສຶກສາລະຫວ່າງລາວ-ຈີນ, ຈີນ-ລາວ, ການຮ່ວມມືດ້ານໂຄງການຫ້ອງການຜູ້ຕາງໜ້າບໍລິສັດສໍານັກພິມຈໍາໜ່າຍການສຶກສາກວາງຊີຈີນຈຳກັດປະຈໍາລາວ ແລະອື່ນໆ. ພ້ອມນັ້ນກໍໄດ້ຮ່ວມພິທີເປີດປ້າຍຫ້ອງການຜູ້ຕາງໜ້າບໍລິສັດສໍານັກພິມຈໍາໜ່າຍການສຶກສາກວາງຊີຈໍາກັດປະຈໍາລາວ ແລະຢ້ຽມຊົມຫ້ອງການຜູ້ຕາງໜ້າປະຈຳລາວ ແລະເຂດວາງສະແດງຜະລິດຕະພັນວັດທະນະທຳ, ບໍລິສັດສຳນັກພິມການສຶກສາກວາງຊີຈຳກັດ ເປັນສຳນັກພິມຈຳໜ່າຍຈີນແຫ່ງທຳອິດທີ່ສ້າງຕັ້ງຫ້ອງການຜູ້ຕາງໜ້າຢູ່ສປປລາວ.
ໃນໄລຍະຢ້ຽມຢາມນະຄອນຫຼວງວຽງຈັນ,   ຄະນະຜູ້ແທນກຸ່ມບໍລິສັດສື່ສຳນັກພິມຈໍາໜ່າຍກວາງຊີຍັງໄດ້ໄປຢ້ຽມຢາມສູນວັດທະນະທໍາລາວ-ຈີນ, ສະຖາບັນຂົງຈືມະຫາວິທະຍາໄລແຫ່ງຊາດລາວແລະໄດ້ມອບປຶ້ມດີເດັ່ນທີ່ພິມຈຳໜ່າຍໂດຍກຸ່ມບໍລິສັດຕົນໃຫ້ສະຖາບັນຂົງຈື.
ຂ່າວ: ບຸນອູ້ມພາບ: ແສງຈັນ

ຄໍາເຫັນ

ຂ່າວການຮ່ວມມື

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ວັນທີ 4 ພະຈິກຜ່ານມາ, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະນຳຈາກກະຊວງປ້ອງກັນປະເທດ, ຄະນະນຳແຂວງອັດຕະປື ແລະ ຄະນະນຳເມືອງຊານໄຊ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ ຈຳກັດ ຕັ້ງຢູ່ເມືອງຊານໄຊ ແຂວງອັດຕະປື.​ ໃຫ້ການຕ້ອນຮັບຂອງທ່ານ ບຸ໋ຍແອັງດຶກ ປະທານສະພາບໍລິຫານ ຮອງຜູ້ອຳ ນວຍ​ການໃຫຍ່ ບໍລິສັດ ວັງຕັດມາຍນິງ ກຣຸບ​ ພ້ອມດ້ວຍຄະນະຜູ້ບໍລິຫານ, ພະນັກງານ ແລະ ກອງກຳລັງປ້ອງກັນຄວາມສະຫງົບປະຈຳເຂດໂຄງ​ການ ໃຫ້ການຕ້ອນຮັບ.
ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດກິດຈະກໍາ ຂອງໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະຄໍ້າປະກັນການດຳລົງຊີວິດແບບຍືນຍົງ ປະປີ(ເດືອນກັນຍາ 2025-ເດືອນຕຸລາ2026) ໄດ້ຈັດຂຶ້ນໃນວັນທີ 2 ພະຈິກຜ່ານ​ມາ, ທີ່ເມືອງລະມາມ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີທ່ານ ນາງ ຄາໂອຣຸ ໂມຣິໂມະໂຕະ ຫົວໜ້າອົງການອາສາສະໝັກຍີ່ປຸ່ນ ປະຈໍາລາວ ເຈວີຊີ (JVC), ມີຄະນະກໍາມະການປົກຄອງ 2 ເມືອງຄື: ເມືອງກະລຶມ ແລະເມືອງດາກຈຶງ, ຜູ້ປະສານງານໂຄງການຂັ້ນແຂວງ, ຂັ້ນເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ສະ​ຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ ເລ ມິງ ຮຶງ ກຳມະການກົມການເມືອງສູນກາງພັກນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມ ຄະນະໃນ​ວັນ​ທີ 3 ພະ​ຈິກ​ນີ້ ທີ່ ນະ​ຄອນຫຼວງ​ຮ່າ​ໂນ້ຍ.
ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຄະນະນຳແຂວງຊຽງຂວາງ ນຳໂດຍທ່ານພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງຊຽງ​ຂວາງ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊີນລາສ​ສ ຫວຽດ​ນາມໃນ​ລະ​ຫວ່າງວັນ​ທີ 1-3 ພະ​ຈິກ​ນີ້.
ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ໄດ້ຕ້ອນຮັບ ທ່ານ ນາງ ເຈີໄມມາ ກໍດອນ ດາຟ໌ ເອກອັກຄະລາຊະທູດແຫ່ງສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈຳ ສປປ ລາວ ພ້ອມຄະນະໃນ​ວັນ​ທີ 3 ພະ​ຈິກ​ 2026,ທີ່ ຫ້ອງວ່າ​ການ​ແຂວງ, ໃນໂອກາດເດີນທາງມາຢ້ຽມຢາມ ແລະ ຕິດຕາມວຽກຢູ່ແຂວງຄຳມ່ວນ.
ລັດຖະບານຍີ່ປຸ່ນ ຊ່ວຍກໍ່ສ້າງໂຮງຮຽນ ຢູ່ເມືອງນາໝໍ້

ລັດຖະບານຍີ່ປຸ່ນ ຊ່ວຍກໍ່ສ້າງໂຮງຮຽນ ຢູ່ເມືອງນາໝໍ້

ພິທີເຊັນສັນຍາໂຄງການຊ່ວຍເຫຼືອຂັ້ນຮາກຖານ (GGP) ຈາກລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ເພື່ອກໍ່ສ້າງໂຮງຮຽນອະນຸບານ ແລະ ປະຖົມ ບ້ານກູລົງ ເມືອງນາໝໍ້ ແຂວງອຸດົມໄຊຈັດຂຶ້ນໃນວັນທີ 3 ພະຈິກຜ່ານມາ, ທີ່ຫ້ອງວ່າການແຂວງອຸດົມໄຊ ເຂົ້າຮ່ວມເປັນສັກຂີພິຍານໂດຍ ທ່ານ ໂຄອິຊູມິ ຊຶໂຕະມຸ ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງປະເທດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະ ການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງອຸດົມໄຊ, ມີທ່ານ ໄກເພັດ ອິນພູວຽງ ກຳມະການພັກແຂວງ ເລຂາພັກເມືອງນາໝໍ້ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 11

ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 11

ໃນວັນທີ 4ພະຈິກນີ້, ທ່ານ ທອງສະຫວັນ ພົມວິຫານ,ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ 11ທີ່ ນະຄອນຫຼວງປັກກິ່ງ, ສປ ຈີນ
ປະທານສະພາແຫ່ງຊາດລາວພົບປະກັບເລຂາພັກແຂວງຝູເຖາະ ສສ ຫວຽດນາມ

ປະທານສະພາແຫ່ງຊາດລາວພົບປະກັບເລຂາພັກແຂວງຝູເຖາະ ສສ ຫວຽດນາມ

ໃນວັນທີ 4 ພະຈິກ ນີ້, ສະຫາຍ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດລາວພ້ອມດ້ວຍຄະນະໄດ້ພົບປະເຮັດວຽກກັບສະຫາຍ ຟາມດາຍເຊື່ອງ ເລຂາພັກແຂວງຝູເຖາະໃນໂອກາດເດີນທາງມາຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ.
ກອງປະຊຸມຜ່ານຮ່າງຄຳແນະນຳວ່າດ້ວຍການກວດສອບຫົວທີ ຂອງອົງການກວດສອບແຫ່ງລັດ

ກອງປະຊຸມຜ່ານຮ່າງຄຳແນະນຳວ່າດ້ວຍການກວດສອບຫົວທີ ຂອງອົງການກວດສອບແຫ່ງລັດ

ກອງປະຊຸມຜ່ານ “ຮ່າງຄຳແນະນຳ ວ່າດ້ວຍການກວດສອບຫົວທີ ຂອງອົງການກວດສອບແຫ່ງລັດໃນການກວດສອບການສ້າງແຜນ ແລະ ການດັດແກ້ແຜນງົບປະມານແຫ່ງລັດ” ໄດ້ຈັດຂຶ້ນຢູ່ເມືອງວັງວຽງແຂວງວຽງຈັນ ໃນລະຫວ່າງ ວັນທີ 2-3 ພະຈິກຜ່ານມາ, ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ຕ້ອຍ ພົນທິລາດ ຮອງປະທານອົງການກວດສອບແຫ່ງລັດ ແລະ ທ່ານ ໂຣເບີດ ເດີວາຮາ (Robert DE WAHA) ຫົວໜ້າໂຄງການລຸກຊໍາບວກ ປະຈໍາອາຊຽນ ກອງປະຊຸມຄັ້ງນີ້ໄດ້ຮັບການສະໜັບສະໜູນດ້ານງົບປະມານ ຈາກໂຄງການເສີມສ້າງລັດແຫ່ງກົດໝາຍ, ການເຂົ້າເຖິງຄວາມຍຸຕິທໍາ ແລະ ການປົກຄອງທີ່ດີ (Lux Dev Lao/037).
ປະທານສະພາແຫ່ງຊາດລາວ ເຂົ້າຢ້ຽມຂໍ່ານັບເລຂາທິການໃຫຍ່ປະທານປະເທດຫວຽດນາມ

ປະທານສະພາແຫ່ງຊາດລາວ ເຂົ້າຢ້ຽມຂໍ່ານັບເລຂາທິການໃຫຍ່ປະທານປະເທດຫວຽດນາມ

​ ວັນທີ 4 ພະຈິກ ຜ່ານມາ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ.
ເພີ່ມເຕີມ