ເປີດຂະບວນການໃຫ້ວັກຊິນ ປ້ອງກັນພະຍາດແຫ່ງຊາດ ໂປລີໂອ

ເປີດຂະບວນການໃຫ້ວັກຊິນ ປ້ອງກັນພະຍາດແຫ່ງຊາດ ໂປລີໂອ

ເປີດຂະບວນການໃຫ້ວັກຊິນ ປ້ອງກັນພະຍາດແຫ່ງຊາດ ໂປລີໂອ
ພິທີເປີດຂະບວນການໃຫ້ວັກຊິນ ປ້ອງກັນພະຍາດແຫ່ງຊາດ ໂປລີໂອ ໃນ ສປປ ລາວ ຈັດຂຶ້ນໃນວັນທີ 3 ມີນານີ້ ທີ່ໂຮງໝໍເສດຖາ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະ ມົນຕີກະຊວງສາທາລະນະສຸກ, ມີທ່ານ ບິລາລ ອູແຣງ ເຊັບ ດູຣານີ ຜູ້ຕາງໜ້າອົງການອຸຍນີເຊັບ ປະຈໍາລາວ, ທ່ານນາງ ວິໄລວອນ ຈັນທະລາຕີ ຮອງປະທານກໍາມະການປົກຄອງນະຄອນຫຼວງ, ມີບັນດາແພດໝໍ ແລະ ແຂກຖືກເຊີນເຂົ້າຮ່ວມ.
ເປດຂະບວນການໃຫວກຊນ ປອງກນພະຍາດແຫງຊາດ ໂປລໂອ - image 1
 

ທ່ານ ໄພວັນ ແກ້ວປະເສີດ ກ່າວວ່າ: ສປປ ລາວ ໄດ້ຮັບການລາຍງານ ກໍລະນີທີ່ພົບເຊື້ອພະຍາດໂປລີໂອ ແລະ ພະຍາດໝາກແດງ ທີ່ຖືກຢັ້ງຢືນຈາກຫ້ອງວິເຄາະປະເທດຍີ່ປຸ່ນ ແລະ ສູນວິເຄາະລະບາດວິທະຍາຂອງລາວໃນປີ 2025 ແລະ ໄດ້ຖືກປະກາດ ເປັນປະເທດທີ່ມີການລະບາດຂອງພະຍາດໂປລີໂອ ແລະ ການລະບາດພະຍາດທີ່ກັນໄດ້ດ້ວຍວັກຊິນ ຊຶ່ງໄດ້ເກີດຂຶ້ນໃນຫຼາຍແຂວງ, ຫຼາຍເມືອງ ໂດຍສະເພາະແມ່ນບ້ານຂອງເມືອງທີ່ຕິດຊາຍແດນ, ຈຳນວນບ້ານດັ່ງກ່າວແມ່ນມີອັດຕາການປົກຄຸມຂອງເດັກທີ່ໄດ້ຮັບວັກຊິນກັນພະຍາດຍັງຕໍ່າ ແລະ ຕ່ຳ ຕິດຕໍ່ກັນຫຼາຍປີ, ຈຳນວນເດັກທີ່ບໍ່ໄດ້ຮັບວັກຊິນແມ່ນຖືກສະສົມ, ເພີ່ມຂຶ້ນໃນແຕ່ລະປີເຊັ່ນ: ໃນເຂດຕົວເມືອງທີ່ມີປະຊາກອນຫຼາຍ, ເຂດປະຊາກອນທີ່ມີເດັກນ້ອຍ ແລະ ເຂດເຂົ້າເຖິງຍາກ ຊຶ່ງເປັນສິ່ງທ້າທາຍອັນໃຫຍ່ຫຼວງ ແລະ ສົ່ງຜົນກະທົບ ເຮັດໃຫ້ເກີດມີການລະບາດຂອງພະຍາດໂປລີໂອ ແລະ ພະຍາດໝາກແດງ ຫຼື ພະຍາດທີ່ສາມາດກັນໄດ້ດ້ວຍວັກຊິນ ເພື່ອເປັນການຍົກລະດັບອັດຕາການໃຫ້ວັກຊິນກັນພະຍາດໂປລີໂອ, ພະຍາດໝາກແດງໃຫຍ່-ໜາກແດງນ້ອຍໃຫ້ສູງຂຶ້ນໃນແຕ່ລະເຂດບ້ານ ແລະ ເພື່ອຫຼຸດຜ່ອນການພາດໂອກາດເດັກນ້ອຍທີ່ບໍ່ໄດ້ຮັບວັກຊິນກັນພະຍາດໃນຮອບປົກກະຕິທີ່ຜ່ານມາ. ດັ່ງນັ້ນ, ທາງກະຊວງສາທາລະນະສຸກ ກໍຄືສູນສຸຂະພາບແມ່ ແລະ ເດັກ ຮ່ວມກັບຄູ່ຮ່ວມພັດທະນາ ຈຶ່ງໄດ້ຈັດຕັ້ງປະຕິບັດຂະບວນການຢອດວັກຊິນກັນພະຍາດ ໂປລີໂອ ແລະ ສັກວັກຊິນກັນພະຍາດໝາກແດງໃຫຍ່-ໝາກແດງນ້ອຍ ເພີ່ມໃຫ້ກຸ່ມເດັກອາຍຸລຸ່ມ 5 ປີໃນຂອບເຂດທົ່ວປະເທດ, ເພື່ອຮັບປະກັນໃຫ້ເດັກນ້ອຍໃນກຸ່ມເປົ້າໝາຍທຸກຄົນທັງໃນຕົວເມືອງ ແລະ ຊົນະບົດ ໃຫ້ໄດ້ຮັບວັກຊິນທຸກຖ້ວນໜ້າໂດຍບໍ່ໃຫ້ມີເດັກຄົນໃດພາດໂອກາດ.

ເປດຂະບວນການໃຫວກຊນ ປອງກນພະຍາດແຫງຊາດ ໂປລໂອ - image 2
 

ທ່ານ ໄພວັນ ແກ້ວປະເສີດ ກ່າວຕື່ມວ່າ: ພັກ ແລະ ລັດຖະບານແຫ່ງ ສປປ ລາວ ໄດ້ມີຄວາມພະຍາຍາມເອົາໃຈໃສ່ສົ່ງເສີມ ແລະ ເອົາໃຈໃສ່ໃນການຮັກສາສຸຂະພາບໃຫ້ເດັກນ້ອຍທີ່ເກີດມາທຸກຄົນ, ເພື່ອໃຫ້ເຂົາເຈົ້າໄດ້ເຂົ້າເຖິງການບໍລິການຂັ້ນພື້ນຖານ ການຮັກສາສຸຂະພາບທີ່ຈຳເປັນ ແລະ ຖືກຕ້ອງ. ດັ່ງນັ້ນ, ສປປ ລາວ ກໍຄືກະຊວງສາທາລະນະສຸກ ເຫັນວ່າມີຄວາມຈຳເປັນຈະຕ້ອງໄດ້ເຮັດຂະບວນການຢອດ ແລະ ສັກວັກຊິນໃຫ້ເດັກໃນກຸ່ມເປົ້າໝາຍລຸ່ມ 5 ປີທຸກຄົນໃນທົ່ວຂອບເຂດປະເທດ.

ເປດຂະບວນການໃຫວກຊນ ປອງກນພະຍາດແຫງຊາດ ໂປລໂອ - image 3
 

ທ່ານ ບິລາລ ອູແຣງ ເຊັບ ດູຣານີ ກ່າວວ່າ: ອົງການອຸຍນີເຊັບ ໄດ້ຮ່ວມກັບກະຊວງສາທາລະນະສຸກ ແລະ ຄູ່ຮ່ວມງານ ໃນການເປີດຂະບວນການໃຫ້ວັກຊິນກັນພະຍາດໂປລີໂອໃນຄັ້ງນີ້: ແມ່ນການຢືນຢັນຄືນໃໝ່ເຖິງຄວາມມຸ່ງໝັ້ນຮ່ວມກັນ ໃນການປົກປ້ອງເດັກທຸກໆຄົນໃນ ສປປ ລາວ ຈາກພະຍາດທີ່ສາມາດປ້ອງກັນໄດ້ດ້ວຍວັກຊິນ ແລະ ເພື່ອຮັບປະກັນວ່າ: ຈະບໍ່ມີເດັກນ້ອຍຄົນໃດຖືກຖິ້ມໄວ້ຂ້າງຫຼັງ, ໂປລິໂອ ແມ່ນເຊື້ອໄວຣັສທີ່ຕິດຕໍ່ໄດ້ງ່າຍ ແລະ ສາມາດເຮັດໃຫ້ເກີດອາການອຳມະພາດຕະຫຼອດຊີວິດ, ພະຍາດນີ້ບໍ່ມີທາງປິ່ນປົວໃຫ້ຫາຍຂາດໄດ້ ແຕ່ສາມາດປ້ອງກັນໄດ້ດ້ວຍການໃຫ້ວັກຊິນເທົ່ານັ້ນ. ເຖິງແມ່ນວ່າໃນທົ່ວໂລກຈະມີຄວາມຄືບໜ້າຫຼາຍໃນການກໍາຈັດພະຍາດນີ້ໃຫ້ໝົດໄປ, ແຕ່ເຊື້ອໄວຣັສດັ່ງກ່າວຍັງຄົງແຜ່ລະບາດຢູ່ໃນບາງປະເທດ. ຕາບໃດທີ່ພະຍາດໂປລີໂອ ຍັງຄົງມີຢູ່ ບໍ່ວ່າແຫ່ງຫົນໃດໃນໂລກ, ເດັກນ້ອຍໃນທຸກໆບ່ອນ ກໍຍັງມີຄວາມສ່ຽງຢູ່ສະເໝີ, ອົງການອຸຍນີເຊັບ ມີຄວາມພາກພູມໃຈທີ່ໄດ້ສະໜັບສະໜູນຂະບວນການນີ້ ພາຍໃຕ້ການຮ່ວມມືຢ່າງໃກ້ຊິດກັບລັດຖະບານແຫ່ງ ສປປ ລາວ ແລະ ຄູ່ຮ່ວມງານ. ພວກເຮົາຂໍສະແດງຄວາມຂອບໃຈຢ່າງຈິງໃຈມາຍັງອົງການ Gavi ແລະ ອົງການ GPEI ສໍາລັບການຊີ້ນໍາ ແລະ ການຊ່ວຍເຫຼືອດ້ານເຕັກນິກຢ່າງຕໍ່ເນື່ອງ. ໂດຍສະເພາະການຊ່ວຍເຫຼືອຈາກຣາຊະອານາຈັກ ຊາອຸດິດ ອາຣັບບີ ໂດຍຜ່ານ KSrelief ຊຶ່ງໄດ້ຊ່ວຍໃຫ້ການຈັດຕັ້ງປະຕິບັດວຽກງານສັກຢາກັນພະ ຍາດທີ່ສໍາຄັນ ສາມາດເຂົ້າເຖິງເດັກນ້ອຍກຸ່ມທີ່ມີຄວາມສ່ຽງທີ່ສຸດ ແລະ ການຮ່ວມມືເຫຼົ່ານີ້ໄດ້ສະແດງໃຫ້ເຫັນເຖິງພະລັງຂອງການຮ່ວມແຮງຮ່ວມໃຈ ໂດຍຜ່ານການປະສານງານດ້ານງົບປະມານ, ການສະໜອງວັກຊິນ, ຊ່ຽວຊານດ້ານເຕັກນິກ ແລະ ການມີສ່ວນຮ່ວມຂອງຊຸມຊົນ ແລະ ເພື່ອຮ່ວມກັນສ້າງຄວາມເຂັ້ມແຂງໃຫ້ລະບົບການສັກຢາກັນພະຍາດແຫ່ງຊາດ ແລະ ສ້າງຄວາມທົນທານ ຕໍ່ການລະບາດຂອງພະຍາດທີ່ອາດເກີດຂຶ້ນໃນອະນາຄົດ.

ເປດຂະບວນການໃຫວກຊນ ປອງກນພະຍາດແຫງຊາດ ໂປລໂອ - image 4
 

ຂ່າວ-ພາບ: ບຸນອູ້ມ

ຄໍາເຫັນ

ຂ່າວການຮ່ວມມື

ສຳມະນາທິດສະດີ ຄັ້ງທີ XIIIລະຫວ່າງ ພັກ ປ​ປລາວ ແລະ ພັກກອມມູນິດຫວຽດນາມ

ສຳມະນາທິດສະດີ ຄັ້ງທີ XIIIລະຫວ່າງ ພັກ ປ​ປລາວ ແລະ ພັກກອມມູນິດຫວຽດນາມ

ໃນທ່າມກາງບັນຍາກາດ ທີ່ສອງພັກ, ສອງລັດ ແລະປະຊາຊົນສອງຊາດລາວ-ຫວຽດນາມ ພວມອອກແຮງແຂ່ງຂັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ (ພັກ ປ​ປລາວ) ແລະ ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ທີ່ເຕັມໄປດ້ວຍບັນຍາກາດອັນຟົດຟື້ນ ແລະ ມີເນື້ອໃນເລິກເຊິ່ງ.
ເວທີຕົວເມືອງແຫ່ງຊາດ ຄັ້ງທີ 5 ຊຸກຍູ້ການພັດທະນາຕົວເມືອງລາວ ສູ່ຄວາມສີຂຽວ, ທົນທານ ຍືນຍົງ

ເວທີຕົວເມືອງແຫ່ງຊາດ ຄັ້ງທີ 5 ຊຸກຍູ້ການພັດທະນາຕົວເມືອງລາວ ສູ່ຄວາມສີຂຽວ, ທົນທານ ຍືນຍົງ

ກະຊວງໂຍທາ​ທິການ ແລະ ຂົນສົ່ງ (ຍທຂ) ຮ່ວມກັບອົງການສະຫະປະຊາຊາດດ້ານເຄຫາສະຖານ (UN​Habitat) ຈັດກອງປະຊຸມເວທີຕົວເມືອງແຫ່ງຊາດລາວ ຄັ້ງທີ 5 (5th Lao National Urban Forum – LNUF 2026) ເພື່ອຊຸກຍູ້ການເຊື່ອມສານເປົ້າໝາຍການພັດທະນາແບບຍືນຍົງເຂົ້າສູ່ທ້ອງຖິ່ນ ມຸ່ງສ້າງຕົວເມືອງລາວໃຫ້ມີຄວາມສີຂຽວ, ທົນທານ ແລະ ທັນສະໄໝຂຶ້ນໃນວັນທີ 6 ພະຈິກຜ່ານມາ ທີ່ໂຮງແຮມສຸພັດຕຣາ ນະຄອນຫຼວງວຽງຈັນ ໂດຍມີທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ເປັນປະທານ, ມີຜູ້ຕາງໜ້າຈາກກະຊວງ, ອົງການຂັ້ນສູນກາງ, ທ້ອງຖິ່ນ, ທຸຕານຸທູດ, ອົງການສາກົນ, ຄູ່ຮ່ວມພັດທະນາ, ພາກເອກະຊົນ ແລະ ນັກຊ່ຽວຊານເຂົ້າຮ່ວມ.
ມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ໃຫ້ບັນດາໂຮງຮຽນ ທີ່ສອນພາສາຣັດເຊຍ

ມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ໃຫ້ບັນດາໂຮງຮຽນ ທີ່ສອນພາສາຣັດເຊຍ

ພິທີມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ໃຫ້ບັນດາໂຮງຮຽນ ທີ່ມີການຮຽນ- ການສອນພາສາຣັດເຊຍ ຈັດຂຶ້ນວັນທີ 6 ພະຈິກຜ່ານມາ ທີ່ສູນວິທະຍາສາດ ແລະ ວັດທະນະທຳຣັດເຊຍ ຊຶ່ງມອບໂດຍທ່ານ ເຊຣເກ ຊົດສະກີ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສະຫະພັນຣັດເຊຍ ປະຈຳ ສປປ ລາວ ແລະ ຮັບໂດຍທ່ານ ແສງສະເດັນ ບຸນລາວົງ ຫົວໜ້າກົມຮ່ວມມືຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ (ສສກ) ມີຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ແລະ ຜູ້ອຳນວຍການໂຮງຮຽນຈຳນວນໜຶ່ງເຂົ້າຮ່ວມ.
ພັກ ປປ ລາວ ເຂົ້າເປັນສະມາຊິກຄະນະປະຈໍາຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຢ່າງເປັນທາງການ

ພັກ ປປ ລາວ ເຂົ້າເປັນສະມາຊິກຄະນະປະຈໍາຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຢ່າງເປັນທາງການ

ຄະນະຜູ້ແທນພັກ ປປ ລາວ ນໍາໂດຍ ສະຫາຍ ວາລະໄຊ ເລັ່ງສະຫວັດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ ຂອງອົງການກອງປະຊຸມສາກົນຂອງບັນດາພັກການເມືອງໃນອາຊີ (International Conference of Asian Political Parties ຫຼື ICAPP) ຄັ້ງທີ 13 ແລະ ກອງປະຊຸມຄະນະປະຈໍາ ຄັ້ງທີ 46 ພາຍໃຕ້ຫົວຂໍ້: “ການຟື້ນຟູຄວາມໄວ້ເນື້ອເຊື່ອໃຈໃນໂລກທີ່ກຳລັງປ່ຽນແປງ” (Rebuilding Trust in a Transforming World) ໃນລະຫວ່າງວັນທີ 4-7 ພະຈິກ ຜ່ານມາ ທີ່ນະຄອນຫຼວງເຊອູນ ສ ເກົາຫຼີ, ໂດຍການເປັນເຈົ້າພາບຮ່ວມຂອງພັກປະຊາທິປະໄຕ ແລະ ພັກພະລັງປະຊາຊົນ ຂອງ ສ ເກົາຫຼີ, ມີຄະນະຜູ້ແທນຈາກພັກການເມືອງ ຫຼາຍກວ່າ 83 ພັກທີ່ມາຈາກ 36 ປະເທດເຂົ້າຮ່ວມ ແລະ 3 ອົງການຈັດຕັ້ງສາກົນສັງເກດການ.
ສົນທະນາລາວ-ຈີນ ການສ້າງຄູ່ຮ່ວມຊາຕາກຳໃນທຸກສະພາບຂອງຍຸກສະໄໝ

ສົນທະນາລາວ-ຈີນ ການສ້າງຄູ່ຮ່ວມຊາຕາກຳໃນທຸກສະພາບຂອງຍຸກສະໄໝ

ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ສະຖານເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ວິທະຍຸ-ໂທລະພາບສູນກງຈີນ (CMG) ໄດ້ຮ່ວມກັນຈັດກອງປະຊຸມສົນທະນາລາວ - ຈີນ ກ່ຽວກັບການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບຂອງຍຸກສະໄໝ ພາຍໃຕ້ຫົວຂໍ້ “ການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບການຂອງຍຸກສະໄໝ: ການຄຸ້ມຄອງພັກ ເພື່ອສ້າງຊາດໃຫ້ຈະເລີນ” ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ໂດຍການເປັນປະທານຮ່ວມຂອງທ່ານ ນາງ ແກ້ວວິວອນ ອຸດທະຈັກ ຮອງປະທານ ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ ແລະ ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳສປປ ລາວ, ທ່ານ ນາງ ແສງແກ້ວ ຜູ້ຕາງໜ້າວິທະຍຸ-ໂທລະພາບສູນກາງຈີນ, ມີຫົວໜ້າຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ, ນັກວິທະຍາ ກອນ, ສຳມະນາກອນ ແລະ ຜູ້ຊ່ຽວຊານ ເຂົ້າຮ່ວມ.
ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ໃນວັນທີ 3 ພະຈິກຜ່ານມາ ທີ່ນະຄອນຫຼວງວຽງຈັນ, ທ່ານນາງ ສີໃສ ລືເດດມູນສອນ ຫົວໜ້າ ຄະນະຈັດຕັ້ງສູນກາງພັກ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົສຕຣາລີ ປະຈໍາ ສປປ ລາວ ເຂົ້າຢ້ຽມຂໍ່ານັບອຳລາ ສອງຝ່າຍໄດ້ຮ່ວມກັນທົບທວນຄືນ ເຖິງການຂະຫຍາຍຕົວຂອງການ ຮ່ວມ ມືລະຫວ່າງອົສຕຣາລີ ແລະ ສປປ ລາວ ໃນໄລຍະສາມປີຜ່ານມາ ແລະ ໄດ້ປຶກສາຫາລືກ່ຽວກັບ ທິດທາງ ບຸລິມະສິດ ເພື່ອເສີມຂະຫຍາຍການຮ່ວມມື ໂດຍສະເພາະດ້ານການພັດທະນາຊັບພະຍາກອນມະນຸດ.
ຫາລືກະກຽມສ້າງບົດລາຍງານກ່ຽວກັບການເກີດການແຕ່ງງານ ແລະ ການຕາຍ

ຫາລືກະກຽມສ້າງບົດລາຍງານກ່ຽວກັບການເກີດການແຕ່ງງານ ແລະ ການຕາຍ

ໃນວັນທີ 5 ພະຈິກນີ້, ສູນສະຖິຕິແຫ່ງຊາດ ກະຊວງການເງິນຮ່ວມກັບອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ດຳເນີນກອງປະຊຸມປຶກສາຫາລືກະກຽມສ້າງບົດລາຍງານ ກ່ຽວກັບການເກີດ, ການແຕ່ງງານ ແລະ ການຕາຍຂອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດຄັ້ງທີ V ປີ 2025 ທີ່ໂຮງແຮມຄຣາວພາລາຊາ ນະຄອນຫຼວງວຽງຈັນ.
ຍີ່ປຸ່ນ ຊ່ວຍເຫຼືອການກໍ່ສ້າງລະບົບຊົນລະປະທານ ທີ່ແຂວງຫຼວງນໍ້າທາ

ຍີ່ປຸ່ນ ຊ່ວຍເຫຼືອການກໍ່ສ້າງລະບົບຊົນລະປະທານ ທີ່ແຂວງຫຼວງນໍ້າທາ

ພາຍໃຕ້ໂຄງການຊ່ວຍເຫຼືອຂັ້ນຮາກຖານ (GGP), ລັດຖະບານຍີ່ປຸ່ນໄດ້ມອບການຊ່ວຍເຫຼືອ ມູນຄ່າ 40,123 ໂດລາ ເພື່ອຈັດຕັ້ງປະຕິບັດ “ໂຄງການກໍ່ສ້າງຊົນລະປະທານນ້ຳບອນ 2 ບ້ານໃໝ່ ເມືອງວຽງພູຄາ ແຂວງຫຼວງນ້ຳທາ”.
ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ວັນທີ 4 ພະຈິກຜ່ານມາ, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະນຳຈາກກະຊວງປ້ອງກັນປະເທດ, ຄະນະນຳແຂວງອັດຕະປື ແລະ ຄະນະນຳເມືອງຊານໄຊ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ ຈຳກັດ ຕັ້ງຢູ່ເມືອງຊານໄຊ ແຂວງອັດຕະປື.​ ໃຫ້ການຕ້ອນຮັບຂອງທ່ານ ບຸ໋ຍແອັງດຶກ ປະທານສະພາບໍລິຫານ ຮອງຜູ້ອຳ ນວຍ​ການໃຫຍ່ ບໍລິສັດ ວັງຕັດມາຍນິງ ກຣຸບ​ ພ້ອມດ້ວຍຄະນະຜູ້ບໍລິຫານ, ພະນັກງານ ແລະ ກອງກຳລັງປ້ອງກັນຄວາມສະຫງົບປະຈຳເຂດໂຄງ​ການ ໃຫ້ການຕ້ອນຮັບ.
ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດກິດຈະກໍາ ຂອງໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະຄໍ້າປະກັນການດຳລົງຊີວິດແບບຍືນຍົງ ປະປີ(ເດືອນກັນຍາ 2025-ເດືອນຕຸລາ2026) ໄດ້ຈັດຂຶ້ນໃນວັນທີ 2 ພະຈິກຜ່ານ​ມາ, ທີ່ເມືອງລະມາມ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີທ່ານ ນາງ ຄາໂອຣຸ ໂມຣິໂມະໂຕະ ຫົວໜ້າອົງການອາສາສະໝັກຍີ່ປຸ່ນ ປະຈໍາລາວ ເຈວີຊີ (JVC), ມີຄະນະກໍາມະການປົກຄອງ 2 ເມືອງຄື: ເມືອງກະລຶມ ແລະເມືອງດາກຈຶງ, ຜູ້ປະສານງານໂຄງການຂັ້ນແຂວງ, ຂັ້ນເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ